ຊາວໜຸ່ມ ລາຍເຈົາ start up ຈາກ​ຮູບ​ແບບ​ສະ​ຫະ​ກອນ

20:05 | 02/05/2021

ຈາກແຫຼ່ງທຶນບຸລິມະສິດພິເສດຂອງທະນາຄານນະໂຍບາຍສັງຄົມ ແລະ ແຫຼ່ງທຶນຈາກສູນກາງຄະນະຊາວໜຸ່ມ, ຊາວໜຸ່ມບັນດາເຜົ່າຢູ່ແຂວງ ລາຍເຈົາ ຂອງ ຫວຽດນາມ ໄດ້ກ້າກັ່ນ startup ດ້ວຍການສ້າງຕັ້ງສະຫະກອນ ເພື່ອພັດທະນາເສດຖະກິດ. ດ້ວຍການຂຸດຄົ້ນບັນດາຄວາມສາມາດບົ່ມຊ້ອນ ແລະ ທ່າແຮງຂອງທ້ອງຖິ່ນ, ບັນດາສະຫະກອນ ໂດຍຊາວໜຸ່ມເປັນເຈົ້າຂອງ ໄດ້ນຳມາເຊິ່ງປະສິດທິຜົນ ແລະ ສ້າງວຽກເຮັດງານທຳ ກໍຄືລາຍຮັບເປັນປົກກະຕິໃຫ້ແກ່ຊາວທ້ອງຖິ່ນ, ອັນໄດ້ປະກອບສ່ວນເຂົ້າໃນການສ້າງຊົນນະບົດໃໝ່.

ຄຸ້ມ​ຄອງ​ເຂດ​ຊາຍ​ແດນ, ສະ​ກັດ​ກັ້ນ​ການ​ເຂົ້າ​ເມືອງ ແບບ​ຜິດ​ກົດ​ໝາຍ ຢ່າງ​ເຂັ້ມ​ງວດ ຄຸ້ມ​ຄອງ​ເຂດ​ຊາຍ​ແດນ, ສະ​ກັດ​ກັ້ນ​ການ​ເຂົ້າ​ເມືອງ ແບບ​ຜິດ​ກົດ​ໝາຍ ຢ່າງ​ເຂັ້ມ​ງວດ
ສະ​ເຫຼີມ​ສະຫຼອງວັນ​ກຳ​ມະ​ກອນ​ສາ​ກົນຄົບ​ຮອບ 135 ປີ ແລະ ປຸກ​ລະ​ດົມ​ເດືອນ​ກຳ​ມະ​ກອນ ສະ​ເຫຼີມ​ສະຫຼອງວັນ​ກຳ​ມະ​ກອນ​ສາ​ກົນຄົບ​ຮອບ 135 ປີ ແລະ ປຸກ​ລະ​ດົມ​ເດືອນ​ກຳ​ມະ​ກອນ

ເອື້ອຍ ລໍ່ທິຢຸງໂດຍຮຽນຈົບຈາກໂຮງຮຽນກະສິກຳຊັ້ນກາງ, ຊາວເຜົ່າ ຜູ້ໄທ, ຢູ່ບ້ານ ເຖິມແຟ໊, ຕາແສງ ເມື່ອງກິມ, ເມືອງ ທານອວຽນ, ແຂວງ ລາຍເຈົາ ໄດ້ເຂົ້າຮ່ວມການເຄື່ອນໄຫວຂອງຄະນະຊາວໜຸ່ມ ຢູ່ທ້ອງຖິ່ນ. ໂດຍເຫັນໄດ້ທ່າແຮງຂອງອ່າງເກັບນ້ຳຂອງເຂື່ອນໃນບໍລິເວນທ້ອງຖິ່ນ, ເອື້ອຍ ຢຸງ ໄດ້ຂົນຂວາຍຊາວໜຸ່ມໃນບ້ານປະກອບທຶນ ແລະ ກູ້ຢືມທຶນເພີ່ມເຕີມຈາກສູນກາງຄະນະຊາວໜຸ່ມ ເພື່ອພັດທະນາຮູບແບບລ້ຽງປາກະຊັງ.

