ສາເຫດ
ອີງຕາມທິດສະດີຂອງລັດທິອັດຖະນິຍົມແລ້ວ, ສາເຫດຂອງບັນດາການສົງຄາມໃນຍຸກສະໄໝນີ້ປະກອບມີ: ຫນຶ່ງແມ່ນປະເທດປະຕິບັດຕາມລັດທິປະໂຫຍດນິຍົມ. ໝາຍຄວາມວ່າ ຊອກວິທີຫັນເປັນການເພີ່ມອໍານາດໃຫ້ຫຼາຍ ແລະ ຄວາມປອດໄພຕົນເອງ. ອັນທີສອງແມ່ນຍ້ອນຄວາມກັງວົນດ້ານຄວາມປອດໄພ ແລະ ຄວາມຢ້ານກົວ. ໝາຍຄວາມວ່າ ຍ້ອນບໍ່ອົງກອນໃດມີອຳນາດສູງກວ່າລະດັບຊາດເພື່ອຮັບປະກັນຄວາມປອດໄພ, ເຮັດໃຫ້ບັນດາປະເທດຢ້ານກົວຕໍ່ການບຸກໂຈມຕີຈາກພາຍນອກ ສະນັ້ນ ຕ້ອງໄດ້ສະກັດກັ້ນການກະທຳດັ່ງກ່າວ. ແລະທີສາມແມ່ນຄວາມມັກໃຫ່ຍໃຝ່ສູງກ່ຽວກັບການເທົ່າທຽມກັນດ້ານອໍານາດ.
Seda Gözde Tokatlı (ນັກຮຽນຮູ້ຄົນ ມາເລເຊຍ) ວິເຄາະສາເຫດຂອງການຂັດແຍ່ງ ລັດເຊຍ - ຢູເຄຣນ ໂດຍອີງໃສ່ 3 ລະດັບ. ໃນລະດັບບຸກຄົນ: ປະທານາທິບໍດີ ປູຕິນ, ດ້ວຍບຸກຄະລິກທີ່ເຂັ້ມແຂງ, ແຂງແກ່ນໄດ້ຊີ້ນໍາປະເທດ ລັດເຊຍ ເຂົ້າສູ່ການຮູ້ຮົບ. ລະດັບຊາດແມ່ນຍ້ອນການພົວພັນທາງປະຫວັດສາດ ລະຫວ່າງລັດເຊຍ ແລະ ຢູເຄຣນ ມີຄວາມຂັດແຍ່ງກັນຕະຫຼອດມາ. ສາເຫດຫຼັກແມ່ນລະບົບແນວຄິດບັນດາລຸ້ນ ແລະ ວັດທະນະທຳຂອງບັນດາກຸ່ມເຜົ່າ. ແລະລະດັບລະບົບແລ້ວ ນີ້ແມ່ນໝາກຜົນຂອງສາຫະລັດ ອາເມລິກາ ສະໜັບສະໜູນການເປີດກວ້າງ NATO ໄປທາງຕາເວັນອອກ, ນາບຂູ່ຄວາມໝັ້ນຄົງ ແລະ ຫຼຸດບົດບາດຂອງ ລັດເຊຍ ລົງ. ລັດເຊຍ ໄດ້ມີທ່າທີຕອບໂຕ້ແລ້ວ.
![]() |
ກອງທັບ ຢູເຄຣນ ຢູ່ນະຄອນ Bakhmut. (ພາບ: USA Today) |
ບັນດານັກຄົ້ນຄ້ວາ ອີ້ຈິງ (Yi Jing) ໄດ້ທຳນາຍກ່ຽວກັບສົງຄາມ ລັດເຊຍ - ຢູເຄຣນ ເຊິ່ງໄດ້ຖືກໄມ້ ຖຸ້ຍໂລຍຈວັນ (ຍັງເອີ້ນອີກວ່າ ໄມ້ ຈວັນ ເຊິ່ງເປັນໄມ້ສ່ຽງຊີທີ່ມີຄວາມໝາຍບໍ່ດີ). ນີ້ເປັນສັນຍາລັກຂອງທາງຕັນ ແລະ ທ້າທາຍ. ສະຖານະການໃນຕາເວັນອອກກາງ ຖືກກັບໄມ້ ຮົ້ວໂລຍເຟະຮາບ ເຊິ່ງໄດ້ກ່າວວ່າ: ເມື່ອພະລັງງານທາງບວກໄດ້ໂຮມເຂົ້າກັນດົນຈົນເຮັດໃຫ້ລະເບີດຂຶ້ນແບບທີ່ບໍ່ສາມາດຄວບຄຸມໄດ້.
