​ຜູ້ຄົນ​ໄດ້​ເຫັນ​ເຖິງນ້ຳໃຈຄວາມຮັກແພງຂອງຄົນຫວຽດນາມ.

08:00 | 02/02/2025

ຍສໝ - ຮູບພາບຂອງຂະບວນລົດໃຫ່ຍທີ່ບັງໃຫ້ລົດຈັກຂ້າມຂົວໃນເວລາເກີດພາຍຸ, ປະຊາຊົນຊ່ວຍກັນຍູ້ລົດຜ່ານເຂດທີ່ຖືກນໍ້າຖ້ວມ, ຫຼືເປີດປະຕູຮັບຄົນທີ່ບໍ່ມີບ່ອນຢູ່ອາໄສເຂົ້າມາລີ້ລົມພາຍຸເລກ 3 (ຢາກິ) ໄດ້ແຜ່ລາມໄປທົ່ວເຄືອຂ່າຍສັງຄົມ. ເລື່ອງ​ທີ່​ລຽບ​ງ່າຍ​ແຕ່​ມີ​ນ້ຳໃຈຄວາມເປັນມະ​ນຸດ​ເຫຼົ່າ​ນັ້ນ​ໄດ້ເຂົ້າເຖິງໃນ​ຫົວ​ໃຈ​ຂອງ​ເພື່ອນ​ມິດ​ສາ​ກົນ.

ເກີນເທີ ໄດ້​ຈັດ​ຕັ້ງ​ບຸນປີ​ໃໝ່ 2025 ​ໃຫ້​ຊາວ​ຕ່າງປະ​ເທດ
ຊາວ​ຫວຽດນາມ ອາໄສຢູ່ອາ​ເມ​ລິ​ກາ ໄດ້​ບໍລິຈາກປີ້ມມີຄ່າປະມານ 2,7 ຕື້​ດົ່ງ​ໃຫ້​ມະຫາວິທະຍາ​ໄລ​ສັບພະວິຊານະຄອນ​ໂຮ່ຈິ​ມິນ

ໃນເຄືອຂ່າຍສັງຄົມ Wechat ຂອງຈີນ, ບັນຊີ @Wobuchiqiang ຂຽນວ່າ: "ຂ້ອຍເຫັນຄົນຂັບລົດບັນທຸກຂະຫນາດໃຫຍ່ບັງລົມໃຫ້ລົດຈັກທີ່ໄປພ້ອມກັນຢູ່ໃນຖະຫນົນ, ພາບປະທັບໃຈນີ້ເຮັດໃຫ້ຂ້ອຍຕື້ນຕັນໃຈແທ້ໆ. ການ​ກະທຳ​ນີ້​ແມ່ນ​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ເຖິງ​ນໍ້າ​ໃຈຊ່ວຍເຫຼືອ​ເຊິ່ງກັນ ​ແລະ​ ກັນ​ໃນ​ຊຸມຊົນຂອງປະຊາຊົນ​ຫວຽດນາມ”.

ອີກບັນຊີໜຶ່ງ, @Keaizheshenfan, ກໍ່ຂຽນດ້ວຍຄວາມນິຍົມນັບຖື: “ເຖິງແມ່ນວ່າ ລົມພະຍຸຢາກີ (Yagi) ຈະຮຸນແຮງຫຼາຍກໍ່ຕາມ, ແຕ່ມັນກໍບໍ່ສາມາດທຳລາຍຄວາມອົບອຸ່ນ ແລະ ຄວາມຫວັງໃນໃຈຂອງປະຊາຊົນຫວຽດນາມໄດ້. ພວກ​ເຂົາ​ເຈົ້າ​ຮ່ວມ​ກັນ​ຕໍ່​ສູ້​ກັບ​ພະ​ຍຸ ​ແລະ​ ປົກ​ປັກ​ຮັກ​ສາ​ບ້ານ​ເກີດ​ເມືອງ​ນອນ​ຂອງ​ເຂົາ​ເຈົ້າ​.

