ການຫັນເປັນດີຈີຕອນຫໍພິພິທະພັນຖ່າຍທອດຄວາມງາມທີ່ມີຊີວິດຊີວາຂອງ ຮ່າຢາງ ໃຫ້ແກ່ນັກທ່ອງທ່ຽວ

06:44 | 20/03/2024

ນຳໃຊ້ເຕັກໂນໂລຊີດີຈີຕອນເຂົ້າໃນການເຄື່ອນໄຫວວາງສະແດງ, ຫໍພິພິທະພັນ ຮ່າຢາງ ໄດ້ນຳປະສົບການທີ່ມີຊີວິດຊີວາຫຼາຍຢ່າງມາໃຫ້ແກ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ, ປະກອບສ່ວນອະນຸລັກຮັກສາ ແລະ ໂຄສະນາ​​ຄຸນຄ່າ​ທາງດ້ານວັດທະນະທຳ​ບັນດາ​ເຜົ່າ​ຢູ່​ແຂວງ ຮ່າຢາງ.

ແຫຼມເຊີນ​ຈ່າ - ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່ດູດດຶງໃຈ ໃຫ້ແກ່ນັກທ່ອງທ່ຽວ​ມາ​ຢ້ຽມ​ຢາມດ່າໜັງ ແຫຼມເຊີນ​ຈ່າ - ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່ດູດດຶງໃຈ ໃຫ້ແກ່ນັກທ່ອງທ່ຽວ​ມາ​ຢ້ຽມ​ຢາມດ່າໜັງ
ນັກທ່ອງທ່ຽວມົວເມົາ ພິຊິດ Fansipan , ນັກທ່ອງທ່ຽວມົວເມົາ ພິຊິດ Fansipan , "ຫຼັງຄາເຮືອນຂອງອິນດູຈີນ"

ຕອນ​ບ່າຍ​ວັນ​ທີ 14 ມີນາ, ຄະນະນັກທ່ອງທ່ຽວ​ປະມານ 20 ຄົນ​ໄດ້​ເດີນທາງອອກ​ຈາກ​ຮ່າ​ໂນ້ຍ ​ໄປ​ຢ້ຽມ​ຊົມ​ຫໍພິພິທະ​ພັນ ຮ່າຢາງ (ເຮືອນເລກທີ 148 ຖະໜົນ ເຈິ່ນຮຶງດ້າວ, ຕາ​ແສງ ຫງວຽນຈ໊າຍ, ນະຄອນ ຮ່າຢາງ, ​ແຂວງ ຮ່າຢາງ). ຈຸດ​ທຳ​ອິດ​ທີ່​ຄະນະນັກທ່ອງທ່ຽວ​ໄດ້​ຢຸດ​ຊົມແມ່ນ​ເຂດ​ເປີດຫ້ອງໂຖງໃຫຍ່ທີ່ມີແຜ່ນປ້າຍຈັັດລຽງຕາມລຳດັບ, ດ້ານໜ້າ​ແມ່ນ​ຄຳ​ວ່າ “ຫໍພິພິທະ​ພັນ ຮ່າຢາງ”, ດ້ານ​ຫລັງ​ແມ່ນ​ຮູບ​ພາບ​ບັນດາ​ສະຖານ​ທີ່​ທີີ່ມີ​ຊື່​ສຽງ ​ແລະ ທິວ​ທັດ​ທີ່​ສວຍ​ງາມ​ຂອງ​ແຂວງ. ສີສັນ ແລະ ລວດລາຍຂອງ​ປ້າຍເຮັດໃຫ້ນຶກເຖິງບັນດາຊົນເຜົ່າຢູ່ໃນພື້ນທີ່ລວມ ເຊິ່ງ​ໄດ້​ຮັບແຮງບັນດານ​ໃຈ​ຈາກ​ສີສັນ​ຂອງ​ຊຸດ​ອາພອນ​ຂອງ​ຊາວ​ເຜົ່າ ຮ່າຢາງ.