ຊາວໜຸ່ມ ລາຍເຈົາ start up ຈາກ​ຮູບ​ແບບ​ສະ​ຫະ​ກອນ
ຊາວໜຸ່ມ ເມື່ອ ທານອວຽນ ນຳໜ້າໃນການລ້ຽງປາກະຊັງຢູ່ອ່າງເກັບນ້ຳ

ໂດຍແມ່ນປະທານສະຫະກອນ ເຖິມແຟ໊, ເອື້ອຍ ລໍ່ທິຢຸງ ແບ່ງປັນວ່າ ຄວາມຫຍຸ້ງຍາກທີ່ສຸດໃນຕອນທຳອິດ ແມ່ນບັນຫາທຶນຮອນ ເພື່ອລົງທຶນທຳການຜະລິດ, ຫຼັງຈາກນັ້ນ ມີຊາວໜຸ່ມຫຼາຍຄົນໃນບ້ານ ບໍ່ເຊື່ອວ່າ ຈະສາມາດນຳໃຊ້ໜ້ານ້ຳໃນອ່າງເກັບນ້ຳຂອງເຂື່ອນເພື່ອລ້ຽງປາໄດ້. ພາຍຫຼັງລ້ຽງປາມາໄດ້ໜຶ່ງປີ, ກະຊັງປາທຳອິດ ກໍບັນລຸປະສິດທິຜົນ, ນັບແຕ່ນັ້ນມາ ການປຸກລະດົມຂົນຂວາຍຊາວໜຸ່ມ ຈຶ່ງງ່າຍຂຶ້ນ. ມາຮອດປັດຈຸບັນ, ສະຫະກອນກໍຂົນຂວາຍຊາວໜຸ່ມເຂົ້າຮ່ວມໄດ້ຫຼາຍກວ່າ 20 ຄົນ, ດ້ວຍການລ້ຽງປາກົດ, ປາໂຄດ ແລະ ປາໄນ ລວມທັງໝົດ 12 ກະຊັງ.

“ສະຫະກອນພວກຂ້າພະເຈົ້າ ໄດ້ຮັບການໜູນຊ່ວຍກູ້ຢືມທຶນຈາກສູນກາງຊາວໜຸ່ມ ແລະ ສ້ອມແປງເຮືອນ, ກະຊັງຄືນໃໝ່ເພື່ອຮັບໃຊ້ໃຫ້ແກ່ການລ້ຽງສິນໃນນ້ຳຂອງສະຫະກອນ. ສະຫະກອນພວກຂ້າພະເຈົ້າ ກໍປາດຖະໜາວ່າ ໃນຊຸມປີຈະມາເຖິງນີ້ ຈະໄດ້ຮັບຄວາມເອົາໃຈໃສ່ຈາກພັກ ແລະ ລັດ ສ້າງເງື່ອນໄຂໃຫ້ສະຫະກອນໄດ້ສຳຜັດກັບການກູ້ຢຶມແຫຼ່ງທຶນບຸລິມະສິດຕື່ມອີກ ເພື່ອຂະຫຍາຍຂອບຂະໜາດ. ສ້າງວຽກເຮັດງານທຳໃຫ້ແກ່ບັນດານັກສຶກສາທີ່ຫາກໍຮຽນຈົບແຕ່ຍັງວ່າງງານ ແລະ ສະຫະກອນໄດ້ພັດທະນາກວ່າອີກ.”

ຕາແສງ ຮົວນ່າ, ເມືອງ ທານອວຽນ, ແຂວງ ລາຍເຈົາ ແມ່ນທ້ອງຖິ່ນທີ່ມີທ່າໄດ້ປຽບດ້ານທີ່ດິນ ເປັນເງື່ອນໄຂທີ່ເໝາະສົມກັບການປູກຝັງ ແລະ ລ້ຽງສັດ. ຈາກຮູບແບບປູກສີດາໃນເບື້ອງຕົ້ນ, ມາຮອດປັດຈຸບັນ ຊາວໜຸ່ມພາຍໃນຕາແສງໄດ້ສ້າງຕັ້ງກວ່າ 20 ຮູບແບບພັດທະນາເສດຖະກິດ ເປັນຕົ້ນແມ່ນ ລ້ຽງປາ, ປູກສີດາ, ປູກໝາກສະຕໍເບີຣີ, ປູກຕົ້ນຢາສະໝູນໄພ ແລະ ລ້ຽງງົວຄວາຍເອົາພັນ… ສະຫະກອນ ຮົວນ່າ ກໍແມ່ນຮູບແບບເສດຖະກິດລວມໝູ່ທີ່ເປັນແບບຢ່າງຂອງແຂວງ ລາຍເຈົາ, ດ້ວຍຜະລິດຕະພັນ OCOP ທີ່ເປັນເອກະລັກ ແມ່ນ “ໝາກສີດາ ຮົວນາ”. ອ້າຍ ໂດະວັນຕວ໊ນ, ເລຂາຄະນະຊາວໜຸ່ມຕາແສງ ຮົວນ່າ, ເມືອງ ທານອວຽນ, ແບ່ງປັນວ່າ:

“ທາງສະຫະກອນກຳລັງຄຸ້ມຄອງເນື້ອທີ່ປູກສີດາ 6 ເຮັກຕາ, ເນື້ອທີ່ປູກສະຕໍເບີຣີ ປະມານ 5.000 ຕາແມັດ ແລະ ເນື້ອທີ່ປູກຕົ້ນຢາສະໝູນໄພ 5.000 ຕາແມັດ. ການເຄື່ອນໄຫວຂອງສະຫະກອນໃນໄລຍະຜ່ານມາ ໄດ້ສ້າງວຽກເຮັດງານທຳໃຫ້ແກ່ແຮງງານທ້ອງຖິ່ນແຕ່ 20 ຫາ 25 ຄົນ, ພິເສດແມ່ນບັນດາເພື່ອນໜຸ່ມ. ໃນໄລຍະຈະມາເຖິງ, ຄະນະຊາວໜຸ່ມຕາແສງ ກໍມີການກຳນົດທິດທາງຫຼາຍຢ່າງໃຫ້ແກ່ຊາວໜຸ່ມ, ຕົວຢ່າງຄື ມຸ່ງໄປເຖິງການພັດທະນາການທ່ອງທ່ຽວ ຊີວະພາບ ເພື່ອແນໃສ່ສ້າງສົ້ນອອກ ກໍຄືສ້າງເຄື່ອງໝາຍການຄ້າຂອງຜະລິດຕະພັນ”.

ເພື່ອຂຸດຄົ້ນຄວາມສາມາດບົ່ມຊ້ອນຂອງແຕ່ລະທ້ອງຖິ່ນໄດ້ຢ່າງສຸດຂີດ, ອຳນາດການປົກຄອງບັນດາຕາແສງໃນບໍລິເວນເມືອງ ທານອວຽນ, ແຂວງ ລາຍເຈົາ ໄດ້ກຳນົດທິດໃຫ້ຊາວໜຸ່ມ start up ພັດທະນາເສດຖະກິດ, ຕິດພັນກັບການສ້າງຊົນນະບົດໃໝ່. ເມື່ອຊາວໜຸ່ມສ້າງອາຊີບ, ອຳນາດການປົກຄອງລ້ວນແຕ່ເອື້ອອຳນວຍຄວາມສະດວກຢ່າງສຸດຂີດ ນັບທັງເລື່ອງທີ່ດິນ ແລະ ຊ່ວຍເຫຼືອໃຫ້ກູ້ຢືມທຶນ. ຈາກເນື້ອທີ່ດິນເປົ່າຫວ່າງ, ພູຫົວໂລ້ນ ແລະ ອ່າງເກັບນ້ຳຂອງເຂື່ອນທີ່ກວ້າງໃຫຍ່, ພ້ອມກັບການປະດິດຄິດສ້າງຂອງໄວໜຸ່ມ ກໍໄດ້ສ້າງຮູບແບບເສດຖະກິດນັບຮ້ອຍຮູບແບບທີ່ມີສິດທິຜົນ.

ຊາວໜຸ່ມ ລາຍເຈົາ start up ຈາກ​ຮູບ​ແບບ​ສະ​ຫະ​ກອນ
“ໝາກສີດາ ຮົວນາ” - ຜະລິດຕະພັນ OCOP ຂອງແຂວງ ລາຍເຈົາ

ອ້າຍ ໂດະແມ້ງຮວັນ, ຮອງເລຂາຄະນະຊາວໜຸ່ມ ເມືອງ ທານອວຽນ ໃຫ້ຮູ້ວ່າ: ຊາວໜຸ່ມສ້າງອາຊີບ ເຖິງວ່າມີປະສົບການໜ້ອຍ ແຕ່ມີຄວາມຈູບຈ້າວຫ້າວຫັນທີ່ສຸດ. ເຂົາເຈົ້າດຸໝັ່ນຮ່ຳຮຽນ ແລະ ກຽມພ້ອມທີ່ຈະລຸກຂຶ້ນເມືຶ່ອປະລາໄຊ ເພື່ອບັນລຸໄດ້ຜົນສຳເລັດ. ມາຮອດປັດຈຸບັນ, ຄະນະຊາວໜຸ່ມເມືອງ ທານອວຽນ ສ້າງຕັ້ງໄດ້ 7 ສະຫະກອນ, ອັນໄດ້ນຳມາເຊິ່ງວຽກເຮັດງານທຳໃຫ້ແກ່ແຮງງານຊາວເຜົ່າສ່ວນໜ້ອຍໃນທ້ອງຖິ່ນນັບຮ້ອຍຄົນ ແລະ ມີລາຍຮັບເປັນປົກກະຕິແຕ່ 5 ຫາ 10 ລ້ານດົ່ງ ຕໍ່ເດືອນຕໍ່ຄົນ.

