![]() |
![]() |
![]() |
![]() |
| ໃນຕອນບ່າຍຕົ້ນເດືອນພະຈິກ, ຢູ່ຫໍປະຊຸມຂອງມະຫາວິທະຍາໄລພາສາຕ່າງປະເທດ Kanda, ແຂວງ Chiba, ປະເທດຍີ່ປຸ່ນ, ບັນດາບົດກະວີ “Ngam Vinh” ຂອງ Han Mac Tu ໄດ້ດັງກ້ອງກັງວານ. ໃນບັນຍາກາດຟົດຟື້ນມ່ວນຊື່ນ, ສຽງຕົບມື, ບັນດາຜູ້ເຂົ້າຮ່ວມການແຂ່ງຂັນເວົ້າເກັ່ງພາສາຫວຽດນາມ ໄດ້ບັນຍາຍບົດກະວີ, ສະເໜີບັນດາວິທີຮຽນພາສາຕ່າງປະເທດ, ແບ່ງປັນທັດສະນະສ່ວນຕົວກ່ຽວກັບການຮຽນພາສາຫວຽດນາມ, ຮູ້ສຶກເຖິງພາສາ ແລະ ດົນຕີຜ່ານເຄື່ອງດົນຕີ T’rung, ໄດ້ສະແດງຄວາມຮູ້ສຶກເຖິງຫວຽດນາມ. |
![]() |
|
ຄະນະຈັດຕັ້ງໄດ້ມອບລາງວັນໃຫ້ນັກແຂ່ງຂັນ Nabu Kotaro (ທີ່ສອງຈາກຂວາ) - ຜູ້ໄດ້ຮັບລາງວັນດີເດັ່ນທີ່ສຸດຂອງການແຂ່ງຂັນເວົ້າເກັ່ງພາສາຫວຽດນາມ ຄັ້ງທີ 19 ຢູ່ມະຫາວິທະຍາໄລພາສາຕ່າງປະເທດ Kanda. ການແຂ່ງຂັນເວົ້າເກັ່ງພາສາຫວຽດນາມ ປີນີ້ແມ່ນຄັ້ງທີ 19 ໂດຍມະຫາວິທະຍາໄລພາສາຕ່າງປະເທດ Kanda ຈັດຕັ້ງຮ່ວມກັບບັນດາໂຮງຮຽນສອນພາສາຫວຽດນາມ ຢູ່ ຍີ່ປຸ່ນ. ເຫດການດັ່ງກ່າວໄດ້ຈັດຂຶ້ນເປັນປະຈຳປີ ເພື່ອລະດົມກຳລັງໃຈໃຫ້ນັກຮຽນ, ນັກສຶກສາ ຍີ່ປຸ່ນ ຮ່ຳຮຽນ, ປັບປຸງຄວາມຮູ້ ແລະ ຍົກສູງຄວາມສາມາດນຳໃຊ້ພາສາຫວຽດນາມ ໃນຊີວິດຕົວຈິງ. ໃນປີ 2025, ການແຂ່ງຂັນໄດ້ດຶງດູດຜູ້ເຂົ້າປະກວດ 18 ຄົນຈາກມະຫາວິທະຍາໄລພາສາຕ່າງປະເທດ Kanda, ມະຫາວິທະຍາໄລ Osaka, ມະຫາວິທະຍາໄລແມ່ຍິງ Showa, ໂຮງຮຽນມັດທະຍົມຕອນປາຍ Kanto Kokusai... ບັນດາຜູ້ເຂົ້າປະກວດໄດ້ແບ່ງອອກເປັນຫຼາຍກຸ່ມຄື: ກຸ່ມ A ສໍາລັບນັກສຶກສາປີທີ 1 ຫຼື ມັດທະຍົມຕອນປາຍ, ກຸ່ມ B ສໍາລັບນັກສຶກສາປີທີ 2, ກຸ່ມ C ສໍາລັບນັກສຶກສາທີ່ບໍ່ເຄີຍໄປຮຽນຢູ່ ຫວຽດນາມ, ກຸ່ມ D ສໍາລັບນັກຮຽນທີ່ໄປຮຽນຢູ່ຕ່າງປະເທດຫຼາຍກວ່າ 6 ເດືອນ, ແລະ ກຸ່ມ E ແມ່ນຜູ້ແຂ່ງຂັນທີ່ມີພໍ່ແມ່ເປັນຊາວຫວຽດນາມ. |
