ເຊີນ​ລາ, ແທັງ​ຮ​ວາ, ກົງ​ສູນ​ໃຫຍ່​ຫວຽດ​ນາມ ປະ​ຈຳຫຼວງ​ພະ​ບາງ ໜູນ​ຊ່ວຍ​ລາວ​ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19

14:39 | 09/05/2021

ຍ​ສ​ໝ - ຕອນ​ເຊົ້າ​ວັນ​ທີ 7 ພຶດ​ສະ​ພາ, ຢູ່ຫຼັກ​ໝາຍ​ຊາຍ​ແດນ​ເລກ​ທີ 281 ໃນ​ບໍ​ລິ​ເວນ​ດ່ານ​ຊາຍ​ແດນ ແຕ໊ນ​ຕັ່ນ, ປ້ອມ​ປ້ອງ​ກັນຊາຍ​ແດນ​ດ່ານ​ຊາຍ​ແດນ ແຕ໊ນ​ຕັ່ນ (ແທງ​ຮ​ວາ) ໄດ້​ມອບ​ອຸ​ປະ​ກອນ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາ​ດ​ໂຄວິດ - 19 ໃຫ້​ແກ່ກອງ​ໃຫຍ່​ທະ​ຫານ​ເລກ​ທີ 214, ກອງ​ບັນ​ຊາ​ການ​ແຂວງ​ຫົວພັນ ແລະ ປ້ອມ​ລະ​ຫວ່າງ​ຂະ​ແໜງ​ດ່ານ​ຊາຍ​ແດນ ສົມ​ຫວັງ, ແຂວງ​ຫົວ​ພັນ (ລາວ).

ເທື່​ອ​ທຽນ​ເຫ້ວ, ເງະ​ອານ ບົ​ງ​ອັດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ຢູ່ ​ລາວ ເທື່​ອ​ທຽນ​ເຫ້ວ, ເງະ​ອານ ບົ​ງ​ອັດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ຢູ່ ​ລາວ
ພິທີໄວ້ອາໄລ, ປົງອັດຖິນັກຮົບຫວຽດນາມ ເສຍສະຫຼະຊີວິດເພື່ອຊາດຢູ່ລາວ 24 ຊຸດ ພິທີໄວ້ອາໄລ, ປົງອັດຖິນັກຮົບຫວຽດນາມ ເສຍສະຫຼະຊີວິດເພື່ອຊາດຢູ່ລາວ 24 ຊຸດ
ເຊີນ​ລາ, ແທັງ​ຮ​ວາ, ກົງ​ສູນ​ໃຫຍ່​ຫວຽດ​ນາມ ປະ​ຈຳຫຼວງ​ພະ​ບາງ ໜູນ​ຊ່ວຍ​ລາວ​ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19

ປ້ອມ​ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ ມອບ​ວັດ​ຖຸ​ອະ​ປະ​ກອນ​ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ -19 ໃຫ້​ແກ່ກອງ​ບັນ​ຊາ​ການ​ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ 214 (ພາບ: baothanhhoa.vn)

ຕໍ່​ໜ້າ​ສະ​ພາ​ບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ພວມ​ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ​ຢູ່​ລາວ, ບັນ​ດາ​ແຂວງ​ເຊີນ​ລາ, ແທັງ​ຮ​ວາ, ກົງ​ສູນ​ໃຫຍ່ ຫວຽດ​ນາມ​ປະ​ຈຳ​ລາວ ໄດ້​ໜູນ​ຊ່ວຍ​ເງິນ ແລະ ອຸ​ປະ​ກອນ​ການ​ແພດ​ໃຫ້​ແກ່​ແຂວ​ງ​ຫົວ​ພັນ, ຫຼ​ວງ​ພະ​ບາງ.

