ຈໍາປາສັກ ສືບຕໍ່ ປິດການເຂົ້າ-ອອກ ເມືອງ ຕ້ານໂຄວິດ-19 ເລີ່ມແຕ່ວັນທີ 7-20 ພຶດສະພາ

16:09 | 06/05/2021

ເພື່ອ​ສະ​ກັດ​ກັ້ນ, ຄວບ​ຄຸມ ​ແລະ ​ແກ້​ໄຂ ​ການລະບາດ​ຂອງ​ພະ​ຍາດ​ ໂຄ​ວິດ-19 ຢູ່ ສປປ ລາວ ກໍ​ຄື ຢູ່​ແຂວງ​ຈຳປາ​ສັກ ​ໃຫ້​ຫລຸ​ດລົງ​​ ​ແລະ ກັບ​ຄື​ນສູ່​ສະພາບ​ປົກກະຕິ​ໂດຍ​ໄວ ແຂວງຈຳປາ​ສັກ ​ໄດ້​ອອກ​ຄຳ​ສັ່ງ ໃຫ້ຫົວໜ້າກອງບັນຊາການທະຫານ, ກອງບັນຊາການປ້ອງກັນຄວາມສະ ຫງົບ, ພະແນກການ, ກົມກອງອ້ອມຂ້າງແຂວງ, ເຈົ້ານະຄອນປາກເຊ, ເຈົ້າເມືອງ, ນາຍບ້ານ, ພະ ນັກງານ-ລັດຖະກອນ, ທະຫານ, ຕໍາຫລວດ, ກໍາມະກອນ, ນັກຮຽນ-ນັກສຶກສາ, ຜູ້ປະກອບການ, ປະຊາຊົນລາວ, ຊາວຕ່າງດ້າວ, ຜູ້ບໍ່ມີສັນຊາດ ແລະ ຊາວຕ່າງປະເທດ ທີ່ດໍາລົງຊີວິດຢູ່ ແຂວງຈໍາປາສັກ ​ໃຫ້ສືບຕໍ່ປະຕິບັດ ຄໍາສັ່ງ ຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 87/ຄສລພ, ຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 15/ນຍແລະ ແຈ້ງການ ຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 462/ຫສນຍຢ່າງເຂັ້ມງວດ ກໍ​ຄື ປິດ​ການ​ເຂົ້າ-ອອກ​ເມືອງ (ຄົນ​ໃນ​ຫ້າມ​ອອກ-ຄົນ​ນອກ​ຫ້າມ​ເຂົ້າ), ພະນັກ​ງານ​ເຮັດ​ວຽກ​ຢູ່​ບ້ານ ​ແລະ ຫ້າມ​ປະຊາຊົນ ​ອອກ​ຈາກ​ບ້ານ ນັບ​ແຕ່​ວັນ​ທີ 7-20 ພຶ​ດສະພາ 2021. ​

ສັນຍາການຄ້າເສລີ ຫວຽດນາມ - ອັງກິດ  ໄດ້ມີຜົນສັກສິດຢ່າງເປັນທາງການນັບແຕ່ວັນທີ 1 ພຶດສະພາ  2021 ເປັນຕົ້ນໄປ ສັນຍາການຄ້າເສລີ ຫວຽດນາມ - ອັງກິດ ໄດ້ມີຜົນສັກສິດຢ່າງເປັນທາງການນັບແຕ່ວັນທີ 1 ພຶດສະພາ 2021 ເປັນຕົ້ນໄປ
ມອບເງິນຈໍານວນ 590 ລ້ານດົ່ງໃຫ້ໂຮງຮຽນປະຖົມສົມບູນມິດຕະພາບແຂວງ ຈໍາປາສັກ ລາວ ມອບເງິນຈໍານວນ 590 ລ້ານດົ່ງໃຫ້ໂຮງຮຽນປະຖົມສົມບູນມິດຕະພາບແຂວງ ຈໍາປາສັກ ລາວ

