ເຕັ​ມໄປ​ດ້ວຍ​ນ້ຳ​ໃຈ​ທະ​ຫານ​ປະ​ຊາ​ຊົນ​ໃນ​ລະ​ດູ​ເກັບ​ກ່ຽວ

09:07 | 24/06/2021

ຍ​ສ​ໝ - ​ມີ​ສະ​ມາ​ຊິກ​ຄະ​ນະ​ຊາວ​ໜຸ່ມ ກ່​ວາ 30 ຄົນ​ ສັງ​ກັດໜ່ວຍ​ຄະ​ນະ​ຊ່າວ​ໜຸ່ມ​ປ້ອມ​ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ ແລະ ຕາ​ແສງ​ດ່​ວານ​ຮາຍ, ຕາ​ແສງ​ນ້ຳແລັງ ແລະ ເມື່ອງ​ລານ ໄດ້​ລົງ​ນາ​ຊ່ວຍ​ຄອບ​ຄົບ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ເກັບ​ກ່ຽວ​ເຂົ້າ​ໃນ​ຊຸມ​ວັນ​ທ້າຍ​ເດືອນ​ມິ​ຖຸ​ນານີ້.

ເມັດ​ເຂົ້າ​ສານ​ແຫ່ງ​ຄວາມ​ຮັກ​ຢູ່​ເຂດ​ຊາຍ​ແດນ ເມັດ​ເຂົ້າ​ສານ​ແຫ່ງ​ຄວາມ​ຮັກ​ຢູ່​ເຂດ​ຊາຍ​ແດນ
ເຄືອ​ຂ່າຍ “ຄວາມປອດໄພຂອງປະ​ຊາ​ຊົນ” ຢູ່​ເຂດຊາຍ​ແດນແຂວງກຽນ​ຢາງ ເຄືອ​ຂ່າຍ “ຄວາມປອດໄພຂອງປະ​ຊາ​ຊົນ” ຢູ່​ເຂດຊາຍ​ແດນແຂວງກຽນ​ຢາງ
ເຕັ​ມໄປ​ດ້ວຍ​ນ້ຳ​ໃຈ​ທະ​ຫານ​ປະ​ຊາ​ຊົນ​ໃນ​ລະ​ດູ​ເກັບ​ກ່ຽວ
ທະ​ຫານ​ຊ່ວຍ​ປະ​ຊາ​ຊົນ​ເກັບ​ກ່ຽວ (ພາບ: qdnd.vn)

ໂດຍນອນ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ຍຸດ​ທະ​ສາດ​ລະ​ດູ​ຮ້​ອນ​ອາ​ສາ​ສະ​ໝັກປີ 2021, ໄລ​ຍະ​ທີ່​ຜ່ານ​ມາສະ​ມາ​ຊິກຄະ​ນະ​ຊາວ​ໜຸ່ມສອງ​ປ້ອມ​ປ້ອງ​ກັນ​ຊາຍ​ແດນນ້ຳ​ແລ້ງ ແລະ ເມື່ອງ​ລານ​ຂຶ້ນ​ກັບ​ທະ​ຫານ​ປ້ອງ​ກັນ​ຊາຍ​ແດນແຂວງເຊີນ​ລາໄດ້​ສົມ​ທົບ​ກັ​ບ​ສະ​ມາ​ຊິກ​ຄະ​ນະ​ຊາວ​ໜຸ່ມເມືອງນ້ຳແລັງ ແລະ ເມື່ອງ​ລານ (ເມືອງສົບ​ກົບ) ຈັດ​ຕັ້ງເພື່ອ​ຊ່ວຍ​ປະ​ຊາ​ຊົນ​ເກັບ​ກ່ຽວ​ເຂົ້າ.

​ມີ​ສະ​ມາ​ຊິກ​ຄະ​ນະ​ຊາວ​ໜຸ່ມ ກ່​ວາ 30 ຄົນ​ ສັງ​ກັດໜ່ວຍ​ຄະ​ນະ​ຊ່າວ​ໜຸ່ມ​ປ້ອມ​ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ ແລະ ຕາ​ແສງ​ດ່​ວານ​ຮາຍ, ຕາ​ແສງ​ນ້ຳແລັງ ແລະ ເມື່ອງ​ລານ ໄດ້​ລົງ​ນາ​ຊ່ວຍ​ຄອບ​ຄົບ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ເກັບ​ກ່ຽວ​ເຂົ້າ​ໃນ​ຊຸມ​ວັນ​ທ້າຍ​ເດືອນ​ມິ​ຖຸ​ນານີ້.