Hướng dẫn viên Lê Thị Ngọc Anh hướng dẫn du khách trải nghiệm âm thanh của chuông chùa Bình Lâm, một bảo vật quốc gia, chỉ thông qua thao tác chạm màn hình. (Ảnh: Minh Thái)  ຜູ້ນຳທ່ຽວ Lê Thị Ngọc Anh ແນະນຳໃຫ້ນັກທ່ອງທ່ຽວໄດ້ສຳຜັດກັບສຽງກະດິ່ງຂອງ chùa Bình Lâm, ເປັນສົມບັດຂອງຊາດ, ພຽງແຕ່ແຕະໜ້າຈໍ. (ພາບ: Minh Thái)
ຜູ້ນຳທ່ຽວ ເລທິງອກແອັງ ແນະນຳໃຫ້ນັກທ່ອງທ່ຽວໄດ້ສຳຜັດກັບສຽງລະຄັງຂອງວັດ ບິ່ງເລິມ, ເຊິ່ງເປັນວັດຖຸພັນລະດັບຊາດ, ໂດຍການພຽງແຕ່ແຕະໜ້າຈໍ. (ພາບ: Minh Thái)

ໃນນຸ່ງ​ຊຸດ​ອາພອນ​ພື້ນ​ເມືອງ​ຂອງ​ຊາວ​ເຜົ່າ ປ່າແຖນ, ນາງ ເລທິງອກແອັງ, ຜູ້ນຳ​ທ່ຽວ​ຂອງ​ຫໍພິພິດທະ​ພັນ ຮ່າຢາງ ​ໄດ້​ແນະນຳ​ໃຫ້​ບັນດາຜູ້​ເຂົ້າ​ຊົມ​ການ​ວາງສະ​ແດງ​ຢູ່​ຫໍພິພິທະ​ພັນເທື່ອລະຄົນ​. ດ້ວຍ​ຫົວ​ຂໍ້ທີ່​ວ່າ “ແຂວງ ຮ່າຢາງ ບັນດາຂີດໝາຍທາງ​ດ້ານປະຫວັດສາດ​”, ຊັ້ນ 1 ​ໄດ້​ວາງສະ​ແດງ​ວັດຖຸ​ບູຮານ​ປະມານ 50 ຢ່າງ, ​ໃນ​ນັ້ນ​ມີ​ສັດ​ທະ​ເລ​ກາຍເປັນຫີນຫຼາຍ​ຊະນິດ ​ແລະ ​ຕະກອນ​ຫີນ​ປູນທີ່​ມີ​ອາຍຸ​ແຕ່ 500.000 ​ເຖິງ 5.000.000 ​ປີ; ຮອ່ງຮອຍຂອງຄົນປະຖົມບູຮານຕ່າງໆ. ມີຮູບ​ພາບ, ​ວັດ​ຖຸ​ບູ​ຮານ​ຫຼາຍ​ຢ່າງ​ກ່ຽວ​ກັບ​ຂະ​ບວນ​ການເຕົ້າໂຮມຂອງ​ບັນ​ດາ​ເຜົ່າ​ຢູ່ ຮ່າຢາງ; ການ​ຕໍ່ສູ້​ເພື່ອ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ ​ແລະ ຄວາມ​ໝັ້ນຄົງ​ທາງ​ຊາຍ​ແດນ​ນັບ​ແຕ່​ສະຕະວັດ​ທີ 10 ​ໄປ​ຈົນ​ຮອດ​ໄລຍະ​ຕ້ານ​ຝະຣັ່ງ, ອາ​ເມ​ລິ​ກາ ​ແລະ ສົງຄາມ​ປົກ​ປັກ​ຮັກສາ​ຊາຍ​ແດນ​ພາກ​ເໜືອ​ກໍ່​ໄດ້ວາງ​ສະ​ແດງ​ຢູ່​ທີ່​ນີ້.