ບັນດາພະສົງສາມະເນນກ່າວວ່າ ສາເຫດຂອງສົງຄາມສູ້ຮົບນີ້ ຍ້ອນ "ຄວາມຮັບຮູ້ທີ່ຜິດ", "ຄວາມໂລບ" ແລະ "ຄຽດແຄ້ນ". ຄວາມຮັບຮູ້ທີ່ຜິດຄືຄວາມເຂົ້າໃຈຜິດວ່າ ຄວາມຮຸນແຮງສາມາດແກ້ໄຂບັນຫາໄດ້. ພວກເຂົາເກາະຕິດກັບຜົນປະໂຫຍດຂອງຊາດ, ສາສະຫນາ, ຫຼືການເມືອງທີ່ບໍ່ຮັບຮູ້ໄດ້ວ່າ ຄວາມຮຸນແຮງພຽງແຕ່ເພີ່ມຄວາມທຸກທໍລະມານ ແລະ ການສູນເສຍໃຫ້ແກ່ພວກເຂົາເອງ. ຄວາມຮັບຮູ້ທີ່ຜິດຍັງສະແດງໃຫ້ເຫັນຜ່ານເລື່ອງສອງຝ່າຍບໍ່ສາມາດຊອກຫາວິທີໂອ້ລົມສົນທະນາກັນຢ່າງສັນຕິວິທີໄດ້. ໃນການສູ້ຮົບ Israel - Hamas, ຄວາມຮັບຮູ້ທີ່ຜິດປະກົດຂຶ້ນໂດຍຜ່ານການຍຶດຕິດກັບຄຸນຄ່າທາງສາດສະຫນາ ແລະ ປະຫວັດສາດ. ພ້ອມກັນນັ້ນ, ກໍ່ຍັງແມ່ນໄປກົງກັນຂ້າມກັບຄຸນຄ່າ ແລະ ຈຸດປະສົງຂອງສາສະໜາ, ວັດທະນະທຳ.
![]() |
ເຂດທ່ອງທ່ຽວ ບ້າຍ ໄຈ໋ (ກວາງນິງ) ຖືກທຳລາຍຫຼັງຈາກພະຍຸ Yagi ພັດຜ່ານ, ວັນທີ 9 ກັນຍາ. (ພາບ: KT) |
ຄວາມໂລບແມ່ນຄວາມປາຖະຫນາທີ່ຈະຄອບຄອງ, ຄວບຄຸມ ຫຼື ປົກປ້ອງສິ່ງທີ່ຖືວ່າເປັນ "ຂອງຕົນເອງ". ຕາມຫຼັກຄຳສອນທາງສາສະໜາພຸດ, ສາເຫດຂອງສົງຄາມທໍາມະດາຈະຖືກປ່ຽນແທນດ້ວຍນິຍາມງາມຕາທາງນອກ, ຖານະນາມຂອງຄວາມຍຸຕິທໍາ ແລະ ສິນທໍາ, ຍຸຍົງສົ່ງເສີມໃຫ້ຜູ້ຄົນຂ້າຟັນລັນແທງກັນເອງ, ເພື່ອປົກປ້ອງຜົນປະໂຫຍດໃຫ້ແກ່ "ຄວາມເປັນຕົນເອງ" (Ego). ຄວາມໂລບໄດ້ນໍາໄປສູ່ການຢັ້ງຢືນສິດຜູກຂາດກໍາມະສິດ ແລະ ບໍ່ສາມາດຍອມຮັບການຄົງຕົວຂອງອີກຝ່າຍ.
ຄວາມຄຽດແຄ້ນແມ່ນຈິດໃຈຄຽດຊັງ, ເປັນສັດຕູ ແລະ ປາຖະຫນາທີ່ຈະທໍາລາຍຝ່າຍກົງກັນຂ້າມ. ຈິດໃຈທີ່ບໍ່ດີອັນນີ້ເຮັດໃຫ້ຂາດສະຕິປັນຍາ, ເຮັດໃຫ້ຄົນເຄື່ອນໄຫວຢ່າງຂາດສະຕິ: ຂາດຄວາມອາດສາມາດໃນການຮັບຟັງ ແລະ ເຂົ້າໃຈ.
![]() | |
|
ກ່ຽວກັບໄພທຳມະຊາດ, ໃນປີ 2024, ອາຊີຕາເວັນອອກສ່ຽງໃຕ້ ແລະ ພາກໃຕ້ຂອງ ຈີນ ໄດ້ປະເຊີນກັບພະຍຸໄຕ້ຝຸ່ນ Yagi. ສະຫະລັດ ອາເມລິກາ ໄດ້ປະສົບໄພໄຟໄໝ້ປ່າ ແລະ ພາຍຸເຂດຮ້ອນ Helene ກໍ່ໃຫ້ເກີດຄວາມເສຍຫາຍຢ່າງຮຸນແຮງ. ໃນອາເມລິກາໃຕ້, ໄພແຫ້ງແລ້ງຢ່າງຮ້າຍແຮງໄດ້ເຮັດໃຫ້ແມ່ນ້ຳ Madeira ຂອງ ບາຊິນ ບົກແຫ້ງ. ໄຟປ່າລຸກລາມ ໂບລີວີ ແລະ ອີກົວດໍ, ປອກຕຸຍການ. ພາຍຸ Boris ເຮັດໃຫ້ນໍ້າຖ້ວມໃນ ໂອຕາລິດ, ສາທາລະນະລັດ ເຊັກ, ຮຸງການລີ, ໂປໂລຍ, ຣູມານີ ແລະ ສະໂລວາກີ…
ວົງການນັກວິທະຍາສາດໃຫ້ເຫດຜົນຕົ້ນຕໍວ່າ: ອຸນຫະພູມມະຫາສະໝຸດເພີ່ມຂຶ້ນເຮັດໃຫ້ນໍ້າກ້ອນລະລາຍ ແລະ ລະດັບນໍ້າທະເລສູງຂຶ້ນ. ບັນດາຮູບແບບສະພາບອາກາດປ່ຽນແປງ. ການຫັນເປັນຕົວເມືອງ ແລະ ການທຳລາຍປ່າ. ພື້ນຖານໂຄງລ່າງບໍ່ມີແຮງພຽງພໍເພື່ອຕ້ານທານ.
