ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ, ການ​ທ່ອງ​ທ່ຽວ​ລະ​ຫວ່າງ ຫວຽດ​ນາມ ແລະ ຮົ່ງ​ກົງ (ຈີນ)

14:47 | 07/05/2021

ຍ​ສ​ໝ - ທີ່​ການ​ຕ້ອນ​ຮັບ, ທ່ານຕວງ​ເນີຍ​ຈຸຍ ຮັກ​ສາ​ການຫົວ​ໜ້າ​ຫ້ອງ​ການ​ດັ່ງ​ກ່າວ​ໄດ້​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ຮູບ​ແບບ “ໜຶ່ງ​ປະ​ເທດ, ສອງ​ລະ​ບົບ” ຂອງ​ຈີນ, ສະ​ພາບ​ການ​ຜັນ​ຂະ​ຫຍາຍ ແລະ ປະ​ຕິ​ບັດ​ກົດ​ໝາ​ຍ​ວ່າ​ດ້ວຍ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ຢູ່ ຮົ່ງ​ກົງ, ແລະ ວິ​ວັດ​ການ​ບູ​ລະ​ນະ​ລະ​ບົບ​ເລືອ​ກ​ຕັ້ງ​ຢູ່​ເຂດ​ປົກ​ຄອງ​ພິ​ເສດ​ຮົ່ງ​ກົງ.

ຫວຽດ​ນາມ ມີ​ຄວາມ​ປາດ​ຖະ​ໜາ ຢາກ​ເພີ່​ມ​ທະ​ວີ​ການ​ຮ່ວມ​ມື​ກັບ ຊູ​ຣີ​ນາມ ແລະ ໂບ​ລີ​ວີ ໃນ​ທຸກ​ຂົງ​ເຂດ ຫວຽດ​ນາມ ມີ​ຄວາມ​ປາດ​ຖະ​ໜາ ຢາກ​ເພີ່​ມ​ທະ​ວີ​ການ​ຮ່ວມ​ມື​ກັບ ຊູ​ຣີ​ນາມ ແລະ ໂບ​ລີ​ວີ ໃນ​ທຸກ​ຂົງ​ເຂດ
ຊຸກ​ຍູ້​ກາ​ນ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ຍີ່​ປ​ຸ່ນ ຫຼາຍກວ່າ​ອີກ ຊຸກ​ຍູ້​ກາ​ນ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ຍີ່​ປ​ຸ່ນ ຫຼາຍກວ່າ​ອີກ
ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ, ການ​ທ່ອງ​ທ່ຽວ​ລະ​ຫວ່າງ ຫວຽດ​ນາມ ແລະ ຮົ່ງ​ກົງ (ຈີນ)
ທ່ານ ຕວງ​ເນີຍ​ຈຸຍ ​ຮັກ​ສາ​ການຫົວ​ໜ້າຫ້ອງ​ການແລະ ທ່ານ ຟ້າມ​ບິ່ງ​ດ່າມ​ຫົວ​ໜ້າ​ກົງ​ສູນ​ໃຫຍ່ ຫວຽດ​ນາມ ປະ​ຈຳ ຮົ່ງ​ກົງ ແລະ ມາ​ເກົາ

ຕອນ​ເຊົ້າ​ວັນ​ທີ 6 ພຶດ​ສະ​ພາ, ຢູ່​ສຳ​ນັກ​ງານ​ຫ້ອງວ່າ​ການ​ທູດ​ພິ​ເສດ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຈີນ ຢູ່​ເຂດ​ປົກ​ຄອງ​ພິ​ເສດ​ຮົ່ງ​ກົງ (ຈີນ), ທ່ານ ຕວງ​ເນີຍ​ຈຸຍ ​ຮັກ​ສາ​ສິດຫົວ​ໜ້າຫ້ອງ​ການ ໄດ້​ໃຫ້​ການ​ຕ້ອນ​ຮັບ ທ່ານ ຟ້າມ​ບິ່ງ​ດ່າມ ​ຫົວ​ໜ້າ​ກົງ​ສູນ​ໃຫຍ່ ຫວຽດ​ນາມ ປະ​ຈຳ ຮົ່ງ​ກົງ ແລະ ມາ​ເກົາ.

ທີ່​ການ​ຕ້ອນ​ຮັບ, ທ່ານຕວງ​ເນີຍ​ຈຸຍ ຮັກ​ສາ​ສິດ​ຫົວ​ໜ້າ​ຫ້ອງ​ການ​ດັ່ງ​ກ່າວ​ໄດ້​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ຮູບ​ແບບ “ໜຶ່ງ​ປະ​ເທດ, ສອງ​ລະ​ບົບ” ຂອງ​ຈີນ, ສະ​ພາບ​ການ​ຜັນ​ຂະ​ຫຍາຍ ແລະ ປະ​ຕິ​ບັດ​ກົດ​ໝາ​ຍ​ວ່າ​ດ້ວຍ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ຢູ່ ຮົ່ງ​ກົງ, ແລະ ວິ​ວັດ​ການ​ບູ​ລະ​ນະ​ລະ​ບົບ​ເລືອ​ກ​ຕັ້ງ​ຢູ່​ເຂດ​ປົກ​ຄອງ​ພິ​ເສດ​ຮົ່ງ​ກົງ.