ຊັ້ນ 2 ເປັນ​ບ່ອນ​ວາງສະ​ແດງ​ດ້ວຍ​​ຫົວ​ຂໍ້ທີ່​ວ່າ: ສາມເຂດນິເວດ, ວັດທະນະທໍາທີ່ຫຼາກຫຼາຍ ແລະ ການສ້າງຊີວິດໃຫມ່. ດ້ວຍຫນ້າຈໍໂຄ້ງຂະຫນາດໃຫຍ່, ນັກທ່ອງທ່ຽວມີຄວາມຮູ້ສຶກຄືກັບວ່າພວກເຂົາໄດ້ເຂົ້າໄປໃນທິວທັດທໍາມະຊາດໃນສາມເຂດນິເວດດັ່ງກ່າວ. ພິ​ເສດ, ນັກ​ທ່ອງ​ທ່ຽວ​ສາມາດ​ຮຽນ​ຮູ້, ຄົ້ນຫາ, ມີ​ການປະສົມກົມກຽວກັບພືດ ແລະ ສັດທີ່ຫຼາກຫຼາຍ, ທິວທັດທຳມະຊາດທີ່ອຸດົມສົມບູນ ແລະ ແນະນຳບັນດາສະຖານທີ່, ຈຸດທ່ອງທ່ຽວທີ່ໜ້າສົນໃຈເພື່ອສ້າງແຜນໄປທັດສະນະສືກສາ ແລະ ຄົ້ນຫາຄັ້ງຕໍ່ໄປ.

ຖັດ​ໄປ​ແມ່ນ​ບ່ອນ​ວາງສະ​ແດງ​ວັດທະນະທຳ​ທີ່​ຫຼາກ​ຫຼາຍ, ​ເປັນ​ບ່ອນເຕົ້າໂຮມ​ຂອງ 19 ຊົນ​ເຜົ່າ. ​ຈາກ​ສອງໜ້າ​ຈໍ​ສຳ​ພັດ ​ແລະ ບັນດາຮູບ​ພາບ, ວັດຖຸພັນ, ນັກ​ທ່ອງ​ທ່ຽວ​ສາມາດ​ຄົ້ນຫາ​ບັນດາ​ຮ່ອງຮອຍລັກສະນະສະເພາະທາງດ້ານ​ວັດທະນະທຳ​ຂອງ​ບັນດາຊົນ​ເຜົ່າ​ຄື: ງານ​ບຸນ ​ກາວ​ຕ່າວ, ອາຊີບ​ປູກລິນິນ ​ແລະ ການ​ຖັກ​ແສ່ວ​ຂອງ​ຊາວ​ເຜົ່າ​ມົ້ງ; ງານ​ບຸນ​ລົງທົ່ງ, ພິທີ​ໄຫວ້ພະຈັນ​ຂອງ​ຊາວ​ເຜົ່າ​ໄຕ; ໄຫວ້ບັນພະບູລຸດ ແລະ ໄຫວ້ກອງທອງແດງ ຂອງຊາວເຜົ່າ ໂລໂລ; ພິທີ​ເຕັ້ນ​ກອງໄຟ​ຂອງ​ຄົນປ່າແຖນ... ​ນອກ​ນີ້, ຫໍພິພິທະ​ພັນ​ຍັງ​ໄດ້​ວາງສະ​ແດງ ​ແລະ ແນະນຳອາຊີບ​ຫັດຖະກຳ​ພື້ນ​ເມືອງ​ຈຳນວນ​ໜຶ່ງ, ​ມີລັກສະນະສະເພາະຕ່າງໆ​ຄື​: ການຫຼອມເຫຼັກ, ຕີ​ເງິນ, ​ການເຮັດດິນຂໍ, ຊ່າງ​ໄມ້, ​ການເຮັດ​ເຈ້ຍ, ງານຫຍິບປັກຖັກ​ແສ່ວ... ​ໂດຍ​ຜ່ານ​ລະບົບຫນ້າຈໍສໍາພັດ, ແຜ່ນຮູບເງົາສາລະຄະດີຕ່າງໆ, ຜູ້ຊົມເບິ່ງພາບລວມຂອງມໍລະດົກວັດທະນະທຳທີ່ບໍ່ເປັນວັດຖຸ ເຊິ່ງໄດ້ຮັບຮອງວ່າເປັນມໍລະດົກທາງດ້ານວັດທະນະທຳທີ່ບໍ່ເປັນວັດຖຸລະດັບຊາດ.

