​ເປັນ​ຄັ້ງ​ທຳ​ອິດ, ປຶ້ມພາສາ​ຫວຽດນາມ ​ໄດ້​ມີ​ຢູ່​ຫໍສະໝຸດ​ໃຫຍ່​ທີ່​ສຸດ​ຂອງ​ນະຄອນຫຼວງ​ແບນ​ຊິກ

23:12 | 10/04/2025

ຍສໝ - ມຸນ ຫວຽດນາມ ແຫ່ງທຳອິດ ໄດ້ຈັດຕັ້ງຢູ່ຫໍສະໝຸດ Muntpunt ຢູ່ Brussels (ແບນຊິກ) ເພື່ອໃຫ້ເດັກນ້ອຍ ຫວຽດນາມ ຢູ່ ແບນຊິກ ໄດ້ມີໂອກາດອ່ານ, ຮຽນ ແລະ ຮັກສາພາສາແມ່.

ທ່ານ​ປະ​ທານ ຄໍາ​ໄຕ ສີ​ພັນ​ດອນ: ການ​ນຳ​ດີ​ເດັ່ນ​ຂອງ​ລາວ, ເພື່ອນ​ມິດ​ທີ່​ຍິ່ງ​ໃຫຍ່​ຂອງ​ຫວຽດ​ນາມ
ເຫດການ “ວັນ​ວັດ​ທະ​ນະ​ທຳ​ຫວຽດ​ນາມ ຢູ່ Tyumen” ຖືກ​ຈັດ​ຂຶ້ນ​ເປັນ​ຄັ້ງ​ທຳ​ອິດ

​ເປັນ​ຄັ້ງ​ທຳ​ອິດ, ປຶ້ມ​ພາສາຫວຽດນາມ​ ​ໄດ້​ປະກົດ​ຕົວ​ຢ່າງ​ເປັນ​ທາງ​ການ​ຢູ່​ຊັ້ນວາງ​ຂອງ​ຫໍສະໝຸດ Muntpunt - ຫໍສະໝຸດ​ສູນ​ກາງ ​ແລະ ໃຫຍ່​ທີ່​ສຸດ​ຢູ່​ນະຄອນຫຼວງ Brussels (​ແບນ​ຊິກ). ນີ້​ແມ່ນ​ໝາກຜົນ​ແຫ່ງ​ຂໍ້​ລິ​ເລີ່​ມຂອງ​ສະມາຄົມ​ໃຫຍ່​ຊາວ​ຫວຽດນາມ ຢູ່​ແບນ​ຊິກ (UGVB) ປະຕິບັດ, ເພື່ອກໍ່ສ້າງ “​ແຈ​ຫວຽດນາມ” ​ແຫ່ງໜຶ່ງ ເພື່ອ​ຮັບ​ໃຊ້​ເດັກນ້ອຍ​ຊາວ​ຫວຽດນາມ ອາ​ຍຸ 0-6 ປີ ອາ​ໄສ​ຢູ່ ​ແບນ​ຊິກ.

ແຈ​ຫວຽດນາມ ລວມມີ: ນິທານພື້ນເມືອງຫວຽດນາມ, ບົດກະວີຂອງເດັກນ້ອຍ ແລະ ກາຕູນ - ເນື້ອໃນທີ່ທັງມີຄຸນຄ່າສຶກສາ ແລະ ທັງເຊື່ອມຕໍ່ວັດທະນະທໍາພື້ນເມືອງກັບໄວໜຸ່ມໃນສະພາບແວດລ້ອມທີ່ຫຼາກຫຼາຍວັດທະນະທໍາ. ຈຸດ​ພົ້ນ​ເດັ່ນ​ຂອງ​ຊຸດ​ປຶ້ມ​ແມ່ນ​ນິທານ​ພື້ນ​ເມືອງ​ຄື: ເລື່ອງກົກໄຜ່ມີໜຶ່ງຮ້ອຍປ້ອງ, ບົດ​ກາບກອນ​ທີ່​ຄຸ້ນ​ເຄີຍ, ພາສາ​ລຽບ​ງ່າຍ​ທີ່​ຊ່ວຍ​ໃຫ້​ເດັກນ້ອຍ​ເຂົ້າ​ໃກ້ ​ແລະ ຮັກສາ​ການ​ນຳ​ໃຊ້​ພາສາ​ຫວຽດນາມ​ຢ່າງ​ເປັນ​ທຳ​ມະ​ຊາດ.

