ຂະແໜງກະສິກຳ ແລະ ປ່າໄມ້ ວາງຄາດໝາຍຜະລິດສະບຽງອາຫານ ເພື່ອແກ້ໄຂຄວາມທຸກຍາກ ແລະ ຄວາມອຶດຫິວ

06:38 | 03/11/2020

ຢາກແກ້ໄຂຄວາມທຸກຍາກ ແລະ ຄວາມອຶດຫິວໄດ້ ກໍຄື ການຈັດຕັ້ງປະຕິບັດ ຄາດໝາຍສູ້ຊົນ ດັ່ງກ່າວໄດ້ ມັນຮຽກຮ້ອງໃຫ້ພາກລັດ, ເອກະຊົນ ແລະ ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງທາງສັງຄົມ, ຊາວກະສິກອນທົ່ວປະເທດ ຕ້ອງດຳເນີນມາດຕະ ການທີ່ຕັ້ງໜ້າ ຢ່າງມີປະສິດຕິພາບ, ເອົາໃຈໃສ່ຜັນຂະຫຍາຍ ຈັດຕັ້ງປະຕິບັດ ຄຳສັ່ງຂອງຄະນະເລຂາ ທິການສູນກາງພັກ ວ່າດ້ວຍການເພີ່ມທະວີ ຄວາມຮັບຜິດຊອບ ຂອງຄະນະພັກ ໃນການຊີ້ນຳ-ນຳພາ ການປ້ອງກັນ ແລະ ຮັບມືກັບໄພພິບັດທຳມະຊາດ ແລະ ຄຳສັ່ງຂອງນາຍົກ ລັດຖະມົນຕີ ວ່າດ້ວຍ ການຈັດຕັ້ງປະຕິບັດ 8 ມາດຕະການຊຸກຍູ້ ເສດຖະກິດ.

ຂະແໜງກະສ ກຳ ແລະ ປ າໄມ ວາງຄາດໝາຍຜະລ ດສະບຽງອາຫານ ເພ ອແກ ໄຂຄວາມທ ກຍາກ ແລະ ຄວາມອ ດຫ ວ ກອງປະຊຸມພິເສດເຈົ້າໜ້າທີ່ຂັ້ນສູງກະສິກຳ, ປ່າໄມ້ AMAF ASEAN+3
ຂະແໜງກະສ ກຳ ແລະ ປ າໄມ ວາງຄາດໝາຍຜະລ ດສະບຽງອາຫານ ເພ ອແກ ໄຂຄວາມທ ກຍາກ ແລະ ຄວາມອ ດຫ ວ ກອງປະຊຸມລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ອາຊຽນ
ຂະແໜງກະສ ກຳ ແລະ ປ າໄມ ວາງຄາດໝາຍຜະລ ດສະບຽງອາຫານ ເພ ອແກ ໄຂຄວາມທ ກຍາກ ແລະ ຄວາມອ ດຫ ວ
ພາບປະກອບ

ສຳລັບປີ 2021 ຂະແໜງກະສິກໍາ ແລະ ປ່າໄມ້ ໄດ້ວາງຄາດໝາຍ ສູ້ຊົນຜະລິດສະ ບຽງອາຫານ ເພື່ອປະຕິບັດວິໄສທັດ, ຍຸດທະສາດ ແລະ ແຜນ 5 ປີ ກ່ຽວກັບກະສິກໍາ-ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ຄື: ເນື້ອທີ່ປູກເຂົ້າໃຫ້ໄດ້ 950.250 ເຮັກຕາ ຜົນຜະລິດໃຫ້ໄດ້ 3,53 ລ້ານໂຕນ, ພືດສະບຽງຕ່າງໆ: ສາລີຫວານ ໃຫ້ໄດ້ 28.100 ເຮັກຕາ, ຜົນຜະລິດ 271.000 ໂຕນ, ເຜືອກມັນໃຫ້ໄດ້ 17.500 ເຮັກຕາ ຜົນຜະລິດ 251.000 ໂຕນ, ໝາກໄມ້ 64.300 ເຮັກຕາ ຜົນຜະລິດ 1,2 ລ້ານໂຕນ, ພືດຜັກຕ່າງໆ 181.400 ເຮັກຕາ ຜົນຜະລິດ 1,5 ລ້ານໂຕນ, ຜະລິດຊີ້ນ-ປາ ໃຫ້ໄດ້ 486.000 ໂຕນ. ສຳລັບວຽກພັດທະນາ ຊົນນະບົດລຶບລ້າງຄວາມ ທຸກຍາກ ໄດ້ວາງຄາດໝາຍສູ້ຊົນ ຄື: ສ້າງຄອບຄົວພົ້ນທຸກໃຫ້ໄດ້ 20.436 ຄອບຄົວ, ສ້າງບ້ານພົ້ນທຸກໃຫ້ໄດ້ 310 ບ້ານ, ສ້າງຄອບຄົວພັດທະນາ ໃຫ້ໄດ້ 24.572 ຄອບຄົວ ແລະ ບ້ານພັດທະນາໃຫ້ໄດ້ 442 ບ້ານ.