ຕາມອົງການຈັດຕັ້ງສາກົນກ່ຽວກັບການອະນຸລັກທຳມະຊາດ, ໄພພິບັດທຳມະຊາດນັບມື້ນັບຮ້າຍແຮງ ຍ້ອນຜົນກະທົບຈາກການປ່ຽນແປງຂອງສະພາບອາກາດ. ບັນດາປັດໄຈເຊັ່ນ: ການປ່ຽນແປງຂອງປະລິມານນ້ຳຝົນ, ພະຍຸ, ອຸນຫະພູມ… ຍ້ອນການປັ່ນປ່ວນສະພາບອາກາດ ແລະ ປັດໄຈສັງຄົມເຊັ່ນ ການປ່ຽນແປງວິທີການນຳໃຊ້ທີ່ດິນລ້ວນແຕ່ເປັນສ່ວນເຮັດໃຫ້ເກີດໄພນ້ຳຖ້ວມເພີ່ມຂຶ້ນ. ໄຟປ່າກໍາລັງເພີ່ມຂຶ້ນທັງດ້ານຂອບເຂດ, ຄວາມຖີ່ ແລະ ຄວາມເຂັ້ມ. ອຸນຫະພູມທີ່ເພີ່ມຂຶ້ນສູງ, ລະດູແລ້ງແກ່ຍາວນານ, ຫິມະລະລາຍໄວ ແລະ ລົມແຮງເຮັດໃຫ້ຄວາມສາມາດໃນການຕ້ານທານໄຟຂອງທໍາມະຊາດຫຼຸດລົງ. ການສະສົມທາດອາຫານຫຼັງຈາກເວລາປຽກຊຸ່ມເຮັດໃຫ້ພືດພັນຈະເລີນເຕີບໃຫ່ຍໄວ ແລະ ຄວາມຮ້ອນແກ່ຍາວນານເຮັດໃຫ້ພືດພັນແຫ້ງແລ້ງ. ຟ້າຜ່າເປັນປະຈໍາເຮັດໃຫ້ໂອກາດໄຟຕິດຫຼາຍຂຶ້ນ, ເຮັດໃຫ້ລະດູໄຟປ່າເລີ່ມໄວກວ່າ ແລະ ສິ້ນສຸດລົງຊ້າກວ່າ.
ອີ້ຈິງ ຖອດລະຫັດນໍ້າຖ້ວມໃນປີ 2024 ໂດຍຖືກໄມ້ ເດ້ຍຖຸຍຊື (ມີຄວາມໝາຍວ່າ ນ້ຳ). ໄມ້ນີ້ສະທ້ອນໃຫ້ເຫັນຄວາມວຸ່ນວາຍໃນເມື່ອປັດໄຈນໍ້າເກີນຄວາມສາມາດຄວມຄຸມຂອງດິນໄດ້. ໄມ້ ຮົ້ວໂລຍເຟະຮາບ ອະທິບາຍເຫດໄຟປ່າຄັ້ງໃຫ່ຍ ແລະພາຍຸໄຕ້ຝຸ່ນ. ນີ້ແມ່ນຜົນມາຈາກພະລັງງານທໍາມະຊາດທີ່ຖືກກັກເກັບໄວ້, ຕອບໂຕ້ຕໍ່ການແຊກແຊງເກີນໄປຈາກມະນຸດ.
ຄາດຄະເນ/ພະຍາກອນ
ຕາມທີ່ນັກຂຽນ 2 ທ່ານ Uliana Bezpalko ແລະ Kateryna Danishevska ຂອງສໍານັກງານຂ່າວ RBC-ຢູເຄຣນ ກ່າວໄວ້, ມີສະຖານະການຫຼາຍຢ່າງສໍາລັບອະນາຄົດຂອງຄວາມຂັດແຍ່ງ ລັດເຊຍ - ຢູເຄຣນ.
ທີຫນຶ່ງ, Moscow ບໍ່ເຈລະຈາ. ສະຫະລັດ ອາເມລິກາ ຄ່ອຍໆສູນເສຍຄວາມດຶງດູູດໃຈໃນ "ຂະບວນວິວັດສັນຕິພາບ", ປ່ຽນຈຸດສຸມໃສ່ບັນຫາຕ່າງໆພາຍໃນປະເທດ. ການສືບຕໍ່ຊ່ວຍເຫຼືອ ຢູເຄຣນ ຫຼຸດລົງ. ຢູເຄຣນ ຍັງຄົງສູນເສຍດິນແດນ ແລະ ການສູ້ຮົບຍັງສືບຕໍ່ແກ່ຍາວ. ທີສອງ, ລັດເຊຍ ທຳທ່ານັ່ງຢູ່ໂຕະເຈລະຈາແຕ່ຍັງແກ່ຍາວການປະທະກັນ, ຍາດເອົາດິນແດນຕື່ມອີກ, ແລະຖ້າໃຫ້ ຢູເຄຣນ ໝົດແຮງລົງກ່ອນ. ທີສາມ, ສະຫາລັດ ອາເມລິກາ ໄດ້ເພີ່ມການຊ່ວຍເຫຼືອຢ່າງເຂັ້ມແຂງ ແລະ ຈັດຫາອາວຸດໃຫ້ແກ່ ຢູເຄຣນ. ຢູເຄຣນ ໄດ້ປ່ຽນຈາກການປ້ອງກັນຊາດໄປສູ່ການບຸກໂຈມຕີ, ປັບປຸງບົດບາດໃນການເຈລະຈາ. ຫຼັງຈາກນັ້ນ, ການເຈລະຈາຕ່າງໆ ໄດ້ຖືກຈັດໃສ່ໃນແຜນການເຮັດວຽກອີກຄັ້ງ. ໃນສະຖານະການນີ້, ບັນດາການກະທໍາເປັນປໍລະປັກອາດຈະສິ້ນສຸດລົງໃນທ້າຍປີ 2025.
