ຝັນເຫັນ...ງູ

06:00 | 02/02/2025

ຍສໝ - ຄົນຕາເວັນອອກ ມີຄວາມເຊື່ອວ່າ ການຝັນເຖິງມັງກອນແມ່ນຝັນເຖິງເຈົ້າຊີວິດ. ສະນັ້ນ ເມື່ອຝັນເຫັນງູ ຄົນຕາເວັນອອກ ແລະ ຕາເວັນຕົກ ຕີຄວາມໝາຍແນວໃດ?

ທ່ານນາຍົກລັດຖະມົນຕີ ນິວຊີແລນ: ຫວຽດນາມ ພວມພັດທະນາກະໂດດຂັ້ນຄືດັ່ງມັງກອນ
ບັນຍາກາດຄຶກຄື້ນເພື່ອສະເຫຼີມສະຫຼອງປີມັງກອນທົ່ວໂລກ

ຄົນຕາເວັນຕົກ…

ຫຼາຍຄົນຄົງເຄີຍມີປະສົບການຝັນກ່ຽວກັບງູ, ແຕ່ວ່າ ແຕ່ລະຄົນກໍ່ເຄີຍຜ່ານສະຖານະການທີ່ແຕກຕ່າງກັນເຊັ່ນ: ຝັນວ່າຖືກງູໄລ່, ງູກັດ, ເຫັນງູຕາຍ, ງູບາດເຈັບ, ງູຈົງອາງ ຫຼື ຝັນເຫັນງູເຂົ້າເຮືອນ, ເຫັນງູກັດກັນ...

ທ່ານ Tzivia Gover, ຜູ້ຊ່ຽວຊານດ້ານຄວາມຝັນໄດ້ຮັບການຮັບຮອງທີ່ Third House Moon, ເນັ້ນວ່າ: ງູຖືເປັນສັນຍາລັກແຫ່ງຄວາມຝັນຢ່າງໜື່ງທີ່ແຜ່ຫຼາຍ ເຊິ່ງຜູ້ຄົນໃນຫຼາຍປະເທດ ແລະ ວັດທະນະທໍາລ້ວນແຕ່ເຄີຍຜ່ານ. ເມື່ອເວົ້າເຖິງຕົວສັດທີ່ປະກົດຢູ່ໃນຄວາມຝັນຂອງຜູ້ຄົນ, ງູໄດ້ຈັດຢູ່ໃນສັດຊັ້ນສູງ: ປົກກະຕິແລ້ວ ພວກມັນຖືກຈັດຢູ່ໃນ 3-5 ຊະນິດຕົວສັດທີ່ປະກົດເຫັນຫຼາຍທີ່ສຸດໃນຄວາມຝັນ. ງູໃນຄວາມຝັນເປັນສັນຍາລັກຂອງຄວາມຄຽດແຄ້ນ, ການຍົວະຍຸ, ຄວາມຊົ່ວຊ້າ ກໍ່ຄືຄວາມອັນຕະລາຍ. ຝັນເຫັນງູ ປົກກະຕິແມ່ນຈະເປັນລາງຮ້າຍ.

Lauri Quinn Loewenberg, ນັກວິເຄາະຄວາມຝັນກ່າວວ່າ: ທຸກຢ່າງໃນຄວາມຝັນລ້ວນແຕ່ເປັນແຜ່ນຕໍ່ຂອງຄໍາທວາຍ. ງູນັບມື້ນັບໃຫ່ຍ ຫຼື ນັບມື້ຍິ່ງມີງູຫຼາຍຂຶ້ນເທົ່າໃດ ບັນຫາຍິ່ງມີຫຼາຍຂຶ້ນເທົ່ານັ້ນ ຫຼື ໄພນາບຂູ່ຍິ່ງຫຼາຍຂຶ້ນ. ພວກເຮົາບໍ່ມີໃນຈິດສຳນຶກຖືວ່າ ສິ່ງເຫຼົ່ານີ້ຄືສຸຂະພາບ ເພາະວ່າພວກເຮົາເຫັນສັນຍາລັກນີ້ໃນຂວດຢາຕ່າງໆ ຕາມໃບສັ່ງຢາ, ຂ້າງຂອງລົດສຸກເສີນ, ໃນບັນດາຫ້ອງກວດສຸຂະພາບ, ໂຮງຫມໍ ແລະ ຮ້ານຂາຍຢາ. ດັ່ງນັ້ນ, ຖ້າທ່ານຝັນເຫັນງູເລືອຢູ່ເທິງຮ່າງກາຍຂອງທ່ານ, ຈົ່ງລະວັງຕໍາແໜ່ງຢູ່ເທິງຮ່າງກາຍ ເພາະອາດຈະຢູ່ຈຸດນັ້ນ ຫຼື ຢູ່ໃກ້ນັ້ນ ຖືກຜົນກະທົບ. ໂດຍທົ່ວໄປ, ງູສີດໍາໃນຊີວິດຈິງບໍ່ມີພິດ. ສະນັ້ນ, ໃນຄວາມຝັນພວກເຮົາສາມາດເປັນຕົວແທນຂອງບັນຫາສຸຂະພາບທີ່ບໍ່ຮຸນແຮງ.

