ລະ​ດູ​ການ​ເກັບ​ກ່ຽວ​ທີ່​ອີ່ມ​ໜຳ​ສຳ​ລານ​ໃນ​ບັນ​ດາ​ເຂດ​ທົ່ງ​ນາແຂວງດັກລັກ

20:33 | 25/06/2021

ຢູ່ລຽບຕາມຝັ່ງແມ່ນ້ຳ ກຼົງ ອານາ ແມ່ນເຂດທົ່ງນາທີ່ມີເນື້ອທີ່ນັບພັນເຮັກຕາ ຂອງສາມຕາແສງ: ບວນຈຽດ, ດັກລຽງ, ບວນເຈຍ ຂອງເມືອງລັກ, ແຂວງດັກລັກ. ແຕ່ດົນນານມາແລ້ວ, ແຫ່ງນີ້ຖືກຖືວ່າ ແມ່ນອູ່ເຂົ້າຢູ່ເຂດໄຕງວຽນ. ປະຈຸບັນ, ພວມແມ່ນເວລາຈຸດສຸມໃນລະດູການເກັບກ່ຽວ, ຊາວກະສິກອນຢູ່ເມືອງລັກ, ແຂວງດັກລັກ ມີຄວາມພາກພູມໃຈ ຍ້ອນວ່າ ລະດູການເກັບກ່ຽວໄດ້ຮັບຜົນດີ ແລະ ລາຄາຂາຍກໍ່ໄດ້ດີອີກ.

ວຽກງານ​ໜູນ​ຊ່ວຍຂອງ​ອົງ​ການ​ຈັດ​ຕັ້ງ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານຕ່າງ​ປະ​ເທດ: ບັນ​ດາ​ສິ່ງ​ທ້າ​ທາຍ​ໃນ​ສະ​ພາບ​ການ​ໃໝ່ ວຽກງານ​ໜູນ​ຊ່ວຍຂອງ​ອົງ​ການ​ຈັດ​ຕັ້ງ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານຕ່າງ​ປະ​ເທດ: ບັນ​ດາ​ສິ່ງ​ທ້າ​ທາຍ​ໃນ​ສະ​ພາບ​ການ​ໃໝ່
ເຕັ​ມໄປ​ດ້ວຍ​ນ້ຳ​ໃຈ​ທະ​ຫານ​ປະ​ຊາ​ຊົນ​ໃນ​ລະ​ດູ​ເກັບ​ກ່ຽວ ເຕັ​ມໄປ​ດ້ວຍ​ນ້ຳ​ໃຈ​ທະ​ຫານ​ປະ​ຊາ​ຊົນ​ໃນ​ລະ​ດູ​ເກັບ​ກ່ຽວ
 ການຫວ່ານກ້າ ແລະ ເກັບກ່ຽວເຂົ້າລ້ວນແຕ່ໃຊ້ເຄື່ອງຈັກ (ພາບ: VOV)
ການຫວ່ານກ້າ ແລະ ເກັບກ່ຽວເຂົ້າລ້ວນແຕ່ໃຊ້ເຄື່ອງຈັກ (ພາບ: VOV)

ລະດູເຂົ້າໃນລະດູໜາວຕໍ່ລະດູບານໃໝ່ປີນີ້, ເມືອງລັກ, ແຂວງດັກລັກ ໄດ້ປູກເຂົ້າໃນເນື້ອທີ່ດິນກ່ວາ 5300 ເຮັກຕາ ແລະ ສ່ວນຫຼາຍແມ່ນສຸມໃສ່ປູກຢູ່ບັນດາຕາແສງບວນຈຽດ, ດັກລຽງ ແລະ ບວນເຈຍ. ປີນີ້, ອາກາດເອື້ອອຳນວຍ, ສະນັ້ນ, ເຂົ້າໄດ້ພັດທະນາດີ, ບັນລຸສະມັດຕະພາບສູງ. ປະຊາຊົນກໍ່ໄດ້ຍູ້ແຮງການໝູນໃຊ້ວິທະຍາສາດເຕັກນິກ, ຫັນເປັນການຜະລິດດ້ວຍເຄື່ອງຈັກ, ສະນັ້ນ, ການບົວລະບັດ ແລະ ເກັບກ່ຽວເຂົ້ານັບມື້ນັບບັນລຸປະສິດທິຜົນດີກ່ວາ.