​ເປັນ​ຄັ້ງ​ທຳ​ອິດ, ປຶ້ມພາສາ​ຫວຽດນາມ ​ໄດ້​ມີ​ຢູ່​ຫໍສະໝຸດ​ໃຫຍ່​ທີ່​ສຸດ​ຂອງ​ນະຄອນຫຼວງ​ແບນ​ຊິກ

ປຶ້ມພາສາຫວຽດນາມ ດ້ປະກົດຂຶ້ນຢ່າງເປັນທາງການຢູ່ຊັ້ນວາງຂອງຫໍສະໝຸດ Muntpunt. (ພາບ: TTXVN)

​ເນື່ອງ​ໃນ​ໂອກາດ​ນີ້, ນັກ​ປະພັນ, ນັກ​ຂ່າວ ກ່ຽວບິກເຟືອງ, ປະຈຸ​ບັນ ອາ​ໄສ​ຢູ່​ປະ​ເທດ ແບນ​ຊິກ ​ໄດ້​ມອບໃຫ້ຫໍສະໝຸດ​ດ້ວຍ​ຊຸດ​ປຶ້ມເລື່ອງລາວດ້ວຍພາບ “ສັນຍານລັບ OGO”, ແມ່ນ​ຜົນງານ​ທີ່​ວາດ​ພາບ​ຊີວິດ​ຂອງ​ເດັກນ້ອຍ​ໃນ​ບັນດາ​ຄອບຄົວ​ຫຼາຍ​ວັດທະນະທຳ.

ຕາມ​ທ່ານ​ນາງ ເຮືອງ ​ແລ້ວ, ​ເດັກນ້ອຍ​ອ່ານ​ໜັງສື​ດ້ວຍ​ພາສາ​ແມ່​ບໍ່​ພຽງ​ແຕ່​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ເຂົ້າ​ໃຈ​ເອກະລັກ​ວັດທະນະທຳ​ຂອງ​ຕົນ​ເທົ່າ​ນັ້ນ, ຫາກ​ຍັງ​ເປັນ​ຂົວ​ຕໍ່​ໃຫ້​ພໍ່​ແມ່ - ຜູ້​ດຳລົງ​ຊີວິດ​ໃນ​ສະພາບ​ແວດ​ລ້ອມ​ຫຼາຍ​ພາສາ - ​ໄດ້​ໃກ້ຊິດ​ກັບ​ລູກ​ອີກ​ດ້ວຍ.

ທ່ານນາງ Brenda, ຜູ້ທີ່ຮັບຜິດຊອບຂອງພາກສ່ວນຂອງເດັກນ້ອຍຢູ່ຫໍສະຫມຸດ Muntpunt ກ່າວວ່າ ການຊ່ວຍເຫຼືອຊຸມຊົນຄົນອົບພະຍົບຮັກສາພາສາພື້ນເມືອງຂອງເຂົາເຈົ້າແມ່ນບູລິມະສິດສໍາລັບຫ້ອງສະຫມຸດ. "ເດັກນ້ອຍທີ່ໄດ້ສໍາຜັດກັບຫນັງສືໃນພາສາຕົ້ນສະບັບຂອງພວກເຂົາໃນສະຖານທີ່ສາທາລະນະຈະສ້າງນິໄສການອ່ານແບບຍືນຍົງ, ໃນຂະນະທີ່ຮັກສາການເຊື່ອມຕໍ່ກັບຮາກຂອງພວກເຂົາ", ທ່ານນາງແບ່ງປັນ.

ທ່ານ​ນາງ ຫງວຽນ​ຈຸງຖຸຍ, ຜູ້ຮັບຜິດຊອບຄະນະວັດທະນະທຳ ​ແລະ ສັງຄົມ UGVB ​ໃຫ້​ຮູ້​ວ່າ: ນອກຈາກ​ບໍລິຈາກ​ປຶ້ມ​ແລ້ວ, ສະມາຄົມ​ໃຫຍ່​ຍັງ​ປາດ​ຖະໜາ​ຢາກ​ສ້າງ​ພື້ນຖານວັດທະນະທຳ​ຫວຽດນາມ ​ຢ່າງ​ແທ້​ຈິງ ເຊິ່ງເປັນບ່ອນໃຫ້​ເດັກນ້ອຍ​ສາມາດ​ອ່ານ​ປຶ້ມ, ຫລິ້ນ​ເກມ​ພື້ນ​ເມືອງ ​ແລະ ສື່ສານດ້ວຍພາສາ ຫວຽດນາມ ໃນ​ບັນຍາກາດ​ທີ່​ເປັນ​ມິດ.

