ດານັງ ຊຸກຍູ້ການຮ່ວມມືຫຼາຍດ້ານ ກັບບັນດາຄູ່ຮ່ວມມື ຈີເລ

16:07 | 15/07/2026

ຍສໝ - ໃນວັນທີ 13 ກໍລະກົດ, ທ່ານ ງວຽນແມັງຮຸ່ງ, ປະທານຄະນະກຳມະການປະຊາຊົນນະຄອນ ດານັງ ໄດ້ເປັນປະທານໃນການຕ້ອນຮັບທ່ານນາງ Nasly Isabel Bernal Prado, ເອກອັກຄະລັດຖະທູດ ຈີເລ ປະຈຳ ຫວຽດນາມ ພ້ອມດ້ວຍຄະນະປະຕິບັດງານ. ຢູ່ທີ່ການຕ້ອນຮັບ, ສອງຝ່າຍໄດ້ຮ່ວມກັນແລກປ່ຽນກ່ຽວກັບທ່າແຮງບົ່ມຊ້ອນໃນການຮ່ວມມືໃນໄລຍະຈະມາເຖິງ, ໂດຍສະເພາະແມ່ນພາຍໃນບັນດາຂົງເຂດ: ການຄ້າ, ການລົງທຶນ, Logistics. ນະວັດຕະກຳ, ການທ່ອງທ່ຽວ, ການພົບປະແລກປ່ຽນວັດທະນະທຳ ແລະ ກະສິກຳເຕັກໂນໂລຊີສູງ.

ເປີດກວ້າງຂົວຕໍ່ແຫ່ງການຮ່ວມມືລະຫວ່າງ ດານັງ ແລະ ບັນດາຄູ່ຮ່ວມມື ຈີເລ
55 ປີ ແຫ່ງການພົວພັນລະຫວ່າງ ຫວຽດນາມ-ຈີເລ: ການເດີນທາງທີ່ສ້າງຂຶ້ນບົນຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຫັນອົກເຫັນໃຈ

ພາຍໃນການຕ້ອນຮັບຄະນະປະຕິບັດງານ ຂອງທ່ານນາງເອກອັກຄະລັດຖະທູດ ຈີເລ ປະຈຳ ຫວຽດນາມ, ທ່ານ ງວຽນແມັງຮຸ່ງ, ປະທານຄະນະກຳມະການປະຊາຊົນນະຄອນ ດານັງ ໄດ້ສະແດງຄວາມປິຕິຊົມຊືນ ແລະ ຍິນດີຕ້ອນຮັບທ່ານນາງເອກອັກຄະລັດຖະທູດ ພ້ອມດ້ວຍຄະນະປະຕິບັດງານ ທີ່ໄດ້ມາຢ້ຽມຢາມນະຄອນ ດານັງ, ພ້ອມທັງໄດ້ແຈ້ງຂໍ້ມູນຂ່າວສານ ກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມ ຂອງທ້ອງຖິ່ນໃຫ້ຮັບຊາບ.

ດານັງ ຊຸກຍູ້ການຮ່ວມມືຫຼາຍດ້ານ ກັບບັນດາຄູ່ຮ່ວມມື ຈີເລ
ທ່ານ ງວຽນແມັງຮຸ່ງ, ຮອງເລຂາຄະນະພັກນະຄອນ, ປະທານຄະນະກຳມະການປະຊາຊົນນະຄອນ ດານັງ ເປັນປະທານໃນການຕ້ອນຮັບທ່ານນາງ Nasly Isabel Bernal Prado, ເອກອັກຄະລັດຖະທູດ ຈີເລ ປະຈຳ ຫວຽດນາມ ພ້ອມດ້ວຍຄະນະປະຕິບັດງານ. (ພາບ: ບາວເຈີນ)

ຢູ່ທີ່ການຕ້ອນຮັບ, ສອງຝ່າຍໄດ້ຮ່ວມກັນແລກປ່ຽນກ່ຽວກັບທ່າແຮງບົ່ມຊ້ອນໃນການຮ່ວມມືໃນໄລຍະຈະມາເຖິງ, ໂດຍສະເພາະແມ່ນພາຍໃນບັນດາຂົງເຂດ: ການຄ້າ, ການລົງທຶນ, Logistics, ນະວັດຕະກຳ, ການທ່ອງທ່ຽວ, ການພົບປະແລກປ່ຽນວັດທະນະທຳ ແລະ ກະສິກຳເຕັກໂນໂລຊີສູງ.

