| ປັບປຸງການຈັດຕັ້ງຊຸມຊົນຄົນຫວຽດນາມ ຢູ່ 18 ແຂວງ, ນະຄອນ ຂອງລາວ | |
| ດານັງ ຊຸກຍູ້ການຮ່ວມມືຫຼາຍດ້ານ ກັບບັນດາຄູ່ຮ່ວມມື ຈີເລ |
![]() |
| ທ່ານ ຫວູຫາຍກວນ, ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ກ່າວຄຳປາໄສໄຂກອງປະຊຸມ - (ພາບ:ທູຢາງ) |
ໃນຕອນບ່າຍວັນທີ 15 ກໍລະກົດ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຈັດຕັ້ງກອງປະຊຸມ "ສະຖາບັນວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດິຈິຕອນ – ການແກ້ໄຂຈຸດອຸດຕັນ ແລະ ສ້າງສັນການພັດທະນາ".
ກອງປະຊຸມດັ່ງກ່າວ ໄດ້ດຳເນີນໄປໃນທ່າມກາງສະພາບການທີ່ຫຼາຍແນວທາງນະໂຍບາຍໃຫຍ່ຂອງພັກ ໄດ້ຮັບການຫັນເປັນສະຖາບັນ ດ້ວຍບັນດາກົດໝາຍ, ດຳລັດ ແລະ ກົນໄກ, ນະໂຍບາຍໃໝ່, ເຊິ່ງໄດ້ສ້າງເປັນພື້ນຖານນິຕິກຳທີ່ນັບມື້ນັບຄົບຖ້ວນ ສໍາລັບການພັດທະນາວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດິຈິຕອນ. ເຖິງຢ່າງໃດກໍຕາມ, ຄວາມຮຽກຮ້ອງຕ້ອງການໃນປັດຈຸບັນ ບໍ່ພຽງແຕ່ແມ່ນການປັບປຸງສະຖາບັນໃຫ້ສົມບູນແບບເທົ່ານັ້ນ, ແຕ່ຍັງແມ່ນການນຳເອົາບັນດານະໂຍບາຍຕ່າງໆ ເຂົ້າສູ່ຊີວິດການເປັນຢູ່ຕົວຈິງຢ່າງວ່ອງໄວ ແລະ ເສີມຂະຫຍາຍປະສິດທິຜົນພາຍໃນພຶດຕິກຳຕົວຈິງ.
ກ່າວຄຳປາໄສໄຂກອງປະຊຸມ, ທ່ານ ຫວູຫາຍກວນ, ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໃຫ້ຮູ້ວ່າ, ນັບຕັ້ງແຕ່ມະຕິເລກທີ 57-NQ/TW ຂອງກົມການເມືອງ ກ່ຽວກັບການສ້າງບາດກ້າວບຸກທະລຸໃນການພັດທະນາວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດິຈິຕອນ ໄດ້ຮັບການປະກາດໃຊ້, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ເປັນເສນາທິການໃຫ້ແກ່ລັດຖະບານ ເພື່ອສະເໜີຕໍ່ສະພາແຫ່ງຊາດຜ່ານກົດໝາຍ 10 ສະບັບ, ສະເໜີໃຫ້ລັດຖະບານປະກາດໃຊ້ດຳລັດ 33 ສະບັບ, ມະຕິ 1 ສະບັບ; ພ້ອມດຽວກັນນັ້ນ ກໍພວມສືບຕໍ່ປັບປຸງບັນດາຂໍ້ຕົກລົງ ແລະ ຄຳແນະນຳເພີ່ມເຕີມ. ນີ້ແມ່ນປະລິມານວຽກງານທີ່ໃຫຍ່ຫຼວງຫຼາຍ ແລະ ບໍ່ເຄີຍມີມາກ່ອນໃນປະຫວັດສາດຂອງກະຊວງ ພາຍໃນໄລຍະເວລາອັນສັ້ນໆ.
