![]() | ລະດູບານໃໝ່ຢູ່ດິນແດນປະເທດເພື່ອນລາວ |
![]() | ຮັກສາຄວາມສະຫງົບຢູ່ເຂດຊາຍແດນຫວຽດນາມ-ລາວ |
ທ້າວ ຈັນທະພອນ ກິດຕິລາດ ເກີດປີ 2004 ທີ່ແຂວງອັດຕະປື (ປະເທດລາວ); ມາຫວຽດນາມ ເພື່ອຮໍ່າຮຽນຕາມຂະແໜງປົກປ້ອງພືດ, ພະແນກວິທະຍາສາດທຳມະຊາດ ຢູ່ມະຫາວິທະຍາໄລກວາງນາມ ດ້ວຍທຶນສ່ວນຕົວ ແຕ່ປີ 2022. ບັນດາອາຈານ ແລະ ໝູ່ເພື່ອນຢູ່ກວາງນາມ ມັກເອີ້ນ ຈັນທະພອນ ກິດຕິລາດ ດ້ວຍຊື່ທີ່ສະໜິດສະໜົມແມ່ນ ພອນ.
![]() |
ທ້າວ ຈັນທະພອນ ກິດຕິລາດ check-in ຢູ່ສວນດອກໄມ້ໃນບ້ານ ກາບານ. |
ຄວາມຮັກພາສາຫວຽດນາມ
ຖ້າບໍ່ຖືກແນະນຳ, ຂ້າພະເຈົ້າບໍ່ຄິດວ່າ ພອນ ເປັນຄົນຕ່າງປະເທດ, ເພາະວ່າລາວເວົ້າພາສາຫວຽດນາມ ໄດ້ຄ່ອງແຄ້ວ. ແຕ່ຕາມ ທ້າວ ຈັນທະພອນ ກິດຕິລາດ ແລ້ວ, ນອກຈາກບໍ່ມັກອາຫານການກິນ ແລະ ສະພາບອາກາດຢູ່ ກວາງນາມ ແລ້ວ, ຄວາມຫຍຸ້ງຍາກໃຫຍ່ທີ່ສຸດຂອງລາວເມື່ອໄປຮຽນແມ່ນພາສາຫວຽດນາມ. ໃນເວລານັ້ນ ລາວຮູ້ພຽງແຕ່ສອງສາມຄໍາເຊັ່ນ "ສະບາຍດີ" ແລະ "ຂອບໃຈ". “ເມື່ອໄປຕະຫຼາດເພື່ອຊື້ອາຫານ, ຂ້າພະເຈົ້າບໍ່ຮູ້ວ່າຈະບັນຍາຍແນວໃດຫລາຍຄົນເວົ້າດ້ວຍສຳນຽງທ້ອງຖິ່ນ, ດັ່ງນັ້ນ ມັນຍາກສຳລັບຂ້າພະເຈົ້າທີ່ຈະເຂົ້າໃຈ” - ທ້າວ ພອນ ເລົ່າຄືນ.
ແຕ່ຈາກນັ້ນ, ບໍ່ດົນມານີ້, ພາສາຫວຽດນາມ ຂອງລາວກໍ່ໄດ້ຮັບການປັບປຸງຢ່າງຕັ້ງໜ້າ. ທ້າວ ພອນ ສາມາດສື່ສານໄດ້ດີຍ້ອນວິທີການຮຽນ “ກ້າວໄປພ້ອມກັນ” ຄື: ປະຕິບັດຝຶກແອບຢ່າງເປັນປົກກະຕິກັບຄູສອນ, ປະຕິບັດຕາມໂຄງການສອນພາສາຫວຽດນາມ ສໍາລັບນັກສຶກສາຕ່າງປະເທດ ແລະ ໂຄງການສອນພາສາລາວ ໃຫ້ພະນັກງານ ຫວຽດນາມ, ສື່ສານເປັນພາສາຫວຽດນາມ ກັບເພື່ອນ, ໂດຍສະເພາະແມ່ນເຂົ້າຮ່ວມສະໂມສອນພາສາຫວຽດນາມ ຢູ່ໂຮງຮຽນ.
ຈາກນັ້ນ, ພຽງ 8 ເດືອນ, ທ້າວ ພອນ ໄດ້ມີຄວາມໝັ້ນໃຈກ່ຽວກັບ “ປະສົບການຮຽນພາສາຫວຽດ - ປະສົບການທີ່ປະເສີດໃນການດຳລົງຊີວິດ ແລະ ຮ່ຳຮຽນຢູ່ ກວາງນາມ” ເພື່ອເຂົ້າຮ່ວມການແຂ່ງຂັນ “ພາສາຫວຽດນາມ ທີ່ອຸດົມສົມບູນສວຍງາມ” ຈັດຕັ້ງໂດຍໂຮງຮຽນ. ສຳລັບທ້າວ ພອນ, ພາສາຫວຽດນາມ ບໍ່ພຽງແຕ່ມີຈິດວິນຍານ ແລະ ສິ່ງຍອດຢ້ຽມວັດທະນະທຳຫວຽດນາມເທົ່ານັ້ນ, ຫາກຊາວລາວ ທີ່ຮຽນພາສາຫວຽດນາມ ຍັງສະແດງໃຫ້ເຫັນຄວາມສາມັກຄີ, ຄວາມຕິດພັນແບບພິເສດ, ມິດຕະພາບ ຫວຽດນາມ - ລາວ ອີກດ້ວຍ.
