ວັດທະນະທຳໃນບັນດາງານບຸນຍາມລະດູບານໃໝ່ຢູ່ແຂວງ ລາຍເຈົາ

23:08 | 24/03/2025

ຍສໝ - ເມື່ອລະດູບານໃໝ່ວຽນມາໃນແຕ່ລະຄັ້ງ, ຫຼາຍທ້ອງຖິ່ນໃນບໍລິເວນແຂວງ ລາຍເຈົາ ກໍ່ພ້ອມກັນຈັດຕັ້ງບັນດາງານບຸນເພື່ອສົມມະນາຄຸນເທວະດາຟ້າແຖນ ເຊິ່ງໄດ້ດົນບັນດານໃຫ້ໂຊກລາບ ຊ່ວຍໃຫ້ລະດູການຜະລິດໄດ້ຮັບຜົນດີ ແລະ ປາດຖະໜາວ່າປີໃໝ່ມີຄວາມສະຫງົບສຸກ ແລະ ອີ່ມໜຳສຳລານ. ມານີ້ແຂກທ່ອງທ່ຽວຈະໄດ້ເຊື່ອມຕົວເຂົ້າກັບບັນດຍາກາດງານບຸນຍາມລະດູບານໃໝ່ທີ່ເປັນເອກະລັກໃນທ່າມກາງວັດທະນະທຳຫຼາກຫຼາຍສີສັນ

ລາຍເຈົາ ມຸ່ງໄປເຖິງຕະຫຼາດແຂກທ່ອງທ່ຽວລາວ ແລະຈີນ
ພົບປະແລກປ່ຽນກັບນັກສຶກສາລາວ ທີ່ພວມຮໍ່າຮຽນຢູ່ ລາຍເຈົາ

ຊຸມວັນຕົ້ນລະດູບານໃໝ່, ບັນຍາກາດເບີກບານມ່ວນຊື່ນໄດ້ປົກຄຸມໄປທົ່ວໝູ່ບ້ານຢູ່ເຂດພູສູງ ຕ່າແລ່ງ ເມືອງ ຕາມເດືອງ ແຂວງ ລາຍເຈົາ. ນັບແຕ່ຮຸ່ງເຊົ້າຂອງວັນສຳຄັນໃນບຸນ ເກົ່າຕ່າວ, ພວກບ່າວສາວກໍ່ນຸ່ງຊຸດອາພອນປະຈຳເຜົ່າຫຼາກຫຼາຍສີສັນເຈືອຈານເຂົ້າກັບສຽງແຄນວາດຟ້ອນພື້ນເມືອງ. ນີ້ແມ່ນໂອກາດເພື່ອໃຫ້ພີ່ນ້ອງເຜົ່າມົ້ງ ສະແດງຄວາມເຄົາລົບນັບຖື ສະແດງຄວາມຮູ້ບຸນຄຸນຕໍ່ເທວະດາຟ້າແຖນ. ອ້າຍ ຢ່າລ່າງປ໊າວ ຊາວບ້ານ ຟໍລາວກາຍ ຕາແສງ ຕ່າແລ່ງ ໃຫ້ຮູ້ວ່າ:

ວັດທະນະທຳໃນບັນດາງານບຸນຍາມລະດູບານໃໝ່ຢູ່ແຂວງ ລາຍເຈົາ
ບັນດາງານບຸນຍາມລະດູບານໃໝ່ແມ່ນປັດໄຈດຶງດູດແຂກທ່ອງທ່ຽວ

“ບຸນເກົ່າຕ່າວ ແມ່ນງານບຸນປະເພນີຂອງເຜົ່າມົ້ງ ເຊິ່ງໄດ້ສືບທອດກັນມາແຕ່ດົນນານແລ້ວ. ຂ້າພະເຈົ້າພາກພູມໃຈ ເມື່ອໄດ້ເຂົ້າຮ່ວມງານບຸນ. ຂ້າພະເຈົ້າຈະຖ່າຍທອດໃຫ້ພວກລູກຫຼານ ເພື່ອຈະຮັກສາໄວ້ຕະຫຼອດໄປ”.