ເດັກນ້ອຍ ຫວູຮົງເງີນ (ອາຍຸ 13 ປີ) ໃນເວລາທີ່ອ່ານປື້ມພາສາຫວຽດນາມ ຢູ່ຫໍສະໝຸດ ກ່າວວ່າ “ຫຼານຮູ້ສຶກຄືກັບຢູ່ຫວຽດນາມ, ອ່ານປຶ້ມກັບພໍ່ເຖົ້າແມ່ເຖົ້າຄືກັບຕອນກັບບ້ານ”. ເດັກນ້ອຍ Lisa (9 ປີ), ເກີດ ​ແລະ ເຕີບ​ໃຫຍ່​ຢູ່​ປະ​ເທດ​ແບນ​ຊິກ, ​ໄດ້​ເຮັດ​ໃຫ້​ຫລາຍ​ຄົນ​ປະ​ຫລາດ​ໃຈ​ເມື່ອ​ນາງ​ອ່ານ​ບົດ​ກະວີ​ຫວຽດນາມ ຢ່າງ​ຄ່ອງ​ແຄ້ວ. Lisa ບອກວ່າ ແມ່ຂອງຫຼານມັກຮ້ອງເພງກ່ອມ ແລະ ເລົ່ານິທານເປັນພາສາຫວຽດນາມ, ສະນັ້ນ ລາວມັກອ່ານປຶ້ມເປັນພາສານີ້ແທ້ໆ, ເຖິງວ່າການຂຽນຍັງຫຍຸ້ງຍາກກໍ່ຕາມ.

ຫຼາຍ​ຄອບຄົວ​ຊາວ​ຫວຽດນາມ ຢູ່​ແບນ​ຊິກ ​ໄດ້​ສ້າງ​ຕັ້ງ​ກຸ່ມ​ນ້ອຍ​ຢ່າງ​ຕັ້ງໜ້າ ​ເພື່ອ​ແບ່ງປັນ​ປະສົບ​ການ​ໃນ​ການ​ຮັກສາ​ພາສາ​ຫວຽດນາມ, ຈັດ​ຕັ້ງ​ບັນດາ​ລາຍການ​ເລົ່າ​ນິທານ, ຮ້ອງ​ເພງກ່ອມ, ສອນ​ໜັງສື​ຢູ່​ບ້ານ. ບັນດາ​ການ​ເຄື່ອນ​ໄຫວ​ເຫຼົ່າ​ນີ້​ປະກອບສ່ວນ​ສ້າງ​ປະຊາ​ຄົມ​ທີ່​ໃກ້ຊິດ​ສະໜິດສະໜົມ​ທີ່​ສະໜັບສະໜູນ​ເຊິ່ງກັນ​ແລະ​ກັນ​ໃນ​ການ​ເດີນທາງ​ຂອງ​ການ​ລ້ຽງ​ດູ​ລູກ​ໃນ​ສະພາບ​ແວດ​ລ້ອມວັດທະນະທຳທີ່ຫຼາກ​ຫຼາຍ.

ສ້າງ​ເງື່ອນ​ໄຂ​ດີ​ທີ່​ສຸດ​ໃຫ້​ນັກ​ສຶກ​ສາ​ລາວ​ໄປ​ຮຽນ​ຢູ່ ຫາຍ​ເຢືອງ

ສ້າງ​ເງື່ອນ​ໄຂ​ດີ​ທີ່​ສຸດ​ໃຫ້​ນັກ​ສຶກ​ສາ​ລາວ​ໄປ​ຮຽນ​ຢູ່ ຫາຍ​ເຢືອງ

ຍສໝ - ສະຫາຍ ຮອງ​ເລຂາ​ຜູ້ປະຈຳການຄະນະ​ພັກແຂວງ ເລວັນຮ້ຽວ ເນັ້ນ​ໜັກ​ວ່າ ການບຳລຸງສ້າງນັກຮຽນ, ນັກສຶກສາ​ລາວ ​ແມ່ນໜ້າທີ່​ການ​ເມືອງ​ສຳຄັນ​ຂອງ​ແຂວງ ຫາຍ​ເຢືອງ.

ສາດ​ສະ​ດາ​ຈານ​ຍິງ​ເຊື້ອສາຍ​ຫວຽດ​ນາມ ​ຢູ່​ອັງ​ກິດ ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ສະ​ມາ​ຊິກ​ສະ​ຖາ​ບັນບັນດິດ ​ເອີ​ລົບ

ສາດ​ສະ​ດາ​ຈານ​ຍິງ​ເຊື້ອສາຍ​ຫວຽດ​ນາມ ​ຢູ່​ອັງ​ກິດ ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ສະ​ມາ​ຊິກ​ສະ​ຖາ​ບັນບັນດິດ ​ເອີ​ລົບ

ທ້າຍເດືອນ ເມສາ 2024, ທ່ານ ສາດສະດາຈານ ນາງ ຫງວຽນທິກິມແທ່ງ, ເຮັດວຽກຢູ່ມະຫາວິທະຍາໄລ University College London - UCL (ລາດຊະອານາຈັກອັງກິດ), ໄດ້ຮັບການເລືອກຕັ້ງຢ່າງເປັນທາງການ ໃຫ້ເປັນສະມາຊິກຂອງສະຖາບັນການບັນດິດເອີຣົບ (Academia Europaea - AE) ແລະ ກາຍເປັນຄົນຫວຽດນາມ ຄົນທຳອິດທີ່ເຂົ້າຮ່ວມອົງການວິທະຍາສາດທີ່ມີຊື່ສຽງນີ້.

ມີງດຶກ

ເຫດການ