ສໍາລັບພໍ່ຄີງຂອງນັກວິເຄາະຈິດຕະວິທະຍາ Sigmund Freud ແລ້ວ, ການຝັນເຫັນງູອາດສະແດງເຖິງຄວາມປາຖະຫນາທາງເພດທີ່ບໍ່ຮູ້ຕົວຂອງທ່ານ. ຜູ້ຊ່ຽວຊານດ້ານລະບົບປະສາດຊາວອອສເຕຣຍ ຄົນນີ້ ໃຫ້ທັດສະນະຄະຕິວ່າ ງູເປັນສັນຍາລັກຂອງອະໄວຍະວະເພດ ແລະ ລະບົບທາງເພດ. ຍ້ອນແນວນັ້ນ, ຄວາມຝັນກ່ຽວກັບງູຈິ່ງຖືເປັນການບົ່ງບອກຄວາມຕ້ອງການທາງເພດທີ່ຖືກກົດດັນ, ຫ້າມ ຫຼື ໂທດກໍາ ແລະ ຄຸນທາດເພດຊາຍໃນຊີວິດ (ຖ້າຜູ້ຝັນເປັນເພດຊາຍ) ຫຼື ຊີ້ໃຫ້ເຫັນເຖິງປະສົບການຕົວຈິງສຳລັບເພດຊາຍ (ຖ້າຜູ້ຝັນເປັນເພດຍິງ).

ນັກຈິດຕະສາດຊາວສະວິດ Carl Jung ໄດ້ນິຍາມການຝັນເຫັນງູວ່າ ສະແດງເຖິງການຕໍ່ສູ້ພາຍໃນຄວາມນຶກຄິດໃນໃຈ, ຈິດສຳນຶກ. "ການຝັນເຫັນງູລ້ວນແຕ່ສະແດງເຖິງຄວາມແຕກຕ່າງ ລະຫວ່າງທ່າທາງຂອງຈິດສໍານຶກການຕື່ນຕົວ ແລະ ສັນຊາດຕະຍານ. ທ່ານ Carl Jung ອະທິບາຍວ່າ ງູໃນຄວາມຝັນ ຄວາມຈິງແລ້ວເປັນການຫັນຄວາມຢ້ານກົວໃນການຕໍ່ສູ້ພາຍໃນໃຫ້ເປັນແບບວິທີການປະພຶດໜຶ່ງ", ທ່ານ Carl Jung ອະທິບາຍ.

ນັກວິທະຍາສາດ Barbara Condron ໄດ້ໃຊ້ເວລາ 50 ປີໃນການສອນ ແລະ ຄົ້ນຄວ້າກ່ຽວກັບຄວາມຫມາຍຂອງຄວາມຝັນ ພ້ອມກັນນັ້ນກໍ່ໄດ້ຂຽນຫນັງສືກ່ຽວກັບເລື່ອງນີ້ມາແລ້ວບໍ່ຕໍ່າກວ່າ 10 ເຫຼັ້ມ, ໃນນັ້ນ "ວັດຈະນານຸກົມກ່ຽວກັບຄວາມຝັນ" ແລະ "ທຸກຄວາມຝັນລ້ວນແຕ່ເວົ້າເຖິງຕົວເອງ" ໄດ້ໃຫ້ຄໍາຕອບຕ່າງໆຢ່າງຊັດເຈນຫຼາຍ: ງູສະແດງເຖິງຫົວຄິດປະດິດສ້າງທີ່ຮີບຮ້ອນຂອງຜູ້ຝັນ. ງູແມ່ນສັນຍາລັກທີ່ເປັນກາງ ແລະ ທັດສະນະຄະຕິຂອງຜູ້ຝັນມີຜົນສະທ້ອນຫຼາຍຕໍ່ຄວາມຫມາຍຂອງຄວາມຝັນຂອງພວກເຂົາ. ທັດສະນະຄະຕິນີ້ຫຼາຍຄັ້ງໄດ້ຮັບອິດທິພົນຈາກວັດທະນະທໍາ. ເປັນຕົ້ນແມ່ນ, ສຳລັບທິດຕາເວັນຕົກ, ງູສະແດງເຖິງຄວາມຢ້ານກົວ ເວົ້າລວມ ໃນເມື່ອນັ້ນພັດແມ່ນສັນຍາລັກຂອງຄວາມເຄົາລົບຢູ່ທິດຕາເວັນອອກ.

ຄົນ​ຕາ​ເວັນ​ອອກ…

ຝັນເຫັນ...ງູ

​ສະ​ໄໝຈີນ​ບູຮານ​​ ມີ​ປຶ້ມ​ຫຼາຍ​ຫົວ​ທີ່​ບັນທຶກກ່ຽວກັບ​ການ​ຝັນ​ເຫັນງູ. ຕົວຢ່າງ: ຕໍາລາ Shi Jing ບັນທຶກໄວ້ວ່າ: ນອນ​ຝັນ​ເຫັນ​ງູ​ໝາຍ​ເຖິງການເກີດລູກ.

ໃນ​ປຶ້ມ​​ຈີນ​ບູຮານ ​ສະບັບ​ໜຶ່ງ​ຍັງ​ໄດ້ຂຽນໄວ້​ວ່າ: “​ເມື່ອຕຸ່ຍເຮົ່າ (ຜູ້ເຈລະຈາທາງການທູດ)​ ໄປປະເທດ ຊີ (Qi), ​ລະຫວ່າງ​ທາງ​​ເຫັນ​ງູ​ໂຕ​ໜຶ່ງບາດເຈັບຢູ່​​ຫົວກໍາລັງມີ​ເລືອດໄຫຼ​ອອກ. ຫຼັງຈາກໃສ່ຢາໃຫ້ກັບງູແລ້ວ, ເພີ່ນສືບຕໍ່ເດີນທາງໄປປະເທດຊີ. ໃນ​ຄືນ​ນັ້ນ, ຕຸ່ຍເຮົ່າ ນອນ​ຝັນ​ເຫັນຕີນຢຽບຖືກ​​ງູ. ຫຼັງຈາກນັ້ນ ກໍ່ໄດ້ຮັບມຸກມີຄ່າສອງເມັດ”.

​ຄົນ​ຈີນ​ບູຮານ​ສັດທາເຫຼື້ອມໃສ ​ມັງກອນ, ເຊິ່ງງູ​ແມ່ນ​ຕົ້ນ​ກຳ​ເນີດ​ຂອງ​ມັງກອນດັ່ງນັ້ນພວກ​ເຂົາ​ເຊື່ອ​ວ່າ​ນອນ​ຝັນ​ເຫັນ​ງູ​ເປັນ​ສັນຍານ​ຂອງ​ຄວາມ​ໂຊກ​ດີ. ຕໍາລາທໍານາຍຄວາມຝັນກ່າວໄວ້ວ່າ: "ນອນຝັນເຫັນງູຕົກເຂົ້າໄປໃນທ້ອງ ແປວ່າຈະໃຫ້ກໍາເນີດລູກຊາຍທີ່ປະເສີດ"

ຈາກທັດສະນະຄະຕິທາງດ້ານການແພດທີ່ທັນສະໄຫມເຊິ່ງວິເຄາະໄດ້ວ່າ ນອນຝັນເຫັນງູແມ່ນກ່ຽວຂ້ອງກັບສຸຂະພາບ. ມີ​ຄົນປ່ວຍທາງຈິດ, ນອນຝັນຫຼິ້ນກັບ​ງູ ​ເມື່ອ​ຕື່ນ​ນອນຮູ້ສຶກເຈັບຫຼັງ ແລະ ປວດຕາມ​ແຂນ​ຂາ​, ຕໍ່ມາພົບເຫັນວ່າມີເລືອດຄັ້ງຢູ່ສັນຫຼັງ. ງູມີຮ່າງກາຍທີ່ອ່ອນນຸ້ມ, ຮູບຮ່າງຂອງຄົນກໍ່ເຊັ່ນດຽວກັນ. ທ່ານໝໍໄດ້ກວດເບິ່ງຕຽງຄົນປ່ວຍ, ພົບເຫັນຂໍນ້ອຍໆອັນໜຶ່ງຢູ່ເທິງຕຽງຄົນນີ້ນອນຢູ່. ລາວໄດ້ນອນລົງ ແລະ ທຸກໆຄືນກໍ່ຝັນເຫັນງູຢູແນວນັ້ນ.