ຂໍ້ມູນດັ່ງກ່າວລາຍງານ ໂດຍທ່ານ ລິນທອງ ດວງສະຫວັນ ຮອງລັດຖະມົນຕີ ກະຊວງກະ ສິກຳ ແລະ ປ່າໄມ້ ໃນພິທີຊຸມນຸມ ເພື່ອສະເຫລີມສະຫລອງ ວັນອາຫານໂລກ ແລະ ວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ປະຈຳປີ 2020, ເຊິ່ງໄດ້ຈັດຂຶ້ນ ໃນທ້າຍອາທິດທີ່ຜ່ານມາ, ທີ່ສະຖາບັນຄົ້ນຄວ້າກະສິກໍາ ແລະ ພັດທະນາຊົນນະບົດ ນະຄອນຫລວງວຽງຈັນ.

ທ່ານ ລິນທອງ ດວງສະຫວັນ ກ່າວຕື່ມວ່າ: ຢາກແກ້ໄຂຄວາມທຸກຍາກ ແລະ ຄວາມອຶດຫິວໄດ້ ກໍຄື ການຈັດຕັ້ງປະຕິບັດ ຄາດໝາຍສູ້ຊົນ ດັ່ງກ່າວໄດ້ ມັນຮຽກຮ້ອງໃຫ້ພາກລັດ, ເອກະຊົນ ແລະ ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງທາງສັງຄົມ, ຊາວກະສິກອນທົ່ວປະເທດ ຕ້ອງດຳເນີນມາດຕະ ການທີ່ຕັ້ງໜ້າ ຢ່າງມີປະສິດຕິພາບ, ເອົາໃຈໃສ່ຜັນຂະຫຍາຍ ຈັດຕັ້ງປະຕິບັດ ຄຳສັ່ງຂອງຄະນະເລຂາ ທິການສູນກາງພັກ ວ່າດ້ວຍການເພີ່ມທະວີ ຄວາມຮັບຜິດຊອບ ຂອງຄະນະພັກ ໃນການຊີ້ນຳ-ນຳພາ ການປ້ອງກັນ ແລະ ຮັບມືກັບໄພພິບັດທຳມະຊາດ ແລະ ຄຳສັ່ງຂອງນາຍົກ ລັດຖະມົນຕີ ວ່າດ້ວຍ ການຈັດຕັ້ງປະຕິບັດ 8 ມາດຕະການຊຸກຍູ້ ເສດຖະກິດ.

ນີ້, ຮຽກຮ້ອງມາຍັງບັນດາຂະແໜງການຂັ້ນສູນກາງ, ອົງການປົກຄອງ ທ້ອງຖິ່ນແຕ່ລະຂັ້ນ, ອົງການຈັດຕັ້ງມະຫາຊົນ, ປະຊາຊົນບັນດາເຜົ່າ, ພາກເອກະຊົນ, ອົງການຈັດຕັ້ງສັງຄົມ, ອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາ ຈົ່ງສືບຕໍ່ ຮ່ວມກັບປະຊາຊາດໃນໂລກ ພ້ອມກັນສົ່ງແຮງໃຈ ແລະ ສະໜັບສະໜູນ ໄປເຖິງຜູ້ທຸກຍາກ ແລະ ອຶດຫິວ ຄົ້ນຄວ້າຊອກຫາວິທີການ ແລະ ມາດຕະການ ເພື່ອສູ້ຊົນ ຈັດຕັ້ງປະຕິບັດຄຳຂວັນ ວັນອາຫານໂລກ “ອານາຄົດຂຶ້ນກັບ ການກະທຳຂອງພວກເຮົາ ຈົ່ງພ້ອມກັນເພີ່ມພູນຜະລິດຜົນ ຮັບປະກັນຄວາມຍືນຍົງໃຫ້ທົ່ວເຖິງ” ແລະ ຄຳຂວັນວັນສາກົນ ລຶບລ້າງຄວາມທຸກຍາກ “ຮ່ວມໃຈການ ເພື່ອບັນລຸຄວາມ ຍຸຕິທຳທາງສັງຄົມ ແລະ ສິ່ງແວດລ້ອມ ໃຫ້ແກ່ທຸກຄົນ” ໃຫ້ປະກົດຜົນເປັນຈິງ.

