ຄວາມຕື້ນຕັນໃຈກ່ຽວກັບດິນແດນຫວຽດນາມ

08:48 | 03/02/2025

ຍສໝ - ເພື່ອນ​ມິດ​ຕ່າງ​ປະ​ເທດ​ຫຼາຍ​ຄົນ​ເມື່ອ​ມາຮອດ​ຫວຽດ​ນາມ ໄດ້ຫຼົງໄຫຼ​ກັບ​ຄວາມ​ງາມ, ວັດ​ທະ​ນະ​ທຳ​ຢູ່​ທີ່ນີ້. ສິ່ງນັ້ນແມ່ນຮ້ານກາເຟຢູ່ມູມຖະໜົນ, ສິລະປະການຂຽນຕົວໜັງສືຂໍພອນ ຫຼື ຫ້ອງວາງສະແດງພາບແຫ່ງຄວາມສຸກ ...

ເພີ່ມຄວາມໄວເພື່ອໃຫ້ປະເທດຫວຽດນາມບືນຕົວຂຶ້ນ
ຮັດແໜ້ນສາຍພົວພັນລະຫວ່າງສອງປະເທດຫວຽດນາມ-ລາວ ໃຫ້ຫຼາຍກວ່າອີກ

ລັດຕະນາພອນ ເພັດພິລານົນ (ອາຍຸ 24 ປີ, ເປັນຄົນລາວ, ນັກສຶກສາປະລິນຍາເອກ ທີ່ສະຖາບັນການຕ່າງປະເທດ, ສສ ຫວຽດນາມ):

ຫຼົງໄຫຼກັບຮ້ານກາເຟຮ່າໂນ້ຍ

ຂ້າພະ​ເຈົ້າ​ມາຮ່າ​ໂນ້ຍ ​ເພື່ອ​ຮ່ຳຮຽນ​ໃນ​ປີ 2019. ​​ໜຶ່ງ​ໃນ​ບັນດາ​ປະສົບ​ການ​ວັດທະນະທຳ​ທີ່​ໜ້າ​ຈົດ​ຈຳ​ຢູ່​ຮ່າ​ໂນ້ຍ ​ແມ່ນຄວາມລື້ງເຄີຍ “​ໄປ​ຮ້ານ​ກາ​ເຟ”. ຢູ່​ຮ່າ​ໂນ້ຍ, ການ “ໄປ​ຮ້ານ​ກາ​ເຟ” ບໍ່​ພຽງ​ແຕ່​ແມ່ນ​ການຊິມ​ກາ​ເຟງ່າຍໆ​ເທົ່າ​ນັ້ນ, ແຕ່ຫາກ​ຍັງ​ມີ​ເຄື່ອງ​ດື່ມ​ອີກ​ຫຼາຍ​ເຍື່ອງ​ຄື: ຊາ​ນົມ, ນ້ຳ​ປັ່ນ, ນ້ຳ​ໝາກ​ໄມ້…

ຂ້າພະເຈົ້າ ແລະ ໝູ່ເພື່ອນຫວຽດນາມ ມັກຈະພາກັນໄປບັນດາຮ້ານກາເຟໃນຕອນເຊົ້າທ້າຍອາທິດ ຫຼື ຫຼັງເລີກຮຽນ. ຮ່າ​ໂນ້ຍ ມີ​ຮ້ານ​ກາ​ເຟ​ຫຼາຍ​ແຫ່ງ​ທີ່​ມີ​ຮູບ​ແບບ​ຫຼາກ​ຫຼາຍ, ແຕ່​ລະ​ແຫ່ງ​ມີຄວາມ​ສະ​ຫງົບ ແລະ ສະຫວາດສະເຫວີຍເປັນສ່ວນຕົວ.