ຄອບ​ຄົວ​ອ້າຍ​ກ່​ວາງວັນ​ຕິງ, ຢູ່​ບ້ານ​ນ່າ​ເລື່ອ, ຕາ​ແສງນ້ຳ​ແ​ລັງຍ້ອ​ນ​ພໍ່​ຖືກ​ອຸ​ບັດ​ຕິ​ເຫດ, ບໍ່​ມີ​ຄວາມ​ສາ​ມາດ​ໃນ​ການ​ອອກ​ແຮງ​ງານດັ່ງ​ນັ້ນເຂົ້າ​ສຸກ​ແລ້ວ​ແຕ່​ຍັງ​ບໍ່​ໄດ້​ເກັບ​ກ່ຽວ. ອ້າຍ​ຕິງ​ເວົ້າ​ຄວາມ​ໃນ​ໃຈ​ວ່າ: ພາຍຫຼັງ​ເກັບ​ກ່ຽວ​ແລ້ວ, ບັນ​ດາ​ອ້າຍ​ເອື້ອຍນ້ອງ​ຍັງ​ຊ່ວຍ​ຄອບ​ຄົວ​​ຂ້າ​ພະ​ເຈົ້າໄປຟາດເຂົ້າ, ນຳ​ເຂົ້າ​ກັບເມືອ​ຮອດ​ບ້ານ. ​ ​ຂ້າ​ພະ​ເຈົ້າ​ຈະບໍ່​ມີ​ວັ​ນ​ລືມນ້ຳ​ໃຈແລະການ​ຊ່ວຍ​ເຫຼືອນີ້ໄດ້.

ໂດຍຮູ້​ວ່າ, ດ້ວຍ​ຈິດ​ໃຈ​ທີ່​ມີຄວາມ​ຮັບ​ຜິດ​ຊອບ​​ສູງ, ສະ​ມາ​ຊິກ​ຊາວ​ໜຸ່ມ​ ປ້ອມ​ປ້ອງ​ກັນ​ຊາຍ​ແດນ ແລະ ສະ​ມາ​ຊິກ​ ຊາວ​ໜຸ່ມ​ຂອງສອງ​ເມືອງ​ ດັ່ງ​ກ່າວ ກໍ່​ໄດ້​ຊ່ວຍ​ປະ​ຊາ​ຊົນ​ເກັບ​ກ່ຽວ​ເຂົ້າ​ໃນ​ເນື້ອ​ທີ່​ນາ​ເກືອບ 5000 ແມັດ​ກະ​ເລ.

ທ່ານ​ຮ້ອຍ​ເອກຫວູ​ຈຽດ​ຮອກ, ​ຮອງຜູ້​ຮັບ​ຜິດ​ຊອບ​ດ້ານ​ການ​ເມືອງ​ທະ​ຫານ​ປ້ອງ​ກັນ​ຊາຍ​ແດນນ້ຳ​ແລັງໃຫ້​ຮູ້​ວ່າ: “ເຖິງວ່າ​ຈຳ​ນວນ​​ພົນ​ຂອງ​ກົມ​ກອງ​ສ່ວນຫຼາຍ​ແມ່ນ​ພວມ​ປະ​ຕິ​ບັດ​ໜ້າ​ທີ່​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່​ເຂດ​ຊາຍ​ແດນແຕ່​ພວກ​ຂ້າ​ພະ​ເຈົ້າ​ຍັງ​ສົມ​ທົບ​ກັບຊາວ​ໜຸ່ມ​ຕາ​ແສງຊ່ວຍ​ເຫຼືອ​ປະ​ຊ​າ​ຊົນ​ເກັບ​ກ່ຽວເພື່​ອ​ທັນໃນ​ກ​ານ​ທຳ​ການ​ຜະ​ລິດ​ໃນ​ລະ​ດູ​ການ​ໃໝ່”.

ເມັດ​ເຂົ້າ​ສານ​ແຫ່ງ​ຄວາມ​ຮັກ​ຢູ່​ເຂດ​ຊາຍ​ແດນ ເມັດ​ເຂົ້າ​ສານ​ແຫ່ງ​ຄວາມ​ຮັກ​ຢູ່​ເຂດ​ຊາຍ​ແດນ

