ກູບາຖືເປັນສຳຄັນ ແລະ ຂອບໃຈນ້ຳໃຈສາມັກຄີ, ການໜຼນຊ່ວຍອັນລ້ຳຄ່າ ຂອງ ຫວຽດນາມ

14:34 | 09/05/2021

ຍ​ສ​ໝ - ທ່ານລັດຖະມົນຕີການ​ຕ່າງ​ປະ​ເທດ Bruno Rodriguez Parrilla ໄດ້​ສະ​ແດງ​ຄວາມຊົມເຊຍ​ຕໍ່​ທ່ານລັດຖະມົນຕີການຕ່າງປະເທດ ຫວຽດ​ນາມ ບຸນ​ແທັງ​ເຊີນ; ທ່ານ​ກໍ່ສະແດງຄວາມຂອບອົກຂອບໃຈແລະຖ​ື​ເປັນ​ສຳ​ຄັນນ້ຳ​ໃຈ​ສາ​ມັກ​ຄີ, ການ​ໜູນ​ຊ່ວຍ​ອັນ​ລ້ຳ​ຄ່າ​ຂອງ ຫວຽ,ນາມ ທີ່ສະ​ຫງວຽນ​ໃຫ້​ແກ່​ກູບາໃນໄລຍະທີ່ຜ່ານມາ, ໄດ້ຕີລາຄາສູງບົດບາດຂອງ ຫວຽດນາມ ໃນຖານະເປັນປະທານໝູນວຽນຂອງສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ (ເດືອນມັງກອນ 2020 ແລະ ເດືອນເມສາ 2021).

ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ, ການ​ທ່ອງ​ທ່ຽວ​ລະ​ຫວ່າງ ຫວຽດ​ນາມ ແລະ ຮົ່ງ​ກົງ (ຈີນ) ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ, ການ​ທ່ອງ​ທ່ຽວ​ລະ​ຫວ່າງ ຫວຽດ​ນາມ ແລະ ຮົ່ງ​ກົງ (ຈີນ)
ຫວຽດ​ນາມ ມີ​ຄວາມ​ປາດ​ຖະ​ໜາ ຢາກ​ເພີ່​ມ​ທະ​ວີ​ການ​ຮ່ວມ​ມື​ກັບ ຊູ​ຣີ​ນາມ ແລະ ໂບ​ລີ​ວີ ໃນ​ທຸກ​ຂົງ​ເຂດ ຫວຽດ​ນາມ ມີ​ຄວາມ​ປາດ​ຖະ​ໜາ ຢາກ​ເພີ່​ມ​ທະ​ວີ​ການ​ຮ່ວມ​ມື​ກັບ ຊູ​ຣີ​ນາມ ແລະ ໂບ​ລີ​ວີ ໃນ​ທຸກ​ຂົງ​ເຂດ
ກູບາຖືເປັນສຳຄັນ ແລະ ຂອບໃຈນ້ຳໃຈສາມັກຄີ, ການໜຼນຊ່ວຍອັນລ້ຳຄ່າ ຂອງ ຫວຽດນາມ
ການ​ໂອ້​ລົມ​ທາງ​ໂທ​ລະ​ສັບ ລະ​ຫວ່າງ ທ່ານລັດຖະມົນຕີການຕ່າງປະເທດ ຫວຽດ​ນາມ ບຸ່ຍແທງເຊີນ ໄດ້ມີ​ການໂອ້​ລົມ​ທາງໂທລະສັບກັບທ່ານລັດຖະມົນຕີການຕ່າງປະເທດ ກູບາ Bruno Rodriguez Parrilla (ພາບ: Baoquocte.vn)

ຕອນເຊົ້າວັນທີ 7 ພຶດສະພາ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດ​ນາມ ບຸ່ຍແທງເຊີນ ໄດ້ມີ​ການໂອ້​ລົມ​ທາງໂທລະສັບກັບທ່ານລັດຖະມົນຕີການຕ່າງປະເທດ ກູບາ Bruno Rodriguez Parrilla ເພື່ອປຶກສາຫາລືທິດທາງ ແລະ ມາດຕະການເພື່ອສືບຕໍ່ເພີ່ມທະວີສາຍພົວພັນມິດຕະພາບແບບພິເສດ, ການຮ່ວມມືຮອບດ້ານແລະຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ລະ​ຫວ່າງ ຫວຽດນາມ ແລະ ກູບາ.