ສະຖາບັນແມ່ນມີແລ້ວ, ສິ່ງທ້າທາຍໃຫຍ່ທີ່ສຸດແມ່ນການຈັດຕັ້ງປະຕິບັດ
ທ່ານລັດຖະມົນຕີ ຫວູຫາຍກວນ ຖືວ່າ, ການປະກາດໃຊ້ບັນດາກົດໝາຍ, ດຳລັດ ແລະ ຄຳແນະນຳໃໝ່ ແມ່ນພຽງແຕ່ບາດກ້າວເລີ່ມຕົ້ນເທົ່ານັ້ນ. ສິ່ງທ້າທາຍອັນໃຫຍ່ຫຼວງໃນປັດຈຸບັນແມ່ນ ເຮັດແນວໃດເພື່ອໃຫ້ບັນດາລະບຽບການຕ່າງໆນັ້ນ ໄດ້ຮັບການເຂົ້າໃຈຢ່າງຖືກຕ້ອງ, ຖືກນຳໃຊ້ຢ່າງເປັນເອກະພາບ ແລະ ຜັນຂະຫຍາຍຢ່າງມີປະສິດທິຜົນ ຢູ່ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ຊຸມຊົນວິສາຫະກິດ.
"ພວກເຮົາສາມາດເຮັດວຽກທັງເວັນທັງຄືນ ເພື່ອສ້າງບັນດາກົດໝາຍ, ດຳລັດ, ຄຳແນະນຳ, ແຕ່ການທີ່ຈະເຮັດໃຫ້ບັນດາລະບຽບການເຫຼົ່ານັ້ນ ເຂົ້າເຖິງຜູ້ຈັດຕັ້ງປະຕິບັດ ແລະ ໄດ້ຮັບການນຳໃຊ້ຢ່າງຖືກຕ້ອງນັ້ນ ແມ່ນບໍ່ແມ່ນເລື່ອງງ່າຍເລີຍ", ທ່ານລັດຖະມົນຕີເນັ້ນໜັກ.
ດັ່ງນັ້ນ, ກອງປະຊຸມຈຶ່ງໄດ້ຖືກຈັດຕັ້ງຂຶ້ນ ແນໃສ່ແບ່ງປັນບັນດາຈຸດໃໝ່ພາຍໃນລະບົບນະໂຍບາຍ, ພ້ອມທັງຮ່ວມມືກັບບັນດາອົງການຈັດຕັ້ງ, ຫົວໜ່ວຍຕ່າງໆ ເພື່ອແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຄົງຄ້າງທີ່ເກີດຂຶ້ນ ພາຍໃນຂະບວນການຈັດຕັ້ງປະຕິບັດ.
ຕາມທ່ານລັດຖະມົນຕີແລ້ວ, ຫຼາຍກົນໄກ ແລະ ນະໂຍບາຍໃໝ່ ໄດ້ຮັບການສ້າງຂຶ້ນໄປໃນທິດທາງປະຕິຮູບແນວຄິດ, ເຂົ້າໃກ້ກັບແນວທາງສາກົນ. ຕົວຢ່າງເຊັ່ນ, ບັນດາລະບຽບການກ່ຽວກັບເຕັກໂນໂລຊີຍຸດທະສາດ ບໍ່ພຽງແຕ່ໄດ້ຮັບການກ່າວເຖິງພາຍໃນກົດໝາຍວ່າດ້ວຍວິທະຍາສາດ ແລະ ເຕັກໂນໂລຊີເທົ່ານັ້ນ, ແຕ່ຍັງໄດ້ຮັບການກຳນົດຢ່າງລະອຽດ ພາຍໃນກົດໝາຍວ່າດ້ວຍເຕັກໂນໂລຊີສູງ (ສະບັບປັບປຸງ) ແລະ ບັນດາດຳລັດ, ຄຳແນະນຳຕ່າງໆ ແນໃສ່ສ້າງເປັນແລວທາງນິຕິກຳ ຮັບໃຊ້ໃຫ້ແກ່ການພັດທະນາບັນດາເຕັກໂນໂລຊີຍຸດທະສາດຂອງປະເທດຊາດ.