ສະຖານະການໃນຕາເວັນອອກກາງ, ຕາມທີ່ນັກຂຽນ 2 ທ່ານ Jamil Mazen Shaqura ແລະ Saif Alislam Eid ຂອງເວັບໄຊຂ່າວ Mondoweiss, ມີສາມວິໄສທັດຕົ້ນຕໍໃນສັງຄົມ ອິດສະຣາແອັນ:ໜຶ່ງ, ແມ່ນການຕັ້ງຖິ່ນຖານຄືນໃໝ່ຢູ່ເຂດ ກາຊາ. ທັດສະນະຄະຕິນີ້ຂອງຝ່າຍຂວາຈັດ. ພວກເຂົາຢາກໄປຕັ້ງຖິ່ນຖານຢູ່ເຂດ ກາຊາ ແລະ ຍຶດພື້ນທີ່ນີ້ຄືນມາໃຫ້ໄດ້ສົມບູນ. ສອງ, ອີງໃສ່ກຳລັງສາກົນ. ຈະມີກຳລັງສາກົນໜຶ່ງ, ໂດຍສະຫະລັດ ອາເມລິກາ ແລະ ປະເທດໜຶ່ງຂອງ ອາຣັບ ເປັນກາງ ເຊັ່ນ: ຈໍແດນ ຫຼື ມາຣົກ ນໍາພາເພື່ອຕິດຕາມກວດກາຄວາມປອດໄພຂອງເຂດ ກາຊາ. ສາມ, ສ້າງເປັນເຂດຮອງຮັບ. ທ່່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu ສະເໜີເຂດຮອງຮັບໃນ ກາຊາ, ຮັກສາທະຫານທີ່ມີໜ້າຂອງ ອິດສະຣາແອັນ ຢູ່ໃນແລວ Philadelphia - ພື້ນທີ່ລຽບເຂດຊາຍແດນ ກາຊາ ຕິດກັບ ອີຢິບ. ປິດດ່ານຊາຍແດນ Rafah ກັບ ອີຢິບ ຢ່າງຖາວອນ ແລະ ອະນຸຍາດໃຫ້ກຳລັງ ອິດສະຣາແອັນ ເຄື່ອນຍ້າຍໄດ້ຢ່າງອິດສະຫຼະໃນເຂດ ກາຊາ ໂດຍບໍ່ມີກຳນົດເວລາລະອຽດ. ພ້ອມກັນນັ້ນ ກໍ່ໄດ້ປິດອົງການສະຫະປະຊາຊາດ ກ່ຽວກັບການຊ່ວຍເຫຼືອຜູ້ລີ້ໄພ ປາແລັດສະຕິນ ຢ່າງຖາວອນ.
ດັ່ງນັ້ນ, ບັນດາສະຖານະການຂ້າງເທິງນີ້ລ້ວນແຕ່ຍັງບໍ່ທັນໄດ້ສ້າງຄວາມຫມັ້ນໃຈພຽງພໍໃຫ້ກັບພື້ນຖານສັນຕິພາບ ຫຼື ທ່າອ່ຽງສັນຕິພາບ, ການໄກ່ເກ່ຍຢູ່ບັນດາຈຸດເຄັ່ງຮ້ອນ ອາດມີຄວາມສາມາດຫຼາຍກວ່າປີ 2024.
ການຄາດຄະເນຂອງບັນດານັກເທວະສາດ ຄິດໄລ່ໄຕ່ຕອງຈາກຫຼັກພະທຳຄຳສັ່ງສອນທາງສາສະໜາ ບັນດາສາສະໜາໃຫ່ຍໆ ກໍ່ເຊັ່ນກັນກັບໜັງສືຂອງການແປ, ປີ 2025 ທັງສອງສົງຄາມເຫຼົ່ານີ້ລ້ວນແຕ່ມີໄພອັນຕະລາຍແສນສາຫັດແຮງກວ່າ. ໄພພິບັດທໍາມະຊາດລ້ວນແຕ່ຊ້ອນແຝງ ແລະ ສະສົມ. ມີພຽງແຕ່ຄົນເຮົາມີການປ່ຽນແປງ, ສໍານຶກຜິດ, ປ່ອຍວາງຄວາມປາດຖະໜາຕ່າງໆ, ຄວາມຄຽດແຄ້ນ, ຄວາມມືດມົນ ແລະ ກັບຄືນສູ່ທໍາມະຊາດ, ດ້ວຍຄຸນທໍາອັນຍິ່ງໃຫ່ຍຂອງເທບພະເຈົ້າຜູ້ບັນດານໂລກ ແລະ ຊີວິດຈິດໃຈພາຍໃນ ຈິ່ງຈະສາມາດຫຼຸດຜ່ອນໄພພິບັດນີ້ໄດ້.