ທີ່ການໂອ້ລົມທາງໂທລະສັບ, ທ່ານລັດຖະມົນຕີການ​ຕ່າງ​ປະ​ເທດ ບຸ່ຍແທງເຊີນ ໄດ້ສະ​ແດງ​ຄວາມຊົມເຊີຍຕໍ່ຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ 8 ຂອງພັກກອມມູນິດກູບາ (ແຕ່ວັນທີ 16-19 ​ເມ​ສາ 2021) ແລະ ສະ​ແດງ​ຄວາມຊົມເຊີຍຕໍ່ທ່ານ Comrade Bruno Rodriguez Parrilla ເມື່ອ​ໄດ້​ຮັບ​ການແຕ່ງຕັ້ງຄືນ​ໃໝ່​ຕຳ​ແໜ່ງກຳມະການກົມການເມືອງພັກກອມມູນິດ ກູບາ; ພ້ອມດຽວກັນນີ້, ທ່ານກໍ່ໄດ້ສະແດງຄວາມປາດຖະໜາຢາກໃຫ້ກະຊວງການຕ່າງປະເທດຫວຽດນາມ ສືບຕໍ່ສົມທົບກັບກະຊວງການຕ່າງປະເທດກູບາ ເພື່ອສືບຕໍ່ປັບ​ປຸງ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືສອງຝ່າຍ; ຢັ້ງຢືນຄ​ືນ​ໃໝ່ຫຼັກໝັ້ນສະເໝີຕົ້ນສະເໝີປາຍ ຂອງ ຫວຽດນາມ ແມ່ນ ສາມັກຄີກັບ ກູບາ ແລະ ການສະໜັບສະໜູນຢ່າງແຂງແຮງສຳລັບມະຕິຂອງສະມັດຊາໃຫຍ່ສະຫະປະຊາຊາດ ເພື່ອຮຽກຮ້ອງໃຫ້ຢຸດຕິນະໂຍບາຍປິດລ້ອມ ແລະ ຂວ​້ຳ​ບາດຕໍ່ກູບາ.

ທ່ານລັດຖະມົນຕີການ​ຕ່າງ​ປະ​ເທດ Bruno Rodriguez Parrilla ໄດ້​ສະ​ແດງ​ຄວາມຊົມເຊຍ​ຕໍ່​ທ່ານລັດຖະມົນຕີການຕ່າງປະເທດ ຫວຽດ​ນາມ ບຸນ​ແທັງ​ເຊີນ; ທ່ານ​ກໍ່ສະແດງຄວາມຂອບອົກຂອບໃຈ ແລະຖ​ື​ເປັນ​ສຳ​ຄັນນ້ຳ​ໃຈ​ສາ​ມັກ​ຄີ, ການ​ໜູນ​ຊ່ວຍ​ອັນ​ລ້ຳ​ຄ່າ​ຂອງ ຫວຽດນາມ ທີ່ສະ​ຫງວຽນ​ໃຫ້​ແກ່​ກູບາໃນໄລຍະທີ່ຜ່ານມາ, ໄດ້ຕີລາຄາສູງບົດບາດຂອງ ຫວຽດນາມ ໃນຖານະເປັນປະທານໝູນວຽນຂອງສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ (ເດືອນມັງກອນ 2020 ແລະ ເດືອນເມສາ 2021).

ລັດຖະມົນຕີຕ່າງປະເທດທັງສອງທ່ານໄດ້ເຫັນດີເປັນເອກະພາບປະສານສົມທົບກັນ​ຈັດ​ຕັ້ງປະຕິບັດບັນດາຄຳໝັ້ນສັນຍາຂອງການນຳຂັ້ນສູງຂອງສອງປະເທດ, ໃນນັ້ນມີໝາກຜົນຂອງການໂອ້ລົມທາງໂທລະສັບໃນວັນທີ 5 ພຶດສະພາ ລະຫວ່າງ ທ່ານເລຂາທິການໃຫຍ່ ຫວຽດ​ນາມ ຫງວຽນຝຸຈ້ອງ ແລະ ທ່ານເລຂາທິການຜູ້ທີໜຶ່ງ ຂອງ ພັກກອມມູນິດ ກູບາ Miguel Diaz-Canel; ສົ່ງເສີມການຢ້ຽມຢາມສອງຝ່າຍໃນລະດັບສູງເມື່ອມີເງື່ອນໄຂ. ໃນອະນາຄົດອັນໃກ້ນີ້, ສອງຝ່າຍຈະຮັກສາການຕິດຕໍ່ພົວພັນໃນທຸກລະດັບໂດຍຜ່ານຮູບແບບການໂອ້​ລ​ົມທາງໂທລະສັບ, ການໂອ້ລົມທາງອິນເຕີເນັດໃນສະພາບການລະບາດຂອງໂຄວິດ-19; ສົ່ງເສີມບັນດາກອບການຮ່ວມມືແລະກົ ນໄກຕ່າງໆເພື່ອຍົກສູງປະສິດທິຜົນຂອງການພົວພັນດ້ານເສດຖະກິດ - ການຄ້າ - ການລົງທຶນ; ຈັດຕັ້ງປະຕິບັດວາລະສອງຝ່າຍໃນປີ 2021, ເຊິ່ງເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ແລກປ່ຽນປະສົບການ ແລະປຶກສາຫາລືກ່ຽວກັບບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ປະສານງານຢ່າງໃກ້ຊິດແລະສະໜັບສະໜູນ ເຊິ່ງກັນ ແລະກັນໃນກຸ່ມອົງການຈັດຕັ້ງສາກົນ ແລະເວທີປາໄສຫຼາຍຝ່າຍເຊິ່ງສອງປະເທດເປັນສະມາຊິກ.

