WVI ໃຊ້ງົບປະມານກວ່າ 1,7 ລ້ານ USD ເພື່ອໜູນຊ່ວຍປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ເມືອງຮາຍລັງ (ກວາງຈິ)

19:17 | 05/09/2024

ຍສໝ - ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ກວາງ​ຈິ ຫາກໍ່ອອກ​ຂໍ້ຕົກລົງ ​ເລກ​ທີ 2108/QD-UBND ລົງ​​ວັນ​ທີ 28 ສິງຫາ 2024 ອະນຸມັດການປັບປຸງ​ເອ​ກະ​ສານ​ໂຄງ​ການ ເຂດເມືອງຮາຍລັງ, ໄລ​ຍະ 2023-2025 ໂດຍ​ອົງການວິໄສທັດໂລກ ປະ​ຈຳ​ ຫວຽດ​ນາມ (WVI) ໜູນ​ຊ່ວຍ ລວມຍອດ​ເງິນ​ທຶນໃນການ​ປະຕິບັດ​ໂຄງການມີມູນຄ່າ​ກວ່າ 1,7 ລ້ານ USD.

ຫວຽດນາມ ​ໄດ້​ຮັບບ້ວງຊຳລະ​ 51,5 ລ້ານ USD ຍ້ອນການຫຼຸດຜ່ອນ​ການ​ປ່ອຍ​ອາຍ​ພິດ ຫວຽດນາມ ​ໄດ້​ຮັບບ້ວງຊຳລະ​ 51,5 ລ້ານ USD ຍ້ອນການຫຼຸດຜ່ອນ​ການ​ປ່ອຍ​ອາຍ​ພິດ
WVI ອຸປະຖຳ ​ເກືອບ 48 ຕື້​ດົ່ງ ​ເພື່ອ​ໜູນ​ຊ່ວຍ​ເດັກນ້ອຍ​ທຸກ​ຍາກ​ຢູ່​ເມືອງ ບ໋າເທຶອກ​ WVI ອຸປະຖຳ ​ເກືອບ 48 ຕື້​ດົ່ງ ​ເພື່ອ​ໜູນ​ຊ່ວຍ​ເດັກນ້ອຍ​ທຸກ​ຍາກ​ຢູ່​ເມືອງ ບ໋າເທຶອກ​

ຕາມ​ຂໍ້​ຕົກລົງ​ຂອງ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ກວາງ​ຈິ ອະນຸມັດ, ​ໂຄງການເຂດເມືອງຮາຍລັງ, ​ໄລຍະ 2023-2025 ​ຍອດ​ເງິນ​ທຶນໃນການປະຕິບັດໂຄງການມີມູນຄ່າ​ກວ່າ 1,7 ລ້ານ USD, ​ໃນ​ນັ້ນ: ທຶນ​ຊ່ວຍ​ເຫຼືອລ້າມີມູນຄ່າກວ່າ 1,66 ລ້ານ​ໂດ​ລາ; ທຶນ​ສົມທົບ: 47.500 USD ໂດຍການ​ປະກອບສ່ວນ​ຈາກ​ທ້ອງ​ຖິ່ນໃຫ້ກັບບັນດາການ​ເຄື່ອນ​ໄຫວ​ທີ່ມີຫົວຄິດປະດິດສ້າງ​ຂອງ​ຊຸມ​ຊົນ​ ໂດຍ​ຜ່ານ​ການ​ອອກ​ແຮງ​ງານ, ວັດຖຸອຸປະກອນທີ່ມີຢູ່ແລ້ວ.

Chương trình vùng huyện Hải Lăng gắn với mục tiêu cải thiện an sinh bền vững cho trẻ, đặc biệt là trẻ dễ bị tổn thương và cải thiện sinh kế cho người dân trên địa bàn 06 xã - (Ảnh minh họa).  ໂຄງ​ການ​ເຂດ​ເມືອງ ຮ້າຍລັງ ຕິດ​ພັນ​ກັບ​ເປົ້າ​ໝາຍ​ປັບ​ປຸງ​ຄວາມສະຫງົບປອດໄພ​ແບບ​ຍືນ​ຍົງ​ໃຫ້​ແກ່​ເດັກນ້ອຍ, ພິ​ເສດ​ແມ່ນ​ເດັກ​ທີ່​ດ້ອຍ​ໂອ​ກາດ ແລະ ປັບປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃນເຂດທ້ອງຖິ່ນ 6 ຕາ​ແສງ (ພາບ​ປະ​ກອບ).