![]() |
|
ຄະນະຈັດຕັ້ງການແຂ່ງຂັນເວົ້າເກັ່ງພາສາຫວຽດນາມ ຄັ້ງທີ 19 ແລະ ບັນດາຜູ້ເຂົ້າຮ່ວມໄດ້ຖ່າຍຮູບທີ່ລະນຶກ. ຜູ້ເຂົ້າແຂ່ງຂັນ ຫງວຽນເຈີ່ນເຟືອງຈີ ພ້ອມກັບຄອບຄົວໄດ້ອົບພະຍົບໄປຍີ່ປຸ່ນເມື່ອອາຍຸໄດ້ 9 ປີ. ປະຈຸບັນນາງຮຽນຢູ່ຊັ້ນຮຽນທີ 11 ຢູ່ໂຮງຮຽນມັດທະຍົມສາກົນ Kanto ກ່າວວ່າ: "ໃນຊຸມປີທີ່ອາໃສຢູ່ກັບພໍ່ເຖົ້າແມ່ເຖົ້າຢູ່ຫວຽດນາມ ໃນຊ່ວງເວລາໂລກລະບາດໂຄວິດ-19, ນ້ອງຮູ້ວ່າ ນ້ອງສັບສົນເມື່ອສື່ສານດ້ວຍພາສາຫວຽດນາມ. ເມື່ອກັບຄືນໄປ ຍີ່ປຸ່ນ, ນ້ອງໄດ້ຕັ້ງໃຈຮ່ຳຮຽນພາສາຫວຽດ ເພື່ອຮັກສາພາສາ ແລະ ຮັດແໜ້ນສາຍພົວພັນໃນຄອບຄົວ”. Muto Saiyo, ນັກສຶກສາປີທີ 2 ຂອງມະຫາວິທະຍາໄລພາສາຕ່າງປະເທດ Tokyo, ຜູ້ທີ່ໄດ້ລາງວັນທີ 1 ໃນກຸ່ມ B, ໃຫ້ຮູ້ວ່າ: "ເລື່ອງຍາກທີ່ສຸດຂອງການຮຽນພາສາຫວຽດນາມແມ່ນການອອກສຽງ ເພາະວ່າຫຼາຍສຽງບໍ່ມີຢູ່ໃນພາສາຍີ່ປຸ່ນ. ແຕ່ນ້ອງຢາກໃຊ້ພາສາຫວຽດນາມຢ່າງຄ່ອງແຄ້ວໃນການເຮັດວຽກ, ສອນພາສາຍີ່ປຸ່ນຢູ່ຫວຽດນາມ". |
![]() |
|
ບັນດາຮູບພາບທີ່ພິທີມອບລາງວັນຂອງງານແຂ່ງຂັນຮູບພາບ “ຊວງເວລາຂອງເດັກນ້ອຍຮຽນພາສາຫວຽດນາມ” ສົມທົບກັບບຸນໄຫວ້ພະຈັນ 2025 ໂດຍສະມາຄົມພາສາຫວຽດນາມ ຢູ່ຍີ່ປຸ່ນ ຈັດຕັ້ງໃນວັນທີ 5 ຕຸລາ 2025. ເດັກນ້ອຍຫວຽດນາມຢູ່ຍີ່ປຸ່ນກໍ່ມີບ່ອນຫຼິ້ນພາສາຂອງຕົນເອງ. ວັນທີ 5 ຕຸລາ, ຢູ່ Tokyo, ສະມາຄົມພາສາຫວຽດນາມ ປະຈໍາ ຍີ່ປຸ່ນ ໄດ້ຈັດຕັ້ງພິທີມອບລາງວັນການແຂ່ງຂັນຮູບຖ່າຍ “ຊ່ວງເວລາຂອງເດັກນ້ອຍຮຽນພາສາຫວຽດນາມ” ສົມທົບກັບບຸນໄຫວ້ພະຈັນ 2025. ການແຂ່ງຂັນໄດ້ດຶງດູດເອົາ 63 ຜົນງານ ແລະເດັກນ້ອຍ ແລະຄອບຄົວປະມານ 600 ຄົນເຂົ້າຮ່ວມ. ການແຂ່ງຂັນແມ່ນຂອງເດັກນ້ອຍອາຍຸແຕ່ 3 ຫາ 15 ປີ, ບັນທຶກຊ່ວງເວລາອັນໜ້າຮັກໃນການເດີນທາງຮຽນພາສາຫວຽດນາມ: ເມື່ອເດັກນ້ອຍຝຶກຝົນຫຼໍ່ຫຼອມ, ອ່ານນິທານ ຫຼື ມີຄວາມກະຕືລືລົ້ນໃນການຮຽນຂັບຮ້ອງເພງພື້ນເມືອງຫວຽດນາມ... ບັນດາຮູບພາບເຫຼົ່ານີ້ບໍ່ພຽງແຕ່ປຸກລະດົມຄວາມຮັກຕໍ່ພາສາແມ່ຂອງເຂົາເຈົ້າເທົ່ານັ້ນ, ຫາກຍັງຊ່ວຍໃຫ້ເຂົາເຈົ້າໄດ້ສຳຜັດກັບວັດທະນະທຳຂອງຊາດໃນສະພາບແວດລ້ອມຍີ່ປຸ່ນ, ສ້າງພື້ນຖານເພື່ອອະນຸລັກຮັກສາເອກະລັກຂອງຊາວຫວຽດນາມ ຢູ່ຊຸມຊົນອີກດ້ວຍ. |
![]() |
|
ການເຄື່ອນໄຫວພົ້ນເດັ່ນອີກອັນໜຶ່ງແມ່ນການແຂ່ງຂັນຄວາມສາມາດຳພາສາຫວຽດນາມ ຄັ້ງທີ 8 ໄດ້ຈັດຕັ້ງທີ່ມະຫາວິທະຍາໄລ Osaka ໃນວັນທີ 9 ກຸມພາ 2025. ການແຂ່ງຂັນໄດ້ດຶງດູດຜູ້ສະໝັກຈາກ 20 ທ້ອງຖິ່ນໃນທົ່ວປະເທດຍີ່ປຸ່ນ, ດ້ວຍ 3 ລະດັບ A, B, C – ຈໍານວນ 165 ຄົນ (100 ລະດັບ A, 58 ລະດັບ B ແລະ 7 ລະດັບ C). ຕາມຄະນະຈັດຕັ້ງແລ້ວ, ຜູ້ສະໝັກສ່ວນຫຼາຍໄດ້ເຂົ້າຮ່ວມຍ້ອນຢາກເຮັດວຽກງານກ່ຽວກັບພາສາຫວຽດນາມ ຫຼື ມີພໍ່ແມ່ຊາວຫວຽດນາມ. ຫຼາຍຄົນຮຽນພາສາຫວຽດນາມ ຍ້ອນມີໝູ່ເພື່ອນຫວຽດນາມ, ໄດ້ໄປທ່ຽວຫວຽດນາມ ແລະ ຮັກຊາດ, ປະຊາຊົນ, ພິເສດແມ່ນອາຫານຫວຽດນາມ. ທ່ານ Yanagichi Taiyo, ອາຍຸ 70 ປີ, ຜູ້ສະໝັກທີ່ເກົ່າແກ່ທີ່ສຸດ ໄດ້ແບ່ງປັນວ່າ: ລາວມາຢ້ຽມຢາມ ຫວຽດນາມ ເລື້ອຍໆ ຍ້ອນວ່າ ລາວມີໝູ່ເພື່ອນຊາວ ຫວຽດນາມ ຫຼາຍຄົນ. ລາວມີຄວາມມ່ວນຊື່ນກັບຊີວິດຢູ່ຫວຽດນາມ ແລະ ຈຸດປະສົງຂອງການຮຽນພາສາຫວຽດນາມ ແມ່ນເພື່ອເຊື່ອມໂຍງເຂົ້າກັບປະເທດທີ່ລາວຢາກດຳລົງຊີວິດໃນໄລຍະຍາວ.
