| ເກີນເທີ ເປີດກວ້າງການຮ່ວມມືເຕັກໂນໂລຊີສູງກັບ ສ.ເກົາຫຼີ | |
| ເພີ່ມທະວີການຮ່ວມມືດ້ານສື່ມວນຊົນ ຫວຽດນາມ -ສ.ເກົາຫຼີໃຕ້ ຢູ່ພາຍໃດຍຸກສະໄໝດິຈິຕອນ |
ຕາມການຕີລາຄາຂອງ ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ແລ້ວ, ໃນຕະຫຼອດໄລຍະເວລາທີ່ດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ເກົາຫຼີ ປະຈຳ ຫວຽດນາມ ນັບຕັ້ງແຕ່ເດືອນກໍລະກົດ ປີ 2023 ມາຮອດປັດຈຸບັນ, ທ່ານເອກອັກຄະລັດຖະທູດ ໄດ້ສະໜັບສະໜູນການຈັດຕັ້ງບັນດາການເຄື່ອນໄຫວ ພາຍໃຕ້ຂອບເຂດການຢ້ຽມຢາມ ສາທາລະນະລັດ ເກົາຫຼີ ຂອງ ທ່ານນາຍົກລັດຖະມົນຕີ ຟາມມິງຈິງ (ໃນເດືອນກໍລະກົດ ປີ 2024) ແລະ ທ່ານເລຂາທິການໃຫຍ່ ໂຕເລິມ (ໃນເດືອນສິງຫາ ປີ 2025) ໃຫ້ປະສົບຜົນສຳເລັດຢ່າງຈົບງາມ. ໃນນັ້ນ, ແຜນງານ "ພົບປະແລກປ່ຽນກັບບັນດາເພື່ອນມິດເກົາຫຼີ" ໄດ້ມີສ່ວນຮ່ວມເຂົ້າໃນການເພີ່ມທະວີມິດຕະພາບ, ຄວາມຜູກພັນ ແລະ ຄວາມເຂົ້າອົກເຂົ້າໃຈລະຫວ່າງປະຊາຊົນ ຫວຽດນາມ ແລະ ສ.ເກົາຫຼີ.
ນອກຈາກນັ້ນ, ທ່ານເອກອັກຄະລັດຖະທູດ ຍັງໄດ້ຊຸກຍູ້ການຮ່ວມມືພາຍໃນຂົງເຂດການສຶກສາ, ການພົບປະແລກປ່ຽນຂອງຄົນຮຸ່ນໜຸ່ມ; ສະໜັບສະໜູນການເຊື່ອມຕໍ່ລະຫວ່າງບັນດາທ້ອງຖິ່ນ, ອົງການຈັດຕັ້ງ ແລະ ວິສາຫະກິດຂອງສອງປະເທດ. ພ້ອມດຽວກັນນີ້, ທ່ານກໍໄດ້ຕັ້ງໜ້າຊຸກຍູ້ການແລກປ່ຽນຄະນະຜູ້ແທນ, ການພົບປະຂັ້ນສູງ ແລະ ປະສານສົມທົບຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມືສອງຝ່າຍ ພາຍໃນຂົງເຂດການເມືອງ, ເສດຖະກິດ, ວັດທະນະທຳ, ການສຶກສາ, ວິທະຍາສາດ - ເຕັກໂນໂລຊີ ແລະ ການພົບປະແລກປ່ຽນລະຫວ່າງປະຊາຊົນ.
![]() |
| ທ່ານ ຟານແອງເຊີນ, ປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ (ເບື້ອງຂວາ) ມອບຫຼຽນກາລະນຶກ "ເພື່ອສັນຕິພາບ, ມິດຕະພາບລະຫວ່າງບັນດາປະຊາຊາດ" ໃຫ້ແກ່ທ່ານ Choi Young Sam, ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ຫວຽດນາມ. (ພາບ: ດິງຮ່ວາ) |
ກ່າວຄຳປາໄສຢູ່ທີ່ພິທີມອບຫຼຽນກາລະນຶກ, ທ່ານປະທານ ຟານແອງເຊີນ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ກັບທ່ານ Choi Young Sam ເອກອັກຄະລັດຖະທູດ ທີ່ໄດ້ໃຫ້ຄວາມສົນໃຈ ແລະ ປະສານສົມທົບກັບ ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ພາຍໃນການຜັນຂະຫຍາຍບັນດາການເຄື່ອນໄຫວ ແນໃສ່ຊຸກຍູ້ສາຍພົວພັນມິດຕະພາບ ຫວຽດນາມ - ສ.ເກົາຫຼີ.
