ປັບປຸງການຈັດຕັ້ງຊຸມຊົນຄົນຫວຽດນາມ ຢູ່ 18 ແຂວງ, ນະຄອນ ຂອງລາວ

16:17 | 15/07/2026

ຍສໝ - ໃນວັນທີ 14 ກໍລະກົດ, ຄະນະຄຸ້ມຄອງຄົນຫວຽດນາມ ປະຈຳແຂວງ ວຽງຈັນ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ໂດຍມີສະມາຊິກທັງໝົດ 9 ທ່ານ. ເຫດການດັ່ງກ່າວ ໄດ້ເປັນຂີດໝາຍແຫ່ງການປັບປຸງ ລະບົບການຈັດຕັ້ງຊຸມຊົນຄົນຫວຽດນາມ ຢູ່ທົ່ວທຸກ 18 ແຂວງ, ນະຄອນຫຼວງ ຂອງລາວ ໃຫ້ມີຄວາມສົມບູນແບບ, ປະກອບສ່ວນຍົກສູງປະສິດທິຜົນພາຍໃນການຊ່ວຍເຫຼືອພໍ່ແມ່ປະຊາຊົນ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ຫວຽດນາມ - ລາວ.

ຟົດຟື້ນການແຂ່ງຂັນເຕະບານຮັດແໜ້ນຄວາມສາມັກຄີຂອງຊຸມຊົນຄົນຫວຽດນາມ ຢູ່ ແຂວງ ອີຊິກາວະ (ປະເທດຍີ່ປຸ່ນ)
ປື້ມບັນທຶກການຂຸດຄົ້ນສັດນ້ຳແບບເອເລັກໂຕຣນິກ: ບາດກ້າວບຸກທະລຸໃນການຫັນເປັນທັນສະໄໝຂະແໜງການປະມົງ ຢູ່ ນະຄອນ ໂຮ່ຈີມິນ

ຕາມຂໍ້ມູນຈາກ ສະຖານເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ, ພິທີປະກາດຂໍ້ຕົກລົງສ້າງຕັ້ງ ຄະນະຄຸ້ມຄອງຄົນຫວຽດນາມ ປະຈຳແຂວງ ວຽງຈັນ ແມ່ນໄດ້ຈັດຕັ້ງຂຶ້ນຢູ່ທີ່ ຫ້ອງວ່າການອຳນາດການປົກຄອງແຂວງ ວຽງຈັນ.

ເຂົ້າຮ່ວມພິທີໃນຄັ້ງນີ້ມີ: ທ່ານ ສີວຽງໄຊ ອໍລະບູນ, ຮອງເຈົ້າແຂວງ, ປະທານຄະນະກຳມະການຄຸ້ມຄອງຄົນຫວຽດນາມ ແຂວງ ວຽງຈັນ; ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ຫງວຽນມິງເຕິມ; ທ່ານ ພົນຈັດຕະວາ ຮວິ່ງເຕິ່ນແຮັ້ງ, ຫົວໜ້າກອງຕາງໜ້າ ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ປະຈຳລາວ; ພ້ອມດ້ວຍ ຕາງໜ້າຫ້ອງການທູດຝ່າຍປ້ອງກັນຊາດ, ອົງການທູດຝ່າຍການຄ້າ ຫວຽດນາມ ປະຈຳລາວ, ສະມາຄົມໃຫຍ່ຄົນຫວຽດນາມ ຢູ່ລາວ, ພະນັກງານສະຖານເອກອັກຄະລັດຖະທູດ ຫວຽດນາມ ແລະ ພໍ່ແມ່ປະຊາຊົນຄົນຫວຽດນາມ ທີ່ພວມດຳລົງຊີວິດ, ອອກແຮງງານ ແລະ ດຳເນີນທຸລະກິດ ຢູ່ແຂວງ ວຽງຈັນ ເຂົ້າຮ່ວມຢ່າງຫຼວງຫຼາຍ.

ປັບປຸງການຈັດຕັ້ງຊຸມຊົນຄົນຫວຽດນາມ ຢູ່ 18 ແຂວງ, ນະຄອນ ຂອງລາວ
ສະມາຄົມໃຫຍ່ຄົນຫວຽດນາມ ຢູ່ລາວ ປະສານສົມທົບກັບ ວັດບາງລອງ ຈັດຕັ້ງແຜນງານ “ຄ່ຳຄືນບຸນໄຫວ້ພະຈັນ” ເນື່ອງໃນໂອກາດບຸນໄຫວ້ພະຈັນ.