ທ້າວ ພອນ ໃຫ້ຮູ້ວ່າ ຄອບຄົວຂອງລາວມີມູນເຊື້ອເຮັດກະສິກຳ, ນອກຈາກນັ້ນ, ບໍລິສັດ Thaco Agri ຂຶ້ນກັບTHACO ຂອງຫວຽດນາມ ກໍ່ພວມປະຕິບັດຍຸດທະສາດການລົງທຶນການຜະລິດກະສິກຳແບບປະສົມປະສານ ແລະ ກະສິກຳແບບໝູນວຽນ ບົນພື້ນຖານອຸດສາຫະກຳອົງຄະທາດຂະໜາດໃຫຍ່ ດ້ວຍເນື້ອທີ່ກວ່າ 27.000 ເຮັກຕາຢູ່ບ້ານເກີດຂອງລາວ ແຂວງອັດຕະປື ແລະ ແຂວງເຊກອງ (ລາວ). ສະນັ້ນ, ກາລະໂອກາດວຽກເຮັດງານທຳໃນຂະແໜງກະສິກຳຢູ່ບ້ານເກີດຂອງຕົນແມ່ນເປີດກວ້າງ.
ການຄົ້ນຄວ້າວິທະຍາສາດທີ່ຕິດພັນກັບຊີວິດ
ທ້າວ ພອນ ແບ່ງປັນວ່າ ສິ່ງທີ່ໜ້າສົນໃຈທີ່ສຸດໃນການຮຽນຂະແໜງປົກປ້ອງພືດແມ່ນນອກຈາກການຮຽນຮູ້ທິດສະດີໃນຫ້ອງບັນຍາຍ ແລະ ປະຕິບັດຕົວຈິງຢູ່ຫ້ອງທົດລອງ, ໂຮງຮຽນສ້າງທຸກເງື່ອນໄຂໃຫ້ນັກຮຽນເຮັດການຄົ້ນຄວ້າວິທະຍາສາດ ແລະ ເດີນທາງໄປເຂດປູກຝັງກະສິກຳປ່າໄມ້ ແລະ ເປັນຢາຢູ່ແຂວງ. ໂຮງຮຽນມີສວນທົດລອງ ເພື່ອໃຫ້ນັກຮຽນສາມາດປະຕິບັດໄດ້ທັນທີ.
ທ້າວມີແຜນຈະຢູ່ ແລະ ເຮັດວຽກຢູ່ຫວຽດນາມ ສອງສາມປີ ຫຼັງຈາກຮຽນຈົບໃນປີ 2027 ເພື່ອມີປະສົບການເພີ່ມຕື່ມ ຈາກນັ້ນ ກໍ່ກັບເມືອລາວ ເພື່ອປະກອບສ່ວນກໍ່ສ້າງບ້ານເກີດເມືອງນອນ. ບຸນເຕັດປີນີ້, ລາວຍັງໄດ້ພັກຢູ່ຫວຽດນາມ ເພື່ອສະຫຼອງບຸນເຕັດກັບໝູ່ເພື່ອນ.
![]() | ນັກສຶກສາລາວຢູ່ ຫວຽດນາມ ເພື່ອຕ້ອນຮັບປີໃໝ່ ຫວຽດນາມ ຍສໝ - ເນື່ອງໃນໂອກາດປີໃໝ່ປະຈຳຊາດ, ນັກສຶກສາລາວ ຈຳນວນໜຶ່ງທີ່ຮຽນຢູ່ວິທະຍາໄລການແພດແຂວງ ໄດ້ປະແຜນການກັບບ້ານ ເພື່ອມີໂອກາດລົງຕົວຈິງ, ຊອກຮູ້ຕື່ມກ່ຽວກັບປີໃໝ່ປະຈຳຊາດຂອງປະເທດເຈົ້າພາບ. ໄລຍະເວລາທີ່ພິເສດນີ້ ໄດ້ເຮັດໃຫ້ເຂົາເຈົ້າຮັກດິນແດນ ແລະ ປະຊາຊົນ ກວາງຈິ ຫຼາຍຂຶ້ນ. |
![]() | ຊາວໜຸ່ມຫວຽດນາມ - ລາວ: ຮ່ວມມືຫຼາຍດ້ານ, ເຊື່ອມຕໍ່ນະວັດຕະກໍາ ຍສໝ - ວັນທີ 4 ກຸມພາ, ຢູ່ນະຄອນຫຼວງວຽງຈັນ (ລາວ), ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນມິງເຕີມ ໄດ້ມີການພົບປະເຮັດວຽກກັບທ່ານ ມອນໄຊ ລາວມົວຊົ່ງ ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ. ສອງຝ່າຍ ໄດ້ຢັ້ງຢືນບົດບາດຂອງໄວໜຸ່ມໃນການເພີ່ມພູນຄູນສ້າງສາຍພົວພັນແບບພິເສດ ຫວຽດນາມ-ລາວ, ພ້ອມທັງປຶກສາຫາລືບັນດາການເຄື່ອນໄຫວຮ່ວມມືທີ່ສໍາຄັນໃນໄລຍະ 2022-2027, ໃນນັ້ນມີການໂຄສະນາເຜີຍແຜ່, ບຳລຸງສ້າງ, ... |
ມິງດຶກ (ແປຕາມ Chau Nu/baoquangnam.vn/)