ເປີດຕົວຄະນະຕິດຕໍ່ພົວພັນນັກສຶກສາລາວ ຢູ່ວິງຟຸກ ໃນໂອກາດບຸນປີໃໝ່ລາວ | |
ນັກສຶກສາລາວ, ກຳປູເຈຍ ຢູ່ດົ່ງທາບ ໄດ້ຕ້ອນຮັບບຸນປີໃໝ່ ປະຈຳຊາດ 2021 |
![]() |
ທ່ານນາງ ຫງວຽນທິບິກເຫ້ວ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອີຕາລີ (ພາບ: TTXVN) |
ໃນລະຫວ່າງວັນທີ 16 – 24 ເມສາ 2021, ສະພາອະທິການບໍດີບັນດາໂຮງຮຽນມະຫາວິທະຍາໄລ ອີຕາລີ (CRUI), ອົງການການຄ້າ ອີຕາລີ (ICE) ໄດ້ຈັດຕັ້ງລະບົບກອງປະຊຸມສຳມະນາ “UniSmartItaly - ຮໍ່າຮຽນ ແລະ ເຮັດວຽກຢູ່ ອີຕາລີ” ດ້ວຍການໜູນຊ່ວຍຈາກສະຖານທູດ ອີຕາລີ ປະຈຳ ຫວຽດນາມ ແລະ ອົງການສົ່ງເສີມການຮ່ວມມືຂັ້ນມະຫາວິທະຍາໄລ ແລະ ການຮ່ຳຮຽນ ອີຕາລີ (Uni - ອີຕາລີ). ທີ່ພິທີໄຂລະບົບກອງປະຊຸມສຳມະນາທີ່ໄດ້ໄຂຂຶ້ນໃນວັນທີ 16 ເມສາ, ທ່ານນາງ ຫງວຽນທິບິກເຫ້ວ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອີຕາລີ ໃຫ້ຮູ້ວ່າ ອີຕາລີແມ່ນສະຖານທີ່ຮ່ຳຮຽນ ທີ່ນັບມື້ນັບໄດ້ຮັບຄວາມນິຍົມຊົມຊອບຈາກນັກສຶກສາ ຫວຽດນາມ.
ບັນດາກອງປະຊຸມສຳມະນາ ມີການເຂົ້າຮ່ວມຂອງບັນດານັກຮຽນຮູ້ສອງປະເທດ, ໃນນັ້ນມີທ່ານນາງ Maria Cristina Messa ລັດຖະມົນຕີກະຊວງມະຫາວິທະຍາໄລ ແລະ ຄົ້ນຄ້ວາ ອີຕາລີ ພ້ອມກັບຜູ້ຕາງໜ້າຂອງວິສາຫະກິດອີຕາລີຫຼາຍແຫ່ງ, ບັນດາກອງປະຊຸມໄດ້ດຳເນີນຕາມຮູບການທາງອອນລາຍ ໂດຍກ່ຽວກັບຫົວຂໍ້ຂອງບັນດາໂອກາດຮ່ຳຮຽນ ແລະ ເຮັດວຽກຢູ່ ອີຕາລີ.
![]() |
ມີນັກສຶກສາ ຫວຽດນາມ ຫຼາຍຄົນມາຈາກອີຕາລີ ໄດ້ປະກອບສ່ວນເຂົ້າໃນການພົວພັນລະຫວ່າງສອງປະເທດ |
ໃນບົດກ່າວປາໄສ, ທ່ານນາງ ຫງວຽນທິບິກເຫ້ວ ເອກອັກຄະລັດຖະທູດ ໄດ້ຕີລາຄາສູງຄະນະຈັດຕັ້ງ ຊຶ່ງໄດ້ເລືອກເອົາ ຫວຽດນາມ ແມ່ນປະເທດທຳອິດ ເພື່ອຜັນຂະຫຍາຍໂຄງການນີ້. ສິ່ງນີ້ສະແດງໃຫ້ເຫັນກຳລັງຄວາມສາມາດ ແລະ ຄຸນນະພາບຂອງການພົວພັນຄູ່ຮ່ວມມືຍຸດທະສາດຂອງສອງປະເທດໃນທຸກຂົງເຂດ. ເຖິງວ່າຈຳນວນນັກສຶກສາ ຫວຽດນາມ ໄປຍັງ ອີຕາລີຍັງບໍ່ຫຼາຍປານໃດ ແຕ່ພວມຢູ່ໃນທ່າເຕີບໂຕໂດຍໄວໃນຊຸມປີຜ່ານມາ.