ການປັບປຸງລະບົບການຈັດຕັ້ງຊຸມຊົນຄົນຫວຽດນາມ ຢູ່ລາວ ໃຫ້ມີຄວາມສົມບູນແບບ

ຕາມຂໍ້ຕົກລົງທີ່ໄດ້ຮັບການປະກາດໃນພິທີ, ຄະນະຄຸ້ມຄອງຄົນຫວຽດນາມ ປະຈຳແຂວງ ວຽງຈັນ ປະກອບມີສະມາຊິກທັງໝົດ 9 ທ່ານ ທີ່ເປັນຕົວແທນໃຫ້ແກ່ຊຸມຊົນຄົນຫວຽດນາມ ຢູ່ໃນທ້ອງຖິ່ນ. ໂດຍແມ່ນທ່ານ ໄມຫາຍລອງ ໄດ້ຮັບມອບໝາຍໃຫ້ດຳລົງຕຳແໜ່ງເປັນປະທານ; ທ່ານ ໄມຈຽນຢຸງ ແລະ ທ່ານ ຫວໍດ້າຍທັນ ດຳລົງຕຳແໜ່ງເປັນຮອງປະທານ.

ກ່າວຄຳປາໄສຢູ່ທີ່ພິທີ, ທ່ານເອກອັກຄະລັດຖະທູດ ຫງວຽນມິງເຕິມ ໄດ້ຕີລາຄາວ່າ ການສ້າງຕັ້ງຄະນະຄຸ້ມຄອງຄົນຫວຽດນາມ ປະຈຳແຂວງ ວຽງຈັນ ແມ່ນຂີດໝາຍອັນສຳຄັນ ພາຍໃນວຽກງານຕໍ່ກັບຄົນຫວຽດນາມ ຢູ່ລາວ.

ຄຽງຄູ່ກັບການຈົດຈຳ ແລະ ຍົກຍ້ອງບັນດາການປະກອບສ່ວນຂອງຊຸມຊົນຄົນຫວຽດນາມ ຕໍ່ກັບການພັດທະນາເສດຖະກິດ - ສັງຄົມ ຂອງແຂວງ ວຽງຈັນ ແລ້ວ, ເຫດການດັ່ງກ່າວ ຍັງໄດ້ເຮັດໃຫ້ລະບົບການຈັດຕັ້ງຊຸມຊົນຄົນຫວຽດນາມ ຢູ່ທົ່ວທຸກ 18/18 ແຂວງ, ນະຄອນຫຼວງ ຂອງລາວ ມີຄວາມສົມບູນແບບ.

ຕາມທ່ານເອກອັກຄະລັດຖະທູດແລ້ວ, ນີ້ແມ່ນພື້ນຖານເພື່ອສືບຕໍ່ຮັດແໜ້ນຄວາມສາມັກຄີພາຍໃນຊຸມຊົນ, ຍົກສູງປະສິດທິຜົນພາຍໃນການຊ່ວຍເຫຼືອ ແລະ ປົກປ້ອງພົນລະເມືອງ, ພ້ອມທັງຜັນຂະຫຍາຍບັນດາການເຄື່ອນໄຫວມຸ່ງຫາບ້ານເກີດເມືອງນອນ, ປະເທດຊາດ.

ທ່ານເອກອັກຄະລັດຖະທູດ ຫງວຽນມິງເຕິມ ໄດ້ສະແດງຄວາມຂອບໃຈຕໍ່ກັບການນຳແຂວງ ວຽງຈັນ ແລະ ບັນດາອົງການຈັດຕັ້ງທີ່ມີສິດອຳນາດຂອງທ້ອງຖິ່ນ ທີ່ໄດ້ໃຫ້ຄວາມສົນໃຈ, ສ້າງເງື່ອນໄຂອັນສະດວກໃຫ້ແກ່ຊຸມຊົນຄົນຫວຽດນາມ, ພ້ອມທັງປະສານສົມທົບກັບ ສະຖານເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ເພື່ອເຮັດໃຫ້ບັນດາຂັ້ນຕອນການສ້າງຕັ້ງຄະນະຄຸ້ມຄອງມີຄວາມສົມບູນ.

