"ການມີເຮືອນໃຫມ່ເຮັດໃຫ້ຂ້າພະເຈົ້າມີຄວາມສຸກຫຼາຍ"

14:39 | 03/07/2024

ຍສໝ - ກ່ອນ​ນີ້ 2 ປີ, ຄອບຄົວ​ຂອງ​ທ່ານ ລີ​ວັນ​ນໍ້ (ອາຍຸ 34 ປີ, ຊາວ​ເຜົ່າ​ມົ້ງ, ຢູ່​ໝູ່​ບ້ານ​ສີ​ດ່ຽງ, ຕາ​ແສງ​ເທື່ອງ​ໂທນ, ​ເມືອງ ຮ່າ​ກວາງ, ​ແຂວງ ກາວ​ບັ່ງ) ​ໄດ້​ດຳລົງ​ຊີວິດ​ຢູ່​ໃນ​ເຮືອນ​ທີ່​ຊຸດ​ໂຊມ, ​ຫຼັງຄາຮ່ົວ. ດ້ວຍ​ການ​​ຊ່ວຍເຫລືອ​ຂອງ​ລັດຖະບານ ​ແລະ ຜູ້​ມີໃຈບຸນ, ປະຈຸ​ບັນ, ຄອບຄົວ​ຂອງ​ລາວ​ມີ​ເຮືອນ​ຢູ່​ທີ່​ໝັ້ນຄົງ ແລະ ມີຄວາມອຸ່ນໃຈ​ໃນ​ການ​ເຮັດໄຮ່ ​ພະຍາຍາມ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ.

ຫວຽດນາມ - ອີຣານ ຮ່ວມ​ກັນຂຸດ​ຄົ້ນຄວາມສາມາດບົ່ມຊ້ອນ, ກາລະ​ໂອກາດ​ພັດທະນາ​ການທ່ອງທ່ຽວ ຫວຽດນາມ - ອີຣານ ຮ່ວມ​ກັນຂຸດ​ຄົ້ນຄວາມສາມາດບົ່ມຊ້ອນ, ກາລະ​ໂອກາດ​ພັດທະນາ​ການທ່ອງທ່ຽວ

"ການມີເຮືອນໃຫມ່ເຮັດໃຫ້ຂ້າພະເຈົ້າມີຄວາມສຸກຫຼາຍ"

ກ່ອນ​ນີ້ 2 ປີ, ຄອບຄົວ​ຂອງ​ທ່ານ ລີ​ວັນ​ນໍ້ (ອາຍຸ 34 ປີ, ຊາວ​ເຜົ່າ​ມົ້ງ, ຢູ່​ໝູ່​ບ້ານ​ສີ​ດ່ຽງ, ຕາ​ແສງ​ເທື່ອງ​ໂທນ, ​ເມືອງ ຮ່າ​ກວາງ, ​ແຂວງ ກາວ​ບັ່ງ) ​ໄດ້​ດຳລົງ​ຊີວິດ​ຢູ່​ໃນ​ເຮືອນ​ທີ່​ຊຸດ​ໂຊມ, ​ຫຼັງຄາຮ່ົວ. ດ້ວຍ​ການ​​ຊ່ວຍເຫລືອ​ຂອງ​ລັດຖະບານ ​ແລະ ຜູ້​ມີໃຈບຸນ, ປະຈຸ​ບັນ, ຄອບຄົວ​ຂອງ​ລາວ​ມີ​ເຮືອນ​ຢູ່​ທີ່​ໝັ້ນຄົງ ແລະ ມີຄວາມອຸ່ນໃຈ​ໃນ​ການ​ເຮັດໄຮ່ ​ພະຍາຍາມ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ.

