ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ ອວຍພອນບຸນປີໃໝ່ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ | |
ຄະນະຜູ້ແທນຂັ້ນສູງແຂວງ ແທັງຮ໋ວາ ອວຍພອນບຸນປີໃໝ່ຢູ່ແຂວງ ຫົວພັນ (ສປປ ລາວ) |
![]() |
ເຫດການໂດຍຄະນະກຳມະການປະຊາຊົນເມືອງ ບວນໂດນ ໄດ້ສົມທົບກັນກັບບໍລິສັດສົ່ງອອກນຳເຂົ້າ 2/9 ດັກລັກ ຈຳກັດຜູ້ດຽວ, ສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງດັກລັກ ຈັດຂຶ້ນ. ນີ້ແມ່ນເຫດການບຸນປີໃໝ່ລາວ ໄດ້ຈັດຂຶ້ນດ້ວຍຂອບຂະໜາດໃຫຍ່ທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນຢູ່ເມືອງບວນໂດນ, ດ້ວຍບັນດາພິທີກຳທີ່ເປັນມູນເຊື້ອ. ໃນວັນດຽວກັນ, ຢູ່ນະຄອນເຫ້ວ, ໂຮງຮຽນວິທະຍາໄລເຫ້ວ ໄດ້ຈັດລາຍການຕ້ອນຮັບປີໃໝ່ 2025 ໃຫ້ແກ່ນັກຮຽນລາວ ປະມານ 300 ຄົນ ທີ່ພວມຮ່ຳຮຽນ ແລະດຳລົງຊີວິດຢູ່ນະຄອນເຫ້ວ, ດ້ວຍຫຼາຍພິທີການສຳຄັນຂອງຄົນລາວ ໃນໂອກາດນີ້. ການນຳວິທະຍາໄລເຫ້ວ ໃຫ້ຮູ້ວ່າ ລາຍການຕ້ອນຮັບປີໃໝ່ ແມ່ນການເຄື່ອນໄຫວປະຈຳປີຂອງໂຮງຮຽນ ເພື່ອແນໃສ່ສະແດງໃຫ້ເຫັນຄວາມເອົາໃຈໃສ່, ການແບ່ງປັນ ແລະລະດົມກຳລັງໃຈໃຫ້ແກ່ນັກຮຽນລາວ ທີ່ຕ້ອນຮັບບຸນປີໃໝ່ຢູ່ໄກຄອບຄົວ, ປະກອບສ່ວນປັບປຸງ ແລະຮັດແໜ້ນນ້ຳໃຈສາມັກຄີລະຫວ່າງນັກຮຽນ, ນັກສຶກສາສອງປະເທດ ກໍ່ຄືເພີ່ມພູນຄູນສ້າງນ້ຳໃຈມິດຕະພາບແບບພິເສດລະຫວ່າງສອງຊາດ ຫວຽດນາມ - ລາວ ເວົ້າລວມ, ນະຄອນເຫ້ວ ແລະບັນດາແຂວງພາກໃຕ້ຕອນກາງລາວເວົ້າສະເພາະ. |