ພິເສດຂ້າພະເຈົ້າມັກກາເຟໄຂ່, ເຊິ່ງເປັນເຍື່ອງພິເສດຂອງຮ່າໂນ້ຍ. ຈອກກາເຟທີ່ມີຊັ້ນຄີມໄຂ່ນຽນນຸ້ມ, ຫອມ ແລະ ຫວານເຮັດໃຫ້ຂ້າພະເຈົ້າຮູ້ສຶກອົບອຸ່ນໃນອາກາດເຢັນ. ມັນເຮັດໃຫ້ມີຄວາມຮູ້ສຶກຜ່ອນຄາຍສະບາຍ ແລະ ຈັບອົກຈັບໃຈ.

ສິ່ງ​ທີ່​ປະ​ທັບ​ໃຈ​ທີ່​ສຸດ​ແມ່ນ​ຄົນຫວຽດ​ນາມ ຖື​ວ່າກາ​ເຟ​ເປັນ​ສ່ວນ​ໜຶ່ງ​ຂອງ​ຊີ​ວິດ. ທີ່ນີ້ບໍ່ພຽງແຕ່ເປັນສະຖານທີ່ເພື່ອຊິມກາເຟເທົ່ານັ້ນ, ແຕ່ຍັງເປັນບ່ອນສໍາລັບໂອ້ລົມ, ຜ່ອນຄາຍ, ຖ່າຍຮູບ check-in ແລະ ຍິ່ງໄປກວ່ານັ້ນຍັງແມ່ນບ່ອນຮຽນ ແລະ ບ່ອນເຮັດວຽກອີກດ້ວຍ.

ສຳ​ລັບ​ຂ້າ​ພະ​ເຈົ້າ​ແລ້ວ, ການ “ໄປ​ຮ້ານ​ກາ​ເຟ” ໄດ້​ກາຍ​ເປັນ​ສິ່ງໜຶ່ງ​ທີ່​ຂາດ​ບໍ່​ໄດ້​ຂອງ​ຊີ​ວິດ​ຢູ່​ຮ່າ​ໂນ້ຍ. ນີ້​ແມ່ນ​ສ່ວນ​ໜຶ່ງ​ຂອງ​ວັດ​ທະ​ນະ​ທຳ, ຊ່ວຍ​ໃຫ້​ຂ້າ​ພະ​ເຈົ້າ​ເຂົ້າ​ໃຈ​ກ່ຽວຄົນ ແລະ ​ຊີ​ວິດການເປັນຢູ່​ຂອງ​ຄົນຫວຽດ​ນາມ ຫຼາຍຂຶ້ນ​.

ທ່ານ Jean Sébastien-Grill:

ຜູ້ຊາຍຝຣັ່ງ ຫຼົງໄຫຼການຂຽນຕົວໜັງສືຈີນເດີມຂໍພອນຢູ່ ຫວຽດນາມ

ດວ້ຍ​ຄວາມ​ຮັກໃນພາສາ​ຫວຽດ ​ແລະ​ ການ​ຂຽນຕົວໜັງສືຂໍພອນນັບ​ແຕ່​ປີ 2016, ຮູບ​ພາບ​ຂອງ​ອາຈານຜູ້ຂຽນຕົວໜັງສືຂໍພອນ ທາງຕາ​ເວັນ​ຕົກ Jean Sébastien-Grill ໃນ​ຊຸດ​ປະຈໍາຊາດ​ຂອງ​ຄົນ​ຫວຽດນາມ, ຜ້າຄຽນຫົວ, ​ຂຽນຕົວໜັງສື​ໃນ​ເຈ້ຍ​ສີ​ແດງ​ຢ່າງ​ລະອຽດ​ລະອໍ ບໍ່ໄດ້​ເປັນ​ເລື່ອງ​ແປກ​ສຳລັບຊຸມຊົນຜູ້ຮັກການຂຽນ ແລະ​ ຊຸມ​ຊົນຄົນຫວຽດນາມ ທີ່ຢູ່​ປະ​ເທດ​ຝຣັ່ງ​. Jean ມີຊື່​ຫວຽດ​ນາມ​ ວ່າ “ເຈື່ອງ​ຢາງ”. ທ່ານໄດ້​ກ່າວໄວ້​ວ່າ: “​ເຈື່ອງ​ຢາງ ​ແມ່ນ​ຊື່​ຫວຽດນາມ​ ທີ່​ເພື່ອນ​ຕັ້ງ​ໃຫ້, ຢາງ​ອອກສຽງ​ຄ້າຍຄື​ກັບ Jean. ​ເຈື່ອງ​ຢາງ ກໍ່​ຍັງ​ມີ​ຄວາມໝາຍ​ວ່າ: ​ສຸຂະພາບ​ເຂັ້ມ​ແຂງ ແລະ ອາຍຸ​ຍືນຍາວ”.