ຜູ້ສະໝັກຜູ້ສູງອາຍຸໃນການແຂ່ງຂັນວາມສາມາດພາສາຫວຽດນາມຄັ້ງທີ 8 ຈັດຕັ້ງໂດຍມະຫາວິທະຍາໄລ Osaka (ຍີ່ປຸ່ນ), ວັນທີ 9 ກຸມພາ 2025. ສາດສະດາຈານ Shimizu Masaki, ຫົວໜ້າພາກວິຊາພາສາຫວຽດນາມ, ຄະນະພາສາຕ່າງປະເທດ, ມະຫາວິທະຍາໄລ Osaka, ປະທານສະພາແຂ່ງຂັນໃຫ້ຮູ້ວ່າ: ການສອບເສັງໄດ້ຈັດຂຶ້ນແຕ່ປີ 2020 ເພື່ອເຜີຍແຜ່ການຮຽນພາສາຫວຽດນາມ ຢູ່ຍີ່ປຸ່ນ ແລະ ຄາດວ່າຈະໄດ້ຮັບການຮັບຮູ້ຈາກກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ໃນປີ 2026. ອາຈານ Iwai Misaki, ຫົວໜ້າຂະແໜງການອາຊີຕາເວັນອອກສ່ຽງໃຕ້, ຄະນະວິຊາພາສາອາຊີ, ມະຫາວິທະຍາໄລພາສາຕ່າງປະເທດ Kanda, ໃຫ້ຄຳເຫັນວ່າ: ຄວາມສົນໃຈຂອງໄວໜຸ່ມຍີ່ປຸ່ນກ່ຽວກັບພາສາຫວຽດນາມ ພວມເພີ່ມຂຶ້ນ. ກ່ອນໜ້ານີ້, ມີຫຼາຍຄົນຮຽນພາສາຫວຽດນາມ ດ້ວຍເປົ້າໝາຍຊອກຫາວຽກເຮັດງານທຳຢູ່ຫວຽດນາມ. ປະຈຸບັນ, ມີຫຼາຍກາລະໂອກາດນຳໃຊ້ພາສາຫວຽດນາມ ຢູ່ຍີ່ປຸ່ນ, ເຊັ່ນ: ການແປພາສາ ຫຼື ໜູນຊ່ວຍບັນດາການເຄື່ອນໄຫວແລກປ່ຽນວັດທະນະທຳ ແລະ ການສຶກສາລະຫວ່າງ 2 ປະເທດ. |
![]() |
|
ຜູ້ສະໝັກສອງຄົນໄດ້ເຂົ້າຮ່ວມການແຂ່ງຂັນວາມສາມາດພາສາຫວຽດນາມຄັ້ງທີ 8 ຈັດຕັ້ງໂດຍມະຫາວິທະຍາໄລ Osaka (ຍີ່ປຸ່ນ), ວັນທີ 9 ກຸມພາ 2025. ຕາມຕົວເລກສະຖິຕິຂອງສະຖານທູດ ຫວຽດນາມ ປະຈຳ ຍີ່ປຸ່ນ, ປະຈຸບັນ ມີຊາວ ຫວຽດນາມ ປະມານ 600.000 ຄົນພວມດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ 47 ແຂວງ, ນະຄອນຂອງ ຍີ່ປຸ່ນ. ໃນສະພາບການນັ້ນ, ການຮັກສາ ແລະ ພັດທະນາພາສາແມ່ແມ່ນສິ່ງທ້າທາຍ ແລະ ໂອກາດເພື່ອໃຫ້ລຸ້ນໜຸ່ມເຊື່ອມຕໍ່ກັບຮາກຖານວັດທະນະທຳ. ຫຼາຍຄອບຄົວຊາວຫວຽດນາມ ຢູ່ ຍີ່ປຸ່ນ ໄດ້ຮັກສາພາສາຫວຽດນາມ ຢ່າງຕັ້ງໜ້າ ໂດຍຜ່ານການຮຽນນອກຫຼັກສູດ, ກິດຈະກຳວັດທະນະທຳພື້ນເມືອງ ແລະ ໂດຍສະເພາະແມ່ນບັນດາບ່ອນຫຼິ້ນພາສາຄື: ການປະກວດຄຳເວົ້າ, ການແຂ່ງຂັນຮູບພາບ ຫຼື