ຊ່ວງເວລາເຫຼົ່ານັ້ນຍັງສືບຕໍ່ແຜ່ຂະຫຍາຍຢູ່ໃນເຄືອຂ່າຍສັງຄົມ Douyin (ຍັງເອີ້ນອີກຊື່ໜຶ່ງວ່າ TikTok ຂອງຈີນ). ບັນຊີ @Zhongyuedatong ໄດ້ໂພສວິດີໂອ ປະຊາຊົນຮ່າໂນ້ຍ ອະນາໄມຫຼັງພາຍຸ. ບັນຊີ @L ໄດ້ສະແດງຄວາມຄິດເຫັນວ່າ: “ຮູບພາບຂອງປະຊາຊົນທີ່ຢືນຄຽງບ່າໄຫລ່ທ່າມກາງລົມພະຍຸ Yagi ໄດ້ປະຄວາມຮູ້ສຶກທີ່ຝັງເລິກໃນໃຈຫຼາຍຢ່າງໄວ້. ເມື່ອລົດຈັກບໍ່ສາມາດເຄື່ອນທີ່ໄດ້ຍ້ອນເສັ້ນທາງຖືກນໍ້າຖ້ວມ, ທັນທີທັນໃດປະຊາຊົນສອງສາມຄົນແລ່ນໄປຊ່ວຍກັນຍູ້ລົດຈັກຜ່ານບໍລິເວນທີ່ຖືກນໍ້າຖ້ວມທັນທີ. ຢູ່ຖະໜົນຫົນທາງທີ່ຖືກລົມພະຍຸທໍາລາຍເປ່ເພ, ພວກເຂົາເຈົ້າພ້ອມກັນອະນາໄມກິ່ງໄມ້ ແລະ ສິ່ງເສດເຫຼືອເພື່ອໃຫ້ການສັນຈອນລຸໂລ່ງ. ການກະທຳເຫຼົ່ານັ້ນ, ເຖິງວ່ານ້ອຍກໍ່ຕາມ ແຕ່ໄດ້ຈຸດປະກາຍຄວາມເມດຕາກາລຸນໃນທ່າມກາງໄພອັນຕະລາຍ”.

ບໍ່​ພຽງ​ແຕ່​ຢູ່​ຈີນ ​ເທົ່າ​ນັ້ນ, ຮູບ​ພາບ​ອັນ​ອົບ​ອຸ່ນຈາກ​ຫວຽດ​ນາມ​ ຍັງ​ໄດ້ລົ້ນເຫຼືອອອກໄປ​ໃນ​ເຄືອ​ຂ່າຍ​ສັງ​ຄົມ Instagram ອີກດ້ວຍ. ບັນຊີ @Yourtubudd ໄດ້ໂພສວິດີໂອບັນທຶກເຫດການທີ່ຄົນຂັບລົດໃຫ່ຍຊ່ວຍຄົນຂັບລົດຈັກຂ້າມຂົວໃນຍາມລົມພັດແຮງພ້ອມແບ່ງປັນວ່າ: “ພະຍຸ Yagi ອາດຈະນຳມາສິ່ງທ້າທາຍຫຼາຍຢ່າງ, ແຕ່ທຸກມື້ນີ້ພວກເຮົາໄດ້ເຫັນເຖິງເນື້ອແທ້ອັນແທ້ຈິງຂອງວັດທະນະທຳຫວຽດນາມ: ຄວາມສາມັກຄີ ແລະ ຄວາມອົງອາດກ້າຫານ".

ໃນ​ຂະນະ​ນັ້ນ, ບັນຊີ @Prisccmcadam ​ໄດ້​ຂຽນ​ວ່າ: “ສິ່ງ​ນີ້​ເຮັດ​ໃຫ້​ຂ້າພະ​ເຈົ້າ​ນ້ຳຕາໄຫຼ​ອອກ. ພວກ​ເຮົາ​ຢູ່​ຮ່າ​ໂນ້ຍ ​ແລະ ​ໄດ້​ເຫັນ​ຄວາມ​ສາມັກຄີ​ຂອງ​ປະຊາຊົນ​ຢູ່​ທີ່​ນີ້ ​ເມື່ອ​ຕາ​ເວັນ​ຂຶ້ນ​ຫລັງ​ລົມພາຍຸ. ມັນສຸດຍອດແທ້ໆ.