ໜຶ່ງໃນບັນດາຈຸດໃໝ່ທີ່ໜ້າເອົາໃຈໃສ່ແມ່ນ ການອ້າງອີງຕາມແນວທາງສາກົນ ພາຍໃນການສ້າງບັນດາມາດຖານ, ກົນໄກບຸລິມະສິດ ທີ່ສະຫງວນໄວ້ໃຫ້ແກ່ຖັນແຖວບຸກຄະລາກອນວິທະຍາສາດ ແລະ ເຕັກໂນໂລຊີ. ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຄົ້ນຄວ້າລະດັບລາຍຮັບ ແລະ ນະໂຍບາຍຂອງບາງປະເທດໃນພາກພື້ນ ເຊັ່ນ: ສິງກະໂປ, ໄທ ແລະ ອິນໂດເນເຊຍ ເພື່ອເປັນພື້ນຖານໃນການສ້າງບັນດາລະບຽບການ ໃຫ້ສອດຄ່ອງກັບເງື່ອນໄຂຕົວຈິງຂອງ ຫວຽດນາມ.
![]() |
| ກອງປະຊຸມ "ສະຖາບັນວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດິຈິຕອນ – ການແກ້ໄຂຈຸດອຸດຕັນ ແລະ ສ້າງສັນການພັດທະນາ" - ພາບ: (ທູຢາງ) |
ການປະຕິຮູບກົນໄກທາງດ້ານການເງິນ ສໍາລັບບັນດາກອງທຶນວິທະຍາສາດ ແລະ ເຕັກໂນໂລຊີ
ຢູ່ທີ່ກອງປະຊຸມ, ທ່ານລັດຖະມົນຕີ ຫວູຫາຍກວນ ກໍໄດ້ໃຊ້ເວລາສ່ວນໃຫຍ່ເພື່ອແລກປ່ຽນກ່ຽວກັບບັນດາຈຸດປະຕິຮູບໃໝ່ ພາຍໃນກົນໄກການເຄື່ອນໄຫວຂອງບັນດາກອງທຶນວິທະຍາສາດ ແລະ ເຕັກໂນໂລຊີ.
ຕາມນັ້ນແລ້ວ, ກອງທຶນພັດທະນາ ວິທະຍາສາດ ແລະ ເຕັກໂນໂລຊີແຫ່ງຊາດ ແມ່ນໄດ້ຮັບການຄົ້ນຄວ້າ ເພື່ອປະຕິຮູບຮູບແບບການເຄື່ອນໄຫວ ໃຫ້ຖືກຕ້ອງຕາມຄຸນລັກສະນະຂອງກອງທຶນທາງດ້ານການເງິນຢ່າງແທ້ຈິງ, ແທນທີ່ຈະດຳເນີນງານຕາມກົນໄກການຄາດຄະເນງົບປະມານຄືແຕ່ກ່ອນ. ການຫັນປ່ຽນນີ້ ແມ່ນແນໃສ່ເພີ່ມທະວີຄວາມເປັນເຈົ້າການ ພາຍໃນການນຳໃຊ້ແຫຼ່ງກຳລັງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ພາຍໃນໄລຍະໃໝ່.
ຄຽງຄູ່ກັນນັ້ນ, ໜ້າທີ່ຂອງກອງທຶນກໍໄດ້ຮັບການເປີດກວ້າງຂຶ້ນ. ຖ້າຫາກວ່າແຕ່ກ່ອນ ກອງທຶນຕົ້ນຕໍແມ່ນສະໜັບສະໜູນການຄົ້ນຄວ້າຂັ້ນພື້ນຖານ, ມາຮອດປັດຈຸບັນ ແມ່ນສາມາດເຂົ້າຮ່ວມສະໜັບສະໜູນບັນດາຂັ້ນຕອນ ນັບຕັ້ງແຕ່ການຄົ້ນຄວ້າ, ການພັດທະນາ ໄປຈົນຮອດການສ້າງຜະລິດຕະພັນຕົ້ນແບບ.