ຍ​ສ​ໝ - ທ່ານຮ້ອຍ​ເອກ ລ້າຍ​ແອັງ​ຫວູ, ຮອງ​ຜູ້ຮັບ​ຜິດ​ຊອບ​ດ້ານ​ການ​ເມືອງ, ເລ​ຂາ​ໜ່ວຍ​ຊາວ​ໜຸ່ມ ປ້ອມ​ປ້ອງ​ກັນ​ທະ​ຫານ​ປ້ອງ​ກັນ​ດ່ານ​ຊາຍ​ແດນ​ສາ​ກົນ ຮ​ວາ​ລື ໃຫ້​ຮູ້​ວ່າ: ແຕ່​ລະ​ເດືອນ, ກົມ​ກອງ​ໄດ້​ປ່ຽນ​ກັນ​ມອບ​ເຂົ້າ​ສານໃຫ້​ແກ່ 2 ຄອບ​ຄົວ​ທີ່​ປະ​ສົບ​ກັບ​ຄວາມ​ຫ​ຍຸ້ງ​ຍາກເປັນ​ພິ​ເສດ ໃນ​ບໍ​ລິ​ເວນ​ຕາ​ແສງ ລົກ​ຮ່​ວາ, ແຕ່​ລະ​ຄອບ​ຄົວ​ແຕ່ 25 - 30 ກີ​ໂລ​ກຼາມ.

ປະ​ສິດ​ທິ​ຜົນ​ຈາກ​ຮູບ​ແບບແ​ຮກ​ສ່ຽວ​ກຸ່ມ​ຊຸມ​ຊົນ​ເຂດ​ຊາຍ​ແດນ ປະ​ສິດ​ທິ​ຜົນ​ຈາກ​ຮູບ​ແບບແ​ຮກ​ສ່ຽວ​ກຸ່ມ​ຊຸມ​ຊົນ​ເຂດ​ຊາຍ​ແດນ

ຍ​ສ​ໝ - ຕາມ​ເນື້ອ​ໃນ​ການ​ລົງ​ນາມ, ສອງ​ຝ່າຍ​ຈະ​ພ້ອມ​ກັນ​ໂຄ​ສະ​ນາ​ເຜີຍ​ແຜ່, ສຶກ​ສາ​ປະ​ຊາ​ຊົນ​ສ້າງ​ສາ ແລະ ເພີ່ມ​ພູນ​ຄູນ​ສ້າງ ນ້ຳ​ໃຈ​ສາ​ມັກ​ຄີ, ມິດ​ຕະ​ພາບທີ່​ເປັນ​ມູນ​ເຊື້​ອ​ອັນ​ດີ​ງາມ ລະ​ຫວ່າງ​ບັນ​ດາ​ເຜົ່າ, ຕະ​ກຸນ ທີ່​ມີ​ມາ​ແຕ່​ດົນ​ນານ.

ສ້າງ​ອະ​ນາ​ຄົດ​ທີ່​ສົດ​ໄສ​ໃຫ້​ແກ່​ເດັກ​ນ້ອຍ​ທຸກ​ຍາ​ກ​ເຂດ​ຊາຍ​ແດນ ສ້າງ​ອະ​ນາ​ຄົດ​ທີ່​ສົດ​ໄສ​ໃຫ້​ແກ່​ເດັກ​ນ້ອຍ​ທຸກ​ຍາ​ກ​ເຂດ​ຊາຍ​ແດນ

ຍ​ສ​ໝ - ບໍ່​ພຽງ​ແຕ່​ຮັກ​ສາ​ເຂດ​ຊາຍ​ແດນ​ຢ່າງ​ໝັ້ນ​ຄົງ​ເທົ່າ​ນັ້ນໃນ​ຊຸມ​ປີ​ຜ່ານ​ມາ ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ ຫວຽດ​ນາມ ຍັງ​ຊ່ວຍ​ເຫຼືອ​ປະ​ຊາ​ຊົນ​ລົບ​ລ້າງ​ຄວາ​ມ​ອຶດ​ຫິວຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ, ສ້າງ​ຊີ​ວິດ​ການ​ເປັນ​ຢູ່, ດູ​ແລ, ຊ່ວຍ​ໃຫ້​ບັນ​ດາ​ນ້ອງ​ນ້ອຍ ຢູ່​ເຂດ​ຊາຍ​ແດນ, ລວມ​ມີ​ເດັກ​ນ້ອຍຫວຽດ​ນາມ, ລາວ ກຳ​ປູ​ເຈຍ​ໄ ດ້ມີ​ເງື່ອນ​ໄຂ​ລະຫຼິ້ນ, ຮ່ຳ​ຮຽນ, ສ້າງ​ອະ​ນາ​ຄົດ​ທີ່​ສົດ​ໄສ​ໃຫ້​ແກ່​ພວກ​ນ້ອງ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.