ທ່ານລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໂອ້ລົມທາງໂທລະສັບກັບລັດຖະມົນຕີກະຊວງປ້ອງກັນປະເທດການາດາ

12:26 | 08/05/2021

ຍສໝ - ໃນການໂອ້ລົມທາງໂທລະສັບ, ທ່ານພົນໂທ ຟານວັນຢາງ ໄດ້ຕີລາຄາສູງບົດບາດຂອງການາດາໃນໂລກ ແລະ ພາກພື້ນ, ປາດຖະໜາວ່າ ຢາກເພີ່ມທະວີການພົວພັນກັບການາດາ ບົນພື້ນຖານຄວາມສະເໝີພາບ ແລະ ມີຜົນປະໂຫຍດລວມ.

ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ຈັດຕັ້ງກອງປະຊຸມມອບ-ຮັບໜ້າທີ່ລັດຖະມົນຕີກະຊວງປ້ອງກັນປະເທດ ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ຈັດຕັ້ງກອງປະຊຸມມອບ-ຮັບໜ້າທີ່ລັດຖະມົນຕີກະຊວງປ້ອງກັນປະເທດ
ກະຊວງປ້ອງກັນປະເທດຫວຽດນາມ ໄດ້ສົມທົບກັບຄະນະພັກແຂວງກວ໋າງຈິ ຈັດຕັ້ງກອງປະຊຸມຂ່າວແນະນໍາກອງປະຊຸມສໍາມະນາວິທະຍາສາດກ່ຽວກັບ “ໄຊຊະນະຢູ່ທາງເລກ 9 - ພາກໃຕ້ລາວ” ກະຊວງປ້ອງກັນປະເທດຫວຽດນາມ ໄດ້ສົມທົບກັບຄະນະພັກແຂວງກວ໋າງຈິ ຈັດຕັ້ງກອງປະຊຸມຂ່າວແນະນໍາກອງປະຊຸມສໍາມະນາວິທະຍາສາດກ່ຽວກັບ “ໄຊຊະນະຢູ່ທາງເລກ 9 - ພາກໃຕ້ລາວ”

ຕອນເຊົ້າວັນທີ 6 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານພົນໂທ ຟານວັນຢາງ - ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ມີການໂອ້ລົມກັບທ່ານ Harjit Singh Sajjan - ລັດຖະມົນຕີກະຊວງປ້ອງກັນປະເທດການາດາ.

ໃນການໂອ້ລົມທາງໂທລະສັບ, ລັດຖະມົນຕີກະຊວງປ້ອງກັນປະເທດທັງສອງທ່ານ ໄດ້ແລກປ່ຽນການຕີລາຄາ ກ່ຽວກັບການພັດທະນາຂອງການພົວພັນລະຫວ່າງຫວຽດນາມ ແລະ ການາດາໃນ 48 ປີທີ່ຜ່ານມາ, ນັບແຕ່ເວລາສອງປະເທດໄດ້ສ້າງຕັ້ງສາຍພົວພັນທາງການທູດໃນປີ 1973 ແລະ ສືບຕໍ່ພັດທະນາທີ່ດີໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ ແລະ ການສຶກສາ; ສອດຄ່ອງກັບ "ການພົວພັນຄູ່ຮ່ວມມືຮອບດ້ານ" ລະຫວ່າງສອງປະເທດ.

ການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ ໄດ້ປະກົດຜົນເປັນຈິງ, ສອງຝ່າຍໄດ້ປະຕິບັດບົດບັນທຶກຊ່ວຍຈຳ ກ່ຽວກັບການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ, ບັນລຸໝາກຜົນທີ່ຕັ້ງໜ້າໃນຂົງເຂດການຝຶກຊ້ອມ, ການຮັກສາສັນຕິພາບ ແລະ ຄວາມປອດໄພໃນທະເລ.