ຕອນ​ເຊົ້າ​ວັນ​ທີ 7 ພຶດ​ສະ​ພາ, ຢູ່ຫຼັກ​ໝາຍ​ຊາຍ​ແດນ​ເລກ​ທີ 281 ໃນ​ບໍ​ລິ​ເວນ​ດ່ານ​ຊາຍ​ແດນ ແຕ໊ນ​ຕັ່ນ, ປ້ອມ​ປ້ອງ​ກັນຊາຍ​ແດນ​ດ່ານ​ຊາຍ​ແດນ ແຕ໊ນ​ຕັ່ນ (ແທງ​ຮ​ວາ) ໄດ້​ມອບ​ອຸ​ປະ​ກອນ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາ​ດ​ໂຄວິດ - 19 ໃຫ້​ແກ່ກອງ​ໃຫຍ່​ທະ​ຫານ​ເລກ​ທີ 214, ກອງ​ບັນ​ຊາ​ການ​ແຂວງ​ຫົວພັນ ແລະ ປ້ອມ​ລະ​ຫວ່າງ​ຂະ​ແໜງ​ດ່ານ​ຊາຍ​ແດນ ສົມ​ຫວັງ, ແຂວງ​ຫົວ​ພັນ (ລາວ).

ຕາມ​ນັ້ນ​ແລ້ວ, ປ້ອມ​ປ້ອງ​ກັນ​ຊາຍ​ແດນ​ດ່ານ​ຊາຍ​ແດນ ແຕ໊ນ​ຕັ່ນ​ໄດ້​ມອ​ບ​ຜ້​າ​ອັດ​ປາກ - ດັງ 2.500 ອັນ ແລະ ຖົງ​ມື​ອະ​ນາ​ໄມ, ຢາ​ລ້າງ​ມື​ຂ້າ​ເຊື້ອ ພ້ອ​ມ​ກັນ​ເຄື່ອງ​ບັນ​ເທົາ​ທຸກ​ທີ່​ຈຳ​ເປັນ​ໃຫ້​ແກ່​ວຽກ​ງານ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ໄດ້​ດີ​ກ່​ວາ.

ເນື່ອງ​ໃນ​ໂອ​ກາດນີ້, ກຳ​ລັງ​ປ້ອງ​ກັນ​ຊາຍ​ແດນ​ສອງ​ຝ່າຍ​ໄດ້​ແລກ​ປ່ຽນ​ກ່ຽວ​ກັບ​ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ​ງານ​ໃນ​ການ​ສົມ​ທົບ​ກັນ​ປະ​ຕິ​ບັດ​ໜ້າ​ທີ່ ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ໃນ​ໄລ​ຍະ​ທີ່​ຜ່ານ​ມາ ແລະ ເຫັນ​ດີ​ເປັນ​ເອ​ກະ​ພາບ​ສືບ​ຕໍ່​ປະ​ຕິ​ບັດ​ການ​ເພີ່​ມະ​ວີ​ການ​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ, ບັນ​ດາ​ມາດ​ຕະ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19, ບໍ່​ປະ​ໃຫ້​ໂລກ​ລະ​ບາດ​ແຜ່​ລະ​ບາດ​ຜ່ານ​ຊາຍ​ແດນ​ໄປ​ຍັງ​ຊຸມ​ຊົນ​ໄດ້​ຢ່າງ​ເປັນ​ດີ.

ແລະ​ກໍ່​ໃນ​ວັນ​ທີ 6 ພຶດ​ສະ​ພາ, ຢູ່ຫຼັກ​ໝາຍ​ຊາຍ​ແດນ​ເລກ​ທີ 207, ດ່ານ​ຊາຍ​ແດນ ຈ່ຽງ​ເຄືອງ (ເມືອງ​ຊົງ​ມາ, ແຂວງ​ເຊີນ​ລາ) ກອງ​ບັນ​ຊາ​ການ​ທະ​ຫານ​ຊາຍ​ແດນ​ແຂວງ​ເຊີນ​ລາ ໄດ້​ມອບ​ອຸ​ປະ​ກອນ​ການ​ແພດ ໜູນ​ຊ່ວຍກອງ​ບັນ​ຊາ​ການ​ທະ​ຫານ​ແຂວງ​ຫົວ​ພັນ ແລະ ຕຳຫຼວດ​ແຂວງ​ຫົວ​ພັນ (ລາວ). ໃນ​ສະ​ພາບ​ການ​ປະ​ເທດ​ເພື່ອນ​ພວມ​ປະ​ເຊີນ​ໜ້າ​ກັບ​ການ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19 ທີ່​ສັບ​ສົນ.

