ຫວຽດ​ນາມ ສືບ​ຕໍ່​ແມ່ນ​ຈຸດ​ໝາຍປາຍທາງນິຍົມທີ່​ສຸດ​ສຳ​ລັບ​ບັນ​ດາ​ຄອບ​ຄົວ ສ.ເກົາຫຼີ ທີ່ມີເດັກ​ນ້ອຍ.

22:34 | 18/02/2025

ຍສໝ - ຫວຽດນາມ ຍັງສືບ​ຕໍ່ຮັກສາຕຳແໜ່ງອັນ​ດັບ 1 ​ໃນ​ການຈັດ​ອັນ​ດັບຈຸດ​ໝາຍປາຍທາງ​ແຫຼ່ງທ່ອງ​ທ່ຽວໃຫ້ກັບຄອບຄົວ​ທີ່​ມີ​ເດັກນ້ອຍ​ອາຍຸ​ຕ່ຳ​ກວ່າ 10 ປີ​ໃນ ສ.​ເກົາຫຼີ, ຍ້ອນ​ອາກາດ​ອົບ​ອຸ່ນ, ບັນດາ​ການ​ເຄື່ອນ​ໄຫວທີ່​ບັນ​ເທິງ​​ຫຼາກ​ຫຼາຍ ​ແລະ ບັນດາຣີສອດ​ທີ່ຫຼູຫຼາ.

ກຽນ​ຢາງ - ຈຸດ​ໝາຍປາຍທາງ​ແຫ່ງ​ດຽວ​ຂອງ​ຫວຽດ​ນາມ ນອນໃນ top ເປັນມິດທີ່​ສຸດ​ໃນ​ໂລກ
Habitat ຫວຽດ​ນາມ ມອບ - ຮັບ ​ເຮືອນ​ໃໝ່ 15 ຫຼັງ​ໃຫ້​ກັບບັນ​ດາ​ຄອບ​ຄົວທີ່ທຸກຍາກ​ຢູ່ ກຽນ​ຢາງ

ຕາມການລາຍງານຂອງ Hana Tour, ບໍລິສັດ​ທ່ອງ​ທ່ຽວ​ໃຫຍ່​ກວ່າ​ໝູ່​ຢູ່ ສ.​ເກົາຫຼີ ແລ້ວ, ຫວຽດນາມ ຍັງສືບ​ຕໍ່ຮັກສາຕໍາແໜ່ງອັນ​ດັບ 1 ​ໃນ​ການຈັດ​ອັນ​ດັບຈຸດ​ໝາຍປາຍທາງ​ແຫຼ່ງທ່ອງ​ທ່ຽວໃຫ້ກັບຄອບຄົວ​ທີ່​ມີ​ເດັກນ້ອຍ​ອາຍຸ​ຕ່ຳ​ກວ່າ 10 ປີ​.

ນີ້​ແມ່ນ​ປີ​ທີ 2 ຕິດຕໍ່ກັນທີ່ຫວຽດນາມ​ໄດ້​ຮັກສາຕຳ​ແໜ່​ງນີ້.

ນັກຂ່າວຫວຽດນາມ ຢູ່ ເຊີອຸນ ກ່າວວ່າ: ອີງໃສ່ການວິເຄາະທ່າອ່ຽງການຈອງຫ້ອງເດືອນມັງກອນ 2025 ຂອງບັນດາຄອບຄົວ ສ.ເກົາຫຼີ ທີ່ມີເດັກນ້ອຍ ແລະ ຄວາມຕ້ອງການໄປທ່ຽວຕ່າງປະເທດໃນຊ່ວງລະດູໜາວ, ຫວຽດນາມ ກວມເອົາ 26,6% ລວມຍອດການຈອງການທ່ອງທ່ຽວຢູ່ຕ່າງປະເທດ, ຢືນຢູ່ອັນດັບຕົ້ນໆໃນບັນຊີລາຍຊື່ບັນດາຈຸດໝາຍປາຍທາງທີ່ນິຍົມທີ່ສຸດ.

ບັນດາອັນດັບຕໍ່ໄປເປັນຂອງຍີ່ປຸ່ນ (18.6%), ຟີລິບປິນ (13.7%), Guam (8.5%) ແລະ ຈີນ (6.4%).