ທ່ານລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໂອ້ລົມທາງໂທລະສັບກັບລັດຖະມົນຕີກະຊວງປ້ອງກັນປະເທດການາດາ
ທ່ານ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ (ພາບ: tuoitre)

ທ່ານລັດຖະມົນຕີກະຊວງປ້ອງກັນປະເທດການາດາ Harjit Singh Sajjan ໄດ້ສະແດງຄວາມຊົມເຊີຍທ່ານພົນໂທ ຟານວັນຢາງ, ຕີລາຄາສູງບົດບາດຂອງຫວຽດນາມໃນອາຊຽນ, ບົດບາດຂອງອາຊຽນໃນການນຳ ແລະ ຊຸກຍູ້ການສ້າງຕັ້ງບັນດາກົນໄກຮ່ວມມືດ້ານຄວາມໝັ້ນຄົງຫຼາຍຝ່າຍໃນພາກພື້ນ, ໂດຍສະເພາະແມ່ນກົນໄກຮ່ວມມືດ້ານການປ້ອງກັນປະເທດ ກັບບັນດາປະເທດຄູ່ຮ່ວມມື, ເຊັ່ນກອງປະຊຸມ ADMM +.

ທ່ານ Harjit Singh Sajjan ໄດ້ປາດຖະໜາຢາກໃຫ້ກະຊວງປ້ອງກັນປະເທດຫວຽດນາມ ສະໜັບສະໜູນເປັນຂົວເຊື່ອມຕໍ່ເຂົ້າຮ່ວມກົນໄກຮ່ວມມື ADMM +. ຄຽງຂ້າງນັ້ນ, ທ່ານ Harjit Singh Sajjan ກໍ່ສະແດງຄວາມຕີລາຄາສູງລັດຖະບານ ແລະ ກອງທັບປະຊາຊົນຫວຽດນາມ ໃນການປະຕິບັດບັນດາມາດຕະການຢ່າງມີປະສິດທິຜົນ ໃນການປ້ອງກັນ ແລະ ຄວບຄຸມການລະບາດຂອງ COVID-19.

ສ່ວນທ່ານພົນໂທ ຟານວັນຢາງ ກໍ່ຕີລາຄາສູງບົດບາດຂອງການາດາໃນໂລກ ແລະ ພາກພື້ນ, ປາດຖະໜາວ່າ ຢາກເພີ່ມທະວີການພົວພັນກັບການາດາ ບົນພື້ນຖານຄວາມສະເໝີພາບ ແລະ ມີຜົນປະໂຫຍດລວມ.

ລັດຖະມົນຕີທັງສອງໄດ້ເຫັນດີໃນໄລຍະຈະມາເຖິງ, ສືບຕໍ່ປະຕິບັດການຮ່ວມມືໃນບັນດາຂົງເຂດທີ່ມີຢູ່, ສອດຄ່ອງກັບບົດບັນທຶກຊ່ວຍຈຳຂອງສອງຝ່າຍ, ສຸມໃສ່ເຂົ້າໃນບັນດາຂົງເຂດແລກປ່ຽນຄະນະຜູ້ແທນ, ການປຶກສາຫາລື ແລະ ການຝຶກອົບຮົມ, ອຸດສາຫະກຳປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ຄວາມໝັ້ນຄົງທາງທະເລ; ຄົ້ນຄ້ວາຄວາມເປັນໄປໄດ້ຂອງການຮ່ວມມືທາງການແພດຂອງທະຫານ ໃນການປ້ອງກັນ ແລະ ຄວບຄຸມການລະບາດຂອງ COVID-19.

ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ຈັດຕັ້ງກອງປະຊຸມມອບ-ຮັບໜ້າທີ່ລັດຖະມົນຕີກະຊວງປ້ອງກັນປະເທດ ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ຈັດຕັ້ງກອງປະຊຸມມອບ-ຮັບໜ້າທີ່ລັດຖະມົນຕີກະຊວງປ້ອງກັນປະເທດ

ໂດຍປະຕິບັດຕາມມະຕິຂອງສະພາແຫ່ງຊາດ ແລະຂໍ້ຕົກລົງຂອງປະທານປະເທດກ່ຽວກັບການພົ້ນຕຳແໜ່ງ, ແຕ່ງຕັ້ງລັດຖະມົນຕີກະຊວງປ້ອງກັນປະເທດ, ຕອນບ່າຍວັນທີ 9 ເມສາ, ຢູ່ຮ່າໂນ້ຍ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ໄດ້ຈັດຕັ້ງກອງປະຊຸມມອບ-ຮັບໜ້າທີ່ລັດຖະມົນຕີກະຊວງປ້ອງກັນປະເທດລະຫວ່າງທ່ານພົນເອກ ໂງຊວນລິກ, ຮອງເລຂາຄະນະພັກການທະຫານສູນກາງ, ອະດີດກຳມະການກົມການເມືອງ, ອະດີດລັດຖະມົນຕີກະຊວງປ້ອງກັນປະເທດ ແລະທ່ານພົນໂທ ຟານວັນຢາງ, ກຳມະການກົມການເມືອງ, ກໍາມະການປະຈໍາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ.

ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຈັດຕັ້ງພິທີມອບຂໍ້ຕົກລົງໃຫ້ນາຍທະຫານຫວຽດນາມ ໄປປະຕິບັດໜ້າທີ່ຢູ່ສຳນັກງານ ສປຊ ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຈັດຕັ້ງພິທີມອບຂໍ້ຕົກລົງໃຫ້ນາຍທະຫານຫວຽດນາມ ໄປປະຕິບັດໜ້າທີ່ຢູ່ສຳນັກງານ ສປຊ

ຍສໝ - ໂດຍໄດ້ຮັບການມອບສິດຈາກປະທານປະເທດ, ທ່ານ ພົນໂທ ຫງວຽນຈີວີ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ມອບຂໍ້ຕົກລົງໃຫ້ແກ່ ທ່ານພັນຕີ ເຈິ່ນດຶກເຫືອງ, ກົມຮັກສາສັນຕິພາບ ຫວຽດນາມ ໄປປະຕິບັດໜ້າທີ່ ເປັນນາຍທະຫານເສນາທິການ ແຜນການຂຶ້ນກັບພະແນກແຜນການການທະຫານ, ຫ້ອງການບັນດາບັນຫາການທະຫານ, ກົມເຄື່ອນໄຫວຮັກສາສັນຕິພາບ ຢູ່ ສຳນັກງານ ສປຊ ຢູ່ ນິວຢອກ, ອາເມລິກາ.

ພິທີສົ່ງນາຍທະຫານໂຮງໝໍກາງສະໜາມຂັ້ນ 2 ເລກ 3 ໄປປະຕິບັດໜ້າທີ່ສາກົນ ພິທີສົ່ງນາຍທະຫານໂຮງໝໍກາງສະໜາມຂັ້ນ 2 ເລກ 3 ໄປປະຕິບັດໜ້າທີ່ສາກົນ

ຍສໝ - ໃນຕະຫຼອດໄລຍະການຝຶກແອບ, ເຖິງວ່າພະຍາດໂຄວິດ-19 ມີການຜັນແປຢ່າງສັບສົນກໍ່ຕາມ, ແຕ່ດ້ວຍຄວາມຕັດສິນໃຈສູງ, ກົມຮັກສາສັນຕິພາບຫວຽດນາມ ໄດ້ສົມທົບກັບບັນດາອົງການທີ່ກ່ຽວຂ້ອງຈັດຕັ້ງການຝຶກແອບດ້ານວິຊາສະເພາະທາງດ້ານການແພດທະຫານ ແລະໜ້າທີ່ຮັກສາສັນຕິພາບສະຫະປະຊາຊາດໃຫ້ໂຮງໝໍກາງສະໜາມຂັ້ນ 2 ເລກ 3.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.