![]() |
ກ່າວຄຳເຫັນທີ່ພິທີ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ: ຫວຽດນາມ ຍາມໃດກໍມີຄວາມເອົາໃຈໃສ່ ແລະ ດູແລກໍາມະກອນ, ຊາວຜູ້ອອກແຮງງານ ແລະ ອົງການຈັດຕັ້ງກຳມະບານ ເປັນພິເສດ. ທ່ານປະທານປະເທດ ຕີລາຄາສູງບັນດາຂໍ້ລິເລີ່ມຂອງສະມາຊິກຊາວໜຸ່ມ, ຊາວຜູ້ອອແຮງງານໃນທົ່ວປະເທດແກ່ການພັດທະນາຢ່າງໝັ້ນຄົງເຂັ້ມແຂງຂອງວິສາຫະກິດ, ຂອງອົງການ ແລະ ເພື່ອການພັດທະນາຂອງປະເທດ. ທ່ານປະທານປະເທດ ຫງວຽນຊວັນຟຸກ ເນັ້ນໜັກວ່າ:
“ພວກເຮົາມີຄວາມເຂົ້າໃຈຢ່າງເລິກເຊິ່ງຕໍ່ບັນດາຄວາມຫຍຸ້ງຍາກລຳບາກ ເຊິ່ງກຳມະກອນເວົ້າສະເພາະ ແລະ ແຮງງານເວົ້າລວມ ໄດ້ ແລະ ກຳລັງຜ່ານຜ່າໃນໄລຍະທີ່ ທັງ ຫວຽດນາມ ກໍຄື ທົ່ວໂລກພວມຕໍ່ສູ້ເພື່ອປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19. ພັກ, ລັດ ມີຄວາມເອົາໃຈໃສ່ທີ່ສຸດຕໍ່ການປະຕິບັດມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດຢ່າງມີປະສິດທິຜົນ, ປະຕິບັດສຳເລັດເປົ້າໝາຍຄວບຄູ່ ເພື່ອໃຫ້ເສດຖະກິດໄດ້ຮັບການຟື້ນຟູໂດຍໄວ, ລາຍຮັບຈະເພີ່ມຂຶ້ນຄືນໃໝ່ ແລະ ມີວຽກເຮັດງານທຳໃໝ່ ເພື່ອທົດແທນໃຫ້ແກ່ໄລຍະຜ່ານມາ ແລະ ສ້າງກຳລັງແຮງໃຫ້ແກ່ການພັດທະນາ, ການເຕີບໂຕເສດຖະກິດຢ່າງວ່ອງໄວ ແລະ ຍືນຍົງ”.
ບົນເນື້ອໃນຈິດໃຈດັ່ງກ່າວ, ປະທານປະເທດ ກໍສະເໜີໃຫ້ອົງການກຳມະບານ ຕ້ອງສ້າງລາຍການເຄື່ອນໄຫວຂອງກຳມະບານ ຫວຽດນາມ ໂດຍໄວ ຕາມເນື້ອໃນຈິດໃຈຂອງມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ ໄດ້ວາງອອກ.
![]() | ວັນທີ 22 ເມສາ, ຫວຽດນາມ ມອບອຸປະກອນການແພດໜູນຊ່ວຍການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໃຫ້ແກ່ກຳປູເຈຍ ຍສໝ - ໂດຍໄດ້ຮັບການມອບສິດຈາກການນຳກະຊວງປ້ອງກັນປະເທດ ຫວຽດນາມ, ທ່ານພົນຈັດຕະວາ ຫງວຽນຮຸ່ງທັ້ງ, ຮອງຫົວໜ້າ, ເສນາທິການໃຫຍ່ກົມໃຫຍ່ພະລາທິການເນັ້ນໜັກວ່າ ຫວຽດນາມ ແລະ ກຳປູເຈຍ ແມ່ນສອງປະເທດບ້ານໃກ້ເຮືອນຄຽງທີ່ສະໜິດຕິດພັນ, ມີການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ. |
![]() | ທ່ານນາງ ເອກອັກຄະລັດຖະທູດ ຣູມານີ Cristina Romila: ບູລິມະສິດແຖວໜ້າໃນອາຍຸການແມ່ນພັດທະນາການພົວພັນປະຊາຊົນລະຫວ່າງ ຫວຽດນາມ ແລະ ຍສໝ - ທີ່ການຕ້ອນຮັບ, ທ່ານນາງ ຫງວຽນເຟືອງງາ ປະທານ VUFO ໄດ້ສະແດງຄວາມຂອບອົບຂອບໃຈຕໍ່ບັນດາການສະໜັບສະໜູນຣູມານີສຳລັບ ຫວຽດນາມ ໃນເມື່ອກ່ອນ. ປະເທດ ແລະ ປະຊາຊົນ ຣູມານີຍາມໃດກໍ່ສະຫງວນໃຫ້ແກ່ຫວຽດນາມ ການໜູນຊ່ວຍອັນລ້ຳຄ່ານັບແຕ່ຊຸມປີ 50 ຂອງສະຕະວັນກ່ອນ, ໃນໄລຍະສົງຄາມ ແລະ ສ້າງສາ ປະເທດຊາດ. |
![]() | ມອບທຶນສຶກສາໃຫ້ແກ່ນັກສຶກສາ ລາວ, ກຳປູເຈຍຢູ່ໂຮງຮຽນມະຫາວິທະຍາໄລ ກຽນຢາງ ໃນໂອກາດບຸນປີໃໝ່ປະຈຳຊາດ ຍສໝ - ເນື່ອງໃນໂອກາດນີ້, ສະຫະພັນຊາວໜຸ່ມ ຫວຽດນາມ ແຂວງກຽນຢາງ ແລະ ສະຫະພັນບັນດາອົງການມິດຕະພາບ ແຂວງ ໄດ້ມອບຂອງຂວັນ 69 ພູດ ແລະ ທຶນການສຶກສາ 12 ທູນໃຫ້ແກ່ນັກສຶກສາລາວ, ກຳປູເຈຍ ທີ່ພວມຮ່ຳຮຽນຢູ່ມະຫາວິທະຍາໄລ ກຽນຢາງ. |
vovworld.vn