ເຂດວາງສະແດງສຸດທ້າຍຂອງຫໍພິພິດທະພັນມີຫົວຂໍ້ວ່າ: “ສ້າງຊີວິດໃໝ່”, ໃນນັ້ນລວມມີຮູບພາບບັນດາໂຄງການກໍ່ສ້າງທີ່ພົ້ນເດັ່ນ, ເປັນແບບຢ່າງຂອງຄົນດີ, ເຮັດວຽກດີຢູ່ແຂວງ ຮ່າຢາງ ສະແດງໃຫ້ເຫັນການພັດທະນາຈາກແຂວງທີ່ທຸກຍາກທີ່ສຸດໃນປະເທດນີ້ ໄດ້ເຊື່ອມໂຍງເຂົ້າກັບການ​ພັດ​ທະ​ນາ​ລວມຂອງທົ່ວປະ​ເທດ​.

Ông Moises Perez Mokk ấn tượng với các di tích lịch sử - văn hóa tại Hà Giang. (Ảnh: Minh Thái)  ທ່ານ Moises Perez Mokk ມີ​ຄວາມ​ປະ​ທັບ​ໃຈ​ກ່ຽວກັບຮ່ອງຮອຍ​ປະ​ຫວັດ​ສາດ ແລະ ວັດ​ທະ​ນະ​ທຳ​ຢູ່ ແຂວງ Hà Giang (ພາບ: Minh Thái)
ທ່ານ Moises Perez Mokk ມີ​ຄວາມ​ປະ​ທັບ​ໃຈ​ກ່ຽວກັບຮ່ອງຮອຍ​ປະ​ຫວັດ​ສາດ ແລະ ວັດ​ທະ​ນະ​ທຳ​ຢູ່ ແຂວງ ຮ່າຢາງ (ພາບ: Minh Thái)

ທ່ານ Moises Perez Mokk, ນັກ​ຂ່າວຫ້ອງການ​ສຳ​ນັກ​ຂ່າວ ອາເມລິກາ ລາຕິນ Prensa Latin Cuba ໄດ້ກ່າວວ່າ: ການ​ຢ້ຽມ​ຢາມ​ຫໍ​ພິ​ພິ​ທະ​ພັນ​ໄດ້​ນຳ​ມາເຊິ່ງ​ປະ​ສົບ​ການ​ທີ່​ໜ້າ​ສົນ​ໃຈ, ເຂົ້າ​ໃຈ​ຕື່ມ​ກ່ຽວ​ກັບ​ປະ​ຫວັດ​ສາດ​ຫວຽດ​ນາມ ເວົ້າລວມ ແລະ ​ເຂດ​ດິນແດນ​ຂອງແຂວງ ຮ່າຢາງ ເວົ້າ​ສະ​ເພາະ. ທ່ານມີຄວາມປະທັບໃຈຫຼາຍກ່ຽວກັບການນໍາໃຊ້ການຫັນເປັນດິຈີຕອນຂອງຫໍພິພິທະພັນດ້ວຍໜ້າຈໍ 3 ມິຕິ maping, ໜ້າຈໍແບບ Panorama ຂະໜາດໃຫຍ່ ປະສົມກົມກຽວກັບບັນດາວັດຖຸພັນ...ຊ່ວຍໃຫ້ ທ່ານ Moises Perez Mokk ໄດ້ມີປະສົບການຕົວຈິງ ແລະ ເຊື່ອມຕໍ່ກັບຄຸນຄ່າປະຫວັດສາດ, ເອກະລັກວັດທະນະທຳ. ພື້ນ​ເມືອງ​ຂອງ​ບັນດາ​ເຜົ່າ​ຢູ່​ແຂວງ ຮ່າຢາງ ໄດ້ຢ່າງ​ແທ້​ຈິງ​ທີ່​ສຸດ.