ກອງ​ບັນ​ຊາ​ການ​ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ​ແຂວ​ງ​ເຊີ​ນ​ລາ​ກໍ່​ໄດ້​ມອ​ບ​ໃຫ້​ກອງ​ບັນ​ຊາ​ການ​ທະ​ຫານ​ແຂວງ​ຫົວ​ພັນ ແລະ ຕຳຫຼວດ​ແຂວງ​ຫົວ​ພັນ (ລາວ), ແຕ່ລະ​ກົມກອງ ຜ້າ​ອັດ​ປາກ​ດັງຜ້າ​ 1000 ອັນ, ຜ້າ​ອັດ​ປາກ​ດັງ​ອະ​ນາ​ໄມ 1000 ອັນ, ຢາ​ລ້າງ​ມື​ຂ້າ​ເຊື້ອ 50 ຕຸກ, ຊຸດ​ປ້ອງ​ກັນ ການ​ແພດ 200 ຊຸດ, ເຄື່ອງວັດ​ແທກ​ອຸ​ນ​ຫະ​ພູນ​ຮ່າງ​ກາຍ 1 ອັນ.

ແລະ​ກໍ່​ໃນ​ວັນ​ທີ 6 ພຶດ​ສະ​ພາ, ຜູ້​ຕາງ​ໜ້າ​ກົງ​ສູນ​ໃຫຍ່ ຫວຽດ​ນາມ ປະ​ຈຳຫຼວງ​ພະ​ບາງ​ໄດ້​ມອບ​ເງິນ​ເປັນ​ຈຳ​ນວນ 50 ລ້ານ​ກີບ ພ້ອມ​ກັບ​ວັດ​ຖຸ​ອຸ​ປະ​ກອນ​ການ​ແພດ​ທີ່​ມີ​ມູນ​ຄ່າ 10 ລ້ານ​ກີບ ໃຫ້​ແກ່​ການ​ນຳ​ແຂວງຫຼວງ​ພະ​ບາງ, ເພື່ອ​ແນ​ໃສ່​ຮ່ວມ​ມື​ກັບ​ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ໃນ​ບັ້ນ​ຕໍ່​ສູ້​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ທີ່​ພວມ​ເກີດ​ຂຶ້ນ​ຢ່າງ​ແຮງ​ຢູ່​ລາວ​ໃນ​ຊຸມ​ວັນ​ທີ່​ຜ່ານ​ມາ.

ເທື່​ອ​ທຽນ​ເຫ້ວ, ເງະ​ອານ ບົ​ງ​ອັດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ຢູ່ ​ລາວ ເທື່​ອ​ທຽນ​ເຫ້ວ, ເງະ​ອານ ບົ​ງ​ອັດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ຢູ່ ​ລາວ

ຍ​ສ​ໝ - ວຽກ​ງານ​ຄົ້ນ​ຫາ, ທ້ອນ​ໂຮມ​ອັດ​ຖິ​ບັນ​ດາ​ນັກຮົບເສຍສະລະຊີວິດເພື່ອ ຊາດ ​ຢູ່​ປະ​ເທດ​ເພື່ອນ​ລາວ ກັບ​ຄືນ​ປະ​ເທດ ແມ່ນ​ແຜນ​ນະ​ໂຍ​ບາຍ​ໃຫຍ່​ຂອງ ພັກ ແລະ ລັດ​ ຫວຽດ​ນາມ, ທັງ​ຕອບ​ສະ​ໜອງ​ໄດ້​ຄວາ​ມ​ມຸ່ງ​ມາດ​ປາດ​ຖະ​ໜາ, ນ້ຳ​ໃຈ​ອັນ​ຍິ່ງ​ໃຫຍ່​ຂອງ​ແຕ່​ລະ​ຄອບ​ຄົວ​ພີ່​ນ້ອງ ແລະ ປະ​ຊາ​ຊົນ​ທົ່ວ​ປະ​ເທດ. ທັງ​ສະ​ແດງ​ໃຫ້​ເປັນ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່​ບັນ​ດາ​ວິ​ລະ​ຊົນ​ທີ່​ເສຍ​ສະຫຼະ​ຊີ​ວິດ ເພື່ອ​ຊາດ ໃນ​ການ​ຕໍ່​ສູ້ ແລະ ເສຍສະຫຼະ​ຊີ​ວິດ​ໃນ​ພາ​ລະ​ກິດ​ສ້າງ​ສາ, ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ ແລະ ປະ​ຕິ​ບັດ​ໜ້າ​ທີ່​ສາ​ກົນ​ອັນ​ສູງ​ສົ່ງ.