ບັນຊີ @dankeshen_bitte ໄດ້ສະແດງຄວາມຄິດເຫັນວ່າ: "ນີ້ແມ່ນບົດຮຽນສໍາລັບທັງໂລກກ່ຽວກັບວິທີທີ່ຊາດຄວນປະພຶດໃນສະພາບຄວາມຫຍຸ້ງຍາກ. ຂ້າພະເຈົ້າມີຄວາມເຄົາລົບນັບຖືອັນໃຫຍ່ຫຼວງຕໍ່ພວກເພື່ອນ”.

ທ່ານ Ray Kuschert, ຊາວ​ອົດ​ສະ​ຕາ​ລີ ທີ່​ດຳລົງ​ຊີວິດ​ຢູ່​ນະຄອນໂຮ່ຈີ​ມິນ ​ເປັນ​ເວລາຫຼາຍກວ່າ 10 ​ປີ ​ແບ່ງປັນ​ວ່າ: “​ໃນຊ່ວງ​ໄລຍະ​ທີ່ຄິດວ່າມັນ​ຫຍຸ້ງຍາກ​ທີ່​ສຸດ, ຂ້າພະ​ເຈົ້າ​ໄດ້​ເຫັນທຸກຄົນ, ດ້ວຍ​ຈິດ​ໃຈ​ຂອງ​ຊຸມ​ຊົນ ​ແລະ ຄວາມເມດຕາກາລຸນາ, ຮ່ວມໃຈກັນຕ້ານລົມພະຍຸ​... ທຸກໆຄົນຮ່ວມມືກັນ, ຊຸມ​ຊົນ​ໄດ້ປະ​ວຽກ​ງານຊົ່ວຄາວເພື່ອເພື່ອນຮ່ວມຊາດຂອງຕົນ ແລະ ມີ​ຜູ້​ຄົນສ່ຽງ​ຊີ​ວິດ​ເພື່ອ​ຊ່ວຍ​ເຫຼືອ​ຄົນ​ແປກ​ໜ້າ, ນີ້​ຄືວັດ​ທະ​ນະ​ທຳ​ຫວຽດ​ນາມ ທີ່​ຂ້າ​ພະ​ເຈົ້າ​ຊົມ​ເຊີຍທີ່ສຸດ.

ຂ້າ​ພະ​ເຈົ້າ​ຫວັງ​ວ່າ ​​ສານ​ນີ້​ຈະ​ໄປ​ເຖິງ​ປະ​ຊາ​ຊົນ​ນັບ​ພັນ​ຄົນ​ທີ່ກຳລັງຕ້ອງປະ​ເຊີນ​ໜ້າ​ກັບ​​ສິ່ງ​ທ້າ​ທາຍຕ່າງໆ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ: ຄົນ​ຕ່າງ​ປະ​ເທດ​ທີ່ອາ​ໄສ​ຢູ່​ຫວຽດ​ນາມ ນັບຖືນ້ຳ​ໃຈ ແລະ ຄວາມ​ອົງອາດກ້າຫານຂອງເຂົາເຈົ້າທີ່ບໍ່ຍອມຕໍ່ພະຍຸ”.

