ບັນ​ດາ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຢູ່​ເຊີນ​ລາອະ​ນຸ​ລັກ​ຮັກ​ສາ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູ​ນ​ເຊື້ອ

14:28 | 15/06/2021

ຍ​ສ​ໝ - ນອກ​​ຈາກ​ການ​ຟື້ນ​ຟູ​ບົດ​ຟ້ອນທີ່ເກົ່າແກ່ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ເຜົ່າ​ຜູ້ໄທຢູ່​ເຊີນ​ລາ7 ບົດແລ້ວ, ສະ​ໂມ​ສອນ​ກໍ່​ສະ​ຫງວນ​ເວ​ລາ​ເພື່ອ​ຝຶກ​ແອບ​ບັນ​ດາ​ບົດ​ຟ້ອນ​ພື້ນ​ເມືອງຜູ້​ໄທ, ເຊີນ​ຄູ​ສອນ​ມາ​ສອນ​ໜັງສື​ຊົນ​ເຜົ່າ​ຜູ້ໄທ ໃຫ້​ແກ່​ສະ​ມາ​ຊິກ ແລະ ພໍ່​ແມ່​ປະ​ຊາ​ຊົນ​ໃນ​ບ້ານ.

ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ກຳ​ປູ​ເຈຍ​ ຮັກ​ສາທ່າ​ພັດ​ທະ​ນາ​ຢ່າງ​ຕັ້ງ​ໜ້າ​ໃນ​ສະ​ພາບ​ກາ​ນ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19 ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ກຳ​ປູ​ເຈຍ​ ຮັກ​ສາທ່າ​ພັດ​ທະ​ນາ​ຢ່າງ​ຕັ້ງ​ໜ້າ​ໃນ​ສະ​ພາບ​ກາ​ນ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19
ສ້າງ​ຊົນ​ນະ​ບົດ​ໃໝ່​ຈາ​ການ​ເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ເລື່ອງ​ກຽວ ສ້າງ​ຊົນ​ນະ​ບົດ​ໃໝ່​ຈາ​ການ​ເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ເລື່ອງ​ກຽວ
ບັນ​ດາ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຢູ່​ເຊີນ​ລາອະ​ນຸ​ລັກ​ຮັກ​ສາ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູ​ນ​ເຊື້ອ
ຫ້ອງ​ຮຽນ​ສອນ​ພາ​ສາ​ໄທ (ພາບ: VOV)

ຄວາມ​ສຸດ​ຈິດ​ສຸດ​ໃຈ, ຮ່ວ​ມ​ແຮ່ງ​ຮ່ວມ​ໃຈ​ຂອງ​ອຳ​ນາດ​ການ​ປົກ​ຄອງ​ທຸກ​ຂັ້ນແລະປະ​ຊາ​ຊົນ​ນະ​ຄອນ​ເຊີນ​ລາທຸກ​ຄົນໄດ້​ປະ​ກອບ​ສ່ວນ​ບໍ່​ແມ່​ນ​ໜ້ອຍ​ເຂົ້າ​ໃນ​ການ​ຊ່ວຍ​ອະ​ນຸ​ລັກ​ຮັກ​ສາແລະເສີມ​ຂະ​ຫຍາຍ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູ​ນ​ເຊື້ອ​ຂອງ​ບັນ​ດ​າ​ເຜົ່າ​ຢູ່​ທ້ອງ​ຖິ່ນ.

ໃນ​ຕອນ​ຄ່ຳ​ວັນ​ເສົາ ແລະ ວັນ​ອາ​ທິດຂອງທຸກ​ອາ​ທິດ, ບັນ​ດາ​ສະ​ມາ​ຊິກ​ຂອງ​ສະ​ໂມ​ສອນ “ອະ​ນຸ​ລັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ຊົນ​ເຜົ່າຜູ້​ໄທ” ຢູ່​ບ້ານ ຫີ່ນ, ເມືອງ ຈ່ຽງ​ອານ, ນະ​ຄອນ ເຊີນ​ລາ ພັດ​ເຕົ້​າ​ໂຮມ​ກັນ​ຢູ່​ຫໍ​ວັດ​ທະ​ນະ​ທຳ​ບ້ານ ເພື່ອ​ພ້ອມ​ກັນ​ຝຶກ​ແອບ​ບັນ​ດາ​ບົດ​ຟ້ອນ ແຊວ່, ຈັງຫວະ​ຟ້ອນລຳ​ທຳ​ເພງພື້ນ​ຖານ​ຂອງ​ຊົນ​ເຜົ່າ​ຜູ້ໄທ.