​ນາງ ແທັງງາ, ສະມາຊິກໃນ​ຄະນະ​ນັກທ່ອງທ່ຽວ ​ຮ່າ​ໂນ້ຍ ກໍ່​ສະ​ແດງ​ຄວາມເພຶ່ງພໍ​ໃຈ​ຕໍ່ການ​ສຳຜັດວັດຖຸພັນຜ່ານອຸປະກອນດິຈີຕອນ. "ພຽງແຕ່ໃຊ້ມືສໍາຜັດກັບຮູບພາບຂອງລະຄັງຢູ່ໃນຫນ້າຈໍ ຂ້າພະເຈົ້າກໍ່ສາມາດໄດ້ຍິນສຽງດັງກ້ອງຂອງລະຄັງ ແລະ ເບິ່ງຂໍ້ມູນສະເພາະຂອງແຕ່ລະວັດຖຸພັນໄດ້" ນາງ ແທັງງາ ກ່າວ.

ຜູ້ນຳທ່ຽວ ເລທິງອກແອັງ ໃຫ້ຮູ້ວ່າ: ແນວຄວາມຄິດວາງສະແດງຂອງຫໍພິພິທະພັນໄດ້ຮັບການອອກແບບໂດຍນັກຊ່ຽວຊານຊາວຝະຣັ່ງ ແລະ ກຸ່ມຜູ້ຮ່ວມງານທີ່ມີຄວາມຮູ້ກ່ຽວກັບຮີດຄອງປະເພນີ, ສັງຄົມຂອງເຂດດິນແດນແຂວງ ຮ່າຢາງ. ແທນ​ທີ່ການ​ວາງ​ສະ​ແດງວັດຖຸພັນ​ໃນ​ປະ​ລິ​ມານຫຼວງຫຼາຍ, ຫນາ​ແຫນ້ນ​, ຕາມການເວລາ, ຫໍພິ​ພິທະ​ພັນ​ເລືອກ​ເອົາ​ວັດຖຸພັນທີ່ພົ້ນເດັ່ນ, ສ້າງຈຸດເນັ້ນກ່ຽວກັບ​ປະ​ຫວັດ​ສາດ, ຊ່ວຍໃຫ້ນັກທ່ອງທ່ຽວມີທັດສະນະລວມ, ປະສົມປະສານກັບສີສັນທີ່ສົດໃສ, ແສງສະຫວ່າງ, ສຽງທີ່ມີຊິວິດຊີວາ. ຢູ່ທີ່ເຂດວາງສະ​ແດງຕ່າງໆ, ​ຂໍ້ມູນທົ່ວໄປກ່ຽວກັບ​​ເຂດດິນແດນ ​ແລະ ຊາວແຂວງ ຮ່າຢາງ ກໍ່ໄດ້​ຮັບ​ການ​ຄົ້ນຫາໂດຍຜ່ານ​ບັນດາການແບ່ງເປັນແຕ່ລະ​ຫົວ​ຂໍ້ ແລະ ໄດ້ຮັບການຫນູນຊ່ວຍໂດຍອຸປະກອນເຕັກໂນໂລຢີ ພ້ອມກັບສັນຍາລັກທີ່ສະແດງຢ່າງມີໂລຊິກ ມີວິທະຍາສາດແລະ ສີສັນທີ່ຫນ້າປະທັບໃຈ.