ໃນໄລຍະຈະມາເຖິງ, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ຈະສືບຕໍ່ເປີດກວ້າງບັນດາການເຄື່ອນໄຫວພົບປະແລກປ່ຽນລະຫວ່າງປະຊາຊົນໃນຫຼາຍຂົງເຂດ, ດຶງດູດການເຂົ້າຮ່ວມຂອງຫຼາຍພາກສ່ວນ, ເຊິ່ງໃນນັ້ນມີທັງຊຸມຊົນຄົນສ.ເກົາຫຼີ ຢູ່ ຫວຽດນາມ ແລະ ຄົນຫວຽດນາມຢູ່ ສ.ເກົາຫຼີ. ສະມາຄົມມິດຕະພາບ ຫວຽດນາມ - ສາທາລະນະລັດ ເກົາຫຼີ ຈະສ້າງແຜນການຊຸກຍູ້ການເຂົ້າຮ່ວມຂອງບັນດາມະຫາວິທະຍາໄລຢູ່ ຫວຽດນາມ ທີ່ມີການຮຽນ-ການສອນພາສາເກົາຫຼີ ຫຼື ຄົ້ນຄວ້າກ່ຽວກັບສ.ເກົາຫຼີ ເຂົ້າໃນເຄືອຂ່າຍສະມາຄົມມິດຕະພາບຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ.
ທ່ານປະທານ ຟານແອງເຊີນ ມຸ່ງຫວັງຢາກສືບຕໍ່ເພີ່ມທະວີການປະສານສົມທົບກັບ ສະຖານເອກອັກຄະລັດຖະທູດສ.ເກົາຫຼີ ແລະ ກອງທຶນແລກປ່ຽນລະຫວ່າງສ. ເກົາຫຼີ (Korea Foundation) ແນໃສ່ຜັນຂະຫຍາຍບັນດາການເຄື່ອນໄຫວພົບປະແລກປ່ຽນລະຫວ່າງປະຊາຊົນ ໄປໃນທິດທາງທີ່ແທດຕົວຈິງ ແລະ ມີປະສິດທິຜົນ; ພ້ອມທັງເພີ່ມທະວີການເຊື່ອມຕໍ່ລະຫວ່າງບັນດາທ້ອງຖິ່ນຂອງສອງປະເທດນຳອີກດ້ວຍ.
![]() |
| ບັນດາຜູ້ແທນຖ່າຍຮູບຮ່ວມກັນເພື່ອເປັນທີ່ລະນຶກ. (ພາບ: ດິງຮ່ວາ) |
ຢູ່ທີ່ພິທີ, ທ່ານ Choi Young Sam ເອກອັກຄະລັດຖະທູດ ໄດ້ສະແດງຄວາມປິຕິຊົມຊືນ ຕໍ່ກັບບັນດາບາດກ້າວແຫ່ງການຂະຫຍາຍຕົວຢ່າງແຂງແຮງ ຂອງສາຍພົວພັນ ຫວຽດນາມ - ສ.ເກົາຫຼີ ໃນໄລຍະຜ່ານມາ. ຕາມທ່ານແລ້ວ, ສາຍພົວພັນລະຫວ່າງສອງປະເທດ ພວມຂະຫຍາຍຕົວຢ່າງຮອບດ້ານພາຍໃນຫຼາຍຂົງເຂດ, ເຊິ່ງໃນນັ້ນ ການພົບປະແລກປ່ຽນລະຫວ່າງປະຊາຊົນ ຍັງຄົງສືບຕໍ່ແມ່ນໜຶ່ງໃນບັນດາຈຸດສະຫວ່າງ ຂອງສາຍພົວພັນສອງຝ່າຍ.
ທ່ານເອກອັກຄະລັດຖະທູດ ໄດ້ຕີລາຄາສູງຕໍ່ກັບບົດບາດຂອງ ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ພາຍໃນການປະສານສົມທົບຈັດຕັ້ງບັນດາການພົບປະ, ເຈລະຈາ ລະຫວ່າງການນຳຂັ້ນສູງຂອງສອງປະເທດ ກັບບັນດາອົງການຈັດຕັ້ງມິດຕະພາບຂອງ ຫວຽດນາມ ແລະ ສ.ເກົາຫຼີ. ຕາມທ່ານແລ້ວ, ບັນດາການເຄື່ອນໄຫວດັ່ງກ່າວ ໄດ້ມີສ່ວນຮ່ວມເຂົ້າໃນການຮັດແໜ້ນໄມຕີຈິດມິດຕະພາບ, ເພີ່ມທະວີຄວາມເຂົ້າອົກເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈລະຫວ່າງປະຊາຊົນສອງປະເທດ.