“ໃນບັນດາການເຄື່ອນໄຫວຝຶກອົບຮົມກ່ຽວກັບການ start up ແລະ ການກໍ່ສ້າງອາຊີບຂັ້ນສູນກາງ ຫຼື ຂັ້ນແຂວງ, ພວກຂ້າພະເຈົ້າລ້ວນແຕ່ເລືອກເອົາສະມາຊິກຊາວໜຸ່ມ, ຊາວໜຸ່ມ ເຂົ້າຮ່ວມ ເພື່ອຍົກສູງກຳລັງຄວາມສາມາດກ່ຽວກັບການ start up ແລະ ການສ້າງອາຊີບ. ແຕ່ລະປີ, ຄະນະຊາວໜຸ່ມເມືອງ ລ້ວນແຕ່ຈັດຕັ້ງການໂອ້ລົມສົນທະນາທີ່ກ່ຽວຂອ້ງເຖິງການ start up ແລ້ວຂົນຂວາຍສະມາຊິກຊາວໜຸ່ມ, ຊາວໜຸ່ມຂອງບັນດາຕາແສງເຂົ້າຮ່ວມ. ບັນດາຮູບແບບພັດທະນາສ່ວນຫຼາຍແມ່ນສຸມໃສ່ຂະແໜງກະສິກຳ. ໃນໄລຍະຈະມາເຖິງ, ຄະນະຊາວໜຸ່ມເມືອງ ຈະສືບຕໍ່ຮ່ວມເດີນທາງ ພ້ອມກັບຊາວໜຸ່ມໃນການ start up ແລະ ສ້າງອາຊີບ ມຸ່ງໄປເຖິງການຈົດທະບຽນບັນດາຜະລິດຕະພັນ OCOP”.

ບັນດາຮູບແບບພັດທະນາເສດຖະກິດພາຍໃຕ້ຮູບການຮ່ວມສຳພັນບັນດາສະມາຊິກສະຫະກອນທີ່ເປັນຊາວໜຸ່ມ ຢູ່ເມືອງ ທານອວຽນ ໄດ້ນຳມາເຊິ່ງປະສິດທິຜົນທີ່ແທດຈິງ, ດ້ວຍບັນດາຜະລິດຕະພັນ OCOP ຖືເຄື່ອງໝາຍການຄ້າ “ສະຫະກອນຊາວໜຸ່ມ”. ບັນດາຜະລິດຕະພັນທີ່ໄດ້ຜະລິດອອກນັ້ນ ລ້ວນແຕ່ຮັບປະກັນຄຸນນະພາບ ແລະ ຫຼັກອະນາໄມຄວາມປອດໄພດ້ານສະບຽງອາຫານໃຫ້ແກ່ຜູ້ບໍລິໂພກ ແລະ ໄດ້ວາງຂາຍນັບມື້ນັບຫຼາຍຢູ່ຕະຫຼາດພາຍໃນ ແລະ ຕ່າງແຂວງ. ເຖິງຢ່າງໃດກໍຕາມ, ເພື່ອໃຫ້ບັນດາຮູບແບບເສດຖະກິດ ໂດຍຊາວໜຸ່ມເປັນເຈົ້າຂອງ ສາມາດພັດທະນາໄປໄກກວ່ານັ້ນ ກໍຕ້ອງໄດ້ຮັບບຸລິມະສິດດ້ານທຶນຮອນ ແລະ ລະບົບຮ່ວມສຳພັນ ລະຫວ່າງການຜະລິດ ແລະ ການຈຳໜ່າຍຜະລິດຕະພັນອີກດ້ວຍ.

ວັນ​ທີ 22 ເມ​ສາ, ຫວຽດ​ນາມ ມອບ​ອຸ​ປະ​ກອນ​ການ​ແພດ​ໜູນ​ຊ່ວຍການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ແກ່​ກຳ​ປູ​ເຈຍ ວັນ​ທີ 22 ເມ​ສາ, ຫວຽດ​ນາມ ມອບ​ອຸ​ປະ​ກອນ​ການ​ແພດ​ໜູນ​ຊ່ວຍການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ແກ່​ກຳ​ປູ​ເຈຍ

ຍ​ສ​ໝ - ໂດຍ​ໄດ້​ຮັບ​ການມອບ​ສິດ​ຈາກ​ການ​ນຳ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ, ທ່ານພົນ​ຈັດ​ຕະ​ວາ ຫງວຽນ​ຮຸ່ງ​ທັ້ງ, ຮອງ​ຫົວ​ໜ້າ, ເສ​ນາ​ທິ​ການ​ໃຫຍ່​ກົມ​ໃຫຍ່​ພະ​ລາ​ທິ​ການ​ເນັ້ນ​ໜັກ​ວ່າ ຫວຽດ​ນາມ ແລະ ກຳ​ປູ​ເຈຍ ແມ່ນ​ສອງ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ສະ​ໜິດ​ຕິດ​ພັນ, ມີ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີ​ງາມ.

