ສປປ ລາວ ສືບຕໍ່ສຸມທຶນຮອນເຂົ້າໃນການພັດທະນາຊົນນະບົດ

00:54 | 14/05/2019

ການພັດທະນາຊົນນະບົດໃນໄລຍະສອງປີເຄິ່ງຜ່ານມາໂດຍລວມແລ້ວໄດ້ມີຄວາມຄືບໜ້າ ແລະ ມີຜົນສຳເລັດໃນຫຼາຍດ້ານ, ບັນດາຂະແໜງການຂັ້ນສູນກາງ ແລະ ອົງການປົກຄອງຂັ້ນທ້ອງຖິ່ນຍັງໄດ້ສືບຕໍ່ສຸມທຶນຮອນເຂົ້າໃນການປັບປຸງ, ກໍ່ສ້າງ ແລະ ຂະຫຍາຍໂຄງລ່າງພື້ນຖານທີ່ຈຳເປັນຮັບໃຊ້ການຜະລິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນລົງສູ່ເຂດຊົນນະບົດຫ່າງໄກສອກຫຼີກຢ່າງຕໍ່ເນື່ອງ.

ສປປ ລາວ ສືບຕໍ່ສຸມທຶນຮອນເຂົ້າໃນການພັດທະນາຊົນນະບົດ

ສປປ ລາວ ສືບຕໍ່ສຸມທຶນຮອນເຂົ້າໃນການພັດທະນາຊົນນະບົດ

ການພັດທະນາຊົນນະບົດໃນໄລຍະສອງປີເຄິ່ງຜ່ານມາໂດຍລວມແລ້ວໄດ້ມີຄວາມຄືບໜ້າ ແລະ ມີຜົນສຳເລັດໃນຫຼາຍດ້ານ, ບັນດາຂະແໜງການຂັ້ນສູນກາງ ແລະ ອົງການປົກຄອງຂັ້ນທ້ອງຖິ່ນຍັງໄດ້ສືບຕໍ່ສຸມທຶນຮອນເຂົ້າໃນການປັບປຸງ, ກໍ່ສ້າງ ແລະ ຂະຫຍາຍໂຄງລ່າງພື້ນຖານທີ່ຈຳເປັນຮັບໃຊ້ການຜະລິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນລົງສູ່ເຂດຊົນນະບົດຫ່າງໄກສອກຫຼີກຢ່າງຕໍ່ເນື່ອງຊຶ່ງສະແດງອອກຄື: ຂະແໜງໂຍທາທິການ ແລະ ຂົນສົ່ງໄດ້ສຸມທຶນຮອນເຂົ້າໃນການປັບປຸງ, ກໍ່ສ້າງທາງຊົນນະບົດ, ທາງຊອຍ ແລະ ຕັດຕາຜ້າຜັງບ້ານໃຫ່ຍ, ຜັງເມືອງ, ຂະຫຍາຍນໍ້າປະປາ, ນໍ້າປະປາຊຸມຊົນລົງສູ່ບັນດາເມືອງ, ບັນດາຈຸດສຸມຕ່າງໆຢ່າງຕັ້ງໜ້າ, ຂະແໜງໄປສະນີໂທລະຄົມ, ມະນາຄົມ ແລະ ການສື່ສານໄດ້ເອົາໃຈໃສ່ພັດທະນາ ແລະ ຂະຫຍາຍພື້ນຖານໂທລະຄົມ, ມະນາຄົມໄປສູ່ບັນດາເມືອງ, ຈຸດສຸມຕ່າງໆຢ່າງກວ້າງຂວາງ, ເຮັດໃຫ້ສະຖານີບໍລິການເພີ່ມຂຶ້ນເປັນ 7.552 ສະຖານີ ແລະ ສາມາດຄວບຄຸມທົ່ວ 18 ແຂວງ, 148 ເມືອງ ແລະ ມີ 7.066 ໄດ້ຊົມໃຊ້ໂທລະສັບຢ່າງສະດວກ, ຂະແໜງພະລັງງານ ແລະ ບໍ່ແຮ່ໄດ້ຕັ້ງໜ້າກໍ່ສ້າງ ແລະ ຂະຫຍາຍຕາຂ່າຍໄຟຟ້າລົງສູ່ບັນດາເມືອງ, ຈຸດສຸມຕ່າງໆ ແລະ ບັນດາບ້ານເຂດໃນຊົນນະບົດຫາງໄກສອກຫຼີກ, ພ້ອມທັງໄດ້ຊ່ວຍເຫຼືອຄອບຄົວປະຊາຊົນທີ່ທຸກຍາກດຶງໄຟຟ້າເຂົ້າເຮືອນໄດ້ຫຼາຍຄອບຄົວ, ເຮັດໃຫ້ບ້ານມີໄຟຟ້າໃຊ້ເພີ່ມຂຶ້ນເປັນ 7.697 ບ້ານ, ຄອບຄົວໄດ້ຊົມໃຊ້ໄຟຟ້າເພີ່ມຂຶ້ນເປັນ 1.167.000 ກວ່າຄອບຄົວ, ຂະແໜງສຶກສາທິການ ແລະ ກິລາໄດ້ເອົາໃຈໃສ່ປັບປຸງ, ສ້ອມແປງ, ກໍ່ສ້າງ ແລະ ຂະຫຍາຍໂຮງຮຽນລົງສູ່ເຂດຊົນນະບົດໄດ້ 564 ແຫ່ງ, ໃນນີ້ປັບປຸງ ແລະ ສ້ອມແປງ 392 ແຫ່ງ ແລະ ກໍ່ສ້າງໃໝ່ 172 ແຫ່ງ, ຂະແໜງສາທາລະນະສຸກໄດ້ເອົາໃຈໃສ່ປັບປຸງຄຸນນະພາບການບໍລິການສາທາລະນະສຸກຂັ້ນພື້ນຖານ, ປັບປຸງ, ກໍ່ສ້າງ, ຂະຫຍາຍສຸກສາລາ (ໂຮງໝໍນ້ອຍ) ແລະ ກອງທຶນໝູນວຽນຢາປະຈຳບ້ານລົງສູ່ບ້ານໃຫຍ່, ຈຸດສຸມຕ່າງໆ, ເຮັດໃຫ້ກອງທຶນໝູນວຽນຢາປະຈຳບ້ານເພີ່ມຂຶ້ນເປັນ 4.121 ບ້ານ. ພ້ອມກັນນີ້, ກໍໄດ້ຈັດຕັ້ງຜັນຂະຫຍາຍໂຄງການເຊື່ອມສານການບໍລິການສາທາລະນະສຸກໃນຊຸມຊົນແບບຄົບຊຸດຢູ່ເຂດຫ່າງໄກສອກຫຼີກກວມ 15 ແຂວງ ມີ 6.528 ບ້ານ.