ທ່ານ ງວຽນແມັງຮຸ່ງ, ປະທານຄະນະກຳມະການປະຊາຊົນນະຄອນ ດານັງ ໄດ້ສະເໜີໃຫ້ ສະຖານເອກອັກຄະລັດຖະທູດ ຈີເລ ສະໜັບສະໜູນການໂຄສະນາ, ເຊື່ອມຕໍ່ຊຸມຊົນວິສາຫະກິດ ຈີເລ ເຂົ້າມາຊອກຫາໂອກາດການລົງທຶນຢູ່ ດານັງ, ໂດຍສະເພາະແມ່ນພາຍໃນຂົງເຂດເຕັກໂນໂລຊີສູງ, ອຸດສາຫະກຳປຸງແຕ່ງ, ໂລຈິສຕິກ, ພະລັງງານທົດແທນ ແລະ ການບໍລິການທີ່ມີຄຸນນະພາບສູງ.

ດານັງ ມຸ່ງຫວັງຢາກເພີ່ມທະວີການຊ່ວຍເຫຼືອວິສາຫະກິດຂອງນະຄອນ ໃນການເຂົ້າເຖິງຕະຫຼາດ ຈີເລ, ໂດຍຖືວ່ານີ້ແມ່ນປະຕູສູ່ອັນສຳຄັນ ເພື່ອເປີດກວ້າງການເຄື່ອນໄຫວໄປສູ່ເຂດ ອາເມລິກາ ລາຕິນ; ເພີ່ມທະວີການຈັດຕັ້ງບັນດາການເຄື່ອນໄຫວສົ່ງເສີມການຄ້າ, ນຳໃຊ້ຢ່າງມີປະສິດທິຜົນ ຈາກສັນຍາການຄ້າເສລີ ຫວຽດນາມ - ຈີເລ ແລະ ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າ ຂ້າມມະຫາສະໝຸດປາຊີຟິກ.

ກໍຢູ່ທີ່ການຕ້ອນຮັບດັ່ງກ່າວ, ທ່ານນາງ Nasly Isabel Bernal Prado, ເອກອັກຄະລັດຖະທູດ ຈີເລ ປະຈຳ ຫວຽດນາມ ໄດ້ຕີລາຄາສູງຕໍ່ກັບບັນດາຜົນສຳເລັດແຫ່ງການພັດທະນາຂອງ ດານັງ, ໂດຍສະເພາະແມ່ນທິດທາງການສ້າງສານະຄອນ ໃຫ້ກາຍເປັນສູນກາງນະວັດຕະກຳ, Logistics ແລະ ການເງິນຂອງພາກພື້ນ.

ທ່ານນາງເອກອັກຄະລັດຖະທູດ ຈີເລ ປະຈຳ ຫວຽດນາມ ໄດ້ສະແດງຄວາມເປັນກຽດ ຕໍ່ກັບການຕ້ອນຮັບອັນອົບອຸ່ນຂອງການນຳນະຄອນ, ພ້ອມທັງມີຄວາມປະທັບໃຈຕໍ່ກັບການເຕີບໂຕຂອງ ດານັງ ພາຍໃນຫຼາຍຂົງເຂດ, ເຊິ່ງໃນນັ້ນມີທັງການທ່ອງທ່ຽວ.