​ປີ 2015, ທ່ານ Jean ໄດ້​ຍ້າຍ​ມາອາໄສ​ຢູ່​ຫວຽດ​ນາມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ລູກ​ສອງ​ຄົນ. ໃນ​ໄລ​ຍະ​ເວ​ລາ​ນີ້​, ລາວຍັງ​ໄດ້​​ຮູ້ຈັກ ​ແລະ​ ເລີ່ມ​ສຶກ​ສາຫຼັກການແຕ້ມຕົວໜັງສືຈີນເດີມ. ​ໃນ​ກາງ​ປີ 2021, ຍ້ອນ​ຜົນ​ກະທົບ​ຈາກ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19, ທ່ານ Jean ພ້ອມ​ດ້ວຍ​ພັນ​ລະ​ຍາ ​ແລະ ລູກໆ​ຈິ່ງໄດ້​ກັບ​ຄືນ​ເມືອ​ປະເທດ, ​ແຕ່​ຄວາມ​ຮັກ​ຂອງລາວທີ່ມີຕໍ່​ການຂຽນຕົວໜັງສືຈີນເດີມ ​ແລະ ວັດທະນະທຳ​ຫວຽດນາມ ຍັງບໍ່​ໄດ້ຢຸດ​ຢູ່ທີ່ນັ້ນ. ໃນປະເທດຝຣັ່ງ, ທ່ານ Jean ໄດ້ເປີດຫ້ອງຮຽນສອນຫຼັ້ກການຂຽນຕົວໜັງສືຈີນເດີມໃຫ້ກັບປະຊາຊົນທ້ອງຖິ່ນ. ລາວ​ໄດ້​ສົ່ງ​ຜົນງານ​ຂອງ​ຕົນເອງເຂົ້າຮ່ວມ​ສະມາຄົມການ​ຂຽນ​ຕົວ​ໜັງ​ສືຈີນເດີມ​ຢູ່ຫວຽດນາມ ເປັນ​ປະຈຳ ​ແລະ ໄດ້ຂຽນຕົວໜັງສືຈີນເດີມຢູ່​ບັນດາ​ງານ​ບຸນ ​ແລະ ງານພົບປະຂອງ​ປະຊາ​ຄົມ​ຊາວຫວຽດນາມ ຢູ່​ຕ່າງປະ​ເທດໃນ​ບັນດາ​ປະ​ເທດເອີ​ລົບ.