ຊຸກ​ຍູ້​ກາ​ນ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ຍີ່​ປ​ຸ່ນ ຫຼາຍກວ່າ​ອີກ ຊຸກ​ຍູ້​ກາ​ນ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ຍີ່​ປ​ຸ່ນ ຫຼາຍກວ່າ​ອີກ

ຍີ່ປຸ່ນ ຍາມໃດກໍຖືເປັນສຳຄັນ ແລະ ປາດຖະໜາຢາກຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດທີ່ເລິກເຊິ່ງກວ້າງຂວາງກັບ ຫວຽດນາມ; ຕີລາຄາສູງທີ່ຕັ້ງບົດບາດຂອງ ຫວຽດນາມຢູ່ພາກພື້ນ ແລະ ສາກົນ ແລະ ຈະສືບຕໍ່ຮ່ວມມື, ໜູນຊ່ວຍ ຫວຽດນາມ ໃນວິວັດການພັດທະນາ.

ສະຖານທູດ ຫວຽດນາມ ປະຈຳ ອົດສະຕາລີ ຍົກອອກ 3 ໜ້າທີ່ໜູນຊ່ວຍປະຊາຄົມຊາວ ຫວຽດນາມ ສະຖານທູດ ຫວຽດນາມ ປະຈຳ ອົດສະຕາລີ ຍົກອອກ 3 ໜ້າທີ່ໜູນຊ່ວຍປະຊາຄົມຊາວ ຫວຽດນາມ

ຍ​ສ​ໝ - ເຂົ້າ​ຮ່ວມກອງ​ປະ​ຊຸມ​ມີ​ທ່ານ ຫງວຽນ​ເຕິດ​ແທັງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ອົດ​ສະ​ຕາ​ລີ ພ້ອມ​ກັບ​ພະ​ນັກ​ງານ, ພາ​ລະ​ກອນ​ສະ​ຖາ​ນ​ທູດ ແລະ ບັນ​ດາ​ກົງ​ສູນ​ໃຫຍ່ ຫວຽດ​ນາມ ປະ​ຈຳ ອົດ​ສະ​ຕາ​ລີ, ບັນ​ດາ​ອົງ​ການ​ຕາງ​ໜ້າ ຫວຽດ​ນາມ ປະ​ຈຳ ອົດ​ສະ​ຕ​າ​ລີ, ຜູ້​ຕາງ​ໜ້າ​ສະ​ມາ​ຄົມ​ນັກ​ທຸ​ລະ​ກິດ, ພູມ​ປັນ​ຍາ ແລະ ນັກ​ສຶກ​ສາ ຫວຽດ​ນາມ ປະ​ຈຳ ...

ສະ​ຖານ​ທູດ ກາ​ນາ​ດາ​ມອບ​ເງິນ​ເປັນ​ຈຳ​ນວນ 5000 USD  ແລະ ເປີດ​ນຳ​ໃຊ້​ເສັ້ນ​ທາງ​ແຫ່ງ​ການ​ກຸ​ສົນ​ຢູ່ ແຄ໊ງ​ຮ່​ວາ ສະ​ຖານ​ທູດ ກາ​ນາ​ດາ​ມອບ​ເງິນ​ເປັນ​ຈຳ​ນວນ 5000 USD ແລະ ເປີດ​ນຳ​ໃຊ້​ເສັ້ນ​ທາງ​ແຫ່ງ​ການ​ກຸ​ສົນ​ຢູ່ ແຄ໊ງ​ຮ່​ວາ

ຍ​ສ​ໝ - ທ່ານ​ພັນ​ໂທ Loic Roy, ທູດ​ການ​ປ້ອງ​ກັນ​ຊາດ​ຂອງ​ສະ​ຖານ​ທູດ ກາ​ນາ​ດາ ປະ​ຈຳ ຫວຽດ​ນາມ ໃຫ້​ຮູ້​ວ່າ ບັນ​ດາ​ການ​ເຄື່ອນ​ໄຫວ​ທຳ​ການ​ກຸ​ສົນດ້​ວຍ​ຄວ​າມ​ສະ​ໝັກ​ໃຈ​ໃນ​ການ​ຢ້ຽມ​ຢາມ​ຄື​ຂອງ​ກຳ​ປັ່ນ​ທະ​ຫານ​ເຮືອ Regina ສະ​ແດງ​ໃຫ້​ເປັນ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ສາ​ມັກ​ຄີ, ຄວາມ​ມິດ​ຕະ​ພາບ​ລະ​ຫ​ວ່າງ​ສອງ​ປະ​ເທດ ຫວຽດ​ນາມ - ກາ​ນາ​ດາ. ປັດ​ຈຸ​ບັນ, ສອງ​ປະ​ເທດ ພວມ​ຮ່ວມ​ມື​ເປັນ​ຢ່າງ​ດີ​ໃນ​ຂົງ​ເຂດ​ປ້ອງ​ກັນ​ຊາດ.

​ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.