ສືບ​ຕໍ່​ມອບ​ຜ້າ​ອັດ​ປາກ​ດັງ 250.000 ອັນ ​ເພື່ອຊ່ວຍ​ເຫຼືອ​ປະ​ຊາ​ຊົນ​ລາວ ປ້ອງ​ກັນ, ສະ​ກ​ັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ສືບ​ຕໍ່​ມອບ​ຜ້າ​ອັດ​ປາກ​ດັງ 250.000 ອັນ ​ເພື່ອຊ່ວຍ​ເຫຼືອ​ປະ​ຊາ​ຊົນ​ລາວ ປ້ອງ​ກັນ, ສະ​ກ​ັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19

ຍ​ສໝ - ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ ພົນ​ຈັດ​ຕະ​ວາ ບຸ່ຍ​ມິງ​ຖ​ຶ້, ຫົວ​ໜ້າ​ຄະ​ນະ​ຕິດ​ຕໍ​ພົວ​ພັນ​ທະ​ຫານ​ອາ​ສາ​ສະ​ໝັກ ແລະ ນັກ​ຊ່ຽວ​ຊາຍ​ການ​ທະ​ຫານ​ຊ່ວຍ​ເຫຼືອ​ລາວ ນະ​ຄອນ​ຮ່​າ​ໂນ້ຍ​ໄດ້​ສະ​ແດງ​ການ​ແບ່ງ​ເບົ່າຢ່າງ​ເລິກ​ເຊິ່ງ​ຕໍ່​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ທ້າ​ທາຍ​ເຊິ່ງ​ປະ​ຊາ​ຊົນ​ລາວ​ຕ້ອງ​ປະ​ເຊີນ​ໜ້າ.

ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ລາວ ຮ່ວມ​ແຮງ​ຮ່ວມ​ໃຈ​ກັບ​ຊາວ​ລາວ ຍູ້​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ຖອຍ​ໄປ ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ລາວ ຮ່ວມ​ແຮງ​ຮ່ວມ​ໃຈ​ກັບ​ຊາວ​ລາວ ຍູ້​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ຖອຍ​ໄປ

ຍ​ສ​ໝ - ເພື່ອ​ຮັບ​ມື​ກັບ​ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19, ໃນ​ລະ​ຫວ່າງວັນ​ທີ 2 – 3 ພ​ຶດ​ສະ​ພາ, ບັນ​ດາ​ພະ​ນັກ​ງານ​ລາວ ໄດ້​ສົມ​ທົບ​ກັບ​ສະ​ມາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ນະ​ຄອນຫຼວງວຽງ​ຈັນ​ດຳ​ເນີນ​ການ​ເອົາ​ຕົວ​ຢ່າງ​ໄປ​ວິ​ໄຈ​ໃຫ້​ແກ່​ຊາວ​ຫວຽດ​ນາມ ປະ​ທານ 200 ຄົນ ທີ່​ພວມ​ດຳ​ລົງ​ຊີ​ວິດ ແລະ ເຮັດ​ວຽກ​ຢູ່ ເມືອງ ທາດຫຼວງ, ນາ​ໄຊ ແລະ ເຂດ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ ລາວ, ...

​ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.