ເທື່​ອ​ທຽນ​ເຫ້ວ, ເງະ​ອານ ບົ​ງ​ອັດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ຢູ່ ​ລາວ

10:40 | 07/05/2021

ຍ​ສ​ໝ - ວຽກ​ງານ​ຄົ້ນ​ຫາ, ທ້ອນ​ໂຮມ​ອັດ​ຖິ​ບັນ​ດາ​ນັກຮົບເສຍສະລະຊີວິດເພື່ອ ຊາດ ​ຢູ່​ປະ​ເທດ​ເພື່ອນ​ລາວ ກັບ​ຄືນ​ປະ​ເທດ ແມ່ນ​ແຜນ​ນະ​ໂຍ​ບາຍ​ໃຫຍ່​ຂອງ ພັກ ແລະ ລັດ​ ຫວຽດ​ນາມ, ທັງ​ຕອບ​ສະ​ໜອງ​ໄດ້​ຄວາ​ມ​ມຸ່ງ​ມາດ​ປາດ​ຖະ​ໜາ, ນ້ຳ​ໃຈ​ອັນ​ຍິ່ງ​ໃຫຍ່​ຂອງ​ແຕ່​ລະ​ຄອບ​ຄົວ​ພີ່​ນ້ອງ ແລະ ປະ​ຊາ​ຊົນ​ທົ່ວ​ປະ​ເທດ. ທັງ​ສະ​ແດງ​ໃຫ້​ເປັນ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່​ບັນ​ດາ​ວິ​ລະ​ຊົນ​ທີ່​ເສຍ​ສະຫຼະ​ຊີ​ວິດ ເພື່ອ​ຊາດ ໃນ​ການ​ຕໍ່​ສູ້ ແລະ ເສຍສະຫຼະ​ຊີ​ວິດ​ໃນ​ພາ​ລະ​ກິດ​ສ້າງ​ສາ, ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ ແລະ ປະ​ຕິ​ບັດ​ໜ້າ​ທີ່​ສາ​ກົນ​ອັນ​ສູງ​ສົ່ງ.

ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້ຜູ້​ແທນ​ຊາວ​​ເຜົ່າ​ສ່ວນ​ໜ້ອຍ​ເຂົ້າ​ຮ່ວມ​ສະ​ພາ​ແຫ່ງ​ຊາດ ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້ຜູ້​ແທນ​ຊາວ​​ເຜົ່າ​ສ່ວນ​ໜ້ອຍ​ເຂົ້າ​ຮ່ວມ​ສະ​ພາ​ແຫ່ງ​ຊາດ
ສະ​ຖານ​ທ​ູດ ຫວຽດ​ນາມມອບ​ຜ້າ​ອັດ​ປາກ ດັງ ແລະ ສະ​ບຽງ​ອາ​ຫານ​ໜູນ​ຊ່ວຍ​ນັກ​ສຶກ​ສາ ຫວຽດ​ນາມ ພວມ​ຮ່ຳ​ຮຽນ​ຢູ່ ລາວ ສະ​ຖານ​ທ​ູດ ຫວຽດ​ນາມມອບ​ຜ້າ​ອັດ​ປາກ ດັງ ແລະ ສະ​ບຽງ​ອາ​ຫານ​ໜູນ​ຊ່ວຍ​ນັກ​ສຶກ​ສາ ຫວຽດ​ນາມ ພວມ​ຮ່ຳ​ຮຽນ​ຢູ່ ລາວ
ເທື່​ອ​ທຽນ​ເຫ້ວ, ເງະ​ອານ ບົ​ງ​ອັດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ຢູ່ ​ລາວ
ການ​ນຳ​ກອງ​ບັນ​ຊາ​ການ​ທະ​ຫານ​ແຂວງ​ກ໋​ວາງ​ຈິ​ຖະ​ຫວາຍ​ທູບ​​ທຽນ​ຕໍ່​ບັນ​ດາ​ນັກ​ຮົບ​ທີ່​ເສຍສະຫຼະ​ຊີ​ວິດ ເພື່ອ​ຊາດ

ຫວ່າງ​ແລ້ວນີ້ ກອງ​ບັນ​ຊາ​ການ​ທະ​ຫານ​ແຂວງ​ເທື່ອ​ທຽນ​ເຫ້ວ ໃຫ້​ຮູ້​ວ່າ ຫາ​ກໍ່​ຈັດ​ຕັ້ງ​ພິ​ທີ​ຕ້ອນ​ຮັບ, ທະ​ຫວາຍ​ຖູບ​ທຽນ ໃຫ້ ອັດ​ຖິ​ທະ​ຫານ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ, ທະ​ຫານ​ອາ​ສາ​ສະ​ໝັກ ແລະ ນັກ​ຊ່ຽວ​ຊານ​ຫ​ວຽດ​ນາມ​ທີ່​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ຢູ່​ປະ​ເທດ ສາ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕ​ປະ​ຊາ​ຊົນ​ ລາວ 14 ຊຸດ ກັບ​ຄືນ​ປະ​ເທດ ແລະ ປົງ​ສົບ​ຢູ່​ສຸ​ສານນັກຮົບເສຍສະລະຊີວິດເພື່ອ ຊາດ​ນະ​ຄອນ​ເຫ້ວ.

ລະ​ດູ​ແລ້ງ​ປີ 2020 – 2021, ເຖິງວ່າ​ຖືກ​ຜົນ​ກະ​ທົບ​ຢ່າ​ງ​ຮ້າຍ​ແຮງ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19, ແຕ່ ພະ​ນັກ​ງານ, ນັກ​ຮົບ​ 30 ຄົນ​ຂອງກອງ 192, ກອງ​ບັນ​ຊາ​ການ​ທະ​ຫານ​ແຂວງ ເທື່ອ​ທຽນ​ເຫ້ວ ໄດ້​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ, ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ກັບ​ຄະ​ນະ​ພັກ​ທຸກ​ຂັ້ນ, ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ລາວ​ບັນ​ດາ​ເຜົ່າ, ຈັດ​ຕັ້ງ​ການ​ຊອກ​ຫາ, ທ້ອນ​ໂຮມ ອັດ​ຖິນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ, ທະ​ຫານ​ອາ​ສາ​ສະ​ໝັກ ແລະ ນັກ​ຊ່ຽວ​ຊານ​ຫວຽດ​ນາມ 14 ຊຸດທີ່​ເສຍ​ສະຫຼະ​ຊີ​ວິດ ເພື່ອ​ຊາດ ຢູ່​ລາວ​ກັບ​ຄືນ​ປະ​ເທດ. ໃນ​ນັ້ນ​ມີ 9 ຊຸດ​ໄດ້​ຊອກ​ເຫັນ​ໃນ​ບໍ​ລິ​ເວນ​ແຂວງ ສະ​ລະ​ວັນ ແລະ 5 ຊຸດ​ໄດ້​ຄົ້ນ​ຫາ​ຢູ່​ບໍ​ລິ​ເວນ​ແຂວງ​ເຊ​ກົງ.

ເທື່​ອ​ທຽນ​ເຫ້ວ, ເງະ​ອານ ບົ​ງ​ອັດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ຢູ່ ​ລາວ
​ຖະ​ຫວາຍ​ທູບ​ທຽນ

ວຽກ​ງານ​ຄົ້ນ​ຫາ, ທ້ອນ​ໂຮມ​ອັດ​ຖິ​ບັນ​ດາ​ນັກຮົບເສຍສະລະຊີວິດເພື່ອ ຊາດຢູ່​ປະ​ເທດ​ເພື່ອນ​ລາວ ກັບ​ຄືນ​ປະ​ເທດ ແມ່ນ​ແຜນ​ນະ​ໂຍ​ບາຍ​ໃຫຍ່​ຂອງ ພັກ ແລະ ລັດ​ ຫວຽດ​ນາມ, ທັງ​ຕອບ​ສະ​ໜອງ​ໄດ້​ຄວາ​ມ​ມຸ່ງ​ມາດ​ປາດ​ຖະ​ໜາ, ນ້ຳ​ໃຈ​ອັນ​ຍິ່ງ​ໃຫຍ່​ຂອງ​ແຕ່​ລະ​ຄອບ​ຄົວ​ພີ່​ນ້ອງ ແລະ ປະ​ຊາ​ຊົນ​ທົ່ວ​ປະ​ເທດ. ທັງ​ສະ​ແດງ​ໃຫ້​ເປັນ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່​ບັນ​ດາ​ວິ​ລະ​ຊົນ​ທີ່​ເສຍ​ສະຫຼະ​ຊີ​ວິດ ເພື່ອ​ຊາດ ໃນ​ການ​ຕໍ່​ສູ້ ແລະ ເສຍສະຫຼະ​ຊີ​ວິດ​ໃນ​ພາ​ລະ​ກິດ​ສ້າງ​ສາ, ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ ແລະ ປະ​ຕິ​ບັດ​ໜ້າ​ທີ່​ສາ​ກົນ​ອັນ​ສູງ​ສົ່ງ.

ກ່ອນ​ໜ້​າ​ນັ້ນ​ໃນ​ວັນ​ທີ 5 ພຶດ​ສະ​ພາ, ຢູ່​ສຸ​ສານ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ເສັ້​ນ​ທາງ​ເລກ 9, ຄະ​ນະ​ພັກ​ແຂວງ, ສະ​ພາ​ປະ​ຊາ​ຊົນ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ, ຄະ​ນະ​ກຳ​ມະ​ການ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ແຂວງ​ກ໋​ວາງ​ຈິ ໄດ້​ຈັດ​ຕັ້ງ​ພິ​ທີ​ຕ້ອນ​ຮັບ​ຢາງ​ສົມ​ກຽດ ແລະ ບົງ​​ອັດ​ຖິ​ທະ​ຫານ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ.

ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ຢູ່​ດ່ານ​ຊາຍ​ແດນ​ສາ​ກົນ ນ້ຳ​ກັ້ນ ໄດ້​ດຳ​ເນີນ​ພິ​ທີ​ມອບ​ຮັບ ອັດ​ຖຸ​ນັບ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ, ທະ​ຫານ​ອາ​ສາ​ສະ​ໝັກ ແລະ ນັກ​ຊ່ຽວ​ຊານ ຫວຽດ​ນາມ ທີ່​ເສຍ​ສະຫຼະ​ຊີ​ວິດ​ຢູ່​ລາວ​ກັບ​ຄືນ​ປະ​ເທດ​ຊາດ.

ດ້ວຍ​ຄວາມ​ມາ​ນະ​ພະ​ຍາ​ຍາມ, ກອງ​ທ້ອນ​ໂຮມ​ອັດ​ຖິ, ກອງ​ບັນ​ຊາ​ການ​ທະ​ຫານ​ແຂວງ​ເງະ​ອານ ໄດ້​ຊອກ​ຫາ, ທ້ອນ​ໂຮມ​ໄດ້​ອັດ​ຖິ 95 ຊຸດ.

ສະ​ຖານ​ທູດ ຫ​ວຽດ​ນາມ​ປະ​ຈຳ ລາວ ອວຍ​ພອນ​ບຸນ​ເຕັດ​ໃຫ້​ແກ່​ບັນ​ດາ​ນັກ​ຮົບ​ທີ່​ພວມ​ປະ​ຕິ​ບັດ​ໜ້າ​ທີ່​ຢູ່​ລາວ ສະ​ຖານ​ທູດ ຫ​ວຽດ​ນາມ​ປະ​ຈຳ ລາວ ອວຍ​ພອນ​ບຸນ​ເຕັດ​ໃຫ້​ແກ່​ບັນ​ດາ​ນັກ​ຮົບ​ທີ່​ພວມ​ປະ​ຕິ​ບັດ​ໜ້າ​ທີ່​ຢູ່​ລາວ

ຍ​ສ​ໝ - ຫໍ​ສະ​ພາ​ແຫ່​ງ​ຊາດ​ລາວຫຼັງ​ໃໝ່​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ສັນ​ຍາ​ລັກ​ທີ່​ມີ​ຄວາມ​ໝາຍຫຼາຍ​ຢ່າງ​ຂອງ​ການ​ພົວ​ພັນ​ມິດ​ຕະ​ພາ​ບ​ທີ່​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ລະ​ຫວ່າງ ຫວຽດ​ນາມ ແລະ ລາວ. ໂຄງ​ການ​ແມ່ນ​ຂອງ​ຂວັນ​ຂອງ​ພັກ, ລັດ ແລະ ປະ​ຊາ​ຊົນ​ຫວຽດ​ນາມ ມອບ​ໃຫ້​ພັກ, ລັດ ແລະ ປະ​ຊາ​ຊົນ​ລາວ, ເນື່ອງ​ໃນ​ໂອ​ກາດ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ​ໄປ​ຢ້ຽມ​ຢາມ​ລາວ ຢ່າງ​ເປັນ​ທາງ​ການ.

ລົງ​ນາມ​ການ​ຮ່ວມ​ມື​ລະ​ຫວ່າງ ​ຫວຽດ​ນາມ ກັບ ກຳ​ປູ​ເຈຍ ກ່ຽວ​ກັບ​ການຊອກ​ຫາ​ອັດ​ຖິ​ທະ​ຫານ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ, ນັກ​ຮົບ​ອາ​ສາ​ສະ​ໝັກ ແລະ ນັກ​ຊ່ຽວ​ຊາ ລົງ​ນາມ​ການ​ຮ່ວມ​ມື​ລະ​ຫວ່າງ ​ຫວຽດ​ນາມ ກັບ ກຳ​ປູ​ເຈຍ ກ່ຽວ​ກັບ​ການຊອກ​ຫາ​ອັດ​ຖິ​ທະ​ຫານ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ, ນັກ​ຮົບ​ອາ​ສາ​ສະ​ໝັກ ແລະ ນັກ​ຊ່ຽວ​ຊາ

ຍ​ສ​ໝ - ທ່ານ​ພັນ​ເອກ ດ່າມ​ກຽນ​ທຶ໊ກ, ຜູ້​ບັນ​ຊາ​ການ​ກອງ​ບັນ​ຊາ​ການ​ທະ​ຫານ, ຮອງ​ຫົວ​ໜ້າ​ຄະ​ນະ​ປະ​ຈຳ​ຄະ​ນະ​ສະ​ເພາະ​ກິດ​ແຂວງ ກຽນ​ຢາງ​ໃຫ້​ຮູ້​ວ່າ: ນັບ​ແຕ່​ເວ​ລາ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ​ລະ​ຫວ່າງ ສອງ​ລັດ​ຖະ​ບານ ປະ​ເທດ ສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ​ຫວຽດ​ນາມ ແລະ ລັດ​ຖະ​ບານລາ​ຊະ​ອາ​ນາ​ຈັກ​ກຳ​ປູ​ເຈຍ ໄດ້​ລົງ​ນາມ​ໃນ​ວັນ​ທີ 28 ສິງ​ຫາ 2020 ຢູ່​ນະ​ຄອນຫຼວງ Phnom Penh, ລາ​ຊະ​ອາ​ນາ​ຈັກ​ກຳ​ປູ​ເຈຍ ມາ​ຮອດ​ປັດ​ຈຸ​ບັນ, ກອງ K92, ກອງ​ບັນ​ຊາ​ການ​ທະ​ຫານ ...

ພັກ ແລະ ລັດ ຍາມ​ໃດ​ກ​ໍ່ຈົດຈຳບຸນຄຸນຂອງ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ, ທະ​ຫານ​ເສຍ​ອົງ​ຄະ ພັກ ແລະ ລັດ ຍາມ​ໃດ​ກ​ໍ່ຈົດຈຳບຸນຄຸນຂອງ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ, ທະ​ຫານ​ເສຍ​ອົງ​ຄະ

​ຍ​ສ​ໝ - ທ່ານ​ນາງ ດັ້ງ​ທິ​ງອກ​ທິ້ງ ຮອງ​ປະ​ທານ​ປະ​ເທດ ໄດ້​ມາ​ໄວ້​ອາ​ໄລ, ຖະ​ຫວາຍ​ທູບ​ທຽນ​ຢູ່​ສຸ​ສານ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ແຂວງ​ລາຍ​ເຈົາ.

​ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.