ໃນນັ້ນ, ບ້ານຫ່າງໄກສອກຫຼີກກວມ 548 ບ້ານ, ຂະແໜງຖະແຫຼງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວໄດ້ເອົາໃຈໃສ່ສ້າງຄອບຄົວວັດທະນະທຳໄດ້ 19.868 ຄອບຄົວ, ບ້ານວັດທະນະທຳໄດ້ 205 ບ້ານ, ກຸ່ມບ້ານວັດທະນະທໍາໄດ້ 6 ກຸ່ມ ແລະ ຂະແໜງແຮງງານ-ສະຫວັດດີການສັງຄົມກໍໄດ້ເອົາໃຈໃສ່ຈັດຕັ້ງຝຶກອົບຮົມວິຊາຊີບຕ່າງໆໄດ້ທັງໝົດ 53.678 ຄົນ, ຍິງ 22.465 ຄົນ, ໄດ້ສຳຫຼວດ, ເກັບກູ້ລະເບີດບໍ່ທັນແຕກອອກຈາກພື້ນທີ່ທໍາການຜະລິດຂອງປະຊາຊົນໄດ້ 4.354 ເຮັກຕາ ແລະ ຂະແໜງການອື່ນໆ. ນີ້ແມ່ນຄຳເຫັນຂອງທ່ານ ລຽນ ທີແກ້ວ ລັດຖະມົນຕີກະຊວງ ກະສິກຳ ແລະ ປ່າໄມ້ ທີ່ກ່າວລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VIII ກ່ຽວກັບການຈັດຕັ້ງປະຕິບັດວຽກງານພັດທະນາຊົນນະບົດຢູ່ປະເທດລາວ, ທ່ານກ່າວຕື່ມອີກວ່າ: ນອກຈາກນີ້, ກໍຍັງມີທຶນຊ່ວຍເຫຼືອ ແລະ ກູ້ຢືມຈາກອົງການຈັດຕັ້ງສາກົນ, ສະຖາບັນການເງິນສາກົນ ແລະ ຕ່າງປະເທດທີ່ສຸມໃສ່ການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກຢູ່ໃນບັນດາບ້ານຕ່າງໆໃນທົ່ວປະເທດຕື່ມອີກເຊັ່ນ: ກອງທຶນຫຼຸດຜ່ອນຄວາມທຸກຍາກໄດ້ຈັດຕັ້ງປະຕິບັດໂຄງການ 1.073 ບ້ານ ໃນ 44 ເມືອງ ຂອງ 10 ແຂວງ, ເປັນທຶນທັງໝົດ 284,34 ຕື້ກີບ. ໃນນີ້, ເປັນທຶນປະກອບສ່ວນຂອງປະຊາຊົນມີ 22,35 ຕື້ກີບ ແລະ ສາມາດຈັດຕັ້ງປະຕິບັດກິດຈະກຳໄດ້ທັງ ໝົດ 1.188 ໂຄງການ. ໃນນັ້ນ, ສ້ອມແປງ ແລະ ກໍ່ສ້າງຂົວໄດ້ 33 ແຫ່ງ, ເສັ້ນທາງ 150 ເສັ້ນ, ຍາວ 839,67 ກມ, ໂຮງຮຽນປະຖົມ ແລະ ອະນຸບານ 440 ແຫ່ງ, ສຸກສາລາຄົບຊຸດ 31 ແຫ່ງ, ລະບົບນໍ້າສະອາດ (ນໍ້າລິນ, ບາດານ, ນໍ້າສ້າງແທ່ງ ແລະ ນໍ້າປະປາຊຸມຊົນ) 282 ແຫ່ງ, ຊົນລະປະທານ 48 ແຫ່ງ, ຕະຫຼາດກະສິກຳ 4 ແຫ່ງ, ຕັດຜັງບ້ານ 14 ບ້ານ ແລະ ດຶງຕາຂ່າຍໄຟຟ້າເຂົ້າບ້ານປະຊາຊົນໄດ້ 6 ບ້ານ ແລະ ກິດຈະກຳອື່ນໆ ຊຶ່ງໄດ້ມີປະຊາຊົນ ຈຳນວນ 96.645 ຄອບຄົວ, ຈຳນວນພົນຫຼາຍກວ່າ 524.000 ຄົນ ໄດ້ຮັບຜົນປະໂຫຍດຈາກກິດຈະກຳຕ່າງໆດັ່ງກ່າວ, ໂຄງການພັດທະນາຊົນນະບົດແບບມີສ່ວນຮ່ວມໃນຮູບແບບໄຊມອນອຶນດົງຂອງເກົາຫຼີໄດ້ຈັດຕັ້ງປະຕິບັດ ໂຄງການ ຢູ່ 30 ບ້ານໃນ 6 ເມືອງ ຂອງ 2 ແຂວງ ມີ 31 ໂຄງການ, ເປັນທຶນ 38,42 ຕື້ກີບ, ໂຄງການທົດລອງຮ່ວມມືສ້າງຕົວແບບ ລຶບລ້າງຄວາມທຸກຍາກລາວຈີນຈັດຕັ້ງປະຕິບັດຢູ່ 2 ບ້ານ, ໃນ 2 ເມືອງ ຂອງ 2 ແຂວງ ມີ 20 ໂຄງການ, ເປັນທຶນ 41 ຕື້ ກີບ, ໂຄງ ການ NGO ຈັດຕັ້ງປະຕິບັດຢູ່ 165 ບ້ານ, ໃນ 11 ເມືອງ ຂອງ 7 ແຂວງ ມີ 50 ໂຄງການໃຫຍ່, ເປັນທຶນ 94,15 ຕື້ກີບ ແລະ ໂຄງການອື່ນໆທີ່ຜ່ານບັນດາຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນໃນທົ່ວປະເທດເປັນຈຳນວນຫຼວງຫຼາຍທີ່ພວກເຮົາບໍ່ສາມາດສັງລວມໄດ້ເທື່ອ.