ເມື່ອເວົ້າເຖິງບັນດາໄພພິບັດອັນໃຫຍ່ຫຼວງຂອງປີ 2025, ໄມ້ສ່ຽງຊີ ເຊີນໂລຍຊີ ກ່າວໄວ້ວ່າ: ປີມະເສັງ, ນໍາພາໂຊກຊະຕາຂອງໂຄມໄຟສ່ອງເຍືອງໃນຍາມກາງຄືນ. ພ້ອມກັນນັ້ນ, ບັນດາປັດໄຈຕໍ່ຕ້ານໃນທາດທັງຫ້າ (ວັດຖຸທັງຫ້າທີ່ເປັນເຄົ້າກຳ ເນີດຂອງໂລກ) ແລະ ກໍາລັງຂອງພະລັງບວກ ແລະ ລົບ ເຄື່ອນໄຫວຢ່າງແຮງ, ສະຫຼັບກັນລະຫວ່າງຄວາມອັນຕະລາຍ ແລະ ໂອກາດ.
ໄມ້ ເຊີນໂລຍຊີ ແມ່ນການສົມທົບລະຫວ່າງ ເຊີນ (ພູເຂົາ): ເປັນສັນຍາລັກໃຫ້ແກ່ຄວາມຫມັ້ນຄົງ ແລະ ໂລຍ (ຟ້າຮ້ອງ): ສັນຍາລັກຂອງຜັນແປ ແລະ ປ່ຽນແປງ. ສິ່ງນີ້ໄດ້ຊີ້ໃຫ້ເຫັນວ່າ ປີ 2025 ຈະເພີ່ມທະວີຄວາມຂັດແຍ່ງຂຶ້ນຕື່ມ.
ໄພພິບັດທໍາມະຊາດຈາກຄວາມບໍ່ສົມດຸນຂອງທາດທັງຫ້າ. ພະລັງງານທໍາມະຊາດຈະສືບຕໍ່ເຄື່ອນໄຫວຢ່າງແຮງ. ພະຍຸໄຕ້ຝຸ່ນ, ໄຟປ່າ ແລະ ແຜ່ນດິນໄຫວ ອາດຈະເພີ່ມຂຶ້ນທັງຄວາມຖີ່ ແລະ ຄວາມເຂັ້ມ. ໄພແຫ້ງແລ້ງໜັກໜ່ວງ ຫຼື ອາດເກີດໄພດິນເຈື່ອນລົງໄດ້.
ການແກ້ໄຂໄກ່ເກ່ຍ
ຕາມທີ່ທ່ານ Jian Junbo, ຮອງສາດສະດາຈານ, ຮອງຜູ້ອຳນວຍການສູນການພົວພັນ ຈີນ - ເອີລົບ, ມະຫາວິທະຍາໄລ Fudan (ຈີນ):
ເພື່ອຢຸດຕິຄວາມຂັດແຍ່ງລະຫວ່າງ ລັດເຊຍ - ຢູເຄຣນ, ປະຊາຄົມໂລກຕ້ອງຍຶດໝັ້ນ 2 ຫຼັກການຄື: ຫ້າມນຳໃຊ້ອາວຸດນິວເຄຼຍ ແລະ ຄວາມໝັ້ນຄົງທີ່ສະເໝີພາບ. ບັນດາບາດກ້າວປະຕິບັດທີ່ຈຳເປັນຄື: ສ້າງອໍານາດອະທິປະໄຕຜືນແຜ່ນດິນບັນດາຝ່າຍຕາມຂໍ້ກຳນົດກົດໝາຍສາກົນ ແລະ ຄວາມເຫັນດີເຫັນພ້ອມຂອງສາກົນຢ່າງກວ້າງຂວາງ. ບໍ່ຜູກມັດກົດຫມາຍລັດເຊຍ ແລະ ຢູເຄຣນ ຫຼາຍຈົນເກີນໄປ. ວິທີການແກ້ໄຂຄວາມປອດໄພຮອບດ້ານຂອງ ເອີຣົບ: ຕ້ອງໄດ້ອອກແບບໂຄງສ້າງຄວາມປອດໄພກວມເອົາທັງຫມົດ ເອີລົບ, ລວມທັງ ລັດເຊຍ. ບັນດາປະເທດທີ່ກ່ຽວຂ້ອງຄວນປະຖິ້ມນິຍາມ "ຄວາມປອດໄພຢ່າງເດັດຂາດ" ແຕ່ຕ້ອງແມ່ນຍ້ອນຄວາມປອດໄພລວມ ແລະ ໝັ້ນຄົງ. ການຟື້ນຟູຄວາມເປັນລະບຽບຮຽບຮ້ອຍທາງເສດຖະກິດສາກົນ: ຝ່າຍຕາເວັນຕົກ ຕ້ອງຍົກເລີກບັນດາມາດຕະການລົງໂທດຝ່າຍດຽວ ແລະ ສ້າງເງື່ອນໄຂເພື່ອໃຫ້ບັນດາປະເທດຟື້ນຟູການພົວພັນດ້ານເສດຖະກິດ, ການຄ້າກັບ ລັດເຊຍ.
