ຄວາມສວຍສົດງົດງາມທີ່ສະຫງົບງຽບຂອງບ້ານຊາວປະມົງ ວຸງວຽງ ດຶງດູດນັກທ່ອງທ່ຽວສາກົນ

16:42 | 20/08/2024

ຍສໝ - ມີຫຼາຍ​ວາລະສານທີ່ນັກ​ທ່ອງ​ທ່ຽວ​ສາກົນ​ໄດ້ໃຫ້ຄະແນນເລືອກໃຫ້ເປັນ​ໜຶ່ງ​ໃນ​ໝູ່​ບ້ານ​ຊາວປະມົງ​ທີ່​ສວຍ​ງາມ​ທີ່​ສຸດ​ໃນ​ໂລກ, ວຸງ​ວຽງ ​ຢູ່ໃນ​ອ່າວ​ຮ່າ​ລອງ (ກວາງ​ນິງ) ​ໄດ້​ດຶງ​ດູດ​ເອົາບັນດານັກ​ທ່ອງ​ທ່ຽວ​ ພິ​ເສດ​ແມ່ນ​ນັກ​ທ່ອງ​ທ່ຽວ​ສາກົນ. ​ໃນ 7 ເດືອນ​ຕົ້ນ​ປີ 2024, ບ້ານ​ປະມົງ​ວຸງ​ວຽງ ​ໄດ້​ຕ້ອນຮັບ​ແຂກ​ທ່ອງ​ທ່ຽວ 39.049 ເທື່ອຄົນ, ​ໃນ​ນັ້ນ​ມີ​ນັກ​ທ່ອງ​ທ່ຽວ​ສາກົນ 37.144 ເທື່ອຄົນ, ກວມ​ກວ່າ 95%.

ເອກອັກຄະລັດຖະທູດ ສະວິດ ຄົນໃໝ່ ສະແດງຄວາມຕື້ນຕັນໃຈຕໍ່ຄວາມຮັກແພງແຂກຄົນຂອງປະຊາຊົນ ຫວຽດນາມ ເອກອັກຄະລັດຖະທູດ ສະວິດ ຄົນໃໝ່ ສະແດງຄວາມຕື້ນຕັນໃຈຕໍ່ຄວາມຮັກແພງແຂກຄົນຂອງປະຊາຊົນ ຫວຽດນາມ
ຫວຽດນາມ ເໝືອນດັ່ງສະຫະປະຊາຊາດດ້ວຍຄວາມສຸດຈິດສຸດໃຈ ຫວຽດນາມ ເໝືອນດັ່ງສະຫະປະຊາຊາດດ້ວຍຄວາມສຸດຈິດສຸດໃຈ
Làng chài Vung Viêng được bao bọc bởi các dãy núi đá vôi trên Vịnh Hạ Long.  ໝູ່​ບ້ານ​ປະມົງ​ວຸງ​ວຽງ​ອ້ອມ​ຮອບ​ໄປ​ດ້ວຍ​ພູ​ຫີນ​​ເທິງ​ອ່າວ​ຮ່າ​ລອງ.

ໝູ່​ບ້ານ​ປະມົງ​ວຸງ​ວຽງ​ ອ້ອມ​ຮອບ​ໄປ​ດ້ວຍ​ພູ​ຫີນປູນ​​ໃນອ່າວ​ຮ່າ​ລອງ.

ບ້ານ​ປະ​ມົງ​ວຸງ​ວຽງ ​ຕັ້ງ​ຢູ່​ໃນ​ໃຈ​ກາງ​ຂອງ​ມໍ​ລະ​ດົກ​ອ່າວ​ຮ່າ​ລອງ, ຫ່າງຈາກທ່າ​ເຮືອ​​ສາກົນຕວນເຈົ່າ ​​ໄປ​ທາງ​ທິດຕາ​ເວັນ​ອອກ​ສຽງ​ໃຕ້ປະມານ 20 ກິ​ໂລ​ແມັດ​.​