ທ່ານ Choi Young Sam ເອກອັກຄະລັດຖະທູດ ມຸ່ງຫວັງວ່າ ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ຈະສືບຕໍ່ເສີມຂະຫຍາຍບົດບາດເປັນຂົວຕໍ່ ລະຫວ່າງບັນດາອົງການຈັດຕັ້ງມິດຕະພາບ ແລະ ປະຊາຊົນສອງປະເທດ. ຕາມທ່ານແລ້ວ, ແມ່ນມີຄວາມຈຳເປັນຕ້ອງຍູ້ແຮງກວ່າເກົ່າ ບັນດາຮູບແບບການເຊື່ອມຕໍ່ໂດຍກົງ ລະຫວ່າງປະຊາຊົນ ຫວຽດນາມ ແລະ ສ.ເກົາຫຼີ ຜ່ານບັນດາການເຄື່ອນໄຫວພົບປະແລກປ່ຽນໄວໜຸ່ມ, ວັດທະນະທຳ ແລະ ວິຊາການ.
ທ່ານເອກອັກຄະລັດຖະທູດ ຢືນຢັນວ່າ, ບໍ່ວ່າຈະດຳລົງຕຳແໜ່ງໃດໆໃນອະນາຄົດ, ທ່ານກໍຈະຍັງຄົງຕິດຕາມ ແລະ ສະໜັບສະໜູນການຂະຫຍາຍຕົວຂອງສາຍພົວພັນ ຫວຽດນາມ - ສ.ເກົາຫຼີ ສະເໝີ, ພ້ອມທັງສືບຕໍ່ຮ່ວມເດີນທາງກັບ ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ພາຍໃນການເພີ່ມພູນຄູນສ້າງໄມຕີຈິດມິດຕະພາບ ແລະ ເພີ່ມທະວີຄວາມຜູກພັນລະຫວ່າງປະຊາຊົນສອງປະເທດ.
| ສີສັນ ຫວຽດນາມ ໂດດເດັ່ນຢູ່ ເທດສະການວັດທະນະທຳທົ່ວໂລກ ຊອງນາມ (ສ. ເກົາຫຼີ) ຍສໝ - ບູດວາງສະແດງຂອງ ຫວຽດນາມ ໂດຍ ສະມາຄົມເຈົ້າສາວ ຫວຽດ ແລະ ນັກສຶກສາຕ່າງປະເທດ ຫວຽດນາມ ຢູ່ທີ່ນະຄອນ ຊອງນາມ ຈັດຕັ້ງຂຶ້ນ, ດຶງດູດແຂກເຂົ້າຮ່ວມຊົມຢ່າງຫຼວງຫຼາຍ. |
| ທຳເນຽບສີນ້ຳເງິນ: ການຢ້ຽມຢາມຂອງປະທານາທິບໍດີ Lee Jae Myung ເຮັດໃຫ້ການພົວພັນຄູ່ຮ່ວມມືແບບດີທີ່ສຸດກັບ ຫວຽດນາມ ມີຄວາມສົມບູນແບບ ຍສໝ - ຕາມສະຖານີຂ່າວ Yonhap, ທຳເນຽບສີນ້ຳເງິນ ໄດ້ຕີລາຄາວ່າ ການຢ້ຽມຢາມລັດຖະກິດ ທີ່ຫວຽດນາມ ຂອງປະທານາທິບໍດີ ເກົາຫຼີໃຕ້ Lee Jae Myung ທີ່ນອນໃນຂອບເຂດ "ການທູດສຸດຍອດແບບຕໍ່ເນື່ອງ" ກັບ ອາຊຽນ ໄດ້ກາຍເປັນຂີດໝາຍທີ່ສຳຄັນ ເພື່ອ "ເຮັດໃຫ້ການພົວພັນຄູ່ຮ່ວມມືແບບດີທີ່ສຸດໃນທຸກຂົງເຂດ ນັບແຕ່ການເມືອງ, ເສດຖະກິດ ຈົນເຖິງວັດທະນະທຳ ມີຄວາມສົມບູນແບບ". |