ທ່ານ​ໄດ້ກ່າວ​ໄວ້ວ່າ: “ໃກ້​ເຮືອນ​ຂອງ​ຂ້າ​ພະ​ເຈົ້າ​ຢູ່​ຝຣັ່ງ ມີ​ວັດຫຼັງໜຶ່ງ​ຂອງ​ຊຸມຊົນຄົນ​ຫວຽດ​ນາມ ຢູ່ຕ່າງປະເທດ. ໃນ​ວັນບຸນ, ປີໃໝ່ຫວຽດນາມ, ຂ້າ​ພະ​ເຈົ້າ​ມັກ​ມາ​ທີ່ນີ້​ເພື່ອຂຽນຕົວໜັງສືຈີນເດີມ. ຄົນ​ຫວຽດນາມ​ ຢູ່​ຝຣັ່ງ​ ຫຼາຍ​ຄົນ​ສະ​ແດງ​ຄວາມ​ຮູ້ສຶກ, ຄວາມສຸກເມື່ອ​ໄດ້​ຮັບປະຕິຄູ່ສີແດງ. ຄວາມຮັກແພງຂອງເຂົາເຈົ້າ​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ຍິ່ງມີກໍາລັງໃຈເພື່ອຊອກຮູ້​ວັດ​ທະ​ນະ​ທຳ​ຫວຽດ​ນາມ. ຂ້າ​ພະ​ເຈົ້າ​ໄດ້​ຮຽນ​ວ່າ​ ນັກ​ຂຽນຕົວໜັງສືຈີນເດີມ​ບໍ່​ພຽງ​ແຕ່​ໃຫ້​ລາຍ​ລັກ​ອັກ​ສອນ​ເທົ່າ​ນັ້ນ ແຕ່​ຍັງ​ຖ່າຍທອດ​ເຖິງ​ຄຸນ​ຄ່າ​ທາງຈິດ​ວິນ​ຍານ ແລະ ນໍາເອົາຄໍາອວຍພອນທີ່ດີງາມມາໃຫ້ອີກດ້ວຍ. ຍ້ອນການຂຽນຕົວໜັງສືຈີນເດີມ, ຊີ​ວິດ​ທາງດ້ານຈິດໃຈ​ຂອງ​ຂ້າ​ພະ​ເຈົ້າ​ໄດ້ມີຄວາມອຸດົມສົມບູນຕື່ມອີກ. ຂ້າ​ພະ​ເຈົ້າ​ກໍ່ເຂົ້າ​ໃຈ​​ກ່ຽວ​ກັບ​ຄວາມ​ງາມ ​ແລະ ຮັບຮູ້ໄດ້ເຖິງ​ຄວາມ​ສະ​ຫງົບ, ຄວາມມິດງຽບ​ໃນ​ໃຈຫຼາຍກວ່າອີກ​”.

MikhMikhail Osin (sinh va1 Anh Mikhail Osin trải nghiệm phong tục xin chữ đầu năm. a2 Anh Rin Keo (thứ 3, bên phải) cùng gia đình vui Tết Nguyên đán tại Việt Nam. a3 Anh Đặng Quốc Kiện, Phó Giám đốc Công ty TNHH Du lịch và Đầu tư thương mại FLY Y.  a1 ທ່ານ Mikhail Osin ປະສົບກັບຮີດຄອງປະເພນີຂອງການຂໍຕົວອັກສອນຕົ້ນປີ. a2 ທ່ານ ລິນ ແກ້ວ (ທີ່ 3, ຂວາ) ແລະ ພ້ອມດ້ວຍຄອບຄົວ ທີ່ສະເຫຼີມສະຫຼອງປີໃໝ່ຢູ່ ຫວຽດນາມ. a3 ທ່ານ ດັ້ງກັວກກ້ຽນ, ຮອງ​ຜູ້​ອຳ​ນວຍ​ການ​ບໍ​ລິ​ສັດ​ການ​ທ່ອງ​ທ່ຽວ​ ແລະ​ການ​ຄ້າ​ການ​ລົງ​ທຶນ FLY Y ຈຳ​ກັດ.iên ngành Việt Nam học, Học viện Á - Phi, Đại học quốc gia Moskva, Nga): Mikhail Osin (ນັກສຶກສາສາຂາຫວຽດນາມວິທະຍາ, ສະຖາບັນອາຊີ-ອາຟຣິກາ, ມະຫາວິທະຍາໄລ Moscow State, ລັດເຊຍ):  Tết ở làng thật tuyệt!  ປີໃໝ່ຢູ່ບ້ານແມ່ນມ່ວນຊື່ນອີ່ຫຼີ!ail Osin (sinh viên ngành Việt Nam học, Học viện Á - Phi, Đại học quốc gia Moskva, Nga):  Mikhail Osin (ນັກ​ສຶກ​ສາສາຂາຫວຽດນາມວິທະຍາ, ສະຖາບັນ​ອາ​ຊີ-ອາ​ຟ​ຣິ​ກາ, ມະ​ຫາ​ວິ​ທະ​ຍາ​ໄລ Moscow State, ລັດ​ເຊຍ):