ບໍ່ຕ້ອງກັງວົນເລື່ອງຂາດອາຫານການກິນອີກຕໍ່ໄປ

ພວກ​ຂ້າ​ພະ​ເຈົ້າ​ມີໜ້າຢູ່ບ້ານ​ສີດຽງ ​ໃນ​ວັນ​ສຸດ​ທ້າຍ​ຂອງ​ເດືອນ​ມິ​ຖຸ​ນາ, ໝູ່​ບ້ານ​ດັ່ງ​ກ່າວ​ແມ່ນ​ຊາວ​ເຜົ່າ​ມົ້ງ​ດຳ​ລົງ​ຊີ​ວິດ​ກະ​ແຈກ​ກະ​ຈາຍ​ຢູ່​ຕາມ​ສັນ​ພູ. ​ເສັ້ນທາງ​ໄປ​ຫາ​ເຮືອນ​ຂອງ​ອ້າຍ ​ລີ​ວັນນໍ້ ​ພໍແຕ່ຫຼົມໂຕຄົນ​ດຽວ, ຕັ້ງ​ຢູ່​ກາງ​ທົ່ງ​ສາລີສີ​ຂຽວ. ເຮືອນ​ໄມ້​ທີ່​ມີ​ມຸງ​ດ້ວຍ​ແຜ່ນສັງກະສີ​ສີຂຽວ​ມີ​ເນື້ອ​ທີ່​ກວ້າງ​ປະມານ 120 ຕາ​ແມັດ, ອ້າຍ ນໍ້ ພວມ​ຕັດ​ຫຍ້າ​ໃຫ້​ງົວ​ກິນ ມີງົວ 6 ໂຕ, ໂຕງົວທີ່ລັດຖະບານຊ່ວຍເຫຼືອແມ່ນກຳລັງຈະອອກລູກ.

"ລູກໃກ້ຈະໄປເຂົ້າໂຮງຮຽນ, ຜົວ ແລະ ເມຍພວກເຮົາຈະລ້ຽງງົວ ແລະ ໄຮ່ສາລີເຫຼົ່ານີ້, ຄອບຄົວຂອງພວກເຮົາມີສາລີແນວພັນ 20 ກິໂລແລ້ວ, ພວກເຮົາບໍ່ຕ້ອງກັງວົນກ່ຽວກັບການຂາດແຄນອາຫານການກິນ", ທ່ານ ນໍ້ ເວົ້້າ.

"ການມີເຮືອນໃຫມ່ເຮັດໃຫ້ຂ້າພະເຈົ້າມີຄວາມສຸກຫຼາຍ"
ພາຍ​ໃນ​ເຮືອນ​ເກົ່າ (ຮູບ​ພາບ​ຂ້າງ​ເທິງ) ແລະ ​ເຮືອນ​ໃຫມ່​ຂອງ​ທ່ານ ລີວັນນໍ້ ເບິ່ງ​ຈາກມູມສູງ​. (ພາບ: ແທງລວນ)