ວູງ​ວຽງ​ເຄີຍ​ເປັນ​ໜຶ່ງ​ໃນ​ບັນ​ດາເຂດດໍາລົງຄົງຕົວຂອງ​ຊຸມຊົນ​ຊາວ​ປະ​ມົງ​ທີ່​ດໍາລົງຊີວິດມີມູນເຊື້ອແຕ່ເຫີງນານຢູ່​ອ່າວ​ຮ່າ​ລອງ. ຕັ້ງແຕ່ບູຮານນະການ ຊາວປະມົງຢູ່ທ້ອງຖິ່ນໄດ້ເລືອກເອົາເຂດນີ້ເພື່ອສ້າງຕັ້ງບ້ານຫາປາ ເພາະວ່າຢູ່ທີ່ນີ້ແມ່ນບໍ່ມີລົມ, ອ້ອມຮອບດ້ວຍພູສູງສະດວກໃນການລ້ຽງປາ. ປະຈຸ​ບັນ, ໝູ່​ບ້ານປະມົງ​ວູງ​ວຽງ ​​ມີ​ເຮືອນ​​ຢູ່​ປະມານ 30 ຫຼັງ ແຕ່​ບໍ່​ມີ​ຊາວ​ປະມົງ​ດຳລົງ​ຊີວິດ​ຢູ່​ແລ້ວ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ໃນ​ກາງເວັນປະຊາຊົນຍັງສືບຕໍ່ຫາປາ ​ແລະ ລ້ຽງປູກາິນທະເລຂະໜາດນ້ອຍ ພ້ອມ​ທັງ​ບໍລິການ​ໃຫ້ນັກ​ທ່ອງ​ທ່ຽວເຂົ້າທ່ຽວຊົມ.

ຈຸດ​ພົ້ນ​ເດັ່ນ​ທີ່​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ເມື່ອ​ມາ​ບ້ານ​ປະ​ມົງ​ວຸງ​ວຽງ​ ແມ່ນ​ໄດ້​ຊື່ນຊົມ ແລະ ຖ່າຍຮູບ​ກັບ​ປະຕູໂຂງຂອງ​ບ້ານທີ່ມີອາຍຸນັບ​ລ້ານ​ປີ​ທີ່​ເປັນ​ເອກະລັກ​ສະ​ເພາະ.

Du khách tham quan cổng làng chài Vung Viêng trăm năm tuổi. (Ảnh: Đức Hiếu/TTXVN)  ນັກ​ທ່ອງ​ທ່ຽວ​ໄປ​ຢ້ຽມ​ຢາມ​ປະ​ຕູໂຂງ​ບ້ານ​ປະ​ມົງ​ວຸງ​ວຽງ​ທີ່​ມີ​ອາ​ຍຸ​ຮ້ອຍ​ປີ. (ພາບ: ດຶກຮ້ຽວ/TTXVN

ນັກ​ທ່ອງ​ທ່ຽວ​ໄປ​ຢ້ຽມ​ຢາມ​ປະ​ຕູໂຂງ​ບ້ານ​ປະ​ມົງ​ວຸງ​ວຽງ​ທີ່​ມີ​ອາ​ຍຸ​ນັບຮ້ອຍ​ປີ. ພາບ: ດຶກຮ້ຽວ/TTXVN

ມາ​ຢ້ຽມ​ຢາມ​ໝູ່​ບ້ານ​ປະ​ມົງ​ວຸງ​ວຽງ ນັກ​ທ່ອງ​ທ່ຽວ​ຈະໄດ້ມີ​ໂອ​ກາດ​ໄດ້​ຊອກ​ຮູ້ ແລະ ສຳ​ຜັດ​ກັບ​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ຊາວ​ປະ​ມົງ ຮ່າລອງ ຜ່ານ​ບັນ​ດາ​ກິດ​ຈະ​ກຳ​ຄື: ພາຍເຮືອກາຢັກ, ຢ້ຽມ​ຢາມ​ເຂດ​ລ້ຽງ​ສິນທະເລ, ເບິ່ງສິນທະ​ເລ​ສົດໆ,...

Du khách trải nghiệm đi thuyền khám phá làng chài.  ນັກ​ທ່ອງ​ທ່ຽວ​ປະ​ສົບ​ການ​ຂີ່​ເຮືອ ແລະ ​ຊອກຮູ້​ບ້ານ​ປະມົງ.

ນັກ​ທ່ອງ​ທ່ຽວລົງຕົວຈິງ​ການ​ຂີ່​ເຮືອ ແລະ ​ຊອກຮູ້​ບ້ານ​ປະມົງ. ພາບ: daidoanket.vn

Du khách quốc tế trải nghiệm chèo kayak tại Vung Viêng. (Ảnh: Báo Đại đoàn kết)  ນັກ​ທ່ອງ​ທ່ຽວ​ສາ​ກົນ​ສຳ​ຜັດ​ກັບ​ການ​ພາຍ​ເຮືອ​ກາ​ຢາກ​ຢູ່​ວຸງ​ວຽງ. (ພາບ: ໜັງສືພິມ ມະຫາສາມັກຄີ)