ນັກຄົ້ນຄວ້າຕາເວັນອອກບາງຄົນເຊື່ອວ່າ ງູກໍ່ຍັງເປັນສັນຍາລັກຂອງເຈົ້າກະສັດໃນສະໄໝບູຮານທີ່ປົກປ້ອງສິດອໍານາດ, ຄວາມຮັ່ງມີ ແລະ ຄວາມລັບ. ​ຝັນເຫັນ​ງູ​ປ່ຽນສີຜິວໜັງ ເປັນສັນຍາລັກໃຫ້ການປ່ຽນແປງໃໝ່ ແລະ ການລອກຄາບ. ມັນມັກຈະເລີ່ມຈາກຄວາມຕ້ອງການປ່ຽນບຸກຄະລິກກະພາບ, ທັດສະນະຄະຕິ, ທ່າທີຂອງຕົວເອງຕາມທິດທາງໃນດ້ານຕັ້ງໜ້າ.

ໄທ​ທິ້ງ -

ສະແຕັມ ບຸນເຕັດປີມະໂລງ ພ້ອມກັບຮູບສັນຍະລັກ ຫວຽດນາມ ທີ່ປາໄນກາຍເປັນມັງກອນ ສະແຕັມ ບຸນເຕັດປີມະໂລງ ພ້ອມກັບຮູບສັນຍະລັກ ຫວຽດນາມ ທີ່ປາໄນກາຍເປັນມັງກອນ

ຍສໝ - ຫວ່າງ​ມໍ່ໆ​ນີ້, ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ການສື່ສານ ຫວຽດນາມ ​ໄດ້​ເປີດຈຳໜ່າຍ​ຊຸດ​ສະ​ແຕມ “​​ເຕັດປີມະໂລງ” ​ເຊິ່ງລວມມີ​ສະ​ແຕມ 2 ​ແບບ ​ແລະ ​ກັບສະ​ແຕມ​ທີ່ມີ​ຮູບ​ມັງກອນ - ສັດປະຈຳ​ປີ 2024 ​ຕິດພັນກັບແນວຄວາມ​ຄິດ ​ປາໄນກາຍເປັນມັງກອນ ແລະ ຫວຽດ​ນາມ​ຈະ​ເລີນ​ຮຸ່ງ​ເຮືອງ.

ຍອດ​ພູ​ທີ່​ມີ​ຮູບ​ຮ່າງ​ມັງກອນ​ຂຶ້ນ​ສູ່​ທະ​ເລ​ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ເຊັກ​ອິນ​ຢູ່​ບິ່ງ​ດິ້ງ ຍອດ​ພູ​ທີ່​ມີ​ຮູບ​ຮ່າງ​ມັງກອນ​ຂຶ້ນ​ສູ່​ທະ​ເລ​ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ເຊັກ​ອິນ​ຢູ່​ບິ່ງ​ດິ້ງ

ຍສໝ - ໂດຍ​ຕັ້ງ​ຢູ່​ທາງ​ທິດ​ເໜືອ​ຂອງ​ນະຄອນ ກິວເຍີນ ປະມານ 70 ກິ​ໂລ​ແມັດ, ຫ່າງ​ຈາກ​ເມືອງ ຟູໝີ້ ທາງ​ທິດຕາ​ເວັນ​ອອກ 20 ກິ​ໂລ​ແມັດ, ​ ຍອດ​ພູ​ທີ່​ມີ​ຮູບ​ຮ່າງ​ມັງກອນ​ (​ເອີ້ນ​ອີກ​ວ່າ Cape Dragon) ​ແມ່ນ​ໜຶ່ງ​ໃນ​ບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ຂອງ​ແຂວງ ບິ່ງ​ດິ້ງ.

ທອງມີ ສີຫາວົງ

ເບິ່ງເພີ່ມເຕີມໃນ: ຕໍາລາ

ເບິ່ງເພີ່ມເຕີມ
ເຫດການ