ຊາວນາເມືອງໜອງບົກຍິ້ມ ເມື່ອພໍ່ຄ້າຮັບຊື້ເຂົ້າເຖິງທົ່ງນາ

11:10 | 01/06/2018

ຜົນຜະລິດເຂົ້ານາແຊງ ຂອງປີນີ້ແມ່ນໄດ້ຮັບຜົນດີກວ່າ ປີຜ່ານມາສາເຫດແມ່ນເນື່ອງ ຈາກສະພາບດິນຟ້າອາກາດທີ່ ເໝາະສົມບວກກັບການໃຊ້ເຕັກນິກ ເຂົ້າໃສ່ການຜະລິດ ເປັນຕົ້ນແມ່ນການບົ່ມຕໍເຟືອງ ເກົ່າເພື່ອສະສົມຝຸ່ນບຳລຸງດິນ ໃຫ້ເຂົ້າງາມຕະຫຼອດປີ ຊຶ່ງເປັນ ການຫຼຸດຜ່ອນການໃຊ້ສານເຄ ມີ ແລະ ປະຢັດຕົ້ນທຶນ ສ່ວນ ສະມັດຖະພາບຂອງຜົນຜະ ລິດປີນີ້ ແມ່ນບັນລຸ 4 ໂຕນ/ ເຮັກຕາ.

ຊາວນາເມືອງໜອງບົກຍິ້ມ ເມື່ອພໍ່ຄ້າຮັບຊື້ເຂົ້າເຖິງທົ່ງນາ

ຜົນຜະລິດເຂົ້ານາແຊງເມືອງໜອງບົກ ແຂວງ ຄຳມ່ວນ.

ລະດູການຜະລິດເຂົ້ານາແຊງປີນີ້ ເມືອງໜອງບົກ ແຂວງ ຄຳມ່ວນ ທີ່ເຫັນວ່າສະພາບຜົນ ຜະລິດໄດ້ຮັບໝາກຜົນດີພໍສົມ ຄວນບໍ່ວ່າຈະເປັນດ້ານລາຄາ ທີ່ສົມເຫດສົມຜົນລະຫວ່າງຜູ້ ຊື້-ຜູ້ຂາຍໃນໂອກາດທີ່ສື່ມວນ ຊົນທ້ອງຖິ່ນໄດ້ລົງເຄື່ອນໄຫວ ຕິດຕາມຊຸກຍູ້ການເກັບກ່ຽວ ເຂົ້ານາແຊງຮ່ວມກັບທ່ານ ບຸນຈັນ ໄຊປັນຍາ ຫົວໜ້າພະ ແນກກະສິກຳ ແລະ ປ່າໄມ້ ແຂວງ ກໍໄດ້ສຳພາດທ່ານ ສຸກ ສາຄອນ ໂຄດຕະວົງ ຕາງໜ້າ ກຸ່ມຊາວນາບ້ານດົງສະຫງຳ ເມືອງໜອງບົກ ໄດ້ກ່າວວ່າ: ບ້ານດົງສະຫງຳແມ່ນບ້ານໜຶ່ງ ໃນຈຳນວນ 55 ບ້ານ ທີ່ຂຶ້ນກັບ ເມືອງ ປະກອບມີ 108 ຫຼັງຄາ ເຮືອນ, 92 ຄອບຄົວ, ມີປະຊາ ຊົນທັງໝົດ 518 ຄົນ, ຍິງ 295 ຄົນ, ອາຊີບຫຼັກຂອງປະຊາຊົນ ແມ່ນເຮັດນາ 2 ລະດູຄື: ລະດູ ແລ້ງ ແລະ ລະດູຝົນ ປູກພືດ - ລ້ຽງສັດ - ຄ້າຂາຍເປັນສຳຮອງ ທົ່ວບ້ານມີເນື້ອທີ່ນາທັງໝົດ 147 ເຮັກຕາ ແຕ່ຖ້າມີການບຸກ ເບີກຊັບຊ່າວຕື່ມ, ຄາດວ່າຈະ ບັນລຸ 200 ເຮັກຕາ ສຳລັບເນື້ອ ທີ່ນາແຊງທີ່ສາມາດເຮັດໄດ້ໃນ ປັດຈຸບັນເທົ່າກັບ 69 ເຮັກຕາ.

ທ່ານ ສຸກສາຄອນ ກ່າວ ວ່າ: ຜົນຜະລິດເຂົ້ານາແຊງ ຂອງປີນີ້ແມ່ນໄດ້ຮັບຜົນດີກວ່າ ປີຜ່ານມາສາເຫດແມ່ນເນື່ອງ ຈາກສະພາບດິນຟ້າອາກາດທີ່ ເໝາະສົມບວກກັບການໃຊ້ ເຕັກນິກເຂົ້າໃສ່ການຜະລິດ ເປັນຕົ້ນແມ່ນການບົ່ມຕໍເຟືອງ ເກົ່າເພື່ອສະສົມຝຸ່ນບຳລຸງດິນ ໃຫ້ເຂົ້າງາມຕະຫຼອດປີ ຊຶ່ງເປັນ ການຫຼຸດຜ່ອນການໃຊ້ສານເຄ ມີ ແລະ ປະຢັດຕົ້ນທຶນ ສ່ວນ ສະມັດຖະພາບຂອງຜົນຜະ ລິດປີນີ້ ແມ່ນບັນລຸ 4 ໂຕນ/ ເຮັກຕາ, ການຜະລິດເຂົ້າພາຍ ໃນບ້ານດົງສະຫງຳສ່ວນໃຫຍ່ ແມ່ນຜະລິດເປັນສິນຄ້າ ເພື່ອ ສ້າງເສດຖະກິດຄອບຄົວສ່ວນ ເຂົ້ານາປີແມ່ນແຮໄວ້ ເປັນສະ ບຽງອາຫານ ປັດຈຸບັນ ກຸ່ມຊາວ ນາບ້ານດົງສະຫງຳມີຢູ່ທັງໝົດ 83 ຄອບຄົວ, ສະເລ່ຍລາຍຮັບ ຕໍ່ຄອບຄົວໄດ້ 17 ລ້ານກີບ/ ຄອບຄົວ/ປີ. ການເຮັດນາແຊງ ມາຮອດປັດຈຸບັນແມ່ນມີຄວາມ ສະດວກຂຶ້ນ ເນື່ອງຈາກວ່າມີ ພໍ່ຄ້າຄົນກາງມາຮັບຊື້ກັບທີ່ (ທົ່ງນາ) ໃນລາຄາເຂົ້າເປືອກ ອັດຕາຄວາມຊື້ນ 23 - 25% ລາຄາ 1 ໝື່ນເທົ່າກັບ 23.500 ກີບ ຊຶ່ງລາຄາດັ່ງກ່າວຖືວ່າສົມ ເຫດສົມຜົນລະຫວ່າງຊາວນາ (ຜູ້ຂາຍ) ແລະ ພໍ່ຄ້າຄົນກາງ (ຜູ້ຊື້) ພາຍຫຼັງທີ່ຮັບຊື້ຈາກຊາວ ນາແລ້ວແມ່ນໄປສົ່ງໃຫ້ກຸ່ມໂຮງ ສີ ຫຼື ໂຮງສີໃຫຍ່ມາດຕະຖານ ຢູ່ແຂວງສະຫວັນນະເຂດ.

(ແຫຼ່ງ​ຂໍ້​ມູນ​: ປ​ຊ​ຊ)

ເຫດການ
302 Found

Found

The document has moved here.