ຫວຽດນາມ ສະໜັບສະໜູນຄວາມບຸກບືນ ໃນການປັບປຸງເສດຖະກິດ ແລະ ການພັດທະນາຢູ່ Bosnia-Herzegovina

16:05 | 06/05/2021

ຍສໝ - ເມື່ອບໍ່ດົນມານີ້, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດການສົນທະນາຕາມກຳນົດເວລາກ່ຽວກັບສະຖານະການຂອງ Bosnia ແລະ Herzegovina. ທີ່ນີ້, ຫວຽດນາມ ໄດ້ສະແດງການສະໜັບ ສະໜູນຕໍ່ຄວາມໄກ່ເກ່ຍ, ພັດທະນາເສດຖະກິດຢູ່ Bosnia-Herzegovina.

ເພີ່ມທະວີການພົວພັນລະຫວ່າງຫວຽດນາມ ແລະ ແຂວງ British Columbia ຂອງການາດາ ເພີ່ມທະວີການພົວພັນລະຫວ່າງຫວຽດນາມ ແລະ ແຂວງ British Columbia ຂອງການາດາ
ສ້າງເງື່ອນໄຂສະດວກ ໃຫ້ແກ່ກິດຈະກຳສາສະໜາຕ່າງປະເທດ ຢູ່ຫວຽດນາມ ສ້າງເງື່ອນໄຂສະດວກ ໃຫ້ແກ່ກິດຈະກຳສາສະໜາຕ່າງປະເທດ ຢູ່ຫວຽດນາມ

ເຂົ້າຮ່ວມກອງປະຊຸມ, ຜູ້ຕາງໜ້າຂັ້ນສູງກ່ຽວກັບການປະຕິບັດສັນຍາສັນຕິພາບ ຢູ່ Bosnia ແລະ Herzegovina, ທ່ານ Valentin Inzko ໄດ້ສະເໜີບົດລາຍງານໃນໄລຍະແຕ່ວັນທີ 16 ຕຸລາ 2020 ຫາວັນທີ 15 ເມສາ 2021.

ສະຖານະການຂອງປະເທດ Bosnia ແລະ Herzegovina ໄດ້ປະເມີນວ່າມີຄວາມຄືບໜ້າຫຼາຍຢ່າງ, ເຊັ່ນ: ການຈັດຕັ້ງການເລືອກຕັ້ງທ້ອງຖິ່ນ ໃນເດືອນພະຈິກປີ 2020, ການເລືອກຕັ້ງທີ່ເມືອງ Mostar ພາຍຫຼັງ 12 ປີ, ແຕ່ວ່າຄວາມສະຫງົບ ແລະ ຄວາມໝັ້ນຄົງໃນປະເທດນີ້ຍັງມີຄວາມທ້າທາຍຢູ່. ຜົນກະທົບຂອງການລະບາດພະຍາດ COVID-19 ເຮັດໃຫ້ສິ່ງທ້າທາຍຫຼາຍຂື້ນ ແລະ ເຜີຍອອກຈຸດອ່ອນຂອງລະບົບການເມືອງໃນປະເທດ Bosnia ແລະ Herzegovina.

ບັນດາປະເທດສະມາຊິກຂອງສະຫະປະຊາຊາດ ໄດ້ສະແດງຄວາມຍິນດີຕໍ່ບົດບາດຂອງຜູ້ຕາງໜ້າຂັ້ນສູງ ແລະ ຫ້ອງການຜູ້ຕາງໜ້າຂັ້ນສູງ ໃນເວລາທີ່ຜ່ານມາ ແລະ ພ້ອມດຽວກັນນີ້ ກໍ່ສະແດງຄວາມເປັນຫ່ວງກ່ຽວກັບຜົນກະທົບຂອງການລະບາດພະຍາດ COVID-19 ທີ່ມີຕໍ່ປະເທດ, ປະຊາຊົນ Bosnia ແລະ Herzegovina.

ຫວຽດນາມ ສະໜັບສະໜູນຄວາມບຸກບືນ ໃນການປັບປຸງເສດຖະກິດ ແລະ ການພັດທະນາຢູ່ Bosnia-Herzegovina
ຫວຽດນາມ ສະໜັບສະໜູນຄວາມບຸກບືນ ໃນການປັບປຸງເສດຖະກິດ ແລະ ການພັດທະນາຢູ່ Bosnia-Herzegovina

ພ້ອມກັນນັ້ນ, ບາງປະເທດກ່າວວ່າ ປະເທດ Bosnia ແລະ Herzegovina ຄວນສືບຕໍ່ຄວາມພະຍາຍາມໃນການປະຕິຮູບ, ຊຸກຍູ້ການປົກຄອງ, ປະຕິບັດສັນຍາສັນຕິພາບ Dayton, ຈັດຕັ້ງການເລືອກຕັ້ງ ແລະ ແຕ່ງຕັ້ງຕຳແໜ່ງຜູ້ບໍລິຫານ ໃນການຕອບໂຕ້ຕໍ່ການລະບາດຂອງພະຍາດ COVID-19.