ທ່ານເອກອັກຄະລັດຖະທູດ ໄດ້ຈົດຈຳ ແລະ ຍົກຍ້ອງຊຸມຊົນຄົນຫວຽດນາມ ປະຈຳແຂວງ ວຽງຈັນ ໃນໄລຍະຜ່ານມາ ທີ່ໄດ້ປະຕິບັດຕາມກົດໝາຍຂອງປະເທດເຈົ້າພາບເປັນຢ່າງດີ, ຮັກສາເອກະລັກວັດທະນະທຳຂອງຊາດ, ຕັ້ງໜ້າອອກແຮງງານ, ດຳເນີນທຸລະກິດ ແລະ ປະກອບສ່ວນເຂົ້າໃນການພັດທະນາຂອງທ້ອງຖິ່ນ ກໍຄືສາຍພົວພັນ ຫວຽດນາມ - ລາວ.

ເພີ່ມທະວີການຊ່ວຍເຫຼືອຊຸມຊົນ, ຮັກສາພາສາຫວຽດ

ທ່ານເອກອັກຄະລັດຖະທູດ ຫງວຽນມິງເຕິມ ໄດ້ສະເໜີໃຫ້ຄະນະຄຸ້ມຄອງ ປະສານສົມທົບຢ່າງແໜ້ນແຟ້ນກັບ ສະມາຄົມໃຫຍ່ຄົນຫວຽດນາມ ຢູ່ລາວ, ເພື່ອກຳແໜ້ນຄວາມຄິດຈິດໃຈ, ຄວາມມຸ່ງມາດປາດຖະໜາຢ່າງທັນການ ແລະ ຊ່ວຍເຫຼືອພໍ່ແມ່ປະຊາຊົນແກ້ໄຂບັນດາບັນຫາທີ່ເກີດຂຶ້ນ ພາຍໃນຂະບວນການດຳລົງຊີວິດ, ການຮ່ຳຮຽນ, ການອອກແຮງງານ ແລະ ການດຳເນີນທຸລະກິດ.

ຄະນະຄຸ້ມຄອງ ກໍໄດ້ຮັບການສະເໜີໃຫ້ຈັດຕັ້ງບັນດາການເຄື່ອນໄຫວທາງດ້ານວັດທະນະທຳ, ການສຶກສາ, ການຮັກສາເອກະລັກຂອງຊາດ ແລະ ການຮັກສາວຽກງານການຮຽນ-ການສອນພາສາຫວຽດ ພາຍໃນຊຸມຊົນຢ່າງມີປະສິດທິຜົນ.

ທ່ານເອກອັກຄະລັດຖະທູດ ຢືນຢັນວ່າ ສະຖານເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ຈະຮ່ວມເດີນທາງ, ແນະນຳ ແລະ ສະໜັບສະໜູນຄະນະຄຸ້ມຄອງ ພາຍໃນຂະບວນການເຄື່ອນໄຫວ; ພ້ອມທັງສະແດງຄວາມມຸ່ງຫວັງວ່າ ອຳນາດການປົກຄອງແຂວງ ວຽງຈັນ ຈະສືບຕໍ່ສ້າງເງື່ອນໄຂ ເພື່ອໃຫ້ຊຸມຊົນຄົນຫວຽດນາມ ມີຄວາມສະຖຽນລະພາບໃນການດຳລົງຊີວິດ ແລະ ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ທ້ອງຖິ່ນ.

ຕາງໜ້າການນຳແຂວງ ວຽງຈັນ ໃຫ້ຮູ້ວ່າ, ການສ້າງຕັ້ງຄະນະຄຸ້ມຄອງ ແມ່ນບາດກ້າວເດີນທີ່ຈຳເປັນ ແນໃສ່ນຳເອົາວຽກງານການຄຸ້ມຄອງ, ການຊ່ວຍເຫຼືອຊຸມຊົນຄົນຫວຽດນາມ ຢູ່ໃນທ້ອງຖິ່ນເຂົ້າສູ່ລະບຽບແບບແຜນ. ອົງການຈັດຕັ້ງນີ້ ຈະກາຍເປັນຫົວໜ່ວຍປະສານງານ ລະຫວ່າງຊຸມຊົນຄົນຫວຽດນາມ ກັບອຳນາດການປົກຄອງທ້ອງຖິ່ນ ແລະ ບັນດາອົງການຈັດຕັ້ງທີ່ກ່ຽວຂ້ອງ, ໂດຍຜ່ານນັ້ນ ປະກອບສ່ວນເພີ່ມທະວີສາຍພົວພັນຄວາມສາມັກຄີພິເສດ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ລາວ - ຫວຽດນາມ.

