| ຫວຽດນຫວຽດນາມ ໜູນຊ່ວຍເງິນເປັນຈຳນວນ 200.000 USD ໃຫ້ແກ່ລັດຖະບານ ແລະ ປະຊາຊົນກຳປູເຈຍ ເພື່ອສະກັດກັ້ນໂລກລະບາດໂຄວິດ - 19 | |
| ແຂວງດົ່ງທາບຈັດຕັ້ງຫ້ອງຮຽນສອນໃຫ້ລູກຫຼານຊາວຫວຽດນາມອາໄສຢູ່ກຳປູເຈຍ |
![]() |
| ມອບຜ້າອັດປາກດັງ 20.000 ອັນ, ນ້ຳຢາລ້າງມືຂ້າເຊື້ອ 1000 ຕຸກ ໃຫ້ແກ່ສະຫະພັນຊາວໜຸ່ມ ກຳປູເຈຍ ແຂວງ Svay Rieng |
ຫວ່າງແລ້ວນີ້, ຢູ່ດ່ານຊາຍແດນສາກົນ ມົກບ່າຍ, ເມືອງເບັ໊ນເກົ່າ, ແຂວງໄຕນິງ, ສະຫະພັນຊາວໜຸ່ມ ຫວຽດນາມ ແຂວງຫາກໍ່ຈັດຕັ້ງພິທີມອບຮັບວັດຖຸອຸປະກອນການແພດໃຫ້ສະຫະພັນຊາວໜຸ່ມ ກຳປູເຈຍ ແຂວງ Svay Rieng.
ນະທີ່ນີ້, ສະຫະພັນຊາວໜຸ່ມ ຫວຽດນາມ ແຂວງໄຕນີງ ໄດ້ມອບຜ້າອັດປາກດັງ 20.000 ອັນ, ນ້ຳຢາລ້າງມືຂ້າເຊື້ອ 1000 ຕຸກ ໃຫ້ແກ່ທ່ານ Toch Polyva ຮອງເຈົ້າແຂວງ Svay Rieng, ຮອງປະທານສະຫະພັນຊາວໜຸ່ມ ແຂວງ Svay Rieng, ເພື່ອແນໃສ່ໜູນຊ່ວຍແຂວງ Svay Riengໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19.
ໃນໂອກາດນີ້, ສະຫະພັນຊາວໜຸ່ມ ຫວຽດນາມ ແຂວງ ແລະ ສະຫະພັນນັກທຸລະກິດໜຸ່ມໄດ້ມອບຂອງຂວັນອວຍພອນສະຫະພັນຊາວໜຸ່ມ ແຂວງ Svay Rieng ເນື່ອງໃນໂອກາດບຸນເຕັດປະຈຳຊາວຂອງປະເທດກຳປູເຈຍ.
ນີ້ແມ່ນການເຄື່ອນໄຫວເພື່ອແນໃສ່ຜັນຂະຫຍາຍບົດບັດທຶດຊ່ວຍຈຳຂໍ້ຕົກລົງການຮ່ວມມືລະຫວ່າງ ສະຫະພັນຊາວໜຸ່ມ ຫວຽດນາມ ແຂວງໄຕນິງ ແລະ ສະຫະພັນຊາວໜຸ່ມແຂວງ Svay Rieng, ລາຍການ “ເດືອນມີນາເຂດຊາຍແດນ” ດ້ວຍບັນດາການເຄື່ອນໄຫວໜູນຊ່ວຍວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ແລະ ອວຍພອນບຸນປີໃໝ່ປະຈຳຊາວ ກຳປູເຈຍ.
ກ່ອນໜ້ານັ້ນ, ໃນເດືອນເມສາປີ 2020, ຄະນະກຳມະການປະຊາຊົນ ໄຕນິງ ແລະ ການນຳຕຳຫຼວດ, ກອງທັບ, ທະຫານປ້ອງກັນຊາຍແດນ, ພາສີ, ພະແນກການຕ່າງປະເທດ, ພະແນກສາທາລະນະສຸກແຂວງໄດ້ມອບໃຫ້ບັນດາແຂວງເຂດຊາຍແດນຂຶ້ນກັບລາຊະອານາຈັກ ກຳປູເຈຍບັນດາອຸປະກອນການແພດ, ລວມມີ, ຜ້າອັດປາກດັງ 120.000 ອັນ, ນ້ຳຢາລ້າງມືຂ້າເຊື້ອຂະໜາດ 500 ml 960 ຕົກ ເພື່ອແນໃສ່ໜູນຊ່ວຍອຳນາດການປົກຄອງ, ປະຊາຊົນປະເທດກຳປູເຈຍໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19.