ທ່ານ ນໍ້ ​ກ່າວ​ວ່າ: ​ເມື່ອ​ກ່ອນ​ສະມາຊິກ​ຄອບຄົວ​ຂອງ​ລາວມີ​ເກືອບ 10 ຄົນ​ຢູ່​ໃນ​ເຮືອນ​ທີ່​ຊຸດ​ໂຊມ​ ດ້ວຍ​ມຸງ​ໄຟເບີຊີມັງ. ໃນ​ເວລາພະ​ຍຸ​ແລະ​ລົມ​ແຮງ​ ກໍ່ຈະພັດຫລັງຄາ ໄຟເບີຊີ​ມັງ​ໄປ, ເສົາພັດບໍ່ແໜ້ນ ​ອາດຈະ​ພັງ​ລົງ​ໄດ້​ທຸກ​ເວ​ລາ​, ເຮັດ​ໃຫ້​ຄອບ​ຄົວ​ຂອງ​ເຂົາ​ມີ​ຄວາມ​ຢ້ານ​ກົວ​. ຍ້ອນ​ຄວາມ​ຮັບ​ຮູ້​ບໍ່​ສູງ ​ແລະ ການ​ດຳລົງ​ຊີວິດ​ທີ່​ຫຍຸ້ງຍາກ, ​ໃນ​ປີ 2019 ລາວ​ໄດ້​ໄປນໍາ​ຂະບວນການທີ່​ຜິດ​ກົດໝາຍ ເຢືອງຫວັ່ນມິງ ຕ້ອງ​ເສຍ​ເງິນ​ໃຫ້ຂະບວນການ​ນີ້. ດ້ວຍການໂຄສະນາເຜີຍແຜ່ໂດຍກໍາລັງຕໍາຫຼວດໃນ 6 ເດືອນຕໍ່ມາລາວໄດ້ສະຫມັກໃຈໄປຫາຄະນະກໍາມະການປະຊາຊົນຕາແສງ ເພື່ອລົງນາມໃນຄໍາຫມັ້ນສັນຍາທີ່ຈະປະຂະບວນການທີ່ຜິດກົດຫມາຍນີ້. ຈາກນັ້ນ, ຄອບຄົວຂອງລາວໄດ້ຮັບເງິນຈາກລັດຖະບານ ແລະ ຜູ້ມີໃຈບຸນ 40 ລ້ານດົ່ງເພື່ອປຸກເຮືອນ, ລ້ຽງງົວພັນ, ມີຖັງນ້ຳ, ພ້ອມດຽວກັນນັ້ນ ຍັງໄດ້ຮັບການແນະນຳວິທີການພັດທະນາການຜະລິດ ເພື່ອເພີ່ມລາຍຮັບ ແລະ ປັບປຸງຊີວິດການເປັນຢູ່.

“ດຽວນີ້ ຄອບຄົວຂອງຂ້າພະເຈົ້າບໍ່ຕ້ອງທົນທຸກຈາກຫຼັງຄາຮົ່ວ ຫຼື ລົມພັດອີກຕໍ່ໄປແລ້ວ, ສະນັ້ນ ພວກເຮົາຈຶ່ງຮູ້ສຶກອຸ່ນໃຈໃນການເຮັດໄຮ່ ແລະ ລ້ຽງງົວ. ຄອບຄົວຂອງພວກເຮົາໄດ້ຊື້ລົດຈັກ ແລະ ພັດລົມໄຟຟ້າ 2 ອັນ…”, ທ່ານ ນໍ້ ໃຫ້ຮູ້.

"ການມີເຮືອນໃຫມ່ເຮັດໃຫ້ຂ້າພະເຈົ້າມີຄວາມສຸກຫຼາຍ"
ທ່ານ ລີວັນນໍ້ ຕັດຫຍ້າໃຫ້ງົວ ແລະ ຄວາຍກິນ. (ພາບ: ແທງລວນ)

ປີ 2022, ອ້າຍ ​ນໍ້ ​​ໄດ້​ຮັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ​ເລືອກ​ຕັ້ງ​ເປັນ​ນາຍ​ບ້ານ ​ສີດ່ຽງ. ດ້ວຍ​ແນວ​ຄິດ “ການ​ເປັນ​ນາຍ​ບ້ານ​ຕ້ອງ​ເປັນ​ແບບ​ຢ່າງ​ເພື່ອ​ຮັກສາ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະຊາຊົນ”, ທ່ານ ​ນໍ້ ​ເປັນ​ຜູ້​ນຳພາ​ໃນ​ການ​ໂຄສະນາ, ປຸກລະດົມ​ຫຼາຍ​ຄອບຄົວ​ຢູ່​ໝູ່​ບ້ານ​ສີ​ດ່ຽງ ສະໝັກ​ໃຈ​ປະ​ຂະບວນການ​ທີ່​ຜິດ​ກົດໝາຍ ເຢືອງວັນ​ມິງ.