ທ່ານ Mikhail Osin ລົງສຳຜັດຕົວຈິງກັບຮີດຄອງປະເພນີຂອງການຂໍຕົວໜັງສືຈີນເດີມເພື່ອຂໍພອນໃນຍາມຕົ້ນປີ.

 a2 Anh Rin Keo (thứ 3, bên phải) cùng gia đình vui Tết Nguyên đán tại Việt Nam.  ທ່ານ ລິນ ແກ້ວ (ທີ່ 3, ຂວາ) ແລະ ພ້ອມດ້ວຍຄອບຄົວ ທີ່ສະເຫຼີມສະຫຼອງປີໃໝ່ຢູ່ ຫວຽດນາມ.

ທ່ານ ລິນ ແກ້ວ (ທີ 3 ແຕ່ເບື້ອງຂວາມາ) ພ້ອມດ້ວຍຄອບຄົວ ສະຫຼອງປີໃໝ່ຢູ່ຫວຽດນາມ.

3 ທ່ານ ດັ້ງກັວກກ້ຽນ, ຮອງ​ຜູ້​ອຳ​ນວຍ​ການ​ບໍ​ລິ​ສັດ​ການ​ທ່ອງ​ທ່ຽວ​ ແລະ​ ​ການ​ລົງ​ທຶນການ​ຄ້າ FLY Y ຈຳ​ກັດ.

a4 Anh Suda Takuya (thứ hai từ trái qua, hàng thứ hai) đón Tết tại Việt Nam năm 2008.  a4 Suda Takuya (ຜູ້ທີສອງແຕ່ເບື້ອງຊ້າຍມາ, ແຖວທີສອງ) ສະເຫຼີມສະຫຼອງ ປີໃໝ່ຢູ່ທີ່ຫວຽດນາມໃນປີ 2008.

Suda Takuya (ຜູ້ທີສອງແຕ່ເບື້ອງຊ້າຍມາ, ແຖວທີສອງ) ສະເຫຼີມສະຫຼອງປີໃໝ່ຢູ່ທີ່ຫວຽດນາມ ໃນປີ 2008.

a5 Anh Souphalak Soukpanya trải nghiệm tại Thung lũng Khói Xanh, Đà Lạt, Lâm Đồng, Việt Nam.  a5 ທ່ານ ສຸພາລັກ ສຸກປັນຍາ ປະສົບການຢູ່ທີ່ ຮ່ອມພູອາຍນໍ້າຂຽວ, ດາຫຼາດ, ເລີມດົງ, ຫວຽດນາມ.

ທ່ານ ສຸພາລັກ ສຸກປັນຍາ ລົງຕົວຈິງຢູ່ທີ່ ຮ່ອມພູ ຄ໊ອຍ ແຊັງ, ດາຫຼາດ, ເລີມດົງ, ຫວຽດນາມ.

a6 ທ່ານ Jean Sébastien-Grill ຂຽນ​ຕົວໜັງສືຈີນເດີມທີ່ງານຂອງ​​ສະມາຄົມໃຫຍ່ຄົນ​ຫວຽດ​ນາມ​ ຢູ່​ລາຊະອະນາຈັກ ​ແບນ​ຊິກ (ເດືອນ ກຸມ​ພາ 2024).