| ຫວຽດນຫວຽດນາມ ໜູນຊ່ວຍເງິນເປັນຈຳນວນ 200.000 USD ໃຫ້ແກ່ລັດຖະບານ ແລະ ປະຊາຊົນກຳປູເຈຍ ເພື່ອສະກັດກັ້ນໂລກລະບາດໂຄວິດ - 19 ຍສໝ - ເຂົ້າຮ່ວມພິທີມີຜູ້ຕາງໜ້າຫ້ອງວ່າການລັດຖະບານ, ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ບັນດາກະຊວງການປ້ອງກັນຊາດ, ກະຊວງຕຳຫຼວດ ແລະ ກະຊວງການເງິນ. |
| ແຂວງດົ່ງທາບຈັດຕັ້ງຫ້ອງຮຽນສອນໃຫ້ລູກຫຼານຊາວຫວຽດນາມອາໄສຢູ່ກຳປູເຈຍ ຍສໝ - ຕາມແຜນການແລ້ວ, ໂຮງຮຽນໄດ້ດຳເນີນໃນຮອບເວລາ 17 ອາທິດດ້ວຍ 2 ວິຊາແມ່ນພາສາຫວຽດ ແລະ ຄະນິດສາດ ໂດຍຄູອາຈານ ຄົນໜຶ່ງຮັບຜິດຊອບ. ສະມາຄົມສົ່ງເສີມການຮຽນເມືອງ ບິ່ງຟູ໊ ແລະ ບັນດາຜູ້ອຸປະຖຳ ມອບປຶ້ມ, ໜັງສື, ອຸປະກອນການຮຽນ ແລະ ຊຸດຮຽນ. ປັດຈຸບັນ, ທ້ອງຖິ່ນຍັງສືບຕໍ່ຂົນຂວາຍອຸປະກອນວັດຖຸຕ່າງໆໃຫ້ແກ່ພວກນ້ອງກັບມາໂຮງຮຽນ. |
| ກຽນຢາງພັດທະນາ ແລະ ເຊື່ອມຕໍ່ພື້ນຖານໂຄງລ່າງທາງການຄ້າ ເຂດຊາຍແດນກັບກຳປູເຈຍ ຍສໝ - ທ່ານ ຫງວຽນດຶກຈິງ ຮອງປະທານຄະນະກຳມະການແຂວງກຽນຢາງໃຫ້ຮູ້ວ່າ ແຂວງໄດ້ສ້າງເງື່ອນໄຂສະດວກໃນວິວັດການປະຕິບັດໜ້າທີ່ລະຫວ່າງບັນດາອົງການ, ໜ່ວຍງານທີ່ຕິດພັນກັບການໂຄສະນາ, ເຜີຍແຜ່ບັນດາເນື້ອໃນຂອງບົດບັດທຶກຊ່ວຍຈຳ. |
ບຸນຄົງ
ຂ່າວທີ່ກ່ຽວຂ້ອງ
ຊາວໜຸ່ມ ຫວຽດນາມ – ລາວ – ກຳປູເຈຍ ແຜ່ຂະຫຍາຍຄວາມຮັບຜິດຊອບ, ອຸທິດຕົນເພື່ອຊຸມຊົນ
ການນຳ ຫວຽດນາມ ສົ່ງສານອວຍພອນບຸນປີໃໝ່ລາວ ແລະ ກຳປູເຈຍ
ສີສັນສົດໃສຂອງການສະຫຼອງປີໃໝ່ປະຈຳຊາດຂອງ ກຳປູເຈຍ, ລາວ ແລະ ໄທ ຢູ່ນະຄອນ ໂຮ່ຈິມິນ
ທ່ານອາດຈະມັກ
ທ່ານນາຍົກລັດຖະມົນຕີ ເລມິນຮຶງ ພົບປະສົນທະນາກັບປະທານາທິບໍດີ ສ.ເກົາຫຼີ
ນຳຫວຽດນາມ ເຂົ້າມາໃກ້ຊິດຕື່ມອີກ ກັບໝູ່ເພື່ອນດານມາກ ແລະ ສາກົນ
ໂອຕຣິດ (Austria) ພ້ອມແລ້ວທີ່ຈະຮ່ວມມືກັບ ຫວຽດນາມ (VietNam) ເພື່ອຍົກສູງຂີດຄວາມສາມາດໃຫ້ແກ່ກຳລັງຮັກສາສັນຕິພາບ ສປຊ
ກອນລຳແຜ່ຂະຫຍາຍສານແຫ່ງສັນຕິພາບ ຫວຽດນາມ - ນິວຊີແລນ
ຫວຽດນາມ ເຂົ້າຮ່ວມງານວາງສະແດງປ້ອງກັນຊາດອາຊີ ຢູ່ ມາເລເຊຍ