ສ່ວນກັບບັນດາທິດທາງການພັດທະນາຂອງນະຄອນນັ້ນ, ທ່ານນາງເອກອັກຄະລັດຖະທູດ ຈີເລ ປະຈຳ ຫວຽດນາມ ມຸ່ງຫວັງຢາກຮ່ວມມືພາຍໃນຂົງເຂດທີ່ມີທ່າແຮງບົ່ມຊ້ອນລະຫວ່າງສອງຝ່າຍ ເຊັ່ນ: ການຄ້າ, ການລົງທຶນ, ການທ່ອງທ່ຽ, ວັດທະນະທຳ, ການສຶກສາ ແລະ ການພົບປະແລກປ່ຽນລະຫວ່າງປະຊາຊົນ; ຈັດຕັ້ງບັນດາການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ, ເພີ່ມທະວີໄມຕີຈິດມິດຕະພາບລະຫວ່າງປະຊາຊົນສອງປະເທດໃນໄລຍະຈະມາເຖິງ.

ທ່ານນາງເອກອັກຄະລັດຖະທູດ ຈີເລ ປະຈຳ ຫວຽດນາມ ຢືນຢັນວ່າ ຈະສືບຕໍ່ເສີມຂະຫຍາຍບົດບາດເປັນຂົວຕໍ່, ຕັ້ງໜ້າຊຸກຍູ້ບັນດາແຜນງານ, ການເຄື່ອນໄຫວຮ່ວມມືທີ່ແທດຕົວຈິງ ລະຫວ່າງບັນດາຄູ່ຮ່ວມມື ຈີເລ ແລະ ນະຄອນ ດານັງ ໃນໄລຍະຕໍ່ໜ້າ.

ຊຸກຍູ້ການຮ່ວມມືລະຫວ່າງຫວຽດນາມ - ຈີເລ ໃນສາມເສົາຄ້ຳຫຼັກຄື: ການເມືອງ, ເສດຖະກິດ ແລະ ການພົບປະແລກປ່ຽນປະຊາຊົນ ຊຸກຍູ້ການຮ່ວມມືລະຫວ່າງຫວຽດນາມ - ຈີເລ ໃນສາມເສົາຄ້ຳຫຼັກຄື: ການເມືອງ, ເສດຖະກິດ ແລະ ການພົບປະແລກປ່ຽນປະຊາຊົນ

ຍສໝ - ໃນໂອກາດສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຫວຽດນາມ ແລະ ຈີເລ (25 ມີນາ 1971 - 25 ມີນາ 2026), ໃນການຕອບສຳພາດກັບນັກຂ່າວຂອງວາລະສານຍຸກສະໄໝ, ທ່ານ Nasly Isabel Bernal Prado ເອກອັກຄະລັດຖະທູດ ຈີເລ ປະຈຳຫວຽດນາມ ໄດ້ຢືນຢັນວ່າ ສອງປະເທດກຳລັງປະເຊີນກັບໂອກາດຕ່າງໆເພື່ອເປີດກວ້າງການຮ່ວມມືຢ່າງເລິກເຊິ່ງ, ...

ໝູ່ເພື່ອນ ຈີເລ ໄດ້ມາຢ້ຽມຢາມ ແລະ ຮຽນຮູ້ກ່ຽວກັບຫວຽດນາມ ແລະ ຊາວຫວຽດນາມ. ໝູ່ເພື່ອນ ຈີເລ ໄດ້ມາຢ້ຽມຢາມ ແລະ ຮຽນຮູ້ກ່ຽວກັບຫວຽດນາມ ແລະ ຊາວຫວຽດນາມ.

ຍສໝ - ວັນທີ 29 ມັງກອນ, ທີ່ຮ່າໂນ້ຍ, ການນຳສະມາຄົມມິດຕະພາບ ແລະ ຮ່ວມມືຫວຽດນາມ - ຈີເລ (ສະມາຄົມ) ໄດ້ຕ້ອນຮັບຄະນະຜູ້ແທນເພື່ອນມິດຈີເລທີ່ມີຄວາມຮັກແພງ ແລະ ມາຢ້ຽມຢາມ ແລະ ຮຽນຮູ້ກ່ຽວກັບປະເທດ, ປະຊາຊົນ ແລະ ຂະບວນການພັດທະນາຂອງປະເທດ.

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