ທ່ານກ່າວຕື່ມອີກວ່າ "ການຟື້ນຟູຈະຕ້ອງໄດ້ໃຊ້ເວລາ, ແຕ່ໃນດ້ວຍຈິດໃຈຂອງຄົນຫວຽດນາມ, ຈະບໍ່ປ່ອຍໃຫ້ນາທີໃດຕ້ອງເສຍໄປລ້າໆ, ເຮືອນທຸກໆຫລັງ ຈະໄດ້ຮັບການສ້ອມແປງ, ໂຮງຮຽນທຸກໆແຫ່ງໄດ້ເປີດຄືນໃຫມ່, ບັນດາໂຮງຫມໍຍັງຄົງປິ່ນປົວຄົນເຈັບຢ່າງງຽບໆ" ແລະ ພາກເໜືອຫວຽດ​ນາມ ຈະ​ຟື້ນ​ຟູ​ຕົວດ້ວຍ​ວິ​ທີ​ທີ່​ຕົນ​ຮູ້​ດີ​ທີ່​ສຸດ: ຄ່ອຍໆ ແລະ ເຕັມໄປດ້ວຍຄວາມພະຍາຍາມ. ຂ້າ​ພະ​ເຈົ້າ​ຮູ້ສຶກພາກ​ພູມ​ໃຈ​ທີ່​ໄດ້​ເປັນ​ສ່ວນ​ໜຶ່ງ​ຂອງ​ຊຸມ​ຊົນ ແລະ ພື້ນຖານວັດ​ທະ​ນະ​ທຳ​ນີ້, ເຊິ່ງ​ເປັນບ່ອນທີ່ຜູ້ຄົນ​ລ້ວນແຕ່ເອົາ​ໃຈ​ໃສ່ ແລະ ຊ່ວຍເຫຼືອ​ເຊິ່ງກັນ​ ແລະ ກັນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກຢ່າງມິດງຽບ.

ຄອຍ ຫງວຽນ

a1 Bình luận của người nước ngoài về sự đoàn kết của Việt Nam trong cơn bão số 3. (Ảnh chụp màn hình)  a1 ຄໍາ​ເຫັນ​ຂອງ​ຄົນ​ຕ່າງ​ປະ​ເທດ​ກ່ຽວ​ກັບ​ຄວາມ​ສາ​ມັກ​ຄີ​ຂອງ​ຫວຽດ​ນາມ​ໃນ​ລະ​ຫວ່າງ​ພະ​ຍຸ​ເລກທີ່ 3. (ພາບ​ຖ່າຍ​ໜ້າຈໍ)

Bình luận của người nước ngoài về sự đoàn kết của Việt Nam trong cơn bão số 3. (Ảnh chụp màn hình)

ຄໍາ​ເຫັນ​ຂອງ​ຄົນ​ຕ່າງ​ປະ​ເທດ​ກ່ຽວ​ກັບ​ຄວາມ​ສາ​ມັກ​ຄີ​ຂອງ​ຫວຽດ​ນາມ ​ໃນທ່າມກາງ​ພະ​ຍຸ​ເລກທີ 3. (ພາບ​ຖ່າຍ​ໜ້າຈໍ)

a2 Xe chuyên dụng của lực lượng chức năng hỗ trợ người dân di chuyển qua cầu Khuể - nối huyện Tiên Lãng và An Lão (thành phố Hải Phòng) ngày 7/9/2024. (Ảnh: KT)  a2 ລົດໃຊ້ງານສະເພາະ​ຂອງ​ກອງ​ກຳລັງ​ປະຕິບັດ​ໜ້າ​ທີ່​ໜູນ​ຊ່ວຍ​ປະຊາຊົນ​ເຄື່ອນ​ຍ້າຍ​ຂ້າມ​ຂົວ​ເຄ້ວ-​ເຊື່ອມ​ຕໍ່​ເມືອງ​ຕຽນຫຼາງ ​ແລະ​ເມືອງ​ອານ​ຫຼາວ (ນະຄອນ​ຫ່າຍ​ຟ່ອງ) ​ໃນ​ວັນ​ທີ 7 ກັນຍາ 2024. (ພາບ: KT)