ການສອບເສັງຄວາມສາມາດ. ບັນດາການເຄື່ອນໄຫວດັ່ງກ່າວບໍ່ພຽງແຕ່ຝຶກຝົນຫຼໍ່ຫຼອມດ້ານພາສາເທົ່ານັ້ນ ຫາກຍັງບຳລຸງສ້າງນ້ຳໃຈຮັກຊາດ, ຊ່ວຍໃຫ້ເດັກນ້ອຍກາຍເປັນຂົວຕໍ່ວັດທະນະທຳລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ. ທ່ານ Kitagawa Toshifumi, ຮອງປະທານສະຫະພັນນະຄອນ Tokyo, ຫວັງວ່າເດັກນ້ອຍທີ່ຮຽນພາສາແມ່ ແລະ ພາສາຍີ່ປຸ່ນຢ່າງຄ່ອງແຄ້ວ ຈະກາຍເປັນຂົວຕໍ່ລະຫວ່າງສອງພື້ນຖານວັດທະນະທຳ. |
![]() |
|
ການແຂ່ງຂັນວາມສາມາດພາສາຫວຽດນາມຄັ້ງທີ 8 ຈັດຕັ້ງໂດຍມະຫາວິທະຍາໄລ Osaka. ທ່ານນາງ ຫວູທິລຽນເຮືອງ, ເລຂາຜູ້ທີ່ໜຶ່ງ, ຫົວໜ້າພາກສ່ວນສຶກສາສະຖານທູດຫວຽດນາມ ປະຈຳ ຍີ່ປຸ່ນ ຖືວ່າ: ການພົວພັນລະຫວ່າງ 2 ປະເທດພວມພັດທະນາຢ່າງບໍ່ຢຸດຢັ້ງ. ຊາວໜຸ່ມຫວຽດນາມຫຼາຍຄົນທີ່ຮັກແພງປະເທດຊາດ, ປະຊາຊົນ ແລະ ວັດທະນະທຳຍີ່ປຸ່ນ ໄດ້ຮຽນພາສາຍີ່ປຸ່ນ ແລະ ມາຮ່ຳຮຽນຢູ່ບັນດາໂຮງຮຽນ ຍີ່ປຸ່ນ ເພື່ອຮ່ຳຮຽນຢູ່ຕ່າງປະເທດ. ຄຽງຄູ່ກັນນັ້ນ, ຈຳນວນຊາວໜຸ່ມຍີ່ປຸ່ນທີ່ມີຄວາມສົນໃຈກ່ຽວກັບຫວຽດນາມ, ຮັກຫວຽດນາມ ແລະ ຮຽນພາສາຫວຽດນາມ ກໍ່ນັບມື້ນັບເພີ່ມຂຶ້ນ. ການແຂ່ງຂັນເຫຼົ່ານີ້ແມ່ນໂອກາດເພື່ອໃຫ້ໄວຫນຸ່ມໄດ້ສະສົມປະສົບການທີ່ມີຄຸນຄ່າໃນເສັ້ນທາງຂອງການສຶກສາແລະເລີ່ມຕົ້ນອາຊີບ. ພາສາຫວຽດນາມ ບໍ່ພຽງແຕ່ດຳລົງຊີວິດໃນທຸກຄຳສັບ ແລະ ທຸກບົດເທົ່ານັ້ນ, ຫາກຍັງກາຍເປັນສາຍພົວພັນເຊື່ອມໂຍງເຂົ້າກັບຊຸມຊົນ, ບຳລຸງສ້າງຄວາມຮັກແພງໃນຄອບຄົວ ແລະ ຢັ້ງຢືນບັນດາຄຸນຄ່າວັດທະນະທຳຫວຽດນາມ ໃນໃຈຍີ່ປຸ່ນ. ການແຂ່ງຂັນ, ຫ້ອງຮຽນ ແລະ ການເຄື່ອນໄຫວພົບປະແລກປ່ຽນ ສະແດງໃຫ້ເຫັນວ່າ ຫວຽດນາມ ພວມນັບມື້ນັບພັດທະນາຢ່າງແຮງ, ແທດຈິງ ແລະ ແຂງແຮງ, ປະກອບສ່ວນປູກຝັງມູນເຊື້ອວັດທະນະທຳຂອງລຸ້ນໜຸ່ມຂອງຊາວຫວຽດນາມ ຢູ່ຕ່າງປະເທດ, ພ້ອມກັນນັ້ນກໍ່ເພີ່ມທະວີສາຍພົວພັນມິດຕະພາບລະຫວ່າງປະຊາຊົນສອງປະເທດ ຫວຽດນາມ - ຍີ່ປຸ່ນ. |
|
ບົດຄວາມ: Phan Anh ປະຕິບັດ: Mai Anh ເເປ: Minh Duc |