ງານບຸນ ເກົ່າຕ່າວ ຢູ່ຕາແສງ ຕ່າແລ່ງ ໄດ້ດຶງດູດແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງແຂວງ ລາຍເຈົາ ມາຢ້ຽມຊົມທັດສະນະສຶກສາເປັນຈຳນວນຫຼາຍ. ນາງ ບຸ່ຍທິຕິ່ງ ແຂກທ່ອງທ່ຽວມາຈາກ ຮ່າໂນ້ຍ ໃຫ້ຮູ້ວ່າ:

“ມາຮ່ວມງານບຸນ ຂ້າພະເຈົ້າເຫັນວ່າມີຄວາມຟົດຟື້ນມ່ວນຊື່ນ ແລະ ເຂັ້ມຂົ້ນໄປດ້ວຍສີສັນຂອງພໍ່ແມ່ພີ່ນ້ອງເຜົ່າມົ້ງ. ພໍ່ແມ່ພີ່ນ້ອງໄດ້ເຂົ້າຮ່ວມການແຂ່ງຂັນລະຫຼິ້ນ ດ້ວຍຄວາມເມົາມົວ ແລະ ກະຕືລືລົ້ນ”.

ງານບຸນ ເກົ່າຕ່າວ ບໍ່ພຽງແຕ່ຮັກສາຈຸດວັດທະນະທຳປະເພນີຂອງຊາວເຜົ່າມົ້ງເທົ່ານັ້ນ ຫາກຍັງແມ່ນໂອກາດເພື່ອໃຫ້ແຕ່ລະຄົນໄປທຳມາຫາກິນ ໄປເຮັດວຽກຢູ່ແດນໄກມາເຕົ້າໂຮມກັບຄອບຄົວ. ທ່ານ ຮ່າງອາລື໋ ຮອງປະທານຄະນະກຳມະການປະຊາຊົນຕາແສງ ຕ່າແລ່ງ ເມືອງ ຕາມເດືອງ ໃຫ້ຮູ້ວ່າ:

“ງານບຸນ ເກົ່າຕ່າວໄດ້ນຳມາຊຶ່ງຄວາມເບີກບານມ່ວນຊື່ນ ແລະ ຄວາມຜາສຸກ ພ້ອມທັງພາວະນາໃຫ້ປະຊາຊົນມີສຸກຂະພາບແຂງແຮງ ຄອບຄົວມີຄວາມສຸກ. ເທວະດາຟ້າແຖນກໍ່ຍັງຊ່ວຍໃຫ້ພໍ່ແມ່ພີ່ນ້ອງສາມາດຜະລິດໄດ້ຮັບຜົນດີ, ສັດລ້ຽງກໍ່ເຕີບໂຕຢ່າງສະດວກ”.

ຖ້າຫາກວ່າ ຊາວເຜົ່າມົ້ງຢູ່ຕາແສງ ຕ່າແລ່ງ ມີງານບຸນ ເກົ່າຕ່າວ ນັ້ນ,ຊາວເຜົ່າຜູ້ໄທຢູ່ຕາແສງ ບ້ານບໍ່ ເມືອງຕາມເດືອງ ກໍ່ມີງານບຸນ ແຊ່ຈຽງ. ຢູ່ທີ່ນີ້ແຂກທ່ອງທ່ຽວຈະໄດ້ເຊື່ອມຕົວເຂົ້າກັບບັນຍາກາດທີ່ສັກສິດໃນພິທີໄຫວ້ບູຊາຍາມຕົ້ນປີຂອງຊາວເຜົ່າຜູ້ໄທ, ໄດ້ເຂົ້າຮ່ວມວາດຟ້ອນແຊ ຢ່າງຄຶກຄື້ນມ່ວນຊື່ນຂອງຊາວທ້ອງຖິ່ນ. ອ້າຍ ຫງວຽນວັນຈ້ອງ ແຂກທ່ອງທ່ຽວມາຈາກ ຫ໋າຍຟອງ ແບ່ງປັນວ່າ:

“ນີ້ແມ່ນເທື່ອທີ່ສາມທີ່ຂ້າພະເຈົ້າໄດ້ເຂົ້າຮ່ວມງານບຸນ ແຊ່ຈຽງ ຍາມຕົ້ນປີໃໝ່. ພໍ່ແມ່ພີ່ນ້ອງເຂົ້າຮ່ວມງານບຸນຢ່າງຫຼວງຫຼາຍ ແລະ ຫວັງໃຫ້ປີໃໝ່ດິນຟ້າອາກາດອຳນວຍຄວາມສະດວກ. ຂ້າພະເຈົ້າພາວະນາໃນປີໃໝ່ຈະປະສົບຜົນສຳເລັດໃນໜ້າທີ່ການງານຂອງຕົນ.”