​ເອື້ອຍ​ ລໍ່​ຊວັນ​ເຮື່ອງ, ຫົວ​ໜ້າ​ສະ​ໂມ​ສອນ​ອະ​ນຸ​ລັກ​ຮັກ​ສາ​ວັດ​ທະ​ນະ​ທຳຜູ້ໄທ​ບ້ານ​ຫີ່ນ, ໃຫ້​ຮູ້​ວ່າ: ໂດຍປະ​ຕິ​ບັດຕາມ​ແຜນ​ຮ່​າງ​ຂອງ​ນະ​ຄອນ​ກ່ຽວ​ກັບ​ການ​ອະ​ນຸ​ລັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳຊົນ​ເຜົ່າແລ້ວ, ໃນ​ເດືອນ ຕຸ​ລາ 2020, ສະ​ໂມ​ສອນ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ສະ​ມາ​ຊິກ 85 ຄົນ ຊຶ່ງ​ແມ່ນ​ຜູ້​ທີ່​ມີ​ຄວາມ​ເມົາ​ມົວ​, ມັກ​ຮັກ​ວັດ​ທະ​ນະ​ທຳ​ສິ​ລະ​ປະ​ ໃນເກນ​ອາ​ຍຸ​ຕ່າງໆ​ໃນ​ບ້ານ.

ນອກ​​ຈາກ​ການ​ຟື້ນ​ຟູ​ບົດ​ຟ້ອນທີ່ເກົ່າແກ່ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ເຜົ່າ​ຜູ້ໄທຢູ່​ເຊີນ​ລາ 7 ບົດແລ້ວ, ສະ​ໂມ​ສອນ​ກໍ່​ສະ​ຫງວນ​ເວ​ລາ​ເພື່ອ​ຝຶກ​ແອບ​ບັນ​ດາ​ບົດ​ຟ້ອນ​ພື້ນ​ເມືອງຜູ້​ໄທ, ເຊີນ​ຄູ​ສອນ​ມາ​ສອນ​ໜັງສື​ຊົນ​ເຜົ່າ​ຜູ້ໄທ ໃຫ້​ແກ່​ສະ​ມາ​ຊິກ ແລະ ພໍ່​ແມ່​ປະ​ຊາ​ຊົນ​ໃນ​ບ້ານ.

​ປັດ​ຈຸ​ບັນ Homstay ຕຽນ​ກວນ​ຢູ່​ບ້ານ ບໍ໊, ຕາ​ແສງ ຈ່ຽງ​ອານ ໄດ້​ກາຍ​ເປັນ​ສະ​ຖານ​ທີ່​ນັດ​ພົບ​ຂອງ​ແຂກ​ທ່ອງ​ທ່ຽວຫຼາຍ​ຄົນ ເມື່ອ​ມາ​ຢ້ຽມ​ຢາມ, ທ່ອງ​ທ່ຽວ​ຢູ່​ເຊີນ​ລາ. Homstay ມີ​ບ່ອນ​ພັກ​ພາ​ເຊິ່ງແມ່ນເຮືອນ​ຮ້ານທີ່​ເປັນ​ມູນ​ເຊື້ອຂອງ​ຊາວ​ເຜົ່າ​ຜູ້ໄທ 2 ຫຼັງ, ມີ​ບັນ​ດ​າ​ຫ້ອງ​ສະເພາະແລະ ຫ້ອງເຮັດກິດຈະກຳລວມ​ປະ​ຊາ​ຄົມ. ອາ​ຫານ​ການ​ກິນ, ວັດ​ທະ​ນະ​ທຳ​ສິ​ລະ​ປະ​ລ້ວນ​ແຕ່​ເຂັມ​ຂົ້ນ​ໄປ​ດ້ວຍ​ວັດ​ທະ​ນະ​ທຳຜູ້​ໄທ.

​ນັບ​ແຕ່ນີ້ຮອດ​ປີ 2025, ນະ​ຄອນ​ເຊີນ​ລາຈະ​ສູ້​ຊົນ​ສ້າງ​ຕັ້ງ​ສະ​ໂມ​ສອນວັດ​ທະ​ນະ​ທຳເຜົ່າຜູ້​ໄທໃຫ້ໄດ້ 11 ແຫ່ງແລະຮັກ​ສາ​ໄດ້​ບັນ​ດາ​ການ​ເຄື່ອນ​ໄຫວ​ທີ່​ເປັນ​ປະ​ຈຳຂອງ 100% ບັນ​ດາ​ກອງ​ສະ​ແດງ​ສິ​ລະ​ປະ​ບ້ານ​ເພື່ອ​ເປັນ​ກຳ​ລັງຫຼັກ​ແຫຼ່ງ​ໃນ​ການ​ຟື້ນ​ຟູ, ຮັກ​ສາບັນ​ດາ​ມູນ​ຄ່າ​ວັດ​ທະ​ນະ​ທຳຂອ​ງ​ຊົນ​ເຜົ່າ.

