ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ຫວຽດ​ນາມ ເຈ​ລະ​ຈາ​ກັບ ກູ​ບາ​ ກ່ຽວ​ກັບ​ການ​ຮ່ວມ​ມືຜະ​ລິດ​ວັກ​ຊິນ​ກັນ​ໂຄວິດ - 19

14:12 | 17/06/2021

ຝ່າຍກູບາ ໃຫ້ຮູ້ວ່າ, ວັກຊິນ Abdala ຂອງປະເທດນີ້ ໄດ້ຜ່ານ 3 ໄລຍະທົດລອງສັກຕໍ່ຄົນແລ້ວ ໂດຍສະແດງໃຫ້ເຫັນ ເຖິງຄວາມສາມາດໃນການສະກັດກັ້ນໄວຣັດສາຍພັນໃໝ່ຂອງ SARS – CoV – 2. ເຖິງຢ່າງໃດກໍ່ຕາມ, ວັກຊິນ ນີ້ຍັງບໍ່ທັນໄດ້ຮັບການທົດລອງສັກຕໍ່ຄົນຢູ່ປະເທດໃດໃນໂລກເທື່ອ.

ເປີດ​ກ້​ວາງ​ການ​ຮ່ວມ​ມື​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ​ຜະ​ລິດ​ວັກ​ຊິນ​ກັນ​ໂຄວິດ - 19 ເປີດ​ກ້​ວາງ​ການ​ຮ່ວມ​ມື​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ​ຜະ​ລິດ​ວັກ​ຊິນ​ກັນ​ໂຄວິດ - 19
ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ ລະ​ຫວ່າງ ຫວຽດ​ນາມ - ສ​ະ​ຫະ​ພັນ ລັດ​ເຊຍ ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ ລະ​ຫວ່າງ ຫວຽດ​ນາມ - ສ​ະ​ຫະ​ພັນ ລັດ​ເຊຍ
ທ່ານ ລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ຫງວຽນແທັງລອງ ແລກປ່ຽນທາງອອນລາຍກັບ ທ່ານ ລັດຖະມົນຕີກະຊວງສາທາລະນະສຸກ ກູບາ Jose Angel Portal Miranda (ພາບ: VGP)
ທ່ານ ລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ຫງວຽນແທັງລອງ ແລກປ່ຽນທາງອອນລາຍກັບ ທ່ານ ລັດຖະມົນຕີກະຊວງສາທາລະນະສຸກ ກູບາ Jose Angel Portal Miranda (ພາບ: VGP)

ຕອນຄ່ຳວັນທີ 16 ມິຖຸນາ, ທ່ານ ລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ຫງວຽນແທັງລອງ ໄດ້ມີການແລກປ່ຽນທາງອອນລາຍກັບ ທ່ານ ລັດຖະມົນຕີກະຊວງສາທາລະນະສຸກ ກູບາ Jose Angel Portal Miranda, ກ່ຽວກັບການຖ່າຍທອດເຕັກໂນໂລຢີ ວັກຊິນ Abdala ໂດຍ ກູບາ ຜະລິດ ແລະ ອາດຈະໄດ້ຮັບການຜະລິດວັກຊິນຊະນິດນີ້ ຢູ່ ຫວຽດນາມ.

ຝ່າຍກູບາ ໃຫ້ຮູ້ວ່າ, ວັກຊິນ Abdala ຂອງປະເທດນີ້ ໄດ້ຜ່ານ 3 ໄລຍະທົດລອງສັກຕໍ່ຄົນແລ້ວ ໂດຍສະແດງໃຫ້ເຫັນ ເຖິງຄວາມສາມາດໃນການສະກັດກັ້ນໄວຣັດສາຍພັນໃໝ່ຂອງ SARS – CoV – 2. ເຖິງຢ່າງໃດກໍ່ຕາມ, ວັກຊິນ ນີ້ຍັງບໍ່ທັນໄດ້ຮັບການທົດລອງສັກຕໍ່ຄົນຢູ່ປະເທດໃດໃນໂລກເທື່ອ.