ກ່ຽວກັບໄພທຳມະຊາດ, ທ່ານ Leila Mead (ນັກຄົ້ນຄ້ວາ ອາເມລິກາ) ກ່າວໄວ້ວ່າ ໂລກຕ້ອງ: ສ້າງແຜນການຮັບມື, ມີລະບົບເຕືອນໄພລ່ວງໜ້າ; ປົກປ້ອງ ແລະ ຟື້ນຟູບັນດາເຂດດິນບຶງຕົມ. ສິ່ງນີ້ຊ່ວຍດູດຊືມນ້ໍາຖ້ວມ, ລະບາຍຄວາມຮ້ອນ ແລະ ປັບປຸງຄຸນນະພາບນ້ໍາ. ບັນດາປະເທດຕ້ອງການລົງທຶນພື້ນຖານໂຄງລ່າງມີສາມາດຕ້ານທານຕໍ່ສະພາບອາກາດທີ່ຮ້າຍແຮງ. ໂຄສະນາ ແລະ ສຶກສາໃຫ້ແກ່ຊຸມຊົນກ່ຽວກັບມາດຕະການຮັບມືກັບໄພພິບັດໃຫ້ຫຼາຍຂຶ້ນກວ່າເກົ່າ. ບັນດາມາດຕະການຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວຕ້ອງໄດ້ຜັນຂະຫຍາຍຢ່າງເຂັ້ມແຂງ. ນັ້ນແມ່ນການນໍາໃຊ້ພະລັງງານທົດແທນ, ປັບປຸງປະສິດທິພາບພະລັງງານ ແລະ ປ່ຽນແປງໄປສູ່ວິຖີຊີວິດແບບຍືນຍົງ.
ໂດຍອີງໃສ່ ໄມ້ ເຊີນໂລຍຊີ, ອີ້ຈິງ ໄດ້ແນະນຳວິທີແກ້ໄຂບັນດາໄພພິບັດຄັ້ງໃຫຍ່ຄື:
ໜຶ່ງ, ແມ່ນໄກ່ເກ່ຍປອງດອງທາດທັງຫ້າ, ສ້າງຄວາມສົມດູນທາງທຳມະຊາດ ແລະ ສັງຄົມ. ໃນປີ 2025, ທາດໄຟມີຄວາມເຂັ້ມແຂງ ຄວນຕ້ອງປັບປຸງບັນດາທາດອື່ນໆເພື່ອການດັດສົມ ຫຼື ສະກັດກັ້ນທາດໄຟ. ລະອຽດແມ່ນ: ສົ່ງເສີມທາດໄມ້ເພື່ອຄວບຄຸມທາດໄຟ: ໄມ້ກໍ່ໃຫ້ເກີດໄຟ, ຊ່ວຍໃຫ້ໄຟໄຫມ້ໄດ້ສະໝໍ່າສະເໝີ, ບໍ່ລຸກລາມຮຸນແຮງ. ການປູກປ່າ, ປົກປັກຮັກສາຊັບພະຍາກອນທໍາມະຊາດ ແລະ ການສ້າງບັນດານະໂຍບາຍການພັດທະນາແບບຍືນຍົງແມ່ນວິທີການເພື່ອປັບຄວາມສົມດຸນພະລັງງານໄຟ.
ໃຊ້ທາດດິນເພື່ອຄວບຄຸມທາດໄຟ: ດິນດູດຊຶມ ແລະ ຄວບຄຸມໄຟ. ສິ່ງນີ້ຊີ້ໃຫ້ເຫັນເຖິງການເພີ່ມທະວີການລົງທຶນເຂົ້າໃນບັນດາລະບົບປ້ອງກັນໄພພິບັດ, ກໍ່ສ້າງພື້ນຖານໂຄງລ່າງໃຫ້ມີຄວາມຖາວອນ ແລະ ສ້າງບັນດາກົນໄກສັງຄົມທີ່ໝັ້ນຄົງເພື່ອຫຼຸດຜ່ອນການປະທະກັນ.
ເພີ່ມທະວີທາດໂລຫະເພື່ອໜູນຊ່ວຍນ້ໍາ: ໂລຫະສ້າງນ້ໍາ, ໃນຂະນະທີ່ນ້ໍາດັບໄຟ. ສິ່ງນີ້ສະແດງໃຫ້ເຫັນເຖິງຄວາມຈໍາເປັນໃນການພັດທະນາເຕັກໂນໂລຢີທີ່ທັນສະໄຫມ, ພິເສດແມ່ນພະລັງງານທົດແທນ ແລະ ບັນດາລະບົບການຕິດຕາມກວດກາສະພາບອາກາດ, ເພື່ອຫຼຸດຜ່ອນຜົນກະທົບຫຍໍ້ທໍ້ຈາກໄພທໍາມະຊາດ.
ສອງ, ສ້າງຄວາມຖືກຕ້ອງປອງດອງກັນຂອງຂົ້ສບວກ ຫຼ ລົບໃນການພົວພັນສາກົນ. ບັນດາປະເທດຕ້ອງປະຕິບັດການເຈລະຈາ ເພື່ອຢຸດຕິສົງຄາມ ສ້າງສັນຕິພາບ ແລະ ເພີ່ມທະວີການຮ່ວມມືສາກົນ.
ສາມ, ມຸ່ງໄປເຖິງຄວາມໝັ້ນຄົງຂອງປະຊາຄົມ. ຄວາມໝັ້ນຄົງພາຍໃນແມ່ນປັດໄຈຫຼັກແຫຼ່ງສໍາຄັນຊ່ວຍຜ່ານຜ່າວິກິດການ. ບັນດາຄອບຄົວ ແລະ ຊຸມຊົນ ຕ້ອງ:
ສ້າງເຄືອຂ່າຍສະຫນັບສະຫນູນທາງສັງຄົມ: ຊຸມຊົນຕ້ອງສາມັກຄີ, ແບ່ງປັນຊັບພະຍາກອນມະນຸດ ແລະ ກຽມພ້ອມສໍາລັບສະຖານະການທີ່ບໍ່ຄາດຄິດ.