ສ້າງ​ຊົນ​ນະ​ບົດ​ໃໝ່​ຈາ​ການ​ເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ເລື່ອງ​ກຽວ ສ້າງ​ຊົນ​ນະ​ບົດ​ໃໝ່​ຈາ​ການ​ເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ເລື່ອງ​ກຽວ

ຍ​ສ​ໝ - ໃນຈຳນວນບັນດາມາດຖານເມື່ອກໍ່ສ້າງຊົນນະບົດໃໝ່, ເມືອງງີຊວັນ, ແຊວງ​ຮ່າ​ຕິງ ໄດ້ເພີ່ມເຕີມມາດຖານເຂດຊຸມຊົນທີ່ຈະບັນລຸມາດຖານໄດ້ນັ້ນແມ່ນຕ້ອງມີສະໂມສອນສິລະປະພື້ນເມືອງທີ່ເຄື່ອນໄຫວຢ່າງມີປະສິດທິຜົນ. ຕົວຢ່າງຄື: ສະໂມສອນຂັບຮ້ອງເລື່ອງກຽວ, ຂັບກາຈູ່, ຂັບເພງພື້ນເມືອງວີຢ້ຳ ເງະຕີ້ງ…

ການ​ໂອ້​ລົມ​ສົ​ນ​ທະ​ນາ 10 ປີ​ແຫ່ງ​ການ​ປະ​ຕິ​ບັດ​ວຽກ​ງານ​ການ​ທູດ​ປະ​ຊາ​ຊົນ ການ​ໂອ້​ລົມ​ສົ​ນ​ທະ​ນາ 10 ປີ​ແຫ່ງ​ການ​ປະ​ຕິ​ບັດ​ວຽກ​ງານ​ການ​ທູດ​ປະ​ຊາ​ຊົນ

ຍ​ສ​ໝ - ໃນ​ໄລ​ຍະ 10 ປີ​ທີ່​ຜ່ານ​ມາ, ແນວ​ໂຮ​ມ​ປະ​ເທດ​ຊາດ ຫວຽດ​ນາມ ໄດ້​ປັບ​ປຸງ, ເພີ່ມ​ທະ​ວີ​ການ​ພົວ​ພັນ​ສາ​ມັກ​ຄີ, ມິດ​ຕະ​ພາບ, ການ​ຮ່ວມ​ມື​ເຂົ້າ​ສູ່​ລວງ​ເລິກ ກັບ​ບັນ​ດາ​ປະ​ເທດ ບ້ານ​ໃກ້​ເຮືອນ​ຄຽງ ແລະ ບັນ​ດາ​ຄູ່​ຮ່ວມ​ມື​ທີ່​ມີ​ແຕ່​ດົນ​ນານ​ແລ້ວ ຄື: ສ​າ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຈ​ປະ​ຊາ​ຊົນ ລາວ, ​ລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ, ຈີນ, ກູ​ລາ, ສ​າ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຈ​ປະ​ຊາ​ຊົນ ...

ບັນ​ດາ​ອົງ​ການທູ​ຕາ​ນຸ​ທູດ, ອົງ​ການ​ຈັດ​ຕັ້ງ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ ຢາກ​ເຂົ້າ​​ເມືອງ, ແຍກ​ປ່ຽວຕິດຕາມອາການ ຢູ່ ຮ່າ​ໂນ້ຍ​ຕ້ອງ​ປະ​ຕິ​ບັດ​ລະ​ບຽບ​ການ​ຫຍັງ ບັນ​ດາ​ອົງ​ການທູ​ຕາ​ນຸ​ທູດ, ອົງ​ການ​ຈັດ​ຕັ້ງ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ ຢາກ​ເຂົ້າ​​ເມືອງ, ແຍກ​ປ່ຽວຕິດຕາມອາການ ຢູ່ ຮ່າ​ໂນ້ຍ​ຕ້ອງ​ປະ​ຕິ​ບັດ​ລະ​ບຽບ​ການ​ຫຍັງ

ຍ​ສ​ໝ - ພະ​ແນກ​ພົວພັນ​ຕ່າງ​ປະ​ເທດ ຮ່າ​ໂນ້ຍ ​ຫາ​ກໍ່​ປະ​ກາດ​ໃຊ້​ເອ​ກະ​ສານທາງການ​ ສະບັບເລກ​ທີ 873/ NV-LS-NVNONN ລົງ​ວັນ​ທີ 1 ມິ​ຖຸ​ນາ 2021 ກ່ຽວ​ກັບ​ການ​ແນະ​ນຳ​ແກ້​ໄຂ​ຂໍ​້​ສະ​ເໜີ​ການເຂົ້າ​ເມືອງ ແລະ ແຍກປ່ຽວເພື່ອ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ຂອ​ງ​ຊາວ​ຕ່າງ​ປະ​ເທດ ເຊິ່ງລວມ​ມີ​ບັນ​ດາ​ອົງ​ການ​ການ​ທູດ, ອົງ​ການ​ຈັດ​ຕັ້ງ​ສາ​ກົນ, ອົງ​ການ​ທີ່ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.