ອີງຕາມຄຳ​ສັ່ງ ລະບຸ​ວ່າ: ໃຫ້ພະນັກງານ, ລັດຖະກອນ ຢຸດການມາເຮັດວຽກຢູ່ຫ້ອງການ ແຕ່ວັນທີ 7-20 ພຶດສະພາ 2021; ຍົກເວັ້ນກໍາລັງທະຫານ, ຕໍາຫລວດ, ເຈົ້າໜ້າທີ່ດັບເພິງ, ພະນັກງານຮັບຜິດຊອບລະບົບ ການບໍລິການໄຟຟ້າ, ນໍ້າປະປາ, ໂທລະຄົມມະນາຄົມ, ການສື່ສານ, ທະນາຄານ, ບໍລິສັດຮັກສາຄວາມປອດໄພ, ຂົນສົ່ງສິນຄ້າອຸປະໂພກ-ບໍລິໂພກ, ຫ້ອງການຄຸ້ມຄອງແລະ ບໍລິການສາທາລະນະ, ແພດ-ໝໍ, ອາສາສະໝັກ, ພະນັກງານ-ລັດຖະກອນ ທີ່ໄດ້ຮັບການມອບໝາຍ ອະນຸຍາດໃຫ້ປະຈໍາການ ແລະ ຜູ້ເຮັດວຽກສະກັດກັ້ນ ຄວບຄຸມ ແລະ ປິ່ນປົວ ຜູ້ຕິດເຊື້ອພະຍາດໂຄວິດ-19; ມອບໃຫ້ພະແນກການ, ອົງການທຽບເທົ່າ, ເຈົ້ານະຄອນປາກເຊ ແລະ ເຈົ້າເມືອງ 9 ​ເມືອງ ຮີບ​ຮ້ອນ​ຈັດ​ຕັ້ງ​ປະຕິບັດ ​ແລະ ແນະນໍາພະນັກງານ ທີ່ຢູ່ໃນຄວາມ ຮັບຜິດຊອບຂອງຕົນ ເຮັດວຽກທາງລັດຖະການ ຢູ່ເຮືອນ ຫລື ທີ່ພັກອາໄສ ໂດຍຜ່ານລະບົບສື່ສານ, ອີເລັກໂຕຣນິກ ແລະ ເຄືອຂ່າຍອິນເຕີເນັດ ເຊັ່ນ: ໂທລະສັບ, ອີເມວ, ສື່​ສັງຄົມ​ອອນ​ລາຍຕ່າງໆ; ພ້ອມດຽວກັນນັ້ນ ໃຫ້ຈັດຕັ້ງຜູ້ປະຈໍາການ, ເວນ ຍາມສໍານັກງານ, ອົງການ ຢ່າງເປັນປົກກະຕິ ໃຫ້ສາມາດປະສານງານ ໄດ້ໃນກໍລະນີມີວຽກ ຈໍາເປັນ ເພື່ອປ້ອງກັນບໍ່ໃຫ້ເກີດເຫດຮ້າຍ ສ້າງຄວາມເສຍຫາຍຕ່າງໆ ຢ່າງເດັດຂາດ.

ຈໍາປາສັກ ສືບຕໍ່ ປິດການເຂົ້າ-ອອກ ເມືອງ ຕ້ານໂຄວິດ-19 ເລີ່ມແຕ່ວັນທີ 7-20 ພຶດສະພາ
ຈໍາປາສັກ ສືບຕໍ່ ປິດການເຂົ້າ-ອອກ ເມືອງ ຕ້ານໂຄວິດ-19 ເລີ່ມແຕ່ວັນທີ 7-20 ພຶດສະພາ. (ພາບ: KPL)

