ກອງ​ປະ​ຊຸມ​ສາ​ກົນ​ຄັ້ງ​ທີ 5 ກ່ຽວ​ກັບ​ການ​ຮ່ວມ​ມື​ລະ​ຫວ່າງ​ຫວຽດ​ນາມ ແລະ ບັນ​ດາ​ອົງ​ການ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ຕ່າງ​ປະ​ເທດ ຈະ​ດຳ​ເນີນ​ໃນ​ວັນ​ທີ 4 ທັນວາ

07:00 | 24/11/2025

ຍສໝ - ຄະນະກຳມະການປະຕິບັດງານກ່ຽວກັບບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດຈະຈັດຕັ້ງ “ກອງປະຊຸມສາກົນ​ຄັ້ງ​ທີ 5 ກ່ຽວ​ກັບ​ການ​ຮ່ວມ​ມື​ລະ​ຫວ່າງ​ຫວຽດ​ນາມ ແລະ ບັນ​ດາ​ອົງ​ການ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ຕ່າງ​ປະ​ເທດ, ບັນດາຄູ່ຮ່ວມມືເພື່ອການພັດທະນາແບບວັດທະນາຖາວອນ ແລະ ຍືນຍົງ” ໃນວັນທີ 4 ທັນວາ 2025.

ຊຸ​ກ​ຍູ້​ການ​ຮ່ວມ​ມື​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ ຫວຽດ​ນາມ ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ສາ​ກົນ
ໄຂເປີດ​ເວ​ທີ​ປາ​ໄສ​ສາ​ກົນ​ບັນ​ດາ​ນັກປັນຍາໜຸ່ມ​ຫວຽດ​ນາມ ຄັ້ງ​ທີ 6
ກອງ​ປະ​ຊຸມ​ສາ​ກົນ​ຄັ້ງ​ທີ 5 ກ່ຽວ​ກັບ​ການ​ຮ່ວມ​ມື​ລະ​ຫວ່າງ​ຫວຽດ​ນາມ ແລະ ບັນ​ດາ​ອົງ​ການ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ຕ່າງ​ປະ​ເທດ ຈະ​ດຳ​ເນີນ​ໃນ​ວັນ​ທີ 4 ທັນວາ
ທ່ານ​ຮອງ​ລັດຖະມົນຕີຜູ້ປະຈຳກະຊວງ​ການ​ຕ່າງປະ​ເທດ​ ບຸຍແທງເຊີນ ກ່າວ​ຄຳປາໄສ​ທີ່​ກອງ​ປະຊຸມ​ສາກົນ​ຄັ້ງ​ທີ 4 ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ຕ່າງປະ​ເທດ. (ພາບ: ​ທີ່​ກອງ​ປະຊຸມ​ສາກົນ​ຄັ້ງ​ທີ 4 ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ຕ່າງປະ​ເທດ. (ພາບ: VNA)

ກອງ​ປະຊຸມ​ແມ່ນ​ເຫດການ​ສຳຄັນ, ປະກອບສ່ວນປັບປຸງ​ແລະ ​ເປີດ​ກວ້າງ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ກັບ​ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ຕ່າງປະ​ເທດ ​ແລະ ບັນດາ​ຄູ່​ຮ່ວມ​ມື​ພັດທະນາ, ມຸ່ງ​ໄປ​ເຖິງ​ເປົ້າໝາຍພັດທະນາ​ແບບ​ຍືນ​ຍົງ​ຂອງ​ປະ​ເທດ. ກອງ​ປະຊຸມ​ໄດ້​ສຸມ​ໃສ່​ຕີ​ລາຄາ​ໝາກຜົນ​ການ​ພົວພັນ​ຄູ່​ຮ່ວມລະຫວ່າງ​ຫວຽດນາມ ​ແລະ ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ຕ່າງປະ​ເທດ​ໄລຍະ 2019 – 2025; ກຳນົດທິດ​ການ​ຮ່ວມ​ມື ​ແລະ ຍົກ​ສູງ​ປະສິດທິ​ຜົນ​ການ​ອຸປະຖຳ​ໃນ 5 ປີ​ຕໍ່ໜ້າ; ພ້ອມ​ກັນ​ນັ້ນ, ກໍ່​ສ້າງ​ບັນດາ​ຂໍ້​ສະເໜີແນະຕໍ່​ລັດຖະບານ ​ແລະ ທ່ານ​ນາຍົກລັດຖະມົນຕີ ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ບັນດາ​ອົງການບໍ່​ຂຶ້ນ​ກັບ​ລັດຖະບານ​ຕ່າງປະ​ເທດ, ຜູ້ໃຫ້​ທຶນ ​ແລະ ວິ​ສາ​ຫະກິດ​ສາກົນ​ໃນ​ໄລຍະ​ຈະ​ມາ​ເຖິງ.