ລົດໃຊ້ງານສະເພາະ​ຂອງ​ກອງ​ກຳລັງ​ປະຕິບັດ​ໜ້າ​ທີ່​ໜູນ​ຊ່ວຍ​ປະຊາຊົນ​ເຄື່ອນ​ຍ້າຍ​ຂ້າມ​ຂົວ​ ເຄ້ວ -​ ເຊື່ອມ​ຕໍ່​ເມືອງ​ຕຽນ ຫຼາງ ​ແລະ ​ເມືອງ ​ອານ​ຫຼາວ (ນະຄອນ​ຫ່າຍ​ຟ່ອງ) ​ໃນ​ວັນ​ທີ 7 ກັນຍາ 2024. (ພາບ: KT)

ຫວຽດນາມ ສະໜັບສະໜູນ​ບົດບາດ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ​ໃນ​ການ​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍ​ດ້ານ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດທົ່ວໂລກ ຫວຽດນາມ ສະໜັບສະໜູນ​ບົດບາດ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ​ໃນ​ການ​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍ​ດ້ານ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດທົ່ວໂລກ

ຍສໝ - ວັນ​ທີ 20 ມິຖຸນາ​, ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ​ໄດ້​ຈັດຕັ້ງວາລະ​ປະຊຸມ​ສຸມເປິດກ່ຽວ​ກັບ​ຫົວ​ຂໍ້ "ຮັກສາ​ສັນຕິພາບຄ​ວາມ​ໝັ້ນຄົງ​ສາກົນ, ​ມາດຕະການແກ້​ໄຂ​ໄພ​ຂົ່ມຂູ່ທີ່ນັບມື້ນັບ​ເພີ່ມ​ຂຶ້ນ​ບົນພື້ນທີ່​ອິນ​ເຕີ​ເນັດ" ໂດຍທ່ານ ລັດຖະມົນຕີ​ການ​ຕ່າງປະ​ເທດ ສ.​ເກົາຫຼີ Cho Tae-yul ເປັນປະທານ. ເຂົ້າ​ຮ່ວມ​ເຫດການ​ມີ​ທ່ານ​ເລຂາທິການ​ໃຫຍ່ Antonio Gutteres ພ້ອມກັນກັບຜູ້ຕາງໜ້າ​ເກືອບ 70 ປະ​ເທດ​ສະມາຊິກ ສປຊ.

ທ່ານ ປະທານ​ກຸ່ມສະມາຊິກລັດຖະສະພາມິດຕະພາບ ຝຣັ່ງ - ຫວຽດນາມ ​ໄດ້​ສຳ​ຜັດຕົວຈິງ​ກັບເຕັກນິກ​ການ​ຍ້ອມ​ຜ້າ​ຂອງ​ຊາວ ຢ້າວ​ຕຽນ ທ່ານ ປະທານ​ກຸ່ມສະມາຊິກລັດຖະສະພາມິດຕະພາບ ຝຣັ່ງ - ຫວຽດນາມ ​ໄດ້​ສຳ​ຜັດຕົວຈິງ​ກັບເຕັກນິກ​ການ​ຍ້ອມ​ຜ້າ​ຂອງ​ຊາວ ຢ້າວ​ຕຽນ

ຍສໝ - ທ່ານ​ນາງ Anne Le Hénanff, ຜູ້ຕາງໜ້າ​ສະພາ​ແຫ່ງ​ຊາດ​ແຂວງ Morbihan, ປະທານ​ກຸ່ມ​ສະມາຊິກລັດຖະສະພາມິດຕະພາບ ຝຣັ່ງ - ຫວຽດນາມ ​ຂອງສະພາ​ແຫ່ງ​ຊາດ​ ຝຣັ່ງ ແລະ ຜູ້ຕາງໜ້າ​ອົງການ​ພັດທະນາ ຝຣັ່ງ (AFD) ປະຈຳ ຫວຽດນາມ ​ໄດ້​ມີບັນດາ​ການລົງຕົວຈິງທີ່ໜ້າຈັບໃຈ ​ເມື່ອ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ ຮວ່າ​ບິ່ງ ...

ທອງມີ ສີຫາວົງ

ເບິ່ງເພີ່ມເຕີມໃນ: ພູມລໍາເນົາ ແລະ ຜູ້ຄົນ

ເບິ່ງເພີ່ມເຕີມ
ເຫດການ