ໂຄງ​ການ​ເຂດ​ເມືອງ ຮາຍລັງ ຕິດ​ພັນ​ກັບ​ເປົ້າ​ໝາຍ​ປັບ​ປຸງການຮັບປະກັນຊິວິດ​ແບບ​ຍືນ​ຍົງ​ໃຫ້​ແກ່​ເດັກນ້ອຍ, ພິ​ເສດ​ແມ່ນ​ເດັກ​ທີ່​ດ້ອຍ​ໂອ​ກາດ ແລະ ປັບປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃນເຂດທ້ອງຖິ່ນ 6 ຕາ​ແສງ (ພາບ​ປະ​ກອບ).

ໂຄງການ​ໄດ້ຜັນຂະຫຍາຍ​ປະຕິບັດ​ຮອດ​ວັນ​ທີ 30 ກັນຍາ 2025 ​ຕິດພັນກັບເປົ້າໝາຍປັບປຸງການຮັບປະກັນຊິວິດແບບ​ຍືນ​ຍົງ​ໃຫ້​ແກ່​ເດັກ​ນ້ອຍ, ​ພິ​ເສດ​ແມ່ນ​ເດັກ​ທີ່​ດ້ອຍ​ໂອ​ກາດ ແລະ ປັບປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃນເຂດທ້ອງຖິ່ນ 6 ຕາ​ແສງ ຮາຍ​ເຈື່ອງ, ຮາຍ​ກຸຍ, ຮາຍ​ຮຶງ, ຮາຍ​ດິ້ງ, ຮາຍ​ຟອງ, ຮາຍ​​ເຢືອງ ຂອງເມືອງ ຮາຍລັງ.

​ຢູ່ທີ່​ ກວາງ​ຈິ, ອົງການ WVI ​ໄດ້​ປະສານສົມທົບ​ກັບ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ຜັນ​ຂະຫຍາຍ​ບັນດາ​ກິດຈະກໍາ ​ແລະ ​ໂຄງການ​ຢູ່ທີ່ບັນດາເມືອງ ດາກຣົງ, ເຫືອງຫົວ, ຮາຍລັງ ແລະ ຈ້ຽວຟອງ ດ້ວຍ​ຍອດ​ເງິນງົບປະມານ​ເກືອບ 11 ລ້ານ USD, ປະກອບສ່ວນປັບປຸງ​​ຊີວິດ​ການ​ເປັນ​ຢູ່​ຂອງ​ບັນດາຄອບຄົວທີ່​ທຸກ​ຍາກ, ຄົນທີ່ມີສະພາບຄອບຄົວຫຍຸ້ງຍາກ ແລະ ພິເສດແມ່ນເດັກນ້ອຍ ຫຼາຍພໍສົມຄວນ.

ໃນ​ໄລຍະ 2023-2027, ອົງການ WVI ຈະ​ຜັນ​ຂະຫຍາຍ​ບັນດາກິດຈະກໍາ/​ໂຄງການ​ໜູນ​ຊ່ວຍ​ການ​ພັດທະນາ​ຂອງ​ແຂວງ ກວາງຈິ ດ້ວຍ​ງົບປະມານ​ເກືອບ 9,8 ລ້ານ USD, ຍົກ​ຈຳນວນ​ງົບປະມານ​ສະ​ສົມ​ທັງໝົດຂອງ​ການ​ຮ່ວມ​ມື​ກັບ​ແຂວງ ກວາງ​ຈິ ນັບ​ແຕ່​ປີ 2000 ຮອດ​ປະຈຸ​ບັນ ບັນລຸເກືອບ 46 ລ້ານ USD.

​​ໃນ​ໄລຍະ​ນີ້, ອົງການ WVI ​ຈະ​ສືບ​ຕໍ່​ຜັນ​ຂະຫຍາຍ​ໂຄງການເຂດເມືອງ ຮາຍລັງ, ເຫືອງຫົວ, ດາກຣົງ ​ເຊິ່ງລວມມີ​ບັນດາ​ໂຄງການ: ​ປົກ​ປ້ອງ​ເດັກນ້ອຍ ​ແລະ ຊຸກຍູ້​ການ​ເຂົ້າ​ຮ່ວມ​ຂອງ​ເດັກນ້ອຍ; ພາຫະນະການລ້ຽງຊີບ; ການເຂົ້າຮ່ວມຂອງຊຸມຊົນ, ການອຸປະຖໍາເດັກນ້ອຍ; ໂພຊະນາການ ແລະ ສາທາລະນະສຸກ...

ທອງມີ ສີຫາວົງ

ເບິ່ງເພີ່ມເຕີມໃນ: ພູມລໍາເນົາ ແລະ ຜູ້ຄົນ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.