ພ້ອມ​ນັ້ນ, ຫ້າມປະຊາຊົນ, ພະນັກງານ-ລັດຖະກອນ, ທະຫານ, ຕໍາຫລວດ, ກໍາມະກອນ, ນັກຮຽນ-ນັກສຶກສາ, ຜູ້ປະກອບການ, ນັກບວດ, ຊາວຕ່າງດ້າວ, ຜູ້ບໍ່ມີສັນຊາດ ແລະ ຊາວຕ່າງ ປະເທດ ທີ່ອາໃສ ແລະ ດຳລົງຊີວິດຢູ່ ນະຄອນປາກເຊ ແລະ 9 ເມືອງ ອອກຈາກເຮືອນ ຫລື ທີ່ພັກອາໃສຂອງຕົ້ນ​ເດັດຂາດ, ຍົກເວັ້ນກໍລະນີທີ່ຈໍາເປັນ ເຊັ່ນ: ໄປຊື້ເຄື່ອງອຸປະໂພກ-ບໍລິໂພກ (ອະນຸຍາດໃຫ້ຄອບຄົວລະ 1 ຄົນ ເຂົ້າ-ອອກ ໂດຍມີໃບອະນຸຍາດຂອງບ້ານກ່ຽວຂ້ອງ), ໄປໂຮງໝໍ ແລະ ໄປປະຕິບັດໜ້າທີ່ ຕາມການມອບໝາຍ ຂອງການຈັດຕັ້ງ, ສ່ວນຜູ້ທີ່ຈໍາເປັນຕ້ອງໄປເຮັດ ການຜະລິດກະສິກໍາ ເພື່ອເປັນສະບຽງອາຫານ, ຜູ້ໄປຄ້າຂາຍ ເຄື່ອງອຸປະໂພກ-ບໍລິໂພກ ກໍ່ສາມາດປະຕິບັດໄດ້ ແຕ່ມອບໃຫ້ອໍານາດ ການປົກຄອງ ບ້ານເປັນຜູ້ກວດກາ, ຄຸ້ມຄອງດ້ານຈໍານວນ ແລະ ຂອບເຂດຢ່າງຮັດກຸມເພື່ອບໍ່ໃຫ້ມີຄວາມສ່ຽງ ຕໍ່ການລະບາດຂອງພະຍາດ ໂຄວິດ-19.

ໃຫ້ຢຸດຕິການສັນຈອນ ໄປ-ມາ ນັບແຕ່ເວລາ 20:00-5:00 ໂມງ, ຍົກເວັ້ນການເຄື່ອນໄຫວຂອງເຈົ້າໜ້າທີ່ ແລະ ຄະນະສະເພາະກິດ. ຫ້າມຈັດກິດຈະກໍາ, ປະຊຸມ ຫລື ໂຮມຊຸມນຸມຕ່າງໆ, ງານບຸນປະເພນີ, ກິດຈະກໍາທາງສາສະໜາ, ງານດອງ ແລະ ງານລ້ຽງສັງສັນຕ່າງໆ ຍົກເວັ້ນ ງານສົບ-ງານສົ່ງສະການ-ແຈກເຂົ້າ ແຕ່ໃຫ້ປະຕິບັດມາດຕະການປ້ອງກັນ ຕາມການແນະນໍາຂອງ ຄະນະສະເພາະກິດ, ໃຫ້ສືບຕໍ່ປິດຮ້ານບັນເທິງ, ຮ້ານຄາຣາໂອເກະ, ຮ້ານກິນດື່ມ, ຮ້ານບໍລິການນວດ ແລະ ສະປາທຸກປະເພດ, ສະຖານທີ່ອອກກໍາລັງກາຍ ແລະ ຫລີ້ນກິລາ, ຮ້ານເກມອອນລາຍ ແລະ ຕະຫລາດກາງຄືນ, ສໍາລັບຮ້ານຂາຍອາຫານ ແມ່ນອະນຸຍາດໃຫ້ຂາຍໄດ້, ແຕ່ຊື້ກັບບ້ານໄດ້ເທົ່ານັ້ນ ແຕ່ບໍ່ໃຫ້ເກີນເວລາ 19:30 ໂມງ.