ຫ່າງ​ຈາກ​ເຮືອນ​ ທ່ານ ​ນໍ້ ​ປະມານ 500 ​ແມັດ, ສະມາຊິກ 6 ຄົນ​ໃນ​ຄອບຄົວ​ຂອງ​ທ່ານ ​ຊຸ່ງວັນ​ດິງ (ອາຍຸ 27 ປີ, ຊາວ​ເຜົ່າ​ມົ້ງ, ຢູ່​ໝູ່​ບ້ານ​ສີ​ດ່ຽງ) ​ໄດ້​ດຳລົງ​ຊີວິດ​ຢ່າງ​ໝັ້ນຄົງ​ຢູ່​ເຮືອນ​ຫຼັງ​ໃໝ່​ເກືອບ 2 ປີ. ທ່ານ​ກ່າວ​ວ່າ: ປີ 2023, ຄອບຄົວ​ຂ້າພະ​ເຈົ້າ​ຈະ​ໄດ້​ຮັບ​ການ​ຊ່ວຍເຫຼືອ 50 ລ້ານ​ດົ່ງ​ຕາມ​ໂຄງການ​ລົບ​ລ້າງ​ເຮືອນ​ຢູ່​ຊົ່ວຄາວ ​ແລະ ​ເສື່ອມ​ໂຊມ​ໃຫ້​ບັນດາ​ຄອບຄົວ​ທຸກ​ຍາກ, ຂ້າພະ​ເຈົ້າຮູ້ສຶກ​ຕື່ນ​ເຕັ້ນ​ທີ່​ໄດ້​ມີ​ເຮືອນ​ຫຼັງ​ໃໝ່​ທີ່​ໜາແໜ້ນ, ​ເຮືອນ​ຫຼັງ​ເກົ່າ​ຂອງ​ຂ້າພະ​ເຈົ້າ​ ຢູ່ທາງຂ້າງ ສ້າງ​ປະມານ 30 ປີ​ແລ້ວ, ທຸກ​ສິ່ງ​ທຸກ​ຢ່າງ​ຊຸດ​ໂຊມ, ປະຈຸ​ບັນ​ມີແຕ່ໃຊ້ເຮັດ​ຟືນ​ເທົ່າ​ນັ້ນ.

ບໍ່​ຕ້ອງ​ກັງ​ວົນ​ກ່ຽວ​ກັບ​ບ່ອນ​ຢູ່​ອາ​ໄສ​ອີກ​ແລ້ວ, ຜົວເມຍ ທ່ານ ດິງ ມີຄວາມອຸນໃຈໃນ​ການ​ປູກ​ສາ​ລີ, ລ້ຽງ​ງົວ, ພັດ​ທະ​ນາ​ການ​ຜະ​ລິດ. ບາງຄັ້ງລາວເຮັດວຽກເປັນກຳມະກອນກໍ່ສ້າງເພື່ອເພີ່ມລາຍຮັບໃຫ້ຄອບຄົວ. ບັນດາລູກນ້ອຍລາວໄດ້ເຂົ້າໂຮງຮຽນອະນຸບານ ແລະ ປະຖົມ ກໍໄດ້ຮັບການຊ່ວຍເຫຼືອເຂົ້າສານ ແລະ ເງິນທຸກເດືອນ.

ເພີ່ມ​ຄວາມ​ສຸກ​ຂຶ້ນອີກ

ຄວາມ​ດີໃຈຂອງ​ທ່ານ ​ນໍ້ ​ແລະ​ ທ່ານ ດິງ ກໍ່​ຄື​ຄວາມ​ສຸກ​ຂອງ​ຫຼາຍ​ຄອບຄົວ​ຢູ່​ເມືອງ ຮ່າກວ່າງ ​ເມື່ອ​ໄດ້​ຮັບ​ການ​ຊ່ວຍເຫຼືອ​ກໍ່ສ້າງ​ເຮືອນ​ໃໝ່, ສ້ອມ​ແປງ​ເຮືອນ​ຢູ່, ​ໄດ້​ຮັບ​ທີ່​ດິນ​ທຳ​ການ​ຜະລິດ, ນ້ຳ​ໃຊ້... ​ເຮືອນ​ຫລັງ​ໃໝ່​ນັບ​ມື້​ນັບ​ພັດທະນາ ​ເຮັດ​ໃຫ້​ເຂດ​ລູ້​ຄູ້, ​ເມືອງ ຮ່າ​ກວາງ ມີຄວາມສວຍ​ງາມ, ປ່ຽນ​ແປງ​ໃໝ່​ໃນ​ທຸກ​ວັນ.

