| ນຳ ດານັງ ກາຍເປັນຈຸດໝາຍປາຍທາງອັນດຶງດູດຂອງບັນດາເຫດການຮູບເງົາສາກົນ | |
| ດານັງ ນຳໜ້າດ້ານຈຳນວນການຄົ້ນຫາ ພາຍໃດບັນດາຈຸດໝາຍປາຍທາງຢູ່ພາກກາງ |
ໃນຕອນຄ່ຳວັນທີ 14 ກໍລະກົດ, ຢູ່ທີ່ນະຄອນ ດານັງ, ສະຫະພັນບັນດາອົງການມິດຕະພາບນະຄອນ ດານັງ ໄດ້ປະສານສົມທົບກັບ ສະຖານເອກອັກຄະລັດຖະທູດ ສາທາລະນະລັດ ຈີເລ ປະຈຳ ຫວຽດນາມ ຈັດຕັ້ງພິທີສະເຫຼີມສະຫຼອງ ແລະ ງານລ້ຽງຕ້ອນຮັບ ເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ-ຈີເລ ຄົບຮອບ 55 ປີ.
ໂດຍເຂົ້າຮ່ວມງານມີ: ທ່ານນາງ Nasly Isabel Bernal Prado, ເອກອັກຄະລັດຖະທູດ ຈີເລ ປະຈຳ ຫວຽດນາມ; ທ່ານ ດົ່ງຫງອກຮຸ່ງແອງ, ຮອງປະທານສະພາປະຊາຊົນນະຄອນ; ທ່ານນາງ ຫງວຽນທິແອງທິ, ຮອງປະທານຄະນະກຳມະການປະຊາຊົນນະຄອນ; ພ້ອມດ້ວຍບັນດາອົງການກົງສຸນຕ່າງປະເທດປະຈຳ ດານັງ ແລະ ບາງວິສາຫະກິດ ຈີເລ ທີ່ພວມເຄື່ອນໄຫວທຸລະກິດຢູ່ ຫວຽດນາມ.
![]() |
| ບັນດາຜູ້ແທນຂອງສອງປະເທດຢ້ຽມຊົມງານວາງສະແດງຮູບພາບ ແນະນຳກ່ຽວກັບເສັ້ນທາງແຫ່ງສາຍພົວພັນທາງການທູດ ຫວຽດນາມ-ຈີເລ ຕະຫຼອດໄລຍະ 55 ປີ. |
ຈີເລ ມີຫຼາຍທ່າແຮງທີ່ສອດຄ່ອງກັບທິດທາງການພັດທະນາຂອງ ດານັງ
ໜັງສືພິມປະຊາຊົຮ ໄດ້ຖອດຖອນຄຳປາໄສຂອງ ທ່ານນາງ ຫງວຽນທິແອງທິ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ດານັງ ຢູ່ທີ່ພິທີໂດຍໃຫ້ຮູ້ວ່າ, ສາຍພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ຈີເລ ທີ່ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2007 ນັ້ນໄດ້ສ້າງປະຖົມປັດໄຈເພື່ອຊຸກຍູ້ການຮ່ວມມືລະຫວ່າງສອງປະເທດພາຍໃນຫຼາຍຂົງເຂດ.
ສາຍພົວພັນທາງດ້ານການເມືອງ ແມ່ນໄດ້ຮັບການຮັດແໜ້ນຢ່າງຕໍ່ເນື່ອງ ຜ່ານບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ການຮ່ວມເດີນທາງຢ່າງມີຄວາມຮັບຜິດຊອບ ຕໍ່ກັບບັນດາສິ່ງທ້າທາຍແຫ່ງຍຸກສະໄໝ ຢູ່ທີ່ບັນດາເວທີປາໄສໃຫຍ່.
ຕາມທ່ານນາງ ຫງວຽນທິແອງທິ ແລ້ວ, ຫວຽດນາມ ແລະ ຈີເລ ຍັງມີທ່າແຮງບົ່ມຊ້ອນໃນການຮ່ວມມືອີກຫຼາຍດ້ານ ພາຍໃນຂົງເຂດ: ເສດຖະກິດສີຂຽວ, ການຫັນເປັນດິຈິຕອນ, ພະລັງງານສະອາດ, ພະລັງງານທົດແທນ, ການຂຸດຄົ້ນແຮ່ທາດ, ນະວັດຕະກຳ, ການຄ້າ, ການລົງທຶນ, Logistics, ກະສິກຳ - ອາຫານເຕັກໂນໂລຊີສູງ, ເຕັກນິກ ແລະ ການພົບປະແລກປ່ຽນວັດທະນະທຳ.
ການສືບຕໍ່ເຮັດໃຫ້ສາຍພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ຈີເລ ເລິກເຊິ່ງຍິ່ງຂຶ້ນ ຈະນຳມາເຊິ່ງຜົນປະໂຫຍດຕົວຈິງໃຫ້ແກ່ແຕ່ລະປະເທດ, ທັງປະກອບສ່ວນເພີ່ມທະວີການເຊື່ອມຕໍ່ລະຫວ່າງເຂດ ອາຊີຕາເວັນອອກສ່ຽງໃຕ້ ແລະ ອາເມລິກາ ລາຕິນ.
ການນຳນະຄອນ ດານັງ ໃຫ້ຮູ້ວ່າ, ຕາມທິດທາງການວາງຜັງເມືອງຮອດປີ 2050, ວິໄສທັດຮອດປີ 2075, ນະຄອນແມ່ນມຸ່ງໄປສູ່ການເປັນຕົວເມືອງອັດສະລິຍະ, ນະຄອນນິເວດ ແລະ ເປັນສູນກາງທາງດ້ານການເງິນ, ໂລຈິສຕິກ, ການຄ້າເສລີ ລະດັບສາກົນ.
ດານັງ ພວມຍູ້ແຮງຂະບວນການເຊື່ອມໂຍງເຂົ້າກັບສາກົນ, ເປີດກວ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືກັບບັນດາຄູ່ຮ່ວມມືຕ່າງປະເທດ ພາຍໃນຂົງເຂດທີ່ສອດຄ່ອງກັບທິດທາງການພັດທະນາຂອງນະຄອນ.
ຕາມທ່ານນາງ ຫງວຽນທິແອງທິ ແລ້ວ, ຈີເລ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືບຸລິມະສິດ, ທີ່ມີທ່າແຮງບົ່ມຊ້ອນ ແລະ ຄວາມສາມາດບົ່ມຊ້ອນຫຼາຍດ້ານ ທີ່ສອດຄ່ອງກັບຄວາມຕ້ອງການພັດທະນາຂອງ ດານັງ. ທ່ານນາງຮອງປະທານຄະນະກຳມະການປະຊາຊົນນະຄອນ ໄດ້ສະເໜີໃຫ້ ສະຖານເອກອັກຄະລັດຖະທູດ ຈີເລ, ອົງການສົ່ງເສີມການຄ້າ ແລະ ບັນດາວິສາຫະກິດ ຈີເລ ປະຈຳ ຫວຽດນາມ ສືບຕໍ່ເປັນຂົວຕໍ່, ຊຸກຍູ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ດານັງ ກັບບັນດາທ້ອງຖິ່ນ, ອົງການຈັດຕັ້ງ ແລະ ວິສາຫະກິດ ຈີເລ.
ເພີ່ມທະວີການເຊື່ອມຕໍ່ວິສາຫະກິດ ແລະ ການພົບປະແລກປ່ຽນລະຫວ່າງປະຊາຊົນ
ທ່ານນາງ Nasly Isabel Bernal Prado, ເອກອັກຄະລັດຖະທູດ ຈີເລ ປະຈຳ ຫວຽດນາມ ໄດ້ສະແດງຄວາມເຊື່ອໝັ້ນວ່າ, ບົນພື້ນຖານມິດຕະພາບທີ່ໄດ້ຮັບການເພີ່ມພູນຄູນສ້າງຕະຫຼອດໄລຍະ 55 ປີທີ່ຜ່ານມາ, ສາຍພົວພັນ ຈີເລ - ຫວຽດນາມ ຈະສືບຕໍ່ຂະຫຍາຍຕົວຢ່າງກວ້າງຂວາງ ແລະ ເລິກເຊິ່ງ, ນຳມາເຊິ່ງຜົນປະໂຫຍດຕົວຈິງໃຫ້ແກ່ປະຊາຊົນສອງປະເທດ, ທັງເພີ່ມທະວີການເຊື່ອມຕໍ່ລະຫວ່າງເຂດ ອາເມລິກາ ລາຕິນ ແລະ ອາຊີຕາເວັນອອກສ່ຽງໃຕ້.
ທ່ານນາງເອກອັກຄະລັດຖະທູດ ມຸ່ງຫວັງວ່າ ໄມຕີຈິດມິດຕະພາບລະຫວ່າງປະຊາຊົນສອງປະເທດ ຈະໄດ້ຮັບການຮັດແໜ້ນຢ່າງຕໍ່ເນື່ອງ, ສ້າງເປັນພື້ນຖານເພື່ອໃຫ້ຄົນຮຸ່ນຫຼັງ ຊຸກຍູ້ສາຍພົວພັນສອງຝ່າຍໃຫ້ຂະຫຍາຍຕົວຢ່າງມີຊີວິດຊີວາ ແລະ ມີປະສິດທິຜົນ.
ພາຍໃນຂອບເຂດຂອງແຜນງານ, ຕາງໜ້າກົມສົ່ງເສີມການຄ້າ ຈີເລ ແລະ ສະຫະພັນການຄ້າ ແລະ ອຸດສາຫະກຳ ຫວຽດນາມ ສາຂາພາກກາງ - ພູພຽງຕາເວັນຕົກ ໄດ້ແລກປ່ຽນກ່ຽວກັບທ່າແຮງບົ່ມຊ້ອນພາຍໃນການຮ່ວມມື ລະຫວ່າງວິສາຫະກິດເຂດພາກກາງ - ພູພຽງຕາເວັນຕົກ ກັບບັນດາຄູ່ຮ່ວມມື ຈີເລ.
ບັນດາຜູ້ແທນໄດ້ຮັບການສະໜອງຂໍ້ມູນຂ່າວສານ ກ່ຽວກັບສະພາບແວດລ້ອມການລົງທຶນ, ໂອກາດການຮ່ວມມືທາງດ້ານການຄ້າ ແລະ ບັນດາຂົງເຂດທີ່ສອງຝ່າຍສາມາດເພີ່ມທະວີການເຊື່ອມຕໍ່ກັນໃນໄລຍະຈະມາເຖິງ.
ແຜນງານຍັງໄດ້ແນະນຳງານວາງສະແດງຮູບພາບ ກ່ຽວກັບເສັ້ນທາງແຫ່ງສາຍພົວພັນທາງການທູດ ຫວຽດນາມ - ຈີເລ 55 ປີ, ເຊິ່ງປະກອບມີບັນດາເອກະສານ, ຮູບພາບກ່ຽວກັບການຢ້ຽມຢາມຂັ້ນສູງ ແລະ ການເຄື່ອນໄຫວຮ່ວມມືພາຍໃນຂົງເຂດເສດຖະກິດ, ການຄ້າ, ວັດທະນະທຳ, ການພົບປະແລກປ່ຽນລະຫວ່າງປະຊາຊົນ.
ເຂດວາງສະແດງຜະລິດຕະພັນທີ່ເປັນເອກະລັກ ແລະ ແນະນຳທ່າແຮງບົ່ມຊ້ອນທາງດ້ານການທ່ອງທ່ຽວຂອງ ຫວຽດນາມ, ຈີເລ ໄດ້ມີສ່ວນຮ່ວມໃນການໂຄສະນາທ່າແຮງຂອງແຕ່ລະປະເທດ ແລະ ສ້າງໂອກາດເຊື່ອມຕໍ່ລະຫວ່າງວິສາຫະກິດຂອງສອງຝ່າຍຕື່ມອີກ.
| ດານັງ - Turku (ແຟງລັງ) ເພີ່ມທະວີສາຍພົວພັນການຮ່ວມມືມິດພາບ ຍສໝ - ພາຍໃດຂອບເຂດການເຄື່ອນໄຫວວຽກງານ ຢູ່ທີ່ປະເທດ ຟິນແລນ ໃນວັນທີ 17 ມິຖຸນາ, ຄະນະປະຕິບັດງານ ນະຄອນ ດານັງ ໄດ້ເຂົ້າຢ້ຽມຢາມ ແລະ ເຮັດວຽກຮ່ວມກັບ ອຳນາດການປົກຄອງນະຄອນ Turku (ແຟງລັງ). ນີ້ແມ່ນກິດຈະກຳການຕ່າງປະເທດອັນສຳຄັນ ແນໃສ່ສືບຕໍ່ຮັດແໜ້ນ, ເພີ່ມທະວີສາຍພົວພັນການຮ່ວມມືມິດພາບ ລະຫວ່າງ ດານັງ - Turku ຊຶ່ງໄດ້ຮັບການສ້າງຕັ້ງຂຶ້ນມາຕັ້ງແຕ່ປີ ... |
| ນະຄອນ ດານັງ ຈັດການຍ່າງເພື່ອສັນຕິພາບໃນວັນທີ 7 ເມສາ ຍສໝ - ໂຄງການຍ່າງສັນຕິພາບປີ 2026, ພາຍໃຕ້ຫົວຂໍ້ "ບາດກ້າວສູ່ສັນຕິພາບ" ຈະຈັດຂຶ້ນໃນເວລາ 6:30 ໂມງເຊົ້າຂອງວັນທີ 7 ເມສາ, ທີ່ຖະໜົນຊູວັນແຮ້ງ, ຕາແສງຫງູແຮ້ງເຊີນ, ນະຄອນ ດານັງ. |