(ພາບ: ສະມາຄົມໃຫຍ່ຄົນຫວຽດນາມ ຢູ່ລາຊະອານາຈັກ ແບນຊິກ)

a7 ລັດຕະນາພອນ (ເບື້ອງຂວາ) ມັກອອກໄປກິນກາເຟ ໂອ້ລົມກັບໝູ່ເພື່ອນ.

a8 ທ່ານ John Sikorski (ຢູ່ທາງນອກເບື້ອງຂວາມື, ແຖວທີສອງ) ຮັບພໍ່ແມ່ພີ່ນ້ອງຈາກລັດ Florida, ສະຫະລັດອາເມລິກາມາຮອດຫວຽດນາມໃນໂອກາດບຸນປີໃໝ່ຫວຽດ.

ທ່ານ John Sikorski (ຢູ່ເບື້ອງຂວາມືສຸດ, ແຖວທີສອງ) ຮັບພໍ່ແມ່ຄີງຈາກລັດ Florida, ສະຫະລັດອາເມລິກາ ມາຍັງຫວຽດນາມ ໃນໂອກາດບຸນປີໃໝ່ຫວຽດ.

a9 ທ່ານ Paddy Donoghue ແລະ ຄອບຄົວ.

ມາຍທຸຍ - ຮົ່ງແອັງ-

ການປຶກສາຫາລືດ້ານການເມືອງ ຄັ້ງທີ 4 ລະຫວ່າງກະຊວງການຕ່າງປະເທດຫວຽດນາມ ແລະກູເວດ ການປຶກສາຫາລືດ້ານການເມືອງ ຄັ້ງທີ 4 ລະຫວ່າງກະຊວງການຕ່າງປະເທດຫວຽດນາມ ແລະກູເວດ

ຍສໝ -ຕອນບ່າຍວັນທີ 13 ທັນວາ, ຢູ່ສຳນັກງານກະຊວງການຕ່າງປະເທດ, ຮ່າໂນ້ຍ, ທ່ານນາງ ຫງວຽນມິງຮັ່ງ ຮອງລັດຖະມົນຕີການຕ່າງປະເທດ ແລະທ່ານ Samee Essa Johar Hayat ຜູ້ຊ່ວຍວຽກລັດຖະມົນຕີກະຊວງການຕ່າງປະເທດກູເວດ ຮັບຜິດຊອບອາຊີໄດ້ເປັນປະທານຮ່ວມກອງປະຊຸມປຶກສາຫາລືການເມືອງ ຄັ້ງທີ 4 ລະຫວ່າງກະຊວງການຕ່າງປະເທດຂອງສອງປະເທດ.

ກະຊວງປ້ອງກັນປະເທດຫວຽດນາມ ຕອບບຸນແທນຄຸນນັກຮົບເກົ່າ, ນັກຊ່ຽວຊານຈີນ ກະຊວງປ້ອງກັນປະເທດຫວຽດນາມ ຕອບບຸນແທນຄຸນນັກຮົບເກົ່າ, ນັກຊ່ຽວຊານຈີນ

ຍສໝ - ວັນທີ 9 ທັນວາ, ທີ່ນະຄອນຫຼວງປັກກິ່ງ (ຈີນ), ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຈັດຕັ້ງການພົບປະສັງສັນກັບນັກຮົບເກົ່າ, ນັກຊ່ຽວຊານຈີນ ທີ່ເຂົ້າຮ່ວມ ຊ່ວຍເຫຼືອການປະຕິວັດຫວຽດນາມ, ພາຍໃຕ້ການເປັນປະທານຂອງທ່ານ ພົນໂທ ຮວ່າງຊວນຈ໊ຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ. ເຂົ້າຮ່ວມການພົບປະສັງສັນ ຍັງມີທ່ານ ບຸ່ຍແທັງເຊີນ, ກໍາມະການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ; ພ້ອມກັບນັກຮົບເກົ່າ, ນັກຊ່ຽວຊານ ...

ທອງມີ ສີຫາວົງ

ເບິ່ງເພີ່ມເຕີມໃນ: ຊີວິດການເປັນຢູ່

ເບິ່ງເພີ່ມເຕີມ
ເຫດການ