ເມື່ອໃຫ້ສຳພາດ​ກັບ​ນັກ​ຂ່າວ, ທ່ານ ຟ້າ​ມຊວນ​ຕຸ່ງ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ເມືອງ ຮ່າ​ກວາງ ​ໃຫ້​ຮູ້​ວ່າ: ຮ່າ​ກວາງ ​ແມ່ນ​ເມືອງ​ຊາຍ​ແດນ​ທີ່​ຫຍຸ້ງຍາກ​ຂອງ​ແຂວງ ກາວ​ບັ່ງ, ດ້ວຍ​ເນື້ອ​ທີ່​ກວ້າງ​ໃຫຍ່​ລວມມີ 21 ຕາ​ແສງ, ​ເມືອງ ​ແລະ 195 ໝູ່​ບ້ານ ສ່ວນ​ໃຫຍ່​ແມ່ນ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ດຳລົງ​ຊີວິດ​ຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ, ເຂດຫຍຸ້ງຍາກ​ຂອງ​ເມືອງ.

ເພື່ອປັບປຸງຊີວິດການເປັນຢູ່ຂອງປະຊາຊົນ, ແຂວງ ກາວບັ່ງ ໄດ້ລົງທຶນຫຼາຍດ້ານພື້ນຖານໂຄງລ່າງດ້ານເຕັກນິກ, ຜັນຂະຫຍາຍຫຼາຍວິທີແກ້ໄຂເພື່ອຊ່ວຍເຫຼືອປະຊາຊົນພັດທະນາການຜະລິດ, ໃນນັ້ນ ມີໂຄງການຊ່ວຍເຫຼືອ ລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນທີ່ເປ່ເພ. ​ໃນ​ປີ 2020, ດ້ວຍ​ບ້ວງ​ເງິນ 35 ຕື້​ດົ່ງ​ໄດ້​ຮັບ​ການ​​ຊ່ວຍເຫຼືອ​ຈາກ​ກະຊວງ​ຕຳຫຼວດ, ຄະນະ​ກຳມະການ​ປະຊາຊົນ​ນະຄອນ ຮ່າ​ໂນ້ຍ ນັ້ນ, ແຂວງ ກາວ​ບັ່ງ ​ຊ່ວຍເຫຼືອ 826 ຄອບຄົວ​ທຸກ​ຍາກ​ຢູ່​ເມືອງ ຮ່າ​ກວາງ ໃຫ້ມີ​ເຮືອນ​ຢູ່​ທີ່​ໝັ້ນຄົງ, ປອດ​ໄພ​ກວ່າ. ຈາກຈຸດດັ່ງກ່າວ, ກາວບັ່ງໄດ້ສ້າງໂຄງການຊ່ວຍເຫຼືອເຮືອນຢູ່ຊົ່ວຄາວ ແລະ ເປ່ເພໃຫ້ແກ່ຄອບຄົວທຸກຍາກໃນທົ່ວແຂວງ.