ສໍາລັບໄລຍະການນຳຜະລິດຕະພັນອອກສູ່ຕະຫຼາດ, ກອງທຶນປະຕິຮູບເຕັກໂນໂລຊີແຫ່ງຊາດ (NATIF) ຈະສືບຕໍ່ມີບົດບາດສະໜັບສະໜູນວິສາຫະກິດ ພາຍໃນການປະຕິຮູບເຕັກໂນໂລຊີ, ຊຸກຍູ້ການເຄື່ອນໄຫວເລີ່ມຕົ້ນທຸລະກິດ (Startup) ປະຕິຮູບນະວັດຕະກຳ ແລະ ການຫັນເປັນສິນຄ້າ ຈາກຜົນການຄົ້ນຄວ້າ.
ຕາມທ່ານລັດຖະມົນຕີ ຫວູຫາຍກວນ ແລ້ວ, ບັນດາການປະຕິຮູບກ່ຽວກັບກົນໄກທາງດ້ານການເງິນ ແລະ ນະໂຍບາຍ ແມ່ນບໍ່ສາມາດຈັດຕັ້ງປະຕິບັດໄດ້ພາຍໃນມື້ໜຶ່ງມື້ດຽວ ຍ້ອນວ່າລະບົບກົດໝາຍມີຄວາມເຊື່ອມໂຍງກັນ ແລະ ສົ່ງຜົນກະທົບຕໍ່ກັບຫຼາຍລະບຽບການໃນປັດຈຸບັນ. ການສ້າງບັນດາບາດກ້າວບຸກທະລຸ ແມ່ນຕ້ອງໄດ້ຮັບການຜັນຂະຫຍາຍໄປເທື່ອລະກ້າວ, ຮັບປະກັນຄວາມເປັນເອກະພາບ ແລະ ຄວາມເປັນໄປໄດ້ ພາຍໃນຂະບວນການຈັດຕັ້ງປະຕິບັດ.
ການຫັນຈຸດສຸມ ຈາກການສ້າງຕັ້ງສະຖາບັນ ໄປສູ່ການຈັດຕັ້ງປະຕິບັດ
ທ່ານລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຕີລາຄາວ່າມາຮອດປັດຈຸບັນ, ລະບົບສະຖາບັນກ່ຽວກັບວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດິຈິຕອນ ແມ່ນໄດ້ຮັບການຄຸ້ມຄອງເປັນປູມພື້ນຖານແລ້ວ. ບາງເນື້ອໃນພາຍໃນຂະບວນການຜັນຂະຫຍາຍ ແມ່ນມີຄວາມຈຳເປັນຕ້ອງສືບຕໍ່ປັບປຸງທາງດ້ານເຕັກນິກ ເພື່ອໃຫ້ສອດຄ່ອງກັບຕົວຈິງ, ເປັນຕົ້ນແມ່ນ ລະບຽບການກ່ຽວກັບການສ້າງແຜນຄາດຄະເນງົບປະມານ ສໍາລັບເຕັກໂນໂລຊີຍຸດທະສາດ ຫຼື ກົນໄກການດຳເນີນງານຂອງບັນດາກອງທຶນຢູ່ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ.
ໃນໄລຍະຈະມາເຖິງ, ຈຸດສຸມຈະໄດ້ຮັບການຫັນປ່ຽນ ຈາກການສ້າງຕັ້ງສະຖາບັນ ໄປສູ່ການຈັດຕັ້ງປະຕິບັດ. ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ມຸ່ງຫວັງຢາກຮ່ວມມືກັບບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ເພື່ອກ້າວເຂົ້າສູ່ໄລຍະໃໝ່ - ໄລຍະແຫ່ງການຈັດຕັ້ງປະຕິບັດຢ່າງຂຸ້ນຂ້ຽວ ແລະ ປະຕິບັດຮອດຂັ້ນສຸດທ້າຍ ເພື່ອສ້າງໃຫ້ເກີດມີປະສິດທິຜົນຕົວຈິງ ຈາກບັນດານະໂຍບາຍທີ່ໄດ້ປະກາດໃຊ້.