ສປປ ລາວ ສືບຕໍ່ສຸມທຶນຮອນເຂົ້າໃນການພັດທະນາຊົນນະບົດ

ລັດຖະບານ, ບັນດາຂະແໜງການຂັ້ນສູນກາງ ແລະ ອົງການປົກຄອງຂັ້ນທ້ອງຖິ່ນຍັງໄດ້ຈັດສັນງົບປະມານຂອງລັດທີ່ມີຢ່າງຈຳກັດເຂົ້າໃນການພັດທະນາບັນດາຈຸດສຸມທີ່ເປັນບູລິມະສິດຂອງສູນກາງ ແລະ ທ້ອງຖິ່ນ

ນອກຈາກການພັດທະນາຊົນນະບົດຕາມຈຸດສຸມຂອງຂະແໜງການແລ້ວ, ລັດຖະບານ, ບັນດາຂະແໜງການຂັ້ນສູນກາງ ແລະ ອົງການປົກຄອງຂັ້ນທ້ອງຖິ່ນຍັງໄດ້ຈັດສັນງົບປະມານຂອງລັດທີ່ມີຢ່າງຈຳກັດເຂົ້າໃນການພັດທະນາບັນດາຈຸດສຸມທີ່ເປັນບູລິມະສິດຂອງສູນກາງ ແລະ ທ້ອງຖິ່ນຕາມທີ່ໄດ້ກຳນົດໄວ້ໃນຂໍ້ຕົກລົງ ເລກທີ 65/ນຍ ວ່າດ້ວຍການຮັບຮອງເອົາການກຳນົດຈຸດສຸມພັດທະນາທີ່ເປັນບູລິມະສິດໄລຍະ 2016 - 2020 ຕາມແຜນງົບປະມານການລົງທຶນຂອງລັດທີ່ສະພາແຫ່ງຊາດອະນຸມັດໃຫ້ໃນແຕ່ລະປີຕື່ມອີກຊຶ່ງໃນ 3 ປີ ຜ່ານມາມີເຖິງ 485,28 ຕື້ກີບ, ມີ 960 ໂຄງການ ແລະ ສາມາດຈັດສັນເຂົ້າໃສ່ຈຸດສຸມຕ່າງໆໄດ້ຄືດັ່ງນີ້: ໄດ້ຈັດສັນເຂົ້າໃສ່ 64 ຈຸດສຸມໃນຈຳນວນ 91 ຈຸດສຸມ ພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກເປັນທຶນ 325,09 ຕື້ກີບ, ມີ 587 ໂຄງການ, ໃນນີ້ໄດ້ຈັດສັນເຂົ້າໃສ່ 11 ຈຸດສຸມ ໃນຈຳນວນ 20 ຈຸດສຸມຂອງສູນກາງ, ເປັນທຶນ 114,09 ຕື້ກີບ, ມີ 120 ໂຄງການ ແລະ ຈັດສັນເຂົ້າໃສ່ 53 ຈຸດສຸມຂອງທ້ອງຖິ່ນ, ເປັນ ທຶນ 233,54 ຕື້ກີບ, ມີ 467 ໂຄງການ. ໄດ້ຈັດສັນເຂົ້າໃສ່ 74 ຈຸດສຸມໃນຈຳນວນ 145 ຈຸດສຸມຈັດສັນພູມລຳເນົາ ແລະ ອາຊີບ, ເປັນທຶນ 159,93 ຕື້ກີບ, ມີ 373 ໂຄງການ, ໃນນີ້ໄດ້ຈັດສັນເຂົ້າໃສ່ 4 ຈຸດສຸມຈັດສັນຂອງສູນກາງ, ເປັນທຶນ 48,50 ຕື້ກີບ, ມີ 74 ໂຄງການ ແລະ ໄດ້ຈັດສັນເຂົ້າໃສ່ 70 ຈຸດສຸມໃນຈຳນວນ 141 ຈຸດສຸມຈັດສັນຂອງທ້ອງຖິ່ນ, ເປັນທຶນທັງໝົດ 111,43 ຕື້ກີບ, ມີ 299 ໂຄງການ. ໃນ 3 ປີຜ່ານມາສາມາດຈັດຕັ້ງປະຕິບັດໂຄງການໄດ້ 504 ໂຄງການ, ໃນນີ້ກໍ່ສ້າງ, ສ້ອມແປງ, ຍົກລະດັບເສັ້ນທາງ 132 ເສັ້ນ, ຕັດຕາຜ້າຜັງບ້ານ 62 ບ້ານ, ກໍ່ສ້າງຂົວ (ຂົວເບຕົງ ແລະ ຂົວອູ່) 23 ແຫ່ງ, ຊົນລະປະທານ/ ຝາຍນຳ້ລົ້ນ 42 ແຫ່ງ, ສູນບໍລິ ການເຕັກນິກກະສິກຳ 8 ແຫ່ງ, ໂຮງຮຽນອະນຸບານ, ປະຖົມ, ມັດ ທະຍົມ ແລະ ຫໍພັກຄູ 75 ແຫ່ງ, ສຸກສາລາ, ໂຮງໝໍນ້ອຍ 10 ແຫ່ງ, ນໍ້າລິນ, ນໍ້າປະປາຊຸມຊົນ 53 ແຫ່ງ, ຂະຫຍາຍຕະຂ່າຍໄຟຟ້າເຂົ້າບ້ານ 55 ບ້ານ, ຫ້ອງການ, ສະໂມສອນບ້ານ 30 ບ້ານ, ຕະຫຼາດຊຸມຊົນ 7 ແຫ່ງ, ຍົກຍ້າຍຈັດສັນປະຊາຊົນໄດ້ 2.468 ຄອບຄົວ, ກໍ່ສ້າງເຮືອນຢູ່ໃຫ້ປະຊາຊົນ 50 ຫຼັງ (ຢູ່ຈຸດຈັດສັນບ້ານນໍ້າພຽງ), ບຸກເບີກເນື້ອທີ່ການຜະລິດໃຫ້ປະຊາຊົນ ໄດ້ປະມານ 1.222 ຮຕ.