ກອງ​ປະ​ຊຸມ​ໄດ້​ປະກອບ​ມີ​ການໄຂເປີດ​ຄົບ​ຖ້ວນ, ກອງປະຊຸມສຳມະນາຫົວຂໍ້ພ້ອມໆກັນ 4 ແຫ່ງ ກ່ຽວກັບ​ບັນ​ດາ​ຂົງ​ເຂດ​ສຳ​ຄັນ​ທີ່​ມີ​ຄວາມ​ສົນ​ໃຈ​ຂອງ​ຫວຽດ​ນາມ ແລະ ບັນດາອົງການບໍ່ຂຶ້ນກັບລັດຖະບານ, ແລະ ກອງ​ປະ​ຊຸມສະຫຼຸບ ແລະ ພິທີອັດ. ໃນ​ຂອບ​ເຂດ​ກອງ​ປະຊຸມ, ຄະນະປະຕິບັດງານກ່ຽວກັບບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະ​ເທດ ​ໄດ້​ຈັດ​ພິທີ​ຮັບ​ຮູ້​ການ​ປະກອບສ່ວນ​ຂອງບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະ​ເທດ ​ແລະ ບັນດາ​ຄູ່​ຮ່ວມ​ມື​ພັດທະນາ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ ຫວຽດນາມ.

Logo ກອງປະຊຸມສາກົນຄັ້ງທີ 5 ກ່ຽວກັບການຮ່ວມມືລະຫວ່າງຫວຽດນາມ ກັບບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ, ຄູ່ຮ່ວມມືເພື່ອການພັດທະນາແບບວັດທະນາຖາວອນ ແລະ ຍືນຍົງ.

ກອງ​ປະ​ຊຸມ​ສາ​ກົນ​ຄັ້ງ​ທີ 5 ກ່ຽວ​ກັບ​ການ​ຮ່ວມ​ມື​ລະ​ຫວ່າງ​ຫວຽດ​ນາມ ແລະ ບັນ​ດາ​ອົງ​ການ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ຕ່າງ​ປະ​ເທດ ຈະ​ດຳ​ເນີນ​ໃນ​ວັນ​ທີ 4 ທັນວາ

Logo ກອງປະຊຸມສາກົນຄັ້ງທີ 5 ກ່ຽວກັບການຮ່ວມມືລະຫວ່າງຫວຽດນາມ ກັບບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ, ຄູ່ຮ່ວມມືເພື່ອການພັດທະນາແບບວັດທະນາຖາວອນ ແລະ ຍືນຍົງ.