ຮັກສານໍ້າໃຈກົມກຽມກັນ: ແຕ່ລະຄົນຄວນປະຕິບັດນໍ້າໃຈເມດຕາສົງສານ, ຫຼີກລ້ຽງຈາກຄວາມໃຈຮ້ອນ (ລັກສະນະຂອງໄຟ) ແລະ ປູກຝັງນໍ້າໃຈຮ່ວມມື.
ສີ່, ເສີມຂະຫຍາຍຄຸນລັກສະນະຂອງ ຝູດັງຮວ໋າ (ແປວໄຟສະຫວ່າງໃນຍາມກາງຄືນ, ໃຫ້ແສງສະຫວ່າງນຳທາງ). ປີ 2025 ຕ້ອງເຊີດຊູການນໍາພາຕັ້ງແຕ່ບຸກຄົນຕ່າງໆ ແລະ ການຈັດຕັ້ງທີ່ມີວິໄສທັດ, ດ້ວຍການກະທຳອັນລະອຽດ.
ປີ 2025 ເຕັມໄປດ້ວຍການປ່ຽນແປງ ແຕ່ຍັງມີໂອກາດອັນຍິ່ງໃຫ່ຍເພື່ອໃຫ້ຜູ້ຄົນກໍ່ສ້າງຄວາມສົມດູນໃນສາຍພົວພັນກັບທຳມະຊາດ ແລະ ສັງຄົມ ຄືນໃໝ່.
ບັນດານັກຄົ້ນຄ້ວາສາສະໜາເຢຊູ (ນິກາຍກາໂຕລິກ) ຕີລາຄາກ່ຽວກັບບັນດາໄພພິພັດປະຈຸບັນມີຄວາມປະເອີບໃຈຫຼາຍຂຶ້ນ.
ສົງຄາມທີ່ແສນສາຫັດ, ປະຊາຊົນຫຼາຍຄົນຖືກຍູ້ເຂົ້າສູ້ຄວາມຫາຍຍະນະ, ອັບຈົນບໍ່ມີທາງອອກ, ເຊິ່ງນັ້ນພັດເຖິງເວລາທີ່ຈິດວິນຍານຂອງພວກເຂົາຕ້ອງການກັບຄືນສູ່ຄຸນຄ່າທີ່ຕ່າງໆທີ່ພຣະເຈົ້າໄດ້ມອບໃຫ້ແກ່ມວນມະນຸດ ແລະ ຫວັງວ່າ ຜູ້ຄົນຈະຮັກສາໄວ້ຕະຫຼອດໄປ. ເມື່ອຜູ້ຄົນຮູ້ວິທີດຳເນີນຊີວິດຕາມຄຳສອນຂອງພະເຈົ້າ ສັນຕິພາບຈະມາເຖິງ. ສ່ວນໄພພິບັດທໍາມະຊາດ, ນັ້ນແມ່ນຄໍາຕັກເຕືອນຂອງພຣະເຈົ້າເພື່ອໃຫ້ມະນຸດຕື່ນຕົວໃນການຢູ່ຮ່ວມກັນກັບທໍາມະຊາດ. ໄພພິບັດທັງສອງຢ່າງຂ້າງເທິງ ຄວາມຈິງແລ້ວແມ່ນໂອກາດສໍາລັບຄວາມເມດຕາ, ຄວາມຮັກແພງ, ສາມັກຄີ ແລະ ນິໄສອອ່ນນ້ອມຖ່ອມຕົນໄດ້ປຸກໃຫ້ຕື່ນໃນແຕ່ລະຄົນ ແລະ ມວນມະນຸດທັງຫມົດ.
ບາດຫຼວງຫຼາຍຄົນສະເຫນີວິທີແກ້ໄຂຢ່າງລະອຽດທີ່ດຶງອອກມາຈາກຜູກຄໍາພີຄຣິດຕຽນ. ຕົວຢ່າງ: ຜູ້ຄົນຕ້ອງຝຶກແອບໃຊ້ຊີວິດແບບລຽບງ່າຍ, ປະຢັດເພື່ອຫຼຸດຄວາມກົດດັນຕໍ່ສິ່ງແວດລ້ອມ ແລະ ກໍ່ຍັັງໄປຕາມຈຸດປະສົງຈິດໃຈຂອງພະເຈົ້າ. ໄພພິບັດ ແລະ ສົງຄາມຈະສ້າງຄວາມເສຍຫາຍໃຫ້ແກ່ຄົນທຸກຍາກ ແລະ ຄົນອ່ອນແອຫຼາຍທີ່ສຸດ. ດັ່ງນັ້ນ, ກົນໄກຕ່າງໆ ແລະ ນະໂຍບາຍໃຫຍ່ນ້ອຍຄວນຮູ້ວິທີຫັນໄປສູ່ສິ່ງເຫຼົ່ານັ້ນ ໃນຂະນະທີ່ໄພພິບັດຍັງບໍ່ສິ້ນສຸດ. ພຣະເຈົ້າສອນວ່າ: ມວນມະນຸດຄວນເຊື່ອວ່າ ເມື່ອມີການສໍານຶກຜິດຂອງຄົນ, ແມ່ນເວລາທີ່ສົງຄາມ ແລະ ໄພພິບັດທໍາມະຊາດຈະບໍ່ມີອີກຕໍ່ໄປ. ຄວາມຖືກຕ້ອງປອງດອງກັນຈະນໍາມາເຊິ່ງຄວາມສຸກຕະຫຼອດໄປ.