ນັກ​ທ່ອງ​ທ່ຽວ​ສາ​ກົນ​ສຳ​ຜັດ​ກັບ​ການ​ພາຍ​ເຮືອ​ກາ​ຢັກ​ຢູ່​ວຸງ​ວຽງ. (ພາບ: ໜັງສືພິມ ມະຫາສາມັກຄີ). ພາບ: daidoanket.vn

Khách quốc tế ngồi thuyền nan tham quan làng chài Vung Viêng. (Ảnh: Báo Đại đoàn kết)  ນັກ​ທ່ອງ​ທ່ຽວ​ສາ​ກົນ​ນັ່ງ​ເຮືອ​ໄມ້​ໄຜ່​ໄປ​ຢ້ຽມ​ຢາມ​ບ້ານ​ປະ​ມົງ​ວຸງ​ວຽງ. (ພາບ: ໜັງສືພິມ ມະຫາສາມັກຄີ)

ນັກ​ທ່ອງ​ທ່ຽວ​ສາ​ກົນ​ນັ່ງ​ເຮືອ​​ໄປ​ຢ້ຽມ​ຢາມ​ບ້ານ​ປະ​ມົງ​ວຸງ​ວຽງ. (ພາບ: ໜັງສືພິມ ມະຫາສາມັກຄີ). ພາບ: daidoanket.vn

Du khách check-in tại làng chài Vung Viêng. (Ảnh: Báo Đại đoàn kết)  ນັກທ່ອງທ່ຽວເຊັກອິນຢູ່ບ້ານປະມົງວຸງວຽງ. (ພາບ: ໜັງສືພິມ ມະຫາສາມັກຄີ)

ນັກທ່ອງທ່ຽວເຊັກອິນຢູ່ບ້ານປະມົງວຸງວຽງ. (ພາບ: ໜັງສືພິມ ມະຫາສາມັກຄີ). ພາບ: daidoanket.vn

ໂດຍເລົ່າ​ສູ່​ໜັງສືພິມຂ່າວ, ທ່ານ ປຣາວີນ ​ເຣດດີ, ນັກ​ທ່ອງ​ທ່ຽວ​ຈາກ​ອິນ​ເດຍ ​ໃຫ້​ຮູ້​ວ່າ, ນີ້​ແມ່ນ​ເທື່ອ​ທີ​ສອງ​ທີ່​ທ່ານ​ມາ​ຮ່າ​ລອງ, ສະພາບ​ແວດ​ລ້ອມ​ ແລະ​ ບັນຍາກາດ​ຢູ່​ທີ່​ນີ້​ກໍ່​ດີ​ຂຶ້ນຫຼາຍ. ​ຄັ້ງ​ນີ້, ຄອບຄົວ​ຂອງ​ລາວ​ໄດ້​ໄປ​ຢາມ​ບ້ານ​ປະມົງ​ວຸງ​ວຽງ. ຕາມທ່ານ ປຣາວີນ ​ເຣດດີ ແລ້ວ: ມໍລະດົກບໍ່ພຽງແຕ່ມີທັດສະນີຍະພາບທີ່ສວຍງາມເທົ່ານັ້ນ, ແຕ່ວັດທະນະທໍາ ແລະ ຊີວິດການເປັນຢູ່ຂອງຊາວປະມົງຢູ່ເຂດມໍລະດົກຍັງແມ່ນຈຸດສະທ້ອນອັນໜຶ່ງເພື່ອສ້າງຈຸດພິເສດຂອງມັນ.

ທ່ານ ເລນນອນ ນັກ​ທ່ອງ​ທ່ຽວ​ຈາກ​ປະ​ເທດ​ບຣາຊິນ ​ກ່າວ​ວ່າ ​ທ່ານ​ໄດ້​ອ່ານ​ຫຼາຍ​ຄຳ​ເຫັນ​ທາງ​ອິນ​ເຕີ​ເນັດ​ກ່ຽວ​ກັບ​ຄວາມ​ງາມ​ຂອງ​ວຸງ​ວຽງ, ​ແຕ່​ເມື່ອ​ໄປ​ຢາມສໍາຜັດ​ດ້ວຍ​ຕົວ​ເອງ, ຄວາມ​ສວຍສົດງົດງາມ​ຂອງ​ໝູ່​ບ້ານ​ປະມົງຍັງ​ເຮັດ​ໃຫ້​ລາວ​ຕື່ນຕາຕື່ນ​ໃຈ.

ອ.ສະຫວັດ

ເບິ່ງເພີ່ມເຕີມໃນ: ພູມລໍາເນົາ ແລະ ຜູ້ຄົນ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.