ນອກຈາກນີ້, ກໍໄດ້ຈັດຝຶກອົບຮົມດ້ານເຕັກນິກການປູກ, ການລ້ຽງໃຫ້ແກ່ປະຊາຊົນເປັນຈຳນວນຫຼາຍພໍສົມຄວນ. ໄປພ້ອມກັບການເອົາໃຈໃສ່ພັດທະນາຊົນນະບົດຕາມຈຸດສຸມບູລິມະສິດຂອງສູນກາງ ແລະ ທ້ອງຖິ່ນຕິດພັນກັບການພັດທະນາຈຸດສຸມທົ່ວໄປ ຂອງ ບັນດາຂະແໜງການແລ້ວ, ລັດຖະບານ, ບັນດາຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນຍັງໄດ້ເອົາໃຈໃສ່ຈັດສັນພູມລຳເນົາ ແລະ ອາຊີບ ໃຫ້ປະຊາຊົນຜູ້ທີ່ ມີພູມລຳເນົາຄົງທີ່ ແລະ ບໍ່ມີອາຊີບທີ່ໝັ້ນຄົງຢູ່ບັນດາບ້ານຕ່າງໆ ແລະ ບ້ານທີ່ໄດ້ຮັບຜົນກະທົບຈາກໂຄງການພັດທະນາຕ່າງໆຂອງລັດໃຫ້ໄປຕາມຈຸດສຸມທີ່ໄດ້ກຳນົດໄວ້ຊຶ່ງໃນ 3 ປີຜ່ານມາສາມາດຈັດສັນປະຊາຊົນໄດ້ 2.529 ຄອບຄົວ, ໃນນີ້ຢູ່ແຂວງວຽງຈັນມີ 135 ຄອບຄົວ, ສະຫວັນນະເຂດ ມີ 349 ຄອບຄົວ, ສາລະວັນ ມີ 21 ຄອບຄົວ, ເຊກອງ ມີ 1.336 ຄອບຄົວ ແລະ ແຂວງອື່ນໆ, ສຳລັບ 4 ຈຸດສຸມຈັດສັນພູມລຳເນົາຂອງສູນກາງ, ສາມາດຈັດສັນໄດ້ 3 ບ້ານ, ມີ 688 ຄອບຄົວ, ໃນນີ້ຢູ່ຈຸດສຸມນໍ້າພຽງ, ເມືອງບໍ່ແຕນແຂວງໄຊຍະບູລີ ມີ 1 ບ້ານ, ມີ 50 ຄອບ ຄົວ, ຈຸດສຸມ ຍາມຈະເລີນ, ເມືອງ ທ່າໂທມ, ແຂວງໄຊສົມບູນ ມີ 1 ບ້ານ, ມີ 159 ຄອບຄົວ, ຈຸດສຸມປາກຍອງ, ເມືອງທ່າໂທມ, ແຂວງໄຊສົມບູນ ມີ 2 ຈຸດ, ມີ 257 ຄອບຄົວ ແລະ ຈຸດສຸມນາກຸນເມືອງບໍລິຄັນແຂວງບໍລິຄຳໄຊ ມີ 1 ຈຸດ, ມີ 222 ຄອບຄົວ, ສຳລັບປະຊາຊົນທີ່ໄດ້ຮັບຜົນກະທົບຈາກໂຄງການພັດທະນາຕ່າງໆຂອງລັດກໍໄດ້ຮັບການຍົກຍ້າຍຈັດສັນໄປຕາມແຜນການທີ່ວາງໄວ້ ເຊັ່ນ: ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າງຽບ 1 ໄດ້ສຳເລັດການຍົກຍ້າຍຈັດສັນປະຊາຊົນໃນຈຳນວນ 5 ບ້ານ, ມີ 517 ຄອບຄົວ, ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າຂອງໄຊຍະບູລີຈຳນວນ 16 ບ້ານ ມີ 899 ຄອບຄົວ, ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າທາ 1 ຈຳນວນ 37ບ້ານ 1.707 ຄອບຄົວ, ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າອູ 2,5,6 ຈຳນວນ 18 ບ້ານ, ມີ 820 ຄອບຄົວ, ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າເທີນ 1 ຈຳນວນ 7 ບ້ານ, ມີ 624 ຄອບຄົວ, ສຳລັບປະຊາຊົນ ຈຳນວນ 19 ບ້ານ, ມີ 3.540 ຄອບຄົວທີ່ໄດ້ຮັບຜົນກະທົບຈາກໂຄງການກໍ່ສ້າງເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍທີ່ເມືອງສະໜາມໄຊ ແຂວງອັດຕະປືນັ້ນ, ຄະນະກຳມະການສະເພາະກິດແກ້ໄຂໄພພິບັດລະດັບຊາດ ໄດ້ສົມທົບກັບອົງການປົກຄອງທ້ອງຖິ່ນ ແລະ ຜູ້ພັດທະນາໂຄງການດຳເນີນການຟື້ນຟູຜົນເສຍຫາຍໃຫ້ເຂົ້າສູ່ສະພາບປົກກະຕິ, ສະເພາະ ປະຊາຊົນຈຳນວນ 6 ບ້ານ ມີ 1.221 ຄອບຄົວທີ່ໄດ້ຮັບຜົນກະທົບຮ້າຍແຮງກໍໄດ້ຈັດສັນທີ່ພັກອາໄສຊົ່ວຄາວໃນ 5 ຈຸດ ແລະ ກຳລັງກະກຽມ ພື້ນທີ່ຮອງຮັບການຍົກຍ້າຍຈັດສັນຢູ່ບ່ອນໃໝ່ໃນຈຳນວນ 4 ຈຸດ.

(ແຫຼ່ງ​ຂໍ້​ມູນ​: pasaxon.org.la)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.