![]() |
aອົງການບັນເທົາທຸກ ແລະ ວຽກເຮັດງານທຳ ຂອງອົງການສະຫະປະຊາຊາດເພື່ອຊາວລີ້ໄພ ປາແລັດສະຕິນ ສະໜອງການບໍລິການສາທາລະນະສຸກແກ່ປະຊາຊົນໃນເມືອງ Deir al-Balah, ປາແລັດສະຕິນ. (ພາບ: UNRWA) |
ກໍ່ຄືກັນກັບແບບນັ້ນ, ບັນດາຄູບາອາຈານໄດ້ກ່າວເຖິງຄໍາສອນພະພຸດທະເຈົ້າ "ປູກຕົ້ນໄມ້ເພື່ອໃຫ້ຮົ່ມ. ນອກຈາກຈະຊ່ວຍຟອກອາກາດແລ້ວ, ມັນຍັງຊ່ວຍອະນຸລັກໜ່ວຍໂລກອີກດ້ວຍ. ມັນເປັນປະໂຫຍດໃຫ້ແກ່ທຸກຄົນ ແລະ ສໍາລັບຕົວເອງ". ພວກເຂົາໄດ້ວິເຄາະຄວາມຫມາຍຫຼັກພະທຳຄຳສັ່ງສອນທາງສາສະໜາອົງທັງແປດ ເຊິ່ງສອນໃຫ້ມະນຸດຮູ້ວິທີການບໍລິໂພກຢ່າງຖືກຕ້ອງເໝາະສົມ, ຝຶກແອບການດໍາລົງຊີວິດແບບສີຂຽວ, ບໍ່ຂ້າສັດ ແລະ ຮ່ວມກັນພາວະນາ ໂຄສະນາເຜີຍແຜ່ກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ.
ເຖິງແມ່ນວ່າຈະເປັນພຽງການອ້າງອີງເທົ່ານັ້ນ ແຕ່ພວກເຮົາກໍ່ເຫັນໄດ້ວ່າ ການຄາດຄະເນຕ່າງໆ ແລະ ຂໍ້ສະເໜີນີ້ເບິ່ງຄືວ່າບໍ່ແມ່ນເລື່ອງໃຫມ່ ແລະ ແຕ່ກໍ່ບໍ່ແມ່ນເລື່ອງເກົ່າ. ເພາະຕັ້ງແຕ່ສະໄໝບູຮານ, ຜູ້ມີປັນຍາເລີດ, ເທວະດາຟ້າແຖນ ຫຼື ເທບພະເຈົ້າຜູ້ບັນດານໂລກ ຍັງບໍ່ເຄີຍປິດບັງເສັ້ນທາງໄປສູ່ສັນຕິພາບ ແລະ ຄວາມສະຫງົບສຸກໃຫ້ແກ່ມວນມະນຸດ. ມະນຸດບໍ່ຈຳເປັນຕ້ອງລໍຖ້າຄວາມເຂັ້ມແຂງ, ການແຈກຢາຍ ຫຼື ການຊີ້ນຳສິ່ງໃດນອກເໜືອຈາກຄວາມເປັນມະນຸດອີກ. ມີແຕ່ພຽງໃນສ່ວນເລິກຂອງຫົວໃຈ, ມະນຸດຊາດສາມາດປົດຄວາມຢາກໄດ້ຕ່າງໆ ແລະ ໂທດກໍາຂອງຕົນເອງໄດ້ບໍ?
![]() | ຫວຽດນາມ ສະໜັບສະໜູນບົດບາດຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ໃນການແກ້ໄຂບັນດາສິ່ງທ້າທາຍດ້ານຄວາມປອດໄພທາງອິນເຕີເນັດທົ່ວໂລກ ຍສໝ - ວັນທີ 20 ມິຖຸນາ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດຕັ້ງວາລະປະຊຸມສຸມເປິດກ່ຽວກັບຫົວຂໍ້ "ຮັກສາສັນຕິພາບຄວາມໝັ້ນຄົງສາກົນ, ມາດຕະການແກ້ໄຂໄພຂົ່ມຂູ່ທີ່ນັບມື້ນັບເພີ່ມຂຶ້ນບົນພື້ນທີ່ອິນເຕີເນັດ" ໂດຍທ່ານ ລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ Cho Tae-yul ເປັນປະທານ. ເຂົ້າຮ່ວມເຫດການມີທ່ານເລຂາທິການໃຫຍ່ Antonio Gutteres ພ້ອມກັນກັບຜູ້ຕາງໜ້າເກືອບ 70 ປະເທດສະມາຊິກ ສປຊ. |
![]() | ຄະນະປະຕິບັດງານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄປເຮັດວຽກຢູ່ Fukuoka, ຍີ່ປຸ່ນ ຍສໝ - ແຕ່ວັນທີ 7-8 ມິຖຸນາ, ຄະນະປະຕິບັດງານ ຫວຽດນາມ ໂດຍທ່ານຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຫວຽນຮູຍຢຸ້ງ ນຳໜ້າຄະນະ ໄປຢ້ຽມຢາມເຮັດວຽກຢູ່ Fukuoka, ຍີ່ປຸ່ນ. |
ທອງມີ ສີຫາວົງ