ອີຕາລີມີລະບົບການສຶກສາມະຫາວິທະຍາໄລທີ່ມີຄຸນນະພາບສູງ, ສະໜອງບັນດາວິຊາການບຳລຸງສ້າງທັນສະໄໝ ເພື່ອແນໃສ່ແກ້ໄຂບັນດາສິ່ງທ້າທາຍທົ່ວໂລກ ທີ່ກ່ຽວຂ້ອງເຖິງການພັດທະນາ, ສິ່ງແວດລ້ອມ, ເຕັກໂນໂລຢີ… ຕອບສະໜອງໄດ້ຄວາມຕ້ອງການຂອງ ຫວຽດນາມ. ນັ້ນແມ່ນເຫດຜົນໂດນອີຕາລີຈະແມ່ນສະຖານທີ່ຮ່ຳຮຽນ ທີ່ນັບມື້ນັບໄດ້ຮັບການນິຍົມຈາກນັກສຶກສາຫວຽດນາມ.
ຄຽງຄູ່ກັນນັ້ນ, ການພົວພັນທາງການຄ້າ ລະຫວ່າງ ຫວຽດນາມ ແລະ ອີຕາລີ ພວມເພີ່ມຂຶ້ນໂດຍໄວ, ພິເສດແມ່ນກ່ຽວກັບເສດຖະກິດ. ປັດຈຸບັນ, ວົງເງິນການຄ້າສອງສົ້ນບັນລຸ ກ່ວາ 5 ຕື້ USD. ມີວິສາຫະກິດອີຕາລີ ກ່ວາ 4000 ແຫ່ງພວມຮ່ວມມືກັບ ບັນດາຄູ່ຮ່ວມມືຫວຽດນາມ ໃນຂົງເຂດສົ່ງອອກ. ນີ້ແມ່ນບັນດາເງື່ອນໄຂສະດວກຊ່ວຍນຳມາເຊິ່ງກາລະໂອກາດຮ່ຳຮຽນ ແລະ ເຮັດວຽກໃຫ້ແກ່ບັນດານັກສຶກສາ ຫວຽດນາມ ຢູ່ ອີຕາລີ. ທ່ານນາງເອກອັກຄະລັດຖະທູດ ກໍ່ສະແດງຄວາມເຊື່ອໝັ້ນຕໍ່ບັນດາວິສາຫະກິດ ອີຕາລີ ຈະໄດ້ຮັບຜົນປະໂຫຍດເມື່ອເສີມຂະຫຍາຍໄດ້ແຫຼ່ງພູມປັນຍາທີ່ມີຄວາມຮູ້ ແລະ ວັດທະນະທຳຂອງທັງສອງປະເທດ.
![]() | ມອບທຶນສຶກສາໃຫ້ແກ່ນັກສຶກສາ ລາວ, ກຳປູເຈຍຢູ່ໂຮງຮຽນມະຫາວິທະຍາໄລ ກຽນຢາງ ໃນໂອກາດບຸນປີໃໝ່ປະຈຳຊາດ ຍສໝ - ເນື່ອງໃນໂອກາດນີ້, ສະຫະພັນຊາວໜຸ່ມ ຫວຽດນາມ ແຂວງກຽນຢາງ ແລະ ສະຫະພັນບັນດາອົງການມິດຕະພາບ ແຂວງ ໄດ້ມອບຂອງຂວັນ 69 ພູດ ແລະ ທຶນການສຶກສາ 12 ທູນໃຫ້ແກ່ນັກສຶກສາລາວ, ກຳປູເຈຍ ທີ່ພວມຮ່ຳຮຽນຢູ່ມະຫາວິທະຍາໄລ ກຽນຢາງ. |
![]() | ຫວຽດນາມ ຢັ້ງຢືນເຄື່ອງໝາຍການຄ້າອົດສະຕາລີ ຍສໝ - ທ່ານ ຮ່ວາງລວດ, ບໍລິສັດນຳເຂົ້າສົ່ງອອກ M, ໃຫ້ຮູ້ວ່າ: ນັບມື້ນັບມີສິນຄ້າ ຫວຽດນາມ ຫຼາຍຢ່າງນຳເຂົ້າມາ ອົດສະຕາລີ ແລະ ໄດ້ຈຳໝ່າຍໃນບັນດາລະບົບຮ້ານສັບພະສິນຄ້າ ອາຊີ ໃນລັດ. |
![]() | ສະຖານທູດລາວ ປະຈຳ ອົດສະຕາລີ ອວຍພອນບຸນເຕັດປະຈຳຊາດປີ ສະຫຼຸ 2021 ຍສໝ - ທີ່ການພົບປະ, ທ່ານ ເອກອັກຄະລັດຖະທູດ ລາວ ສີສະວາດ ອິນພະຈັນໄດ້ອວຍພອນໃຫ້ໝູ່ຄະນະພັກນັກງານ, ພາລະກອນສະຖານທູດ ຫວຽດນາມ ປີໃໝ່ຈົ່ງມີສຸຂະພາບທີ່ເຂັ້ມແຂງ, ມີໂຊກ, ມີໄຊ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານຂອງຕົນ ກໍ່ຄືໃນການດຳລົງຊີວິດ. |
ບຸນຄົງ