ວຽກງານ​ໜູນ​ຊ່ວຍຂອງ​ອົງ​ການ​ຈັດ​ຕັ້ງ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານຕ່າງ​ປະ​ເທດ: ບັນ​ດາ​ສິ່ງ​ທ້າ​ທາຍ​ໃນ​ສະ​ພາບ​ການ​ໃໝ່

20:16 | 25/06/2021

​ຍ​ສ​ໝ - ໂອ້​ລົມເຈລະຈາໄດ້​ຮັບ​ການ​ຈັດ​ຕັ້ງ​ຂຶ້ນ​ດ້ວຍ​ເປົ້າ​ໝາຍ​ສະຫຼຸບ, ຕີ​ລາ​ຄາ​ສະ​ພາບ​ການ, ໝາກ​ຜົນ​ທີ່​ບັນ​ລຸ​ໄດ້​ຂອງ​ຂົງ​ເຂດ​ຂົນ​ຂວາຍ​ໜູນ​ຊ່ວຍຂອງ​ອົງ​ການ​ຈັດ​ຕັ້ງ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ຕ່າງ​ປະ​ເທດ, ຈາກ​ນັ້ນ​ຖອດ​ຖອນ​ບົດ​ຮຽນ, ປະ​ສົບ​ການ, ບັນ​ດາ​ຂໍ້​ຈຳ​​ກັດທີ່ຈະຕ້ອ​ງ​ໄດ້​ຮັບ​ການ​ແກ້​ໄຂ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ອາກຊັງ​ຕີິນ ​ມີ​ຄວາມ​ປ​າດ​ຖະ​ໜາ​ຢາກ​ສ້າງ​ຕັ້ງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ກັບ ຫວຽດ​ນາມ​ ອາກຊັງ​ຕີິນ ​ມີ​ຄວາມ​ປ​າດ​ຖະ​ໜາ​ຢາກ​ສ້າງ​ຕັ້ງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ກັບ ຫວຽດ​ນາມ​
ຮ່າ​ໂນ້ຍ ຈັດ​ຕັ້ງ​ລາຍ​ການ “ຮ່ວມ​ແຮງ​ຮ່ວມ​ໃຈ​ຍູ້​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ຖອຍ​ໄປ” ຮ່າ​ໂນ້ຍ ຈັດ​ຕັ້ງ​ລາຍ​ການ “ຮ່ວມ​ແຮງ​ຮ່ວມ​ໃຈ​ຍູ້​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ຖອຍ​ໄປ”
ວຽກງານ​ໜູນ​ຊ່ວຍຂອງ​ອົງ​ການ​ຈັດ​ຕັ້ງ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານຕ່າງ​ປະ​ເທດ: ບັນ​ດາ​ສິ່ງ​ທ້າ​ທາຍ​ໃນ​ສະ​ພາບ​ການ​ໃໝ່
ການ​ໂອ້​ລ​ົມເຈລະຈາ​ດ້ວຍ​ຫົວ​ຂໍ້ “ວຽກ​ງານ​ຂົນ​ຂວາຍ​ການ​ໜູນ​ຊ່ວຍຈາກ​ອົງ​ການ​ຈັດ​ຕັ້ງ​ທີ່ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານຕ່າງ​ປະ​ເທດແລະຄວາມ​ຮຽກ​ຮ້ອງ​ທີ່​ໄດ້ວາງອອກໃນ​ສະ​ພາບ​ການ​ໃໝ່”

​ທີ 22 ມິ​ຖຸ​ນາ 2021 ຢູ່​ຮ່າ​ໂນ້ຍ, ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັງ​ມິດ​ຕະ​ພາບຫວຽດ​ນາມໄດ້​ຈັດ​ຕັ້ງ​ການ​ໂອ້​ລ​ົມເຈລະຈາ​ດ້ວຍ​ຫົວ​ຂໍ້ “ວຽກ​ງານ​ຂົນ​ຂວາຍ​ການ​ໜູນ​ຊ່ວຍຈາກ​ອົງ​ການ​ຈັດ​ຕັ້ງ​ທີ່ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານຕ່າງ​ປະ​ເທດແລະຄວາມ​ຮຽກ​ຮ້ອງ​ທີ່​ໄດ້ວາງອອກໃນ​ສະ​ພາບ​ການ​ໃໝ່”. ທ່ານຟານ​ແອັງ​ເຊີນຮອງ​ປ​ະ​ທານ, ເລ​ຂາ​ທິ​ການ​ ສ​ະ​ຫະ​ພັນ​ມິດ​ຕະ​ພາບ, ຮອງ​ຫົວ​ໜ້າ​ຄະ​ນະ​ກຳ​ມະ​ການ​ວຽກ​ງານ​ກ່ຽວ​ກັບ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານຕ່າງ​ປະ​ເທດເປັນ​ເຈົ້າ​ພາບ​ຈັດ​ຕັ້ງ​ການ​ໂອ້​ລົມ​ເຈລະຈາ.

​ໂອ້​ລົມເຈລະຈາໄດ້​ຮັບ​ການ​ຈັດ​ຕັ້ງ​ຂຶ້ນ​ດ້ວຍ​ເປົ້າ​ໝາຍ​ສະຫຼຸບ, ຕີ​ລາ​ຄາ​ສະ​ພາບ​ການ, ໝາກ​ຜົນ​ທີ່​ບັນ​ລຸ​ໄດ້​ຂອງ​ຂົງ​ເຂດ​ຂົນ​ຂວາຍ​ໜູນ​ຊ່ວຍຂອງ​ອົງ​ການ​ຈັດ​ຕັ້ງ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ຕ່າງ​ປະ​ເທດ, ຈາກ​ນັ້ນ​ຖອດ​ຖອນ​ບົດ​ຮຽນ, ປະ​ສົບ​ການ, ບັນ​ດາ​ຂໍ້​ຈຳ​​ກັດທີ່ຈະຕ້ອ​ງ​ໄດ້​ຮັບ​ການ​ແກ້​ໄຂ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ການ​ໂອ້​ລົມເຈລະຈາ​ກໍ່​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ບັນ​ດາ​ຝ່າຍ​ເຂົ້າ​ຮ່ວມ​ຕີ​ລາ​ຄາກ່ຽວ​ກັບ​ຄວາມ​ຫຍຸ້ງ​ຍາກ, ຂໍ້​ສະ​ດວກ​ໃນ​ການ​ພົວ​ພັນ​ກັບ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ຕ່າງ​ປະ​ເທດ, ທ່າ​ອ່ຽງ​ໜູນ​ຊ່ວຍ​ຈາກ​ອົງ​ການ​ຈັດ​ຕັ້ງ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ຕ່າງ​ປະ​ເທດ, ຍົກ​ອອກ​ທິດ​ທາງແລະມາດ​ຕະ​ການ​ຍົກ​ສູງ​ຄຸນ​ນະ​ພາບ​ວຽກ​ງານ​ການ​ທູດ​ປະ​ຊາ​ຊົນເວົ້າ​ລວມ, ວຽກ​ງານ​ກ່ຽວ​ກັບ​ອົງ​ການ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ຕ່າງ​ປະ​ເທດເວົ້າ​ສະ​ເພາະ.

ທີ່​ການ​ໂອ້​ລົມເຈລະຈາ, ບັນ​ດາ​ຜູ້​ແທນ​ໄດ້​ຮັບ​ຟັງ​ບົດ​ລາຍ​ງານ​ໝາກ​ຜົນ​ການ​ປະ​ຕິ​ບັດ​ຄຳ​ສັ່ງ 04/CT-TW ທີ່ໄດ້​ລົງ​ໃນ​ວັນ​ທີ 6 ກໍ​ລະ​ກົດ 2011 ຂອງ​ຄະ​ນະ​ເລ​ຂາ​ກ່ຽວ​ກັບ​ການ​ສືບ​ຕໍ່​ປ່ຽນ​ແປງ​ໃໝ່ ​ແລະ ຍົກ​ສູງ​ປະ​ສິດ​ທິ​ຜົນ​ຂອງວຽກ​ງານ​ການ​ທູດປະ​ຊາ​ຊົນ​ໃນ​ສະ​ພາບ​ການ​ໃໝ່.

ຜູ້​ຕາງ​ໜ້າ​ສະ​ມາ​ຄົມ​ຊ່ວຍເຫຼືອຄົນ​ພິ​ການ ແລະ ເດັກ​ກ່ຳ​ພ້າ ຫວຽດ​ນາມ, ສະ​ຫະ​ພັນ​ບັນ​ດາ​ສະ​ມາ​ຄົມ​ວິ​ທະ​ຍາ​ສາດ ແລະ ເຕັກ​ນ​ິກ​ຫວຽດ​ນາມ. ສະ​ຫະ​ພັນ ແມ່​ຍິງ ຫວຽດ​ນາມ, ສະ​ມາ​ຄົມ​ກາ​ແດງ​ຫວຽດ​ນາມ, ສະ​ມາ​ຄົມ​ຊາວ​ກະ​ສິ​ກອນ ຫວຽດ​ນາມ… ໄດ້​ນຳສະເໜີບົດ​ປຶກ​ສາ​ຫາ​ລື ແລະ ສະ​ເໜີ​ມາດ​ຕະ​ການ​ແກ້​ໄຂຫຼາຍ​ຢ່າງ​ເພື່ອ​ແນ​ໃສ່​ຮັກ​ສາ, ເສີມ​ຂະ​ຫຍາຍ​ບັນ​ດາ​ໝາກ​ຜົນ​ທີ່​ບັນ​ລຸ​ໄດ້, ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ທີ່​ຄ້າງ​ຄາ​ເພື່ອ​ແນ​ໃສ່​ຍົກ​ສູງ​ຄຸນ​ນະ​ພາບ​ໃນ​ວຽກ​ງານ​ຂົນ​ຂວາຍ​ການ​ໜູ​ນ​ຊ່ວຍ​ຈາກ​ອົງ​ການ​ຈັດ​ຕັ້ງ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ຕ່າງ​ປະ​ເທດ.

ກ່າວ​ຄຳ​ເຫັນ​ສະຫຼຸບ​ການ​ໂອ້​ລົມເຈລະຈາ, ທ່ານ ຟ້ານ​ແອັງ​ ເຊ​ີນ​ ໃຫ້​ຮູ້​ວ່າໝາກ​ຜົນ​ຂອງວຽກ​ງານ​ຂົນ​ຂວາຍ​ການ​ໜູນ​ຊ່​ວຍ​ຂອງອົງ​ການ​ຈັດ​ຕັ້ງ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ຕ່າງ​ປະ​ເທດ ໄລ​ຍະ 2011 – 2020 ແມ່ນມີ​ການ​ປ່ຽນ​ແປງ​ທີ່​ຕັ້ງ​ໜ້າ​ໃນ​ວຽກ​ງານອົງ​ການ​ຈັດ​ຕັ້ງ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ຕ່າງ​ປະ​ເທດ. ໄລ​ຍະຈະມາເຖິງສະ​ຫະ​ພັນ​ມິດ​ຕະ​ພາບ​ຕ້ອງ​ສົມ​ທົບ​ກັບ​ບັນ​ດາ​ໝູ່​ຄະ​ນະ, ອົງ​ການ​ຈັດ​ຕັ້ງ​ປະ​ຊາ​ຊົນ​ຂອງ ຫວຽດ​ນາມ ເພື່ອ​ຍູ້​ແຮງ​ການ​ຄົ້ນ​ຄ້​ວາ​ຢ່າງ​ມີ​ແບບ​ມີ​ແຜນ, ມີບ່ອນອີງຂອງ​ບັນ​ດາ​ອົງ​ການ, ການ​ຕະຫຼາດ, ຄູ່​ຮ່ວມ​ມື​ທີ່​ມີ​ຄວາມ​ສາ​ມາ​ດ​ບົ່ມ​ຊ້ອນ, ຄົ້ນ​ຄ້​ວາ​ບັນ​ດາ​ຄວາມ​ຕ້ອງ​ການ​ຈຸດ​ສຸມ​ໃນ​ໂຄງ​ການ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື ແລະ ຂົນ​ຂວາຍການ​ໜູນ​ຊ່ວຍ ຈາກອົງ​ການ​ຈັດ​ຕັ້ງ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ຕ່າງ​ປະ​ເທດໃນ​ໄລ​ຍະ 2019 – 2025…

ທ່ານ ​ຟານ​ແອ​ັງ​ເຊີນ​ ກໍ່​ຖື​ວ່າການ​ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ແລກ​ປ່ຽນ​ກັບ​ບັ​ນ​ດາ​ຄູ່​ຮ່ວມ​ມື​ຕ່າງ​ປະ​ເທດ​ໃຫ້ຫຼາຍກ່​ວາ​ອີກ, ຫັນ​ລະ​ບຽບ​ການ​ບໍ​ລິ​ຫານ​ເປັນ​ງ່າຍ​ດາຍໃນວຽກ​ງານ​ອະ​ນຸ​ມັດ, ແລ​ກ​ປ່ຽນ, ປະ​ກອບ​ຄຳ​ເຫັນ... ແມ່ນ​ບັນ​ດາ​ມາດ​ຕະ​ການ​ສຳ​ຄັນ​ເພື່ອ​ຍົກ​ສູງ​ຄຸນ​ນະ​ພາບ​ວຽກ​ງານຂົນ​ຂວາຍ​​ໜູນ​ຊ່ວຍ​ຈາກອົງ​ການ​ຈັດ​ຕັ້ງ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ຕ່າງ​ປະ​ເທດ. ສ​ະ​ຫະ​ພັນ​ມິດ​ຕະ​ພາບ​ດ້ວ​ຍ​ບົດ​ບາດ​ເປັນ​ອົງ​ການຜູ້​ປະ​ຈຳ​ການ ຈະ​ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ, ມີ​ຄຳ​ເຫັນ​​ເປັນ​ເສ​ນາ​ທິ​ການ, ເພື່ອ​ສະ​ເໜີ​ບັນ​ດາ​ອົງ​ການ​ທີ່​ກ່ຽວ​ຂ້ອງ​ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ດັ່ງ​ກ່າວ.

ອາກຊັງ​ຕີິນ ​ມີ​ຄວາມ​ປ​າດ​ຖະ​ໜາ​ຢາກ​ສ້າງ​ຕັ້ງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ກັບ ຫວຽດ​ນາມ​ ອາກຊັງ​ຕີິນ ​ມີ​ຄວາມ​ປ​າດ​ຖະ​ໜາ​ຢາກ​ສ້າງ​ຕັ້ງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ກັບ ຫວຽດ​ນາມ​

ຍ​ສ​ໝ - ​ປັດ​ຈຸ​ບັນ ອາກ​ຊັງ​ຕິນ ແມ່ນ​ຄູ່​ຮ່ວມ​ມື​ການ​ຄ້າ​ໃຫຍ່​ອັນ​ດັບ​ທີ 3 ຂອງ ຫວຽດ​ນາມ ຢູ່ ​ອາ​ເມ​ລິ​ກາລາ​ຕິນ, ຖັດຈາກ ບ​ຣາ​ຊິນ ແລະ ເມັກ​ຊີ​ໂກ.

ຮ່າ​ໂນ້ຍ ຈັດ​ຕັ້ງ​ລາຍ​ການ “ຮ່ວມ​ແຮງ​ຮ່ວມ​ໃຈ​ຍູ້​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ຖອຍ​ໄປ” ຮ່າ​ໂນ້ຍ ຈັດ​ຕັ້ງ​ລາຍ​ການ “ຮ່ວມ​ແຮງ​ຮ່ວມ​ໃຈ​ຍູ້​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ຖອຍ​ໄປ”

ໂດຍຕອບສະໜອງຕາມຄຳຮຽກຮ້ອງ “ທົ່ວປວງຊົນສາມັກຄີກັນ, ພະຍາຍາມປ້ອງກັນ, ຕ້ານໂລກລະບາດໂຄວິດ - 19” ຂອງທ່ານປະທານປະເທດ ແລະ ຄະນະປະທານ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ຕອນຄ່ຳວັນທີ 19 ມິຖຸນາ, ຢູ່ ຫໍວັດທະນະທຳ ແຮງງານມິດຕະພາບ ຫວຽດນາມ - ລັດເຊຍ, ນະຄອນ ຮ່າໂນ້ຍ ໄດ້ຈັດຕັ້ງລາຍການ “ຮ່າໂນ້ຍ ຮ່ວມແຮງຮ່ວມໃຈຍູ້ໂລກລະບາດໂຄວິດ ...

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຟ້າມ​ມິນ​ຈິງ ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຍີ່​ປຸ່ນ ປະ​ຈຳ​ຫວຽດ​ນາມ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຟ້າມ​ມິນ​ຈິງ ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຍີ່​ປຸ່ນ ປະ​ຈຳ​ຫວຽດ​ນາມ

ທ່ານເອກອັກຄະລັດຖະທູດ Yamada Takio ເນັ້ນໜັກວ່າ: ເລື່ອງລັດຖະບານຍີ່ປຸ່ນ ຕົກລົງຈະສະໜອງວັກຊິນ 1 ລ້ານໂດສ ໃຫ້ແກ່ຫວຽດນາມ ຊື່ງເປັນການພິສູດໃຫ້ແກ່ນ້ຳໃຈມິດຕະພາບທີ່ເລິກເຊິ່ງ ລະຫວ່າງສອງປະເທດຫວຽດນາມ-ຍີ່ປຸ່ນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.