ອີ​ຕາ​ລີ - ສະ​ຖານ​ທີ່​ຮ່ຳ​ຮຽນ​ນັບ​ມື້​ນັບ​ໄດ້​ຮັບ​ການ​ນິ​ຍົມ​ຈາກ​ນັກ​ສຶກ​ສາ​ຫວຽດ​ນາມ ອີ​ຕາ​ລີ - ສະ​ຖານ​ທີ່​ຮ່ຳ​ຮຽນ​ນັບ​ມື້​ນັບ​ໄດ້​ຮັບ​ການ​ນິ​ຍົມ​ຈາກ​ນັກ​ສຶກ​ສາ​ຫວຽດ​ນາມ

ຍ​ສໝ - ບັນ​ດາ​ກອງ​ປະ​ຊຸມ​ສຳ​ມະ​ນາ ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ນັກ​ຮຽນ​ຮູ້​ສອງ​ປະ​ເທດ, ໃນ​ນັ້ນ​ມີທ່ານ​ນາງ Maria Cristina Messa ລັດ​ຖະ​ມົນ​ຕີ​ກະ​ຊວງ​ມະ​ຫາ​ວິ​ທະ​ຍາ​ໄລ ແລະ ຄົ້ນ​ຄ້​ວາ ອີ​ຕາ​ລີ ພ້ອມ​ກັບ​ຜູ້​ຕາ​ງ​ໜ້າ​ຂອງວິ​ສາ​ຫະ​ກິດອີ​ຕາ​ລີຫຼາຍ​ແຫ່ງ, ບັນ​ດາ​ກອງ​ປະ​ຊຸມ​ໄດ້​ດຳ​ເນີນ​ຕາມ​ຮູບ​ການ​ທາງ​ອອນ​ລາຍ ໂດຍ​ກ່ຽວ​ກັບ​ຫົວ​ຂໍ້​ຂອງ​ບັນ​ດາ​ໂອ​ກາດ​ຮ່ຳ​ຮຽນ ແລະ ເຮັດ​ວຽກ​ຢູ່ ອີ​ຕາ​ລີ.

ມອບ​ຜ້າ​ອັດ​ປາກ​ດັງ 20.000 ອັນ, ນ້ຳຢາ​ລ້າງ​ມື​ຂ້າ​ເຊື້ອ 1000 ຕຸກ ໃຫ້​ແກ່​ສະ​ຫະ​ພັນ​ຊາວ​ໜຸ່ມ ກຳ​ປູ​ເຈຍ ແຂວງ Svay Rieng ມອບ​ຜ້າ​ອັດ​ປາກ​ດັງ 20.000 ອັນ, ນ້ຳຢາ​ລ້າງ​ມື​ຂ້າ​ເຊື້ອ 1000 ຕຸກ ໃຫ້​ແກ່​ສະ​ຫະ​ພັນ​ຊາວ​ໜຸ່ມ ກຳ​ປູ​ເຈຍ ແຂວງ Svay Rieng

ຍ​ສ​ໝ - ນະ​ທີ່ນີ້, ສະ​ຫະ​ພັນ​ຊາວ​ໜຸ່ມ ຫວຽດ​ນາມ ແຂວງ​ໄຕ​ນີງ ໄດ້​ມອ​ບ​ຜ້າ​ອັດ​ປາກ​ດັງ 20.000 ອັນ, ນ້ຳ​ຢາ​ລ້າງ​ມື​ຂ້າ​ເຊື້ອ 1000 ຕຸກ ໃຫ້​ແກ່​ທ່ານ Toch Polyva ຮອງ​ເຈົ້າ​ແຂວງ Svay Rieng, ຮອງ​ປະ​ທານ​ສ​ະ​ຫະ​ພັນ​ຊາວ​ໜຸ່ມ ແຂວງ Svay Rieng, ເພື່ອ​ແນ​ໃສ່​ໜູນ​ຊ່ວຍ​ແຂວງ Svay Riengໃນ​ວຽ​ກ​ງານ​ປ້ອງ​ກັນ, ...

vovworld.vn

ເຫດການ
302 Found

Found

The document has moved here.