ຢູ່ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ສຸມໃສ່ປຶກສາຫາລື 4 ຫົວຂໍ້ໃຫຍ່ ລວມມີ: ສະຖາບັນສໍາລັບເຕັກໂນໂລຊີຍຸດທະສາດ, ກົນໄກການລົງທຶນ, ການຈັດຊື້-ຈັດຈ້າງ ແລະ ການທົດລອງ ພາຍໃນການຫັນເປັນດິຈິຕອນ, ການປະຕິຮູບພາລະບົດບາດ ຂອງບັນດາກອງທຶນພັດທະນາວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ, ການແກ້ໄຂຂໍ້ຄົງຄ້າງ ພາຍໃນການສ້າງ, ການແບ່ງປັນ ແລະ ການນຳໃຊ້ແຫຼ່ງງົບປະມານ ແນໃສ່ຮັບໃຊ້ວຽກງານວິທະຍາສາດ ແລະ ເຕັກໂນໂລຊີ.
ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຢືນຢັນວ່າ ຈະບໍ່ພຽງແຕ່ດຳລົງພາລະບົດບາດເປັນເສນາທິການທາງດ້ານນະໂຍບາຍເທົ່ານັ້ນ, ແຕ່ຈະຍັງຮ່ວມເດີນທາງກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ນັກວິທະຍາສາດ ແລະ ວິສາຫະກິດ ພາຍໃນຂະບວນການນຳເອົາບັນດາກົນໄກ, ນະໂຍບາຍໃໝ່ເຂົ້າສູ່ຕົວຈິງ, ປະກອບສ່ວນສ້າງແຮງຂັບເຄື່ອນໃຫ້ແກ່ການພັດທະນາວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດິຈິຕອນ ຂອງປະເທດຊາດ.
| ຮັບຮູ້ ແລະ ຍົກຍ້ອງການປະກອບສ່ວນຂອງເອກອັກຄະລັດຖະທູດ Choi Young Sam ທີ່ມີຕໍ່ກັບສາຍພົວພັນມິດຕະພາບ ຫວຽດນາມ - ສາທາລະນະລັດ ເກົາຫຼີ ຍສໝ - ເພື່ອເປັນການຈົດຈຳ ແລະ ຍົກຍ້ອງບັນດາການປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການຊຸກຍູ້ສາຍພົວພັນມິດຕະພາບ, ການຮ່ວມມື ແລະ ການພົບປະແລກປ່ຽນລະຫວ່າງປະຊາຊົນ ຫວຽດນາມ - ສ.ເກົາຫຼີ, ໃນວັນທີ 14 ກໍລະກົດ ຢູ່ທີ່ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ຈັດພິທີມອບຫຼຽນກາລະນຶກ “ເພື່ອສັນຕິພາບ, ມິດຕະພາບລະຫວ່າງບັນດາປະຊາຊາດ” ໃຫ້ແກ່ທ່ານ Choi Young Sam ... |
| ເປີດກວ້າງຂົວຕໍ່ແຫ່ງການຮ່ວມມືລະຫວ່າງ ດານັງ ແລະ ບັນດາຄູ່ຮ່ວມມື ຈີເລ ຍສໝ - ຢູ່ທີ່ພິທີສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ຈີເລ ຄົບຮອບ 55 ປີ, ການນຳນະຄອນ ດານັງ ໄດ້ສະເໜີໃຫ້ ສະຖານເອກອັກຄະລັດຖະທູດ, ອົງການສົ່ງເສີມການຄ້າ ແລະ ວິສາຫະກິດ ຈີເລ ເພີ່ມທະວີການເຊື່ອມຕໍ່ລະຫວ່າງນະຄອນ ດານັງ ກັບບັນດາທ້ອງຖິ່ນ, ອົງການຈັດຕັ້ງ ແລະ ວິສາຫະກິດ ຈີເລ, ເພື່ອຊຸກຍູ້ການຮ່ວມມືພາຍໃນບັນດາຂົງເຂດທີ່ສອງຝ່າຍມີທ່າແຮງ ... |