Du khách Hàn Quốc tìm hiểu đặc sản trái cây Nam Bộ trong chợ Bến Thành, Quận 1, Thành phố Hồ Chí Minh. (Ảnh: Hồng Đạt/TTXVN)  ນັກທ່ອງ​ທ່ຽວ ສ.ເກົາຫຼີ ໄດ້​ຮຽນ​ຮູ້​ກ່ຽວ​ກັບ ໝາກ​ໄມ້​ພິເສດຂອງພາກ​ໃຕ້​ພິ​ເສດ​ຢູ່​ຕະ​ຫລາດ​ເບນ​ແທ່ງ, ເຂດ 1, ນະ​ຄອນ ໂຮ່​ຈິ​ມິນ. (ພາບ: ຮົ່ງດາດ/ສໍານັກຂ່າວຫວຽດນາມ)

ນັກທ່ອງ​ທ່ຽວ ສ.ເກົາຫຼີ ໄດ້​ຊອກ​ຮູ້​ກ່ຽວ​ກັບໝາກ​ໄມ້ທີ່ເປັນເອກະລັກ​ພິເສດຂອງພາກ​ໃຕ້​ຢູ່​ຕະ​ຫລາດ​ ເບນ​ແທ່ງ, ເມືອງ 1, ນະ​ຄອນ ໂຮ່​ຈິ​ມິນ. (ພາບ: ຮົ່ງດາດ/ສໍານັກຂ່າວສານ ຫວຽດນາມ)

ປີ 2024, ຫວຽດນາມ ຍັງ​ຈະ​ນຳ​ໜ້າ​ໃນ​ບັນຊີ​ລາຍ​ຊື່​ດ້ວຍ 24,4%, ຕາມ​ມາ​ແມ່ນ ​ຍີ່ປຸ່ນ ຢູ່ທີ່ 18,8%.

ການ​ວິ​ເຄາະ​ສະ​ແດງ​ໃຫ້​ເຫັນ​ວ່າ ຫວຽດນາມ ​ແມ່ນຈຸດໝາຍປາຍທາງ​ປະ​ເທດ​ທີ່​ນິຍົມ​ຢູ່​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ເນື່ອງຈາກມີພູມອາກາດ​ອົບ​ອຸ່ນ​ຕະຫຼອດ​ປີ, ພິ​ເສດ​ແມ່ນ​ເໝາະ​ສົມ​ກັບ​ການທ່ອງທ່ຽວໃນ​ລະດູ​ໜາວ.

ບັນດາການ​ເຄື່ອນ​ໄຫວກິດຈະກໍາບັນເທິງໃຕ້​ນ້ຳ, ສວນສາທາລະນະລະຫຼິ້ນບັນເທິງ​ທີ່​ຫຼາກ​ຫຼາຍ ​ແລະ ​ຫຼາຍ​ປັດ​ໄຈ​ອື່ນໆ​ໄດ້​ຊ່ວຍ​ໃຫ້​ ຫວຽດ​ນາມ ຖືກໃຈ​ທັງ​ເດັກ​ນ້ອຍ ແລະ ຜູ້ປົກຄອງ, ເຮັດ​ໃຫ້​ເປັນ​ຈຸດ​ໝາຍປາຍທາງໃນອຸດົມຄະຕິສຳ​ລັບ​ບັນດາຄອບ​ຄົວ​ທີ່​ມີ​ລູກນ້ອຍ.

Hana Tour ປະຈຸບັນກໍາລັງຜັນຂະຫຍາຍລາຍການໂປຼໂມຊັ່ນພິເສດ "ການພັກຜ່ອນລະດູຫນາວທີ່ອົບອຸ່ນ, ຄອບຄົວຂອງພວກເຮົາພົບກັນໃຕ້ນ້ໍາ" ສໍາລັບບັນດາຄອບຄົວທີ່ມີເດັກນ້ອຍໄປທ່ອງທ່ຽວ..