ທ່ານ ໄມຫາຍລອງ ໃຫ້ຮູ້ວ່າ ຄະນະຄຸ້ມຄອງ ຈະເສີມຂະຫຍາຍຈິດໃຈແຫ່ງຄວາມສາມັກຄີ, ຄວາມຮັບຜິດຊອບ, ປະຕິບັດບົດບາດເປັນຂົວຕໍ່ລະຫວ່າງຊຸມຊົນ ກັບອຳນາດການປົກຄອງທ້ອງຖິ່ນ ແລະ ສະຖານເອກອັກຄະລັດຖະທູດເປັນຢ່າງດີ, ປະກອບສ່ວນສ້າງສາຊຸມຊົນຄົນຫວຽດນາມ ປະຈຳແຂວງ ວຽງຈັນ ໃຫ້ມີຄວາມສະຖຽນລະພາບ, ສາມັກຄີ ແລະ ຂະຫຍາຍຕົວ.

ເພີ່ມພູນຄູນສ້າງສາຍມິດຕະພາບ ຜ່ານແຜນງານການແລກປ່ຽນນາຍທະຫານໜຸ່ມ ຊາຍແດນ ຫວຽດນາມ - ລາວ ເພີ່ມພູນຄູນສ້າງສາຍມິດຕະພາບ ຜ່ານແຜນງານການແລກປ່ຽນນາຍທະຫານໜຸ່ມ ຊາຍແດນ ຫວຽດນາມ - ລາວ

ຍສໝ - ໃນຂອບເຂດແຜນງານ ການແລກປ່ຽນມິດຕະພາບປ້ອງກັນຊາດ ຊາຍແດນ ຫວຽດນາມ - ລາວ ຄັ້ງທີ 3, ຫວ່າງມໍ່ໆມານີ້, ຢູ່ທີ່ຕາແສງ ກິມບ໋າງ, ແຂວງ ເຫງະອານ, ໄດ້ມີບັນດາກິດຈະກຳເປີດສາກ ແຜນງານການແແລກປ່ຽນນາຍທະຫານໜຸ່ມ ຊາຍແດນ ຫວຽດນາມ - ລາວ ປະຈຳປີ 2026.

ນາຍທະຫານໜຸ່ມຊາຍແດນ ຫວຽດນາມ - ລາວ ຖະໜອມບຳລຸງສາຍພົວພັນມິດຕະພາບ ຈາກບັນດານາທີ່ຢູ່ແນວໜ້າ ນາຍທະຫານໜຸ່ມຊາຍແດນ ຫວຽດນາມ - ລາວ ຖະໜອມບຳລຸງສາຍພົວພັນມິດຕະພາບ ຈາກບັນດານາທີ່ຢູ່ແນວໜ້າ

ຍສໝ - ພາຍໃນຂອບເຂດໂຄງການພົບປະແລກປ່ຽນນາຍທະຫານໜຸ່ມຊາຍແດນ ຫວຽດນາມ - ລາວ ປີ 2026, ໃນຄ່ຳຄືນວັນທີ 4 ກໍລະກົດ ຢູ່ທີ່ແຂວງ ເຫງະອານ ໄດ້ມີການຈັດຕັ້ງງານເສວະນາ, ພົບປະແລກປ່ຽນ ພາຍໃຕ້ຫົວຂໍ້ "ມິດຕະພາບສະໜິດແໜ້ນ - ກ້າວເດີນຢ່າງໝັ້ນຄົງສູ່ອະນາຄົດ". ໂຄງການດັ່ງກ່າວ ບໍ່ພຽງແຕ່ແມ່ນໂອກາດເພື່ອໃຫ້ນາຍທະຫານໜຸ່ມສອງປະເທດ ໄດ້ແບ່ງປັນບົດຮຽນວຽກງານເທົ່ານັ້ນ, ແຕ່ຍັງສືບຕໍ່ຢັ້ງຢືນເຖິງບົດບາດຂອງຮຸ່ນໜຸ່ມ ພາຍໃນການຮັກສາເສັ້ນຊາຍແດນສັນຕິພາບ, ຖະໜອມບຳລຸງສາຍພົວພັນຄວາມສາມັກຄີພິເສດ ...

ເບິ່ງເພີ່ມເຕີມໃນ: ຊາວຫວຽດນາມອາໃສຢູ່ຕ່າງປະເທດ

ເບິ່ງເພີ່ມເຕີມ