ຮູບພາບ “ທະຫານລຸງໂຮ່” ໃນເຂດໃຈກາງທີ່ປະສົບໄພນໍ້າຖ້ວມຢູ່ແຂວງ ລາຍເຈົາ

11:19 | 04/07/2018

ໂດຍໄດ້ຮັບຄວາມເອົາໃຈໃສ່ຈາກ ພັກ, ລັດ, ການຮ່ວມແຮງຮ່ວມໃຈ, ການປະກອບສ່ວນຂອງບັນດາກະຊວງ, ຂະແໜງການຕ່າງໆຈາກສູນກາງລົງຮອດທ້ອງຖິ່ນ, ພິເສດແມ່ນການຊ່ວຍເຫຼືອຂອງພະນັກງານ, ນັກຮົບກໍາລັງປະກອບອາວຸດທະຫານເຂດ 2 ຢ່າງສຸດຈິດສຸດໃຈ, ການດໍາລົງຊີວິດຂອງປະຊາຊົນຢູ່ເຂດປະສົບໄພນໍ້າຖ້ວມແຂວງ ລາຍເຈົາ ກໍາລັງຄ່ອຍໆກັບຄືນເປັນປົກກະຕິ.

ເຖິງຢ່າງໃດກໍ່ຕາມ, ໜ້າທີ່ຂອງກໍາລັງເຂົ້າຮ່ວມວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພນໍ້າຖ້ວມຍັງໜັກໜ່ວງທີ່ສຸດ. ຢູ່ທຸກບ່ອນທີ່ເກີດນໍ້າແກ້ງ, ພະນັກງານ, ນັກຮົບໃນກອງທັບ ແລະຕໍາຫຼວດ, ທະຫານລາດປ້ອງກັນຕົວນັບພັນຄົນໄດ້ສົມທົບກັບບັນດາກໍາລັງຂອງທ້ອງຖິ່ນ ພວມມານະພະຍາຍາມຊອກຫາບັນດາຜູ້ຫາຍສາບສູນ, ຂົນສົ່ງສະບຽງອາຫານໃຫ້ບັນດາຄອບຄົວມີເຮືອນຊານຖືກເສຍຫາຍ, ຊ່ວຍເຫຼືອຍົກຍ້າຍນັບຫຼາຍຮ້ອຍຄອບຄົວຢູ່ເຂດດິນເຊາະເຈື່ອນໄປຢູ່ເຂດປອດໄພ...

ໃນເຂດໃຈກາງທີ່ປະສົບໄພນໍ້າຖ້ວມ ແມ່ນມີຄວາມຫຍຸ້ງຍາກລໍາບາກ ແລະອັນຕະລາຍຫຼາຍຢ່າງ, ຮູບພາບນັກຮົບ “ທະຫານລຸງໂຮ່” ອີກເທື່ອໜຶ່ງສ້າງຄວາມປະທັບໃຈໃນດວງໃຈປະຊາຊົນບັນດາເຜົ່າຢູ່ເຂດຕາເວັນຕົກສ່ຽງເໜືອ...

ຮູບພາບ “ທະຫານລຸງໂຮ່” ໃນເຂດໃຈກາງທີ່ປະສົບໄພນໍ້າຖ້ວມຢູ່ແຂວງ ລາຍເຈົາ


ຮູບພາບ “ທະຫານລຸງໂຮ່” ໃນເຂດໃຈກາງທີ່ປະສົບໄພນໍ້າຖ້ວມຢູ່ແຂວງ ລາຍເຈົາ


ຮູບພາບ “ທະຫານລຸງໂຮ່” ໃນເຂດໃຈກາງທີ່ປະສົບໄພນໍ້າຖ້ວມຢູ່ແຂວງ ລາຍເຈົາ

ພະນັກງານ, ນັກຮົບກອງພັນໃຫຍ່ 880, ກອງບັນຊາການທະຫານແຂວງ ລາຍເຈົາ ຕັ້ງໜ້າຊອກຫາຜູ້ຫາຍສາບສູນຈາກໄພນໍ້າຖ້ວມ ຢູ່ຕາແສງ ນອງແຫວ, ເມືອງ ຊີ່ນໂຮ່ (ແຂວງ ລາຍເຈົາ). (ພາບ: ຫງວຽນຮົ່ງຊ໋າງ)

ຮູບພາບ “ທະຫານລຸງໂຮ່” ໃນເຂດໃຈກາງທີ່ປະສົບໄພນໍ້າຖ້ວມຢູ່ແຂວງ ລາຍເຈົາ

ທ່ານພົນຈັດຕະວາ ໂງກຸ໋ຍດຶກ, ຫົວໜ້າກົມກູ້ໄພກູ້ຊີບ, ກົມໃຫຍ່ເສນາທິການ ລົງຢ້ຽມຢາມຖາມຂ່າວ, ລະດົມກໍາລັງໃຈ, ມອບຂອງຂວັນໃຫ້ບັນດາຄອບຄົວທີ່ມີຜູ້ປະສົບເຄາະຮ້າຍຖືກນໍ້າພັດໄຫຼໄປ. (ພາບ: ຫງວຽນຮົ່ງຊ໋າງ)

ຮູບພາບ “ທະຫານລຸງໂຮ່” ໃນເຂດໃຈກາງທີ່ປະສົບໄພນໍ້າຖ້ວມຢູ່ແຂວງ ລາຍເຈົາ


ຮູບພາບ “ທະຫານລຸງໂຮ່” ໃນເຂດໃຈກາງທີ່ປະສົບໄພນໍ້າຖ້ວມຢູ່ແຂວງ ລາຍເຈົາ

ກໍາລັງປະກອບອາວຸດເມືອງ ຊີ່ນໂຮ່ ຊ່ວຍປະຊາຊົນບ້ານ ຊ໋າງຕຸ່ງ ຂົນຊັບສິນ, ຍົກຍ້າຍເຮືອນຊານໄປຢູ່ເຂດປອດໄພ. (ພາບ: ຫງວຽນຮົ່ງຊ໋າງ)

ຮູບພາບ “ທະຫານລຸງໂຮ່” ໃນເຂດໃຈກາງທີ່ປະສົບໄພນໍ້າຖ້ວມຢູ່ແຂວງ ລາຍເຈົາ

ທະຫານລາດຕາແສງ ເຊີນບິ່ງ, ເມືອງ ຕາມເດື່ອງ (ແຂວງ ລາຍເຈົາ) ມ້ຽນດິນເຊາະເຈື່ອນ, ແກ້ໄຂການຈາລະຈອນ. (ພາບ: ຫງວຽນຮົ່ງຊ໋າງ)


(ແຫຼ່ງ​ຂໍ້​ມູນ​: ກປ.ອອນໄລ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.