ລາຍການສະໜອງບັນດາບຸລິມະສິດທີ່ດຶງດູດໃຈໃຫ້ແກ່ຈຸດໝາຍປາຍທາງທີ່ນິຍົມຕ່າງໆເຊັ່ນ: ຝູກວັກ, ຍ່າຈາງ (ຫວຽດນາມ), Cebu, Bohol, Boracay (Philippines) ແລະ Saipan (Guam), ລວມທັງການຫຼຸດລາຄາປີ້ສໍາລັບເດັກນ້ອຍ, ການ check out ຊ້າ, ແຖມອາຫານ ຫຼື ອາຫານຫວ່າງທີ່ພິເສດ.

ຜູ້ຕາງໜ້າ​ບໍລິສັດ Hana Tour ກ່າວ​ວ່າ: ຫວຽດນາມ ນັບມື້ນັບ​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ບັນດາ​ຄອບຄົວ​ທີ່​ມີ​ເດັກນ້ອຍ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ ​ຍ້ອນ​ການ​ປະສານສົມທົບ​ລະຫວ່າງ​ບັນດາຣີສອດລະດັບສູງ ແລະ ສວນ​ສາທາລະນະ​​ທີ່​ດຶງ​ດູດ​ໃຈ.

Hana Tour ໄດ້ເລີ່ມວິເຄາະຢ່າງລະອຽດລະອໍກ່ຽວກັບຈຸດພິເສດຂອງແຕ່ລະກຸ່ມລູກຄ້າ ແລະ ສ້າງຊຸດການບໍລິການ ກໍ່ຄືຜົນປະໂຫຍດສະເພາະໃຫ້ກັບເດັກນ້ອຍໃນເວລາທ່ອງທ່ຽວຢູ່ ຫວຽດນາມ, Philippines ແລະ Guam.

ງານ​ວາງ​ສະ​ແດງ​ພາບ​ຖ່າຍ “ສີ​ສັນ​ບັນ​ດາ​ເຜົ່າ​ຂອງຫວຽດ​ນາມ”: ແນະ​ນຳ​ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ ງານ​ວາງ​ສະ​ແດງ​ພາບ​ຖ່າຍ “ສີ​ສັນ​ບັນ​ດາ​ເຜົ່າ​ຂອງຫວຽດ​ນາມ”: ແນະ​ນຳ​ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ

ຍສໝ - ງານວາງສະແດງພາບຖ່າຍ “ສີສັນບັນດາເຜົ່າຂອງຊາດຫວຽດນາມ” ຖືກໄຂຂຶ້ນຢູ່ຮ່າໂນ້ຍ.

ຫວຽດ​ນາມ ປາດ​ຖະ​ໜາ​ຢາກໃຫ້​ບັນ​ດາ​ນັກ​ລົງ​ທຶນ ອາ​ເມ​ລິ​ກາ ເຂົ້າ​ຮ່ວມ​ບັນ​ດາ​ໂຄງ​ການ​ພື້​ນ​ຖານ​ໂຄງ​ລ່າງ​ໃຫຍ່ ຫວຽດ​ນາມ ປາດ​ຖະ​ໜາ​ຢາກໃຫ້​ບັນ​ດາ​ນັກ​ລົງ​ທຶນ ອາ​ເມ​ລິ​ກາ ເຂົ້າ​ຮ່ວມ​ບັນ​ດາ​ໂຄງ​ການ​ພື້​ນ​ຖານ​ໂຄງ​ລ່າງ​ໃຫຍ່

ຍສໝ - ຕອນເຊົ້າວັນທີ 27 ພະຈິກ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດດຳເນີນທຸລະກິດ ຫວຽດນາມ - ອາເມລິກາ ດ້ວຍຫົວຂໍ້ “ນະໂຍບາຍ ແລະ ທິດນຳສຳຜັດເພື່ອຮັບປະກັນການພົວພັນທາງການຄ້ານຳມາເຊິ່ງຜົນປະໂຫຍດລວມ”.

ທອງມີ ສີຫາວົງ

ເບິ່ງເພີ່ມເຕີມໃນ: ພູມລໍາເນົາ ແລະ ຜູ້ຄົນ

ເບິ່ງເພີ່ມເຕີມ
ເຫດການ