ໂດຍເຂົ້າຮ່ວມກອງ​ປະຊຸມ​ຈະ​ມີ​ຜູ້​ແທນ​ປະມານ 700 ຄົນ, ໃນ​ນັ້ນ​ມີ​ຜູ້ຕາງໜ້າ​ບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ, ອົງການ​ສາກົນ, ສະຖານທູດ, ອົງການ​ຮ່ວມ​ມື​ພັດທະນາ ​ແລະ ວິ​ສາ​ຫະກິດ​ຕ່າງປະ​ເທດ; ຜູ້ຕາງໜ້າ​ບັນດາ​ກະຊວງ, ຂະແໜງການ, ທ້ອງ​ຖິ່ນ, ອົງການ​ຈັດ​ຕັ້ງ​ສັງຄົມ, ສະ​ຖາ​ບັນ​ຄົ້ນ​ຄ້ວາ… ຂອງ ຫວຽດນາມ./.

ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ຊາດ ຫວຽດ​ນາມ ວັນ​ທີ 2 ກັນ​ຍາ: ໂອ​ກາດ​ເພື່ອ​ໃຫ້ ຫວຽດ​ນາມ ພ້ອມ​ກັບ​ເພື່ອນ​ມິດ​ສາ​ກົນ​ເຊີດ​ຊູ​ບັນ​ດາ​ຄຸນ​ຄ່າ​​ທີ່​ຄົງ​ຕົວ ຂອງ​ເອ​ກະ​ລາດ ແລະ ເສ​ລີ​ພາບ ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ຊາດ ຫວຽດ​ນາມ ວັນ​ທີ 2 ກັນ​ຍາ: ໂອ​ກາດ​ເພື່ອ​ໃຫ້ ຫວຽດ​ນາມ ພ້ອມ​ກັບ​ເພື່ອນ​ມິດ​ສາ​ກົນ​ເຊີດ​ຊູ​ບັນ​ດາ​ຄຸນ​ຄ່າ​​ທີ່​ຄົງ​ຕົວ ຂອງ​ເອ​ກະ​ລາດ ແລະ ເສ​ລີ​ພາບ

ຍສໝ - ພິທີສະເຫຼີມສະຫຼອງວັນຊາດວັນທີ 2 ກັນຍາອີກຄັ້ງໜຶ່ງໄດ້ຢັ້ງຢືນຄວາມໝາຍທີ່ຍິ່ງໃຫຍ່ນັ້ນ, ເຊີດຊູບັນດາຜົນສຳເລັດຂອງປະຊາຊົນ ຫວຽດນາມ ໃນພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ, ສ້າງສາ ແລະ ປົກປັກຮັກສາປະເທດຊາດກໍຄື ພາລະກິດແຫ່ງການປ່ຽນແປງໃໝ່ເພື່ອມີຫວຽດນາມ ທີ່ພວມກ້າວເຂົ້າສູ່ສັງກາດບຸກບື່ນພັດທະນາ ເຂັ້ມແຂງແຮງກ້າວຄືໃນປັດຈຸບັນ.

ການ​ປ່ຽນ​ແປງ​ຢ່າງຢ່າງ​ແຮງໃນ​ວິ​ທີ​ສື່​ມວນ​ຊົນ​ຕ່າງ​ປະ​ເທດ​ເລົາ​ເລື່ອງ​ກ່ຽວ​ກັບ ຫວຽດ​ນາມ ການ​ປ່ຽນ​ແປງ​ຢ່າງຢ່າງ​ແຮງໃນ​ວິ​ທີ​ສື່​ມວນ​ຊົນ​ຕ່າງ​ປະ​ເທດ​ເລົາ​ເລື່ອງ​ກ່ຽວ​ກັບ ຫວຽດ​ນາມ

ຍສໝ - 100 ປີຜ່ານມາ, ສື່ມວນຊົນປະຕິວັດໄດ້ກາຍເປັນເຫຼົ່າຮົບທີ່ຫຼັກແຫຼ່ງໃນສະໜາມຮົບແນວຄິດ - ວັດທະນະທຳ, ຮ່ວມເດີນທາງພ້ອມກັບພາລະກິດແຫ່ງການປະຕິວັດຜ່ານທຸກເສັ້ນທາງປະຫວັດສາດຂອງຊາດ.

ມີງດຶກ

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