“ຕໍ່ກັບການເຄື່ອນໄຫວດັ່ງກ່າວ, ມາຮອດປະຈຸບັນ, ເມືອງ ຮ່າກວາງ ໄດ້ລົບລ້າງເຮືອນຊົ່ວຄາວ ແລະ ເປ່ເພທັງໝົດ 1.526 ຫຼັງ, ເບີກຈ່າຍເກືອບ 68 ຕື້ດົ່ງ, ແຕ່ນີ້ຮອດທ້າຍປີ 2024, ເມືອງ ຄາດວ່າຈະຊ່ວຍເຫຼືອ 1.003 ຄອບຄົວ ແລະ ເບີກຈ່າຍກວ່າ 45 ຕື້ດົ່ງ; ຮອດ​ທ້າຍ​ປີ 2025, ບັນດາ​ຄອບຄົວ​ທີ່​ມີ​ເຮືອນ​ຢູ່​ຊົ່ວຄາວ​ ຫຼື​ ບໍ່​ປອດ​ໄພ​ຈະ​ໄດ້​ຮັບ​ການ​ຊ່ວຍເຫຼືອ,” ທ່ານ ຟ້າ​ມຊວນ​ຕຸ່ງ ກ່າວ​.

ຄຽງ​ຄູ່ກັນ​ນັ້ນ, ທ່ານ ຕຸ່ງ ​ກໍ່ໃຫ້​ຮູ້​ຕື່ມ​ວ່າ: ຜ່ານການຈັດຕັ້ງປະຕິບັດ​ບັນດາ​ໂຄງການ, ປະຈຸ​ບັນ​ບັນດາຕາແສງເມືອງ ຮ່າກວາງ ມີ​ເສັ້ນທາງ​ລົດ​ໄປ​ຮອດ​ໃຈກາງ​ບ້ານ 100% ; ​ກຸ່ມ​ບ້ານ​ມີ​ຕາ​ຂ່າຍ​ໄຟ​ຟ້າ​ແຫ່ງ​ຊາດ 97%, ​ໝູ່​ບ້ານ​ມີ​ສັນຍານໂທລະ​ຄົມ​ມະ​ນາ​ຄົມເກືອບ 100%, ລະບົບອ່າງເກັບນ້ໍາ ທີ່ບັນຈຸນ້ໍາຝົນ ແລະ ລະບົບຄອງນ້ໍາ ໄດ້ຊ່ວຍໃຫ້ປະຊາຊົນເຂດສູງມີນ້ຳໃຂ້ຢ່າງພຽງພໍໃນການດຳລົງຊີວິດປະຈຳວັນ ແລະ ເປັນສ່ວນໜຶ່ງຂອງການຜະລິດຂອງເຂົາເຈົ້າ. ​ເມືອງ​ຍັງ​ສຸມ​ໃສ່​ຊ່ວຍ​ປະຊາຊົນ​ດ້ວຍ​ແຫຼ່ງທຶນ​ການ​ຜະລິດ, ຮູບ​ແບບ​ການ​ຜະລິດ​ຕາມ​ຕ່ອງ​ໂສ້​ມູນ​ຄ່າ​ຕິດ​ພັນ​ກັບ​ວິ​ສາ​ຫະກິດ, ສະຫະກອນ, ການ​ຜະລິດ​ຕິດ​ພັນ​ກັບ​ຊຸມ​ຊົນ..

ທ່ານ ຟ້າ​ມຊວນ​ຕຸ່ງ ​ໃຫ້​ຮູ້​ວ່າ: “ບັນດາ​ການ​ເຄື່ອນ​ໄຫວ​ນີ້​ໄດ້​ສ້າງ​ຊີວິດ​ການ​ເປັນ​ຢູ່ ​ແລະ ລາຍ​ຮັບ​ໃຫ້​ປະຊາຊົນ, ຮ່າ​ກວາງ ສູ້ຊົນໝົດ​ປີ 2025​ ໃຫ້ກາຍເປັນເມືອງ​ຫຼຸດພົ້ນ​ຈາກ​ຄວາມທຸກ​ຍາກໂດຍ​ພື້ນຖານ​​.

ຊ ສະຫວັດ

ເບິ່ງເພີ່ມເຕີມໃນ: ພູມລໍາເນົາ ແລະ ຜູ້ຄົນ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.