“ພວກ​ຂ້າພະ​ເຈົ້າ​ຍັງໄດ້ປະສານ​ສົມທົບ​ກັບ​ບັນດາ​ໂຮງຮຽນ​ຈັດ​ຕັ້ງ​ບັນດາກິດຈະກໍາລົງຕົວຈິງ​ຢູ່​ຫໍພິພິທະ​ພັນລວມມີ: ການ​​ຫຼິ້ນ​ພື້ນ​ເມືອງ, ​ ຫຼິ້ນເດື່ອງດ່າງ, ​ຕີໝາກຄ່າງ, ​ຍ່າງໄມ້ສູງ, ເຕັ້ນສາບ, ຕໍາເຂົ້າດ້ວຍຄົກມອງ, ແຕ້ມຮູບ ແລະ ການຫຼິ້ນອື່ນໆ... ສິ່ງເຫຼົ່ານັ້ນ​ໄດ້​ປະກອບສ່ວນ​ສຶກສາ​ໃຫ້ແກ່ລູກຫຼານນັກສຶກສາກ່ຽວກັບປະເພນີ ແລະ ການຮັກສາຄຸນຄ່າປະຫວັດສາດ. ຍ້ອນ​ໄດ້​ຮັບ​ການ​ປັບປຸງ​ຫຼາຍ​ຢ່າງໃນ​ເຕັກ​ໂນ​ໂລ​ຊີ​ວາງສະ​ແດງ, ປະສົມປະສານ​ກັບຮີດຄອງ​ປະ​ເພນີ ​ແລະ ຄວາມທັນ​ສະ​ໄໝເຂົ້າກັນ ຈິ່ງເຮັດໃຫ້ຫໍພິພິທະ​ພັນ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ທຸກເກນອາຍຸ​ມາ​ຮຽນຮູ້, ມາທັດສະນະ ​ແລະ ສໍາຜັດປະສົບ​ການ​ຕົວຈິງນັບ​ມື້​ນັບ​ຫຼາຍ​ຂຶ້ນ”.

ຫໍພິພິທະພັນ ຮ່າຢາງ ເປີດແຕ່ວັນອັງຄານ ຫາ ວັນອາທິດ ຂອງທຸກໆອາທິດ. ຕອນເຊົ້າແຕ່ 8 ໂມງ ຫາ 11 ໂມງ; ຕອນບ່າຍ ເວລາ 2 ໂມງ ຫາ 5 ໂມງ.

ຄ່າ​ທຳ​ນຽມ​ດັ່ງ​ນີ້: ສຳລັບ​ເດັກ​ອາຍຸ​ແຕ່ 6 ປີ​ເຖິງ 16 ປີ​ແມ່ນ 10.000 ດົ່ງ/ຄົນ/ຄັ້ງ; ນັກຮຽນອາຍຸ 16 ປີຂຶ້ນໄປ, ນັກສຶກສາ 15.000 ດົ່ງ/ຄົນ/ຄັ້ງ; ຜູ້ໃຫຍ່ 30,000 ດົ່ງ/ຄົນ/ຄັ້ງ.

ໂຮງ​ແຮມ​ຫວຽດ​ນາມ 3 ແຫ່ງ​ ແມ່ນນອນໃນບັນດາ​ໂຮງ​ແຮມ​ອັນ​ດັບ​ໜຶ່ງ​ໃນ​ໂລກ ໂຮງ​ແຮມ​ຫວຽດ​ນາມ 3 ແຫ່ງ​ ແມ່ນນອນໃນບັນດາ​ໂຮງ​ແຮມ​ອັນ​ດັບ​ໜຶ່ງ​ໃນ​ໂລກ
ຫວຽດນາມ - ເຊຍຣາ ຊຸກຍູ້ການຮ່ວມມືດ້ານກະສິກຳ ແລະ ຫັນເປັນລະບົບດິຈິຕອລ ຫວຽດນາມ - ເຊຍຣາ ຊຸກຍູ້ການຮ່ວມມືດ້ານກະສິກຳ ແລະ ຫັນເປັນລະບົບດິຈິຕອລ

ທອງມີ ສີຫາວົງ

ເບິ່ງເພີ່ມເຕີມໃນ: ພູມລໍາເນົາ ແລະ ຜູ້ຄົນ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.