ແຂວງບາກລຽວ ລະດົມ​​ປຸກສ້າງ​ເຮືອນ​ 120 ຫຼັງໃຫ້ບັນດາຄອບຄົວ​ທີ່ຫຍຸ້ງຍາກ

17:10 | 10/08/2024

ຍສໝ - ໃນວັນທີ 5 ສິງຫາ ຜ່ານມານີ້, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງບາກລຽວ ພ້ອມກັບຄະນະພົວພັນຕິດຕໍ່ບ້ານເກີດເມືອງນອນ ບາກລຽວ - ກາເມົາ ຢູ່ນະຄອນໂຮຈີມິ່ງ ໄດ້ຈັດພິທີລົງນາມຂໍ້ຕົກລົງ ສົມທົບກັນຈັດຕັ້ງປະຕິບັດລາຍການ “ບ້ານເກີດເມືອງນອນ ແລະ ບັນດານ້ຳໃຈ ຄັ້ງທີ 3".

ກອງ​ປະ​ຊຸມ​ໃຫຍ່ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ - ນິວ​ຊີ​ແລນ ແຂວງບິ່ງ​ດິ້ງ ​ຄັ້ງ​ທີ IV ກອງ​ປະ​ຊຸມ​ໃຫຍ່ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ - ນິວ​ຊີ​ແລນ ແຂວງບິ່ງ​ດິ້ງ ​ຄັ້ງ​ທີ IV
ກວາງບິ່ງ ໜູນຊ່ວຍການກໍ່ສ້າງ ແລະສ້ອມແປງເຮືອນ “ມະຫາສາມັກຄີ” 3.000 ຫຼັງ ກວາງບິ່ງ ໜູນຊ່ວຍການກໍ່ສ້າງ ແລະສ້ອມແປງເຮືອນ “ມະຫາສາມັກຄີ” 3.000 ຫຼັງ

ຂໍ້ຕົກລົງໄດ້ກໍານົດພາລະບົດບາດ, ຄວາມຮັບຜິດຊອບຂອງແຕ່ລະຝ່າຍໃນວຽກງານການປະສານສົມທົບກັນຈັດຕັ້ງປະຕິບັດລາຍການ ປຸກລະດົມກໍ່ສ້າງຂົວຊົນນະບົດ ແລະ ເຮືອນຢູ່ໃຫ້ຜູ້ທຸກຍາກຢູ່ພາຍໃນແຂວງ. ພ້ອມ​ກັນ​ນັ້ນ, ກໍ່​ເພີ່ມ​ທະວີ​ການ​ສົມທົບ​ກັນ​ລະຫວ່າງ​ຄະນະ​ພົວພັນຕິດຕໍ່​ບ້ານເກີດເມືອງນອນ​ແຂວງບາກ​ລຽວ - ກາ​ເມົາ ຢູ່ນະຄອນໂຮຈີມິ່ງ ​ແລະ ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງບາກ​ລຽວ ​ໃນ​ການ​ລະດົມ​ທຶນ​ສົມທົບ ​ຫຼື ທືນກູ້ຢືມໃຫ້​ກັບ​ບັນດາ​ໂຄງການ​ກໍ່ສ້າງ​ຂົວຊົນນະບົດ ແລະ​ເຮືອນຢູ່​ເພື່ອຄົນ​ທຸກ​ຍາກ​ໃນ​ແຂວງ.

ແຂວງບາກລຽວ ລະດົມ​​ປຸກສ້າງ​ເຮືອນ​ 120 ຫຼັງໃຫ້ບັນດາຄອບຄົວ​ທີ່ຫຍຸ້ງຍາກ

ພິທີ​ລົງ​ນາມຂໍ້ຕົກລົງວ່າດ້ວຍການສົມທົບການ​ປະຕິບັດ​ໂຄງການ "ບ້ານ​ເກີດ​ເມືອງ​ນອນ​ ແລະ ບັນດາ​ນ້ຳ​ໃຈ" ຄັ້ງທີ 3. (ພາບ: Baclieu.gov.vn)

ຕາມ​ຂໍ້ຕົກລົງແລ້ວ, ແຕ່​ປີ 2024 – 2026, ສອງຝ່າຍ​ຈະ​ລະດົມ​ການຊ່ວຍເຫຼືອເຮືອນຢູ່ 120 ຫຼັງ​ໃຫ້​ບັນດາ​ຄອບຄົວ​ທີ່ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຢູ່​ແຂວງ (​ແຕ່​ລະ​ຫຼັງ​ມີ​ມູນ​ຄ່າ 50 ລ້ານ​ດົ່ງ). ​ໃນ​ນັ້ນ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ ບາກ​ລຽວ ລະດົມ​ 25 ລ້ານ​ດົ່ງ (50%); ສະໂມສອນ​ວັນນະຄະດີ - ສິລະ​ປະ ​ຂຶ້ນກັບ​ຄະນະ​ພົວພັນ​ຕິດຕໍ່ບ້ານເກີດເມືອງນອນ ບາກ​ລຽວ - ກາ​ເມົາ ​​ລະດົມ 25 ລ້ານ​ດົ່ງ (50%). ໂຄງການນີ້ຈະເປັນບ່ອນອີງເພື່ອນຳໃຊ້ສໍາລັບປີຕໍ່ໄປ.