ກ່າວຄຳເຫັນທີ່ວາລະປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງດິງກຸຍ - ຫົວໜ້າຄະນະຜູ້ຕາງໜ້າ ຖາວອນຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ໃຫ້ຂໍ້ສັງເກດກ່ຽວກັບການພັດທະນາໃນແງ່ດີຂອງປະເທດ Bosnia ແລະ Herzegovina ໃນໄລຍະລາຍງານ, ແລະ ສະແດງຄວາມວິຕົກກັງວົນຕໍ່ສະພາບການພາຍໃນປະເທດ Bosnia ແລະ Herzegovina ສືບຕໍ່ພັດທະນາຢ່າງສັບສົນ, ພິເສດແມ່ນໃນສະພາບການຂອງການລະບາດຂອງພະຍາດ COVID-19, ຜົນກະທົບຕໍ່ຄວາມພະຍາຍາມໃນການຈັດຕັ້ງປະຕິບັດສັນຍາສັນຕິພາບ Dayton ຢ່າງເຕັມສ່ວນ.

ທ່ານເອກອັກຄະລັດຖະທູດ ດັ້ງດິງກຸຍ ກໍ່ເນັ້ນໜັກເຖິງຄວາມຈຳເປັນໃນການຊຸກຍູ້ການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ການສົນທະນາແບບຍືນຍົງລະຫວ່າງບັນດາພາກສ່ວນທີ່ກ່ຽວຂ້ອງ, ເພີ່ມທະວີການຮ່ວມມືໄປສູ່ສະຖຽນລະພາບທາງດ້ານການເມືອງ - ສັງຄົມ, ການປະຕິບັດການປະຕິຮູບ ແລະ ການພັດທະນາເສດຖະກິດແນໃສ່ການປັບປຸງ ແລະ ຍົກລະດັບຊີວິດຂອງປະຊາຊົນ ແລະ ເອົາໃຈໃສ່ຜົນປະໂຫຍດຂອງປະຊາຊົນເປັນໃຈກາງ.

ທ່ານເອກອັກຄະລັດຖະທູດ ດັ້ງດິງກຸຍ ໄດ້ກ່າວວ່າ ຄວາມຮັບຜິດຊອບສູງສຸດແມ່ນຂຶ້ນກັບຂອງ Bosnia ແລະ Herzegovina, ຊຸມຊົນທີ່ກ່ຽວຂ້ອງ ແລະ ປະຊາຊົນ. ປະຊາຄົມສາກົນ ຄວນສະໜັບສະໜູນຄວາມພະຍາຍາມດັ່ງກ່າວ, ໃນນັ້ນແມ່ນຄວາມພະຍາຍາມໃນການໄກ່ເກ່ຍຈຳເປັນຕ້ອງ ໄດ້ຊຸກຍູ້ໃຫ້ພາກສ່ວນຕ່າງໆເຂົ້າໃກ້ກັນ ເພື່ອກ້າວສູ່ຄວາມສັນຕິພາບ ແລະ ການພັດທະນາໃນອະນາຄົດ.

ເສດຖະກິດຫວຽດນາມ ສືບຕໍ່ສາມາດຮັກສາໄດ້ທ່າເຕີບໂຕ ເສດຖະກິດຫວຽດນາມ ສືບຕໍ່ສາມາດຮັກສາໄດ້ທ່າເຕີບໂຕ

ຍສໝ - ປີ 2020, ພື້ນຖານເສດຖະກິດຫວຽດນາມ ສືບຕໍ່ໄດ້ຮັບການປັບປຸງຍ້ອນການສົ່ງອອກສິນຄ້າ ແລະເຄື່ອງຕໍ່າແຜ່ນຕັດຫຍິບ ແລະສາມາດຮັກສາໄດ້ທ່າເຕີບໂຕ.

ເພີ່ມທະວີການພົວພັນລະຫວ່າງຫວຽດນາມ ແລະ ແຂວງ British Columbia ຂອງການາດາ ເພີ່ມທະວີການພົວພັນລະຫວ່າງຫວຽດນາມ ແລະ ແຂວງ British Columbia ຂອງການາດາ

ຍສໝ - ໃນປີ 2020, ເຖິງວ່າໄດ້ຮັບຜົນກະທົບຈາກການແຜ່ລະບາດ COVID-19, ການຄ້າລະຫວ່າງຫວຽດນາມ ແລະ ແຂວງ British Columbia ຂອງການາດາ ຍັງບັນລຸເກືອບ 2 ຕື້ CAD (ປະມານ 1,6 ຕື້ໂດລາສະຫະລັດ).

ສ້າງເງື່ອນໄຂສະດວກ ໃຫ້ແກ່ກິດຈະກຳສາສະໜາຕ່າງປະເທດ ຢູ່ຫວຽດນາມ ສ້າງເງື່ອນໄຂສະດວກ ໃຫ້ແກ່ກິດຈະກຳສາສະໜາຕ່າງປະເທດ ຢູ່ຫວຽດນາມ

ຍສໝ - ຫວ່າງແລ້ວນີ້, ຄະນະສາສະໜາລັດຖະບານໄດ້ຈັດກອງປະຊຸມພົບປະກັບຊາວຕ່າງປະເທດ ທີ່ປະຕິບັດກິດຈະກຳສາສະໜາຢູ່ຫວຽດນາມ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.