ງານບຸນຍາມລະດູບານໃໝ່ຢູ່ແຂວງ ລາຍເຈົາ ບໍ່ພຽງແຕ່ແມ່ນເຫດການວັດທະນະທຳເທົ່ານັ້ນຫາກຍັງແມ່ນໂອກາດເພື່ອໃຫ້ແຂກທ່ອງທ່ຽວ ເຊື່ອມຕົນເຂົ້າກັບບັນຍາກາດທີ່ສົດຊື່ນຍາມລະດູບານໃໝ່ ທີ່ເຕັມໄປດ້ວຍຄວາມຫວັງ. ທ່ານ ເຈິ່ນກວາງຂາງ ຮອງຫົວໜ້າພະແນກວັດທະນະທຳ ກິລາ ແລະ ທ່ອງທ່ຽວ ແຂວງ ລາຍເຈົາ ໃຫ້ຮູ້ວ່າ:

“ບັນດາງານບຸນຍາມຕົ້ນລະດູບານໃໝ່ ກໍ່ແມ່ນການເຄື່ອນໄຫວ ເພື່ອອະນຸລັກເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳ ອັນເປັນປະເພນີທີ່ດີງາມຂອງບັນດາເຜົ່າໃນບໍລິເວນແຂວງ. ນອກຈາກນັ້ນ ນີ້ກໍ່ຍັງແມ່ນບັນດາເຫດການເພື່ອເລີ່ມຕົ້ນປີກະຕຸ້ນການທ່ອງທ່ຽວ ເພື່ອດຶງດູດແຂກທ່ອງທ່ຽວມາຢາມ ລາຍເຈົາ ໃນປີ 2025 ໃຫ້ນັບມື້ນັບຫຼາຍຂຶ້ນ”.

ງານບຸນຍາມລະດູບານໃໝ່ຢູ່ແຂວງ ລາຍເຈົາ ກໍ່ແມ່ນການເດີນທາງຄົ້ນຫາວັດທະນະທຳທີ່ຫຼາກຫຼາຍສີສັນ, ເຊື່ອມຕໍ່ມະນຸດກັບທຳມະຊາດ. ບັນດາງານບຸນຈະສ້າງຄວາມປະທັບໃຈຍາກທີ່ຈະລືມໄດ້ ໃຫ້ແກ່ແຂກທ່ອງທ່ຽວກ່ຽວກັບບັນດາຄຸນຄ່າທາງດ້ານວັດທະນະທຳຮີດຄອງປະເພນີ ແລະ ທິວທັດທຳມະຊາດທີ່ງົດງາມຢູ່ເຂດພູສູງທາງທິດຕາເວັນຕົກພາກເໜືອ ຫວຽດນາມ.

ຕາມ vovworld.vn

https://vovworld.vn/lo-LA/ວັດທະນະທາ/ວດທະນະທຳໃນບນດາງານບນຍາມລະດບານໃໝຢແຂວງ-ລາຍເຈາ-1368456.vov

ເຂດທ່ອງທ່ຽວ ກົ໋ງເຈີ່ຍ ໂອກຸຍໂຮ່ ສະຖານທີ່ທ່ອງທ່ຽວທີ່ງົດງາມ ໃນແຂວງ ລາຍເຈົາ ເຂດທ່ອງທ່ຽວ ກົ໋ງເຈີ່ຍ ໂອກຸຍໂຮ່ ສະຖານທີ່ທ່ອງທ່ຽວທີ່ງົດງາມ ໃນແຂວງ ລາຍເຈົາ

ເຂດທ່ອງທ່ຽວ ກົ໋ງເຈີ່ຍ ໂອກຸຍໂຮ່ ຂຶ້ນກັບຕາແສງ ເຊີນບິ່ງ ເມືອງ ຕາເດື່ອງ ແຂວງ ລາຍເຈົາ. ຢູ່ແຫ່ງນີ້ແມ່ນໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວທີ່ສວຍງາມຢູ່ແຂວງ ລາຍເຈົາ.

ແຂວງ ລາຍເຈົາ ສົ່ງເສີມຜະລິດຕະພັນຊາເຂົ້າຕະຫຼາດ ຕາເວັນອອກກາງ, ອາຟຣີກາເໜືອ ແລະ ອາຊີໃຕ້ ແຂວງ ລາຍເຈົາ ສົ່ງເສີມຜະລິດຕະພັນຊາເຂົ້າຕະຫຼາດ ຕາເວັນອອກກາງ, ອາຟຣີກາເໜືອ ແລະ ອາຊີໃຕ້

ກອງປະຊຸມສຳມະນານີ້ໂດຍຄະນະກຳມະການປະຊາຊົນແຂວງ ລາຍເຈົາ ສົມທົບກັບກະຊວງການຕ່າງປະເທດຈັດຂິ້ນດ້ວຍຮູບແບບເຊິ່ງໜ້າ ທີ່ສຳນັກງານເຮັດວຽກຂອງກະຊວງການຕ່າງປະເທດ ແລະ ແບບທາງໄກ.

ຕາມ vovworld.vn

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ
ເຫດການ