ທ່ານ​ກໍ່​ເນັ້ນ​ໜັກ​ເຖິງ​ການສະ​ໜັບ​ສະ​ໜູນ​ຂອງ​ອຳ​ນາດ​ການ​ປົກ​ຄອງ​ຈີນ ຕໍ່​ການ​ພັດ​ທະ​ນາ​ຂອງ​ຮົ່ງ​ກົງ ໃນ​ຖາ​ນະ​ເປັນ​ນະ​ຄອນ​ສາ​ກົນ, ສູນ​ການ​ການ​ຄ້າ ແລະ ສູນ​ການ​ເຕັກ​ໂນ​ໂລ​ຢີ​ປະ​ດິດ​ຄິດ​ສ້າງ. ສິ່ງນີ້​ໄດ້​ຢັ້ງ​ຢືນ​ຢູ່​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ ໄລ​ຍະ 5 ປີ ຄັ້ງ​ທີ 14 (ໄລ​ຍະ 2021 - 2025) ແລະ ວິ​ໄສ​ທັດ​ຮອດ​ປີ 2035 ທີ່​ໄດ້​ຮັ​ບ​ຮອງ​ເອົາ​ຢູ່ກອງ​ປະ​ຊຸມ​ສະ​ພາ​ແຫ່ງ​ຊາດ​ຂອງ​ຈີນ​ໃນ​ໄລ​ຍະ​ທີ່​ຜ່ານ​ມາ.

ສ່ວນ​ທ່ານ ຟ້າມ​ບິ່ງ​ດ່າມ ​ໄດ້​ສະ​ແດງ​ຄວາມ​ເປັນ​ກຽດ​ເມື່ອ​ໄດ້​ຮັບ​ໜ້າ​ທີ່​ດຳ​ລົງ​ຕຳ​ແໜ່ງ​ເປັນ​ກົງ​ສູນ​ໃຫຍ່ ຫວຽດ​ນາມ ຢູ່​ພື້​ນ​ຖານ​ເສດ​ຖະ​ກິດ​ທີ່​ພັດ​ທະ​ນາ​ຄື​ຮົ່ງ​ກົງ. ທ່ານກ​ໍ່​ໄດ້​ສົ່ງ​ຄຳ​ຢື້​ຢາມ​ຖາມ​ຂ່າວ​ຂອງ​ການ​ນຳ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ໄປ​ຍັງ​ການ​ນຳ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຈີນ ແລະ ຢັ້ງ​ຢື​ນ​ວ່າ ທັດ​ສະ​ນະ​ສະ​ເໝີ​ຕົ້ນ​ສະ​ເໜີ​ປາຍ​ຂອງ ຫວຽດ​ນາມ ແມ່ນ​ຍາ​ມ​ໃດ​ກໍ່​ຄື​ເປັນ​ສຳ​ຄັນ ແລະ ສະ​ໜັບ​ສະ​ໜູນ​ນະ​ໂຍ​ບາຍ​ໜຶ່ງ​ປະ​ເທດ ສອງ​ລະ​ບົບ​ຂອງ​ຈີນ, ກົດ​ໝາຍ​ພື້ນ​ຖານ​ຂອງ​ຮົ່ງ​ກົງ ແລະ ບັນ​ດາ​ຂ​ໍ້​ກຳ​ນົດ​ທີ່​ກ່ຽວ​ຂ້ອງ. ຜູ້​ຕາງ​ໜ້າ​ກົງ​ສູນ​ໃຫຍ່ ຫວຽດ​ນາມ ປະ​ຈຳ ຮົ່ງ​ກົງ ແລະ ມາ​ເກົາ​ກໍ່​ໄດ້​ອວຍ​ພອນ​ຈີນ ເມື່ອ​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ຄວບ​ຄຸມ​ໂລກ​ລະ​ບາດ​ໂຄວິດ - 19, ຟື້ນ​ຟູ​ເສດ​ຖະ​ກິດ​ຢ່າງ​ແຮງ ແລະ ກາຍ​ເປັ​ນ​ຜູ້​ນຳ​ໜ້າ​ໃນ​ການ​ເຕີບ​ໂຕ​ຂອງ​ໂລກ​ໃນ​ໄລ​ຍະຫຼັງ​ໂລກ​ລະ​ບາດ​ໂຄວິດ - 19.

ໃນ​ຖາ​ນະ​ເປັນ​ຜູ້​ຕາງ​ໜ້າ ຫວຽດ​ນາມ ປະ​ຈຳ ຮົ່ງ​ກົ່ງ, ທ່ານ ກໍ່​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ມາ​ນະ​ພະ​ຍາ​ຍາມ​ຈົດ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ ເພື່ອ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ, ການ​ທ່ອງ​ທ່ຽວ ກ​ໍ່​ຄື​ໃນ​ທຸກ​ດ້ານ​ຂອງ​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ແລະ ຮົ່ງ​ກົງ.

ຫວຽດ​ນາມ ມີ​ຄວາມ​ປາດ​ຖະ​ໜາ ຢາກ​ເພີ່​ມ​ທະ​ວີ​ການ​ຮ່ວມ​ມື​ກັບ ຊູ​ຣີ​ນາມ ແລະ ໂບ​ລີ​ວີ ໃນ​ທຸກ​ຂົງ​ເຂດ ຫວຽດ​ນາມ ມີ​ຄວາມ​ປາດ​ຖະ​ໜາ ຢາກ​ເພີ່​ມ​ທະ​ວີ​ການ​ຮ່ວມ​ມື​ກັບ ຊູ​ຣີ​ນາມ ແລະ ໂບ​ລີ​ວີ ໃນ​ທຸກ​ຂົງ​ເຂດ

ຍ​ສ​ໝ - ທີ່​ການ​ເຮັດ​ວຽກ​ສອງ​ຝ່າຍ​ໄດ້​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ​ ກ່ຽວ​ກັບ​ສະ​ພາບ​ການ​ທີ່​ສັບ​ສົນ ແລະ ຜົນ​ສະ​ທ້ອນ​ຂອງ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່​ບັນ​ດາ​ປະ​ເທດ ກໍ່​ຄື​ບັນ​ດາ​ມາດ​ຕະ​ການ​ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ຮ່ວມ​ມື​ສອງ​ຝ່າຍ​ພາຍຫຼັງ​ໂລກ​ລະ​ບາດ​ໂຄວິດ - 19.

ຊຸກ​ຍູ້​ກາ​ນ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ຍີ່​ປ​ຸ່ນ ຫຼາຍກວ່າ​ອີກ ຊຸກ​ຍູ້​ກາ​ນ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ຍີ່​ປ​ຸ່ນ ຫຼາຍກວ່າ​ອີກ

ຍີ່ປຸ່ນ ຍາມໃດກໍຖືເປັນສຳຄັນ ແລະ ປາດຖະໜາຢາກຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດທີ່ເລິກເຊິ່ງກວ້າງຂວາງກັບ ຫວຽດນາມ; ຕີລາຄາສູງທີ່ຕັ້ງບົດບາດຂອງ ຫວຽດນາມຢູ່ພາກພື້ນ ແລະ ສາກົນ ແລະ ຈະສືບຕໍ່ຮ່ວມມື, ໜູນຊ່ວຍ ຫວຽດນາມ ໃນວິວັດການພັດທະນາ.

ການ​ເຄື່ອນ​ໄຫວ​ການ​ທູດ​ປະ​ຊາ​ຊົນ ແມ່ນ​ສຳ​ຄັນ​ທີ່​ສຸດ​ໃນ​ການ​ພັດ​ທະ​ນາ​ການ​ພົວ​ພັນ ຫວຽດ​ນາມ - ລັດ​ເຊຍ ການ​ເຄື່ອນ​ໄຫວ​ການ​ທູດ​ປະ​ຊາ​ຊົນ ແມ່ນ​ສຳ​ຄັນ​ທີ່​ສຸດ​ໃນ​ການ​ພັດ​ທະ​ນາ​ການ​ພົວ​ພັນ ຫວຽດ​ນາມ - ລັດ​ເຊຍ

ຍ​ສ​ໝ - ທີ່​ການ​ເຮັດ​ວຽກ, ທ່ານຈິ້ງກວັກ​ແຄ໊ງ ກ​ໍ່​ໄດ້​ແນະ​ນຳ​ກ່ຽວ​ກັບ​ທ່ານ ດັ່ງ​ມິງ​ຄອຍ​ ບັນ​ດາ​ຄວາມ​ສະ​ດວກ ກໍ່​ຄື​ຄວາມ​ທຸກ​ຍາກ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ສະ​ມາ​ຄົມ ແລະ ຄູ່​ຮ່ວມ​ມື​ແມ່ນ ສະ​ມາ​ຄົມ​ມິດ​ຕະ​ພາບ ລັດ​ເຊຍ - ຫວຽດ​ນາມ.

ບຸນ​ຄົງ

ທ່ານອາດຈະມັກ

302 Found

Found

The document has moved here.