ໃນລະດູການປີນີ້, ຄອບຄົວປ້າ ຫງວຽນທິຟານ, ຢູ່ບ້ານບວນຕຸງ 1, ຕາແສງບວນຈຽດ ໄດ້ປູກແນວພັນເຂົ້າ ດ່າຍເທີມ ໃນເນື້ອທີ່ດິນກ່ວາ 4 ເຮັກຕາ. ພໍ່ຄ້າໄດ້ມາເກັບຊື້ຢູ່ກັບທົ່ງນາເລີຍ, ສະນັ້ນ, ການເກັບກ່ຽວ ແລະ ຄ້າຂາຍໄດ້ດຳເນີນໄປສະດວກດີ. ປ້າ ຫງວຽນທິຟານ ຄາດວ່າ, ລະດູການປີນີ້, ຄອບຄົວປ້າໄດ້ຮັບກຳໄລປະມານ 150 ລ້ານດົ່ງ:

ຄອບຄົວຂອງຂ້າພະຈົ້າໄດ້ປູກແນວພັນເຂົ້າ ດ່າຍເທີມ ບັນລຸໄດ້ປະລິມານການຜະລິດ 1.2 ໂຕນ/ໄລ່. ລາຄາກໍ່ສູງກ່ວາປີກາຍ, ພໍ່ຄ້າໄດ້ມາເກັບຊື້ເລີຍ, ເກັບກ່ຽວແລ້ວກໍ່ຂາຍໄດ້ເລີຍ. ປີນີ້ລາຄາເຂົ້າກໍ່ສູງກ່ວາໜ້ອຍໜຶ່ງ ແລະ ກໍ່ຂາຍໄດ້ງ່າຍ.

ໃນຊຸມມື້ນີ້, ຄວາມຄົວທ່ານ ຫງວຽນກົງຮຸ່ງ, ຢູ່ບ້ານເມລິນ 2, ຕາແສງ ບວນຈຽດ ກໍ່ຟ້າວຝັ່ງເກັບກ່ຽວເຂົ້າ, ຄອບຄົວທ່ານມີເນື້ອທີ່ປູກເຂົ້າ 5 ເຮັກຕາ, ແຕ່ຫຼາຍປີມານີ້ ກໍ່ລ້ວນແຕ່ປູກແນວພັນເຂົ້າ ST-24. ປີນີ້, ພ້ອມກັບການປູກເຂົ້າ, ທ່ານຍັງຫັນປ່ຽນເນື້ອທີ່ດິນປູກເຂົ້າກ່ວາ 5 ໄລ່ໄປປູກມັນດ້າງ. ຄວາມພູມໃຈກໍ່ທະວີຄຸນທົບ 2 ເທົ່າເມື່ອລະດູການເກັບກ່ຽວປີນີ້, ລາຄາຂາຍມັນດ້າງກໍ່ດີທີ່ສຸດ, ຂາຍສົ່ງໄດ້ລາຄາແຕ່ 8000-10.000 ດົ່ງ/ໂລ. ເຂົ້າກໍ່ມີສະມັດຕະພາບສູງ, ລາຄາສູງກ່ວາທຸກປີ. ທ່ານ ຫງວຽນກົງຮຸ່ງ ໃຫ້ຮູ້ວ່າ:

ປີນີ້ ການປູກເຂົ້າບັນລຸສະມັດຕະພາບ, ເກັບກ່ຽວເຂົ້າແຕ່ 1.2 ຫາ 1.3 ໂຕນ/ໄລ່. ເກັບກ່ຽວແລ້ວແມ່ນຂາຍໄດ້ເລີຍ, ລາຄາປະມານ 6700 ດົ່ງ/ໂລ. ພໍ່ຄ້າໄດ້ມາເກັບຊື້ຢູ່ບ້ານເລີຍ.

ໂດຍແມ່ນຕາແສງເຮັດກະສິກຳເປັນຕົ້ນຕໍ່, ມີເນື້ອທີ່ປູກເຂົ້າຫຼາຍກ່ວາໝູ່ຢູ່ເມືອງລັກ, ໃນລະດູໜາວຕໍ່ລະດູບານໃໝ່ປີນີ້, ຕາແສງ ບວນຈຽດ ໄດ້ປູກເຂົ້ານາທາມໃນເນື້ອທີ່ເກືອບ 2000 ເຮັກຕາ. ຍ້ອນດິນຟ້າອາກາດເອື້ອອຳນວຍ, ລະບົບຊົນລະປະທານຮັບປະກັນແຫຼ່ງນ້ຳ, ສະນັ້ນ, ເຂົ້ານາທາມກໍ່ພັດທະນາດີ, ໃຫ້ສະມັດຕະພາບສູງ. ສະມັດຕະພາບສະເລ່ຍແມ່ນ 9 ໂຕນ/ເຮັກຕາ. ສະເພາະບັນດາແນວພັນເຂົ້າຄື: ດ່າຍເທີມ, ST-24, ST-25 ໃຫ້ສະມັດຕະພາບແຕ່ 12-13 ໂຕນ/ເຮັກຕາ. ພໍ່ຄ້າມາຊື້ຢູ່ທົ່ງນາດ້ວຍລາຄາແຕ່ 5800-7000 ດົ່ງ/ໂລ ຕາມແຕ່ລະແນວພັນເຂົ້າ, ລະດັບນີ້ແມ່ນສູງກ່ວາເກືອບ 1000 ດົ່ງຖ້າທຽບໃສ່ລາຄາປີກາຍ. ທ່ານ ບຸ່ງແມັງຫາຍ, ປະທານຄະນະກຳມະການ ປຊຊ ຕາແສງ ບວນຈຽດ ໃຫ້ຮູ້ວ່າ:

ດຍໄດ້ຮັບຄວາມເອົາໃຈໃສ່ຈາກລັດ ໃນການລົງທຶນກໍ່ສ້າງເສັ້ນທາງໃນຕາແສງ, ການຂົນສົ່ງຜະລິດຕະພັນຂອງຊາວກະສິກອນ ກໍ່ມີຄວາມສະດວກທີ່ສຸດ. ຕາແສງ ບວນຈຽດ ໄດ້ສົມທົບປະສົບການໃນການຜະລິດທີ່ເປັນມູນເຊື້ອ ກັບການນຳໃຊ້ວິທະຍາສາດເຕັກນິກ ແລະ ມີຄວາມເອົາໃຈໃສ່ສົ່ງເສີມກະສິກຳ, ບັນດານັກວິທະຍາສາດ, ສະນັ້ນ, ແນວພັນເຂົ້າຈຳນວນໜຶ່ງທີ່ໄດ້ປູກໃນບໍລະເວນຕາແສງ ໄດ້ເສີມຂະຫຍາຍ ແລະ ຮັບປະກັນປະສິດທິຜົນ ແລະ ສະມັດຕະພາບໂດຍພື້ນຖານ.

ເພື່ອໜູນຊ່ວຍ ປຊຊ ທຳການປູກຝັງແບບຍືນຍົງ, ຂະແໜງກະສິກຳເມືອງລັກ ໄດ້ຈັດບັນດາກອງປະຊຸມສຳມະນາ, ຊຸດຝຶກອົບຮົມ, ແບ່ງປັນບົດຮຽນ ເຕັກນິກການຜະລິດ, ປູກຝັງ, ເລືອກແນວພັນ, ວິທີຂ້າສັດຕູພືດ. ເມືອງລັກ ກໍ່ໜູນຊ່ວຍການເຊື່ອມຕໍ່ບັນດາສະຫະກອນ ກັບບັນດາຫົວໜ່ວຍສະໜອງແນວພັນທີ່ມີຄວາມໄວ້ເນື້ອເຊື່ອໃຈ ແລະ ບັນດາສະຫະກອນເກັບຊື້ຜະລິດຕະພັນກະເສດ. ຍ້ອນເຫດນັ້ນ, ໃນຊຸມປີມໍ່ໆມານີ້, ຍາມໃດ, ສະມັດຕະພາບເຂົ້າກໍ່ເປັນປົກກະຕິ ແລະ ຂາຍໄດ້ລາຄາດີ. ພ້ອມກັບການປູກຕົ້ນໝາກພິກໄທ, ກາເຟ, ຕົ້ນເຂົ້າກຳລັງແມ່ນຜົນລະປູກຫຼັກແຫຼ່ງ ນຳມາເຊິ່ງແຫຼ່ງລາຍຮັບເປັນປົກກະຕິໃຫ້ແກ່ ປຊຊ ເມືອງລັກ.

ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ຫວຽດ​ນາມ ເຈ​ລະ​ຈາ​ກັບ ກູ​ບາ​ ກ່ຽວ​ກັບ​ການ​ຮ່ວມ​ມືຜະ​ລິດ​ວັກ​ຊິນ​ກັນ​ໂຄວິດ - 19 ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ຫວຽດ​ນາມ ເຈ​ລະ​ຈາ​ກັບ ກູ​ບາ​ ກ່ຽວ​ກັບ​ການ​ຮ່ວມ​ມືຜະ​ລິດ​ວັກ​ຊິນ​ກັນ​ໂຄວິດ - 19

ຝ່າຍກູບາ ໃຫ້ຮູ້ວ່າ, ວັກຊິນ Abdala ຂອງປະເທດນີ້ ໄດ້ຜ່ານ 3 ໄລຍະທົດລອງສັກຕໍ່ຄົນແລ້ວ ໂດຍສະແດງໃຫ້ເຫັນ ເຖິງຄວາມສາມາດໃນການສະກັດກັ້ນໄວຣັດສາຍພັນໃໝ່ຂອງ SARS – CoV – 2. ເຖິງຢ່າງໃດກໍ່ຕາມ, ວັກຊິນ ນີ້ຍັງບໍ່ທັນໄດ້ຮັບການທົດລອງສັກຕໍ່ຄົນຢູ່ປະເທດໃດໃນໂລກເທື່ອ.

ບັນ​ດາ​ທ້ອງ​ຖິ່ນ, ວິ​ສາ​ຫະ​ກິດ​ຢູ່​ລາວ ​ສະ​ໜັບ​ສະ​ໜູນ​ຫວຽດ​ນາມ ໃນ​ການ​ຕ້ານ​ໂລກ​ລະ​ບາດ ບັນ​ດາ​ທ້ອງ​ຖິ່ນ, ວິ​ສາ​ຫະ​ກິດ​ຢູ່​ລາວ ​ສະ​ໜັບ​ສະ​ໜູນ​ຫວຽດ​ນາມ ໃນ​ການ​ຕ້ານ​ໂລກ​ລະ​ບາດ

ທ່ານລຶວແມັງຮ່າ, ຜູ້ອຳນວຍການໃຫ່ຍບໍລິສັດ UNITEL ໄດ້ໄປສະຖານທູດຫວຽດນາມ ປະຈຳລາວ ມອບເງິນຈຳນວນ 20.000 USD, ສະໜັບສະໜູນກອງທຶນວັກຊິນປ້ອງກັນ ຕ້ານໂຄວິດ 19 ໂດຍລັດຖະບານຫວຽດນາມ ປຸກລະດົມ.

ບັນ​ດາ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຢູ່​ເຊີນ​ລາອະ​ນຸ​ລັກ​ຮັກ​ສາ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູ​ນ​ເຊື້ອ ບັນ​ດາ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຢູ່​ເຊີນ​ລາອະ​ນຸ​ລັກ​ຮັກ​ສາ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູ​ນ​ເຊື້ອ

ຍ​ສ​ໝ - ນອກ​​ຈາກ​ການ​ຟື້ນ​ຟູ​ບົດ​ຟ້ອນທີ່ເກົ່າແກ່ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ເຜົ່າ​ຜູ້ໄທຢູ່​ເຊີນ​ລາ7 ບົດແລ້ວ, ສະ​ໂມ​ສອນ​ກໍ່​ສະ​ຫງວນ​ເວ​ລາ​ເພື່ອ​ຝຶກ​ແອບ​ບັນ​ດາ​ບົດ​ຟ້ອນ​ພື້ນ​ເມືອງຜູ້​ໄທ, ເຊີນ​ຄູ​ສອນ​ມາ​ສອນ​ໜັງສື​ຊົນ​ເຜົ່າ​ຜູ້ໄທ ໃຫ້​ແກ່​ສະ​ມາ​ຊິກ ແລະ ພໍ່​ແມ່​ປະ​ຊາ​ຊົນ​ໃນ​ບ້ານ.

vovworld.vn

ເຫດການ
302 Found

Found

The document has moved here.