ຫ້າມຄົນຢູ່ແຂວງຈໍາປາສັກ ເດີນທາງໄປຕ່າງແຂວງ, ຫ້າມຄົນຕ່າງແຂວງ ເດີນທາງເຂົ້າແຂວງ ຈໍາປາສັກ, ຍົກເວັ້ນຜູ້ທີ່ມີພູມລໍາເນົາ, ເຮັດວຽກປະຈໍາຢູ່ແຂວງຈໍາປາສັກ, ຜູ້ທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດຂັ້ນແຂວງ, ໃຫ້ໂຈະການບໍລິການລົດຂົນສົ່ງ ໂດຍສານສາທາລະນະ ລະຫວ່າງແຂວງ ແລະ ລະຫວ່າງເມືອງ. ສໍາລັບຜູ້ທີ່ມີຄວາມຈໍາເປັນ ຕ້ອງເດີນທາງໄປປະຕິບັດ ໜ້າທີ່ຢູ່ຕ່າງແຂວງ ຕ້ອງມີໃບຢັ້ງຢືນ ການກວດເກັບຕົວຢ່າງ ຫາເຊື້ອໂຄວິດ-19 ( PCR ) ພາຍໃນ 72 ຊົ່ວໂມງ ຫລື ມີໃບຢັ້ງຢືນການສັກວັກແຊງ ປ້ອງກັນພະຍາດໂຄວິດ-19 ເພື່ອສະເໝີ ຄະນະສະເພາະກິດຂັ້ນແຂວງ, ສໍາລັບຜູ້ທີ່ມີຄວາມຈໍາເປັນ ຕ້ອງເດີນທາງລະຫວ່າງ ເມືອງພາຍໃນແຂວງ ແມ່ນໃຫ້ຂໍໜັງສືອະ ນຸມັດການເດີນທາງນໍາ ຄະນະສະເພາະກິດ ຂັ້ນນະຄອນ/ເມືອງ ໃນເວລາລັດຖະການ.

ຫ້າມກັກຕຸນ ຫລື ຂຶ້ນລາຄາສິນຄ້າ ທີ່ນໍາໃຊ້ເຂົ້າໃນການ ປ້ອງກັນພະຍາດໂຄວິດ-19 ເປັນຕົ້ນ: ຜ້າປິດປາກ-ດັ່ງ,ນ້ໍາຢາລ້າງມື, ຢາປົວພະຍາດ, ອຸປະກອນການແພດ ແລະ ສິນຄ້າທີ່ກະທົບໄວ ຕໍ່ຊີວິດການເປັນຢູ່ຂອງປະຊາຊົນ; ໃຫ້ເຈົ້າໜ້າທີ່ກວດກາການຄ້າ ເອົາໃຈໃສ່ເປັນພິເສດ ໃນການຕິດຕາມ, ກວດກາ ສະພາບການເໜັງຕິງ ຂອງລາຄາສິນຄ້າ ແລະ ສົມທົບ ກັບເຈົ້າໜ້າທີ່ຕໍາຫລວດ ດໍາເນີນມາດຕະການຕໍ່ ພາກສ່ວນທີ່ສວຍໂອກາດກັກຕູນ, ຂຶ້ນລາຄາ ຕາມລະບຽບກົດໝາຍຢ່າງເຂັ້ມງວດ.

ໃຫ້ສືບຕໍ່ຕັ້ງຈຸດກວດກາ ການເຂົ້າ-ອອກແຂວງຈໍາປາສັກ, ຕັ້ງຈຸດກວດກາການເຂົ້າ-ອອກນະຄອນປາກເຊ ພ້ອມໃຫ້ອົງການປົກຄອງ ນະຄອນປາກເຊ ແລະ ເມືອງໃຫ້ການຊີ້ນໍາເຈົ້າໜ້າທີ່ ປກສ ກຸ່ມບ້ານ, ປກສ ບ້ານ,ກອງຫລອນບ້ານ, ຕັ້ງຈຸດກວດກາຄົນເຂົ້າ-ອອກ ບ້ານຂອງຕົນຢ່າງເຂັ້ມງວດ, ເມືອງທີ່ມີຊາຍແດນທາງບົກ ໃຫ້ສົມທົບກັບກອງ ຮ້ອຍຊາຍແດນ ເພີ່ມທະວີການກວດກາ-ລາດຕະເວນຕາມຊ່ອງທາງທໍາມະຊາດ ຂອງບັນດາເມືອງ; ສ່ວນເມືອງທີ່ມີຊາຍແດນ ທາງນໍ້າລະຫວ່າງປະເທດ ໃຫ້ເອົາໃຈໃສ່ຕິດຕາມ, ກວດກາ ແລະ ຄຸ້ມຄອງການນໍາໃຊ້ເຮືອຢ່າງເຂັ້ມງວດ.

ຄໍາສັ່ງສະບັບນີ້, ມີຜົນສັກສິດນັບ ແຕ່ວັນທີ 7 ຫາ 20 ພຶດສະພາ 2021, ໃນກໍລະນີທີ່ມີການປ່ຽນແປງ ອົງການປົກຄອງແຂວງ ຈະແຈ້ງໃຫ້ຊາບຕື່ມເປັນແຕ່ລະໄລຍະ.

ການ​ແລ​ກ​ປ່ຽນ​ການ​ຄ້າ​ລະ​ຫວ່າງ ລາວ - ຫວຽດ​ ຍາກ​ທີ່​ຈະ​ບັນ​ລຸ​ໄດ້ເປົ້າ​ໝາຍທີ່​ວາງ​ອອກ​ຍ້ອນ​ໂລກ​ລະ​ບາດ Covid – 19 ການ​ແລ​ກ​ປ່ຽນ​ການ​ຄ້າ​ລະ​ຫວ່າງ ລາວ - ຫວຽດ​ ຍາກ​ທີ່​ຈະ​ບັນ​ລຸ​ໄດ້ເປົ້າ​ໝາຍທີ່​ວາງ​ອອກ​ຍ້ອນ​ໂລກ​ລະ​ບາດ Covid – 19

ຍ​ສ​ໝ - ການ​ລົງ​ທຶນ​ຂອງ ຫວຽດ​ນາມ ຢູ່​ລາວ​ສຸມ​ໃສ່​ບັນ​ດາ​ຂົງ​ເຂດ​ຄື: ເຄື່ອນ​ໄຟ​ຟ້າ, ຂຸ​ດ​ຄົ້​ນ​ໂລ​ຫະ, ຄ​ົມ​ມະ​ນາ​ຄົມ, ປູກ​ຕົ້ນ​ໄມ້​ອຸດ​ສາ​ຫະ​ກຳ, ການ​ບໍ​ລິ​ການ, ປະ​ກອບ​ສ່ວນ​ຢ່າງ​ສຳ​ຄັນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ຂອງ​ລ​າວ. ສ່ວນລັດ​ຖະ​ບານ ລາວ​ຄາດ​ຄະ​ເນ​ແຫຼ່ງ​ລາຍ​ຮັບ​ການ​ສົ່ງ​ອອກ​ຂອງ​ປະ​ເທດໃນ​ປີນີ້ ຈະຫຼຸດ​ລົງ 483,3 ລ້ານ USD ປະ​ມານ 8,4% ເມື່ອ​ທຽບ​ໃສ່ 2019.

ສິງກະໂປ ເປີດປະຕູໃຫ້ນັກທ່ອງທ່ຽວຫວຽດນາມ ເລີ່ມແຕ່ວັນທີ 8 ຕຸລານີ້ ສິງກະໂປ ເປີດປະຕູໃຫ້ນັກທ່ອງທ່ຽວຫວຽດນາມ ເລີ່ມແຕ່ວັນທີ 8 ຕຸລານີ້

ຍສໝ - ສິງກະໂປ ໄດ້ປະເມີນຄວາມສ່ຽງຕໍ່ການຕິດເຊື້ອພະຍາດ ຈາກປະເທດຫວຽດນາມ ແລະ ປະເທດອົດສະຕາລີແມ່ນຍັງຕໍ່າ, ແລະ ສັງເກດວ່າໃນ 28 ວັນທີ່ຜ່ານມາ, ຫວຽດນາມ ບໍ່ມີກໍລະນີຕິດເຊື້ອພະຍາດ COVID-19 ຢູ່ໃນຊຸມຊົນ.

ຍອດຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ໃນທົ່ວໂລກ ແມ່ນ 20.768.722 ຄົນ, ໃນນັ້ນມີ 751.227 ຄົນເສຍຊີວິດ ຍອດຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ໃນທົ່ວໂລກ ແມ່ນ 20.768.722 ຄົນ, ໃນນັ້ນມີ 751.227 ຄົນເສຍຊີວິດ

ຍສໝ - ໄລ່ຮອດຈຸດເວລານີ້, ຍອດຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ໃນທົ່ວໂລກ ແມ່ນ 20.768.722 ຄົນ, ໃນນັ້ນມີ 751.227 ຄົນເສຍຊີວິດ.

kpl.gov.la

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.