ກ່າວ​ຄຳ​ເຫັນ​ທີ່​ພິທີ​ລົງ​ນາມ, ທ່ານ ໂງຫວູ້ຖັງ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງບາກ​ລຽວ ​ໄດ້​ຮັບ​ຮູ້​ບັນດາ​ການ​ປະກອບສ່ວນ​ແບ່ງປັນ​ຂອງ​ຄະນະ​ພົວພັນຕິດຕໍ່ບ້ານເກີດເມືອງນອນ ບາກ​ລຽວ - ກາ​ເມົາ ຢູ່ນະຄອນ ​ໂຮ່ຈີ​ມິນ, ບັນດາ​ການ​​ສະໜັບສະໜູນ​ບ້ານ​ເກີດ​ເມືອງ​ນອນແຂວງບາກ​ລຽວ ​ໃນ​ໄລຍະ​ຜ່ານມາ. ຍ້ອນ​ການ​ປະກອບສ່ວນ​ດັ່ງກ່າວ ຫຼາຍ​ຄອບຄົວ​ທຸກ​ຍາກ, ການ​ປົກ​ປ້ອງ​ສັງຄົມ, ຄົນ​ເຈັບ ​ແລະ ຄົນຢູ່​ໂດດດ່ຽວ​ໄດ້​ມີ​ຊີວິດ​ທີ່​ໝັ້ນຄົງ.

ທ່ານ ໂງຫວູ້ຖັງ ສະເໜີໃຫ້ສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງບາກລຽວ ກັບຄະນະພົວພັນຕິດຕໍ່ບ້ານເກີດເມືອງນອນແຂວງບັກລຽວ-ກາເມົາ ຢູ່ນະຄອນໂຮຈີ່ມິ່ງ ເສີມຂະຫຍາຍບົດບາດ, ຄວາມຮັບຜິດຊອບຂອງແຕ່ລະຝ່າຍໃນການສົມທົບກັນປະຕິບັດລາຍການ, ລະດົມທຶນຮອນຊ່ວຍເຫຼືອ ຫຼື ທຶນສົມທົບໃຫ້ກັບ​ໂຄງ​ການ​. ພ້ອມ​ກັນ​ນັ້ນ, ກໍ່ຕິດຕາມ ​ແລະ ກວດກາ​ຜັນຂະຫຍາຍການ​ຈັດ​ຕັ້ງ​ປະຕິບັດເພື່ອ​ໃຫ້​ບັນດາ​ເນື້ອ​ໃນ​ມີ​ປະສິດທິ​ຜົນ​ສູງ, ປະກອບສ່ວນ​ເຂົ້າໃນວຽກຮັບປະກັນ​ສັງຄົມ​ແບບ​ຍືນ​ຍົງ​ໃຫ້​ບ້ານ​ເກີດ​ເມືອງ​ນອນ ບາກ​ລຽວ-ກາ​ເມົາ.

ທີ່​ພິທີ​ລົງ​ນາມ, ຄະນະ​ພົວພັນຕິດຕໍ່ບ້ານເກີດເມືອງນອນ​ແຂວງບາກ​ລຽວ-ກາ​ເມົາ ຢູ່ນະຄອນໂຮຈີມິ່ງ ​ໄດ້​​ຊ່ວຍເຫຼືອ​ແຂວງບາກ​ລຽວ ຈຳນວນ 3 ຕື້​ດົ່ງ ​ເພື່ອ​ກໍ່ສ້າງ​ເຮືອນ​ໃຫ້​ບັນດາ​ຄອບຄົວ​ທຸກ​ຍາກ ​ແລະ ບັນດາ​ຄອບຄົວ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ດ້ານ​ເຮືອນ​ຢູ່.

ຊາວໜຸ່ມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ 120 ຄົນຊອກຮູ້ວັດທະນະທຳ ຊາວເຜົ່າຈຳ
ມອບເຮືອນມະຫາສາມັກຄີ ຈຳນວນ 120 ຫຼັງໃຫ້ຄອບຄົວທຸກຍາກຢູ່ແຂວງຊອກຈັງ

ອ.ສະຫວັດ

ເບິ່ງເພີ່ມເຕີມໃນ: ພູມລໍາເນົາ ແລະ ຜູ້ຄົນ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.