ຂະແໜງກະສ ກຳ ແລະ ປ າໄມ ວາງຄາດໝາຍຜະລ ດສະບຽງອາຫານ ເພ ອແກ ໄຂຄວາມທ ກຍາກ ແລະ ຄວາມອ ດຫ ວ ສະພາແຫ່ງຊາດຮັບຮອງການແຕ່ງຕັ້ງ ບຸກຄະລາກອນຂັ້ນສູງຂອງລັດ

ການດໍາເນີນກອງປະຊຸມ ສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ໃນຕອນເຊົ້າວັນທີ 30 ຕຸລາ 2020 ນີ້, ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ປະ ທານສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ພິຈາລະນາຕາມການສະເໜີ ຂອງນາຍົກລັດຖະມົນຕີ ກ່ຽວກັບການຍົກຍ້າຍ ແລະ ການແຕ່ງຕັ້ງ ບຸກຄະລາກອນ ຂັ້ນສູງຂອງລັດ, ໂດຍໄດ້ສະເໜີຍົກຍ້າຍ ທ່ານ ລຽນ ທີແກ້ວ ລັດຖະມົນຕີ ກະຊວງກະສິກໍາແລະ ...

ຂະແໜງກະສ ກຳ ແລະ ປ າໄມ ວາງຄາດໝາຍຜະລ ດສະບຽງອາຫານ ເພ ອແກ ໄຂຄວາມທ ກຍາກ ແລະ ຄວາມອ ດຫ ວ ການລະເມີດວິໄນແຜນການ-ການເງິນ ໃນອົງການລັດ ມີທ່າອ່ຽງຫລຸດລົງ

ອົງການກວດສອບແຫ່ງລັດ, ມີໜ້າທີ່ກວດກາບົດສະຫລຸບ ລາຍງານຂາດຕົວ ການຈັດຕັ້ງປະຕິບັດ ງົບປະມານແຫ່ງລັດໃນລະປີ ຂອງບັນດາກະຊວງ ແລະ ອົງການປົກຄອງທ້ອງຖິ່ນຂັ້ນຕ່າງໆ ຕາມລັດຖະທໍາມະນູນ ແລະ ກົດໝາຍວ່າດ້ວຍ ການກວດສອບແຫ່ງລັດ ແລະ ບັນຫາໜຶ່ງທີ່ສະມາຊິກ ສະພາແຫ່ງຊາດກໍຄື ສັງຄົມໃຫ້ຄວາມສົນໃຈຫລາຍ ກໍແມ່ນເປັນຫຍັງບໍ່ປະຕິບັດ ມາດຕະການຢ່າງເຂັ້ມງວດ ຕໍ່ການລະເມີດວິໄນ ແຜນການ-ການເງິນ, ເຊິ່ງບັນຫານີ້ ຫົວໜ່ວຍທີ່ລະເມີດ ລະບຽບການນັ້ນ ກໍແມ່ນອົງການຂອງລັດຂັ້ນ.

ຂະແໜງກະສ ກຳ ແລະ ປ າໄມ ວາງຄາດໝາຍຜະລ ດສະບຽງອາຫານ ເພ ອແກ ໄຂຄວາມທ ກຍາກ ແລະ ຄວາມອ ດຫ ວ ປະເທດລາວ ຕັ້ງໃຈຫຼຸດຜ່ອນການລະເມີດວິໄນແຜນການ-ການເງິນ ໃນອົງການລັດ

ຍສໝ - ໃນວັນທີ 30 ຕຸລາ 2020 ນີ້, ທ່ານ ບຸນປອນ ວັນນະຈິດ - ຮອງປະທານອົງການກວດສອບແຫ່ງລັດ, ໄດ້ຊີ້ແຈງຕໍ່ຄໍາຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ກ່ຽວກັບການຈັດຕັ້ງປະຕິບັດການກວດສອບ ແລະ ມາດຕະການແກ້ໄຂຜົນການກວດສອບຢູ່ບັນດາກະຊວງ ແລະ ທ້ອງຖິ່ນ ທີ່ລະເມີດວິໄນ ແຜນການ-ການເງິນ.

kpl.gov.la

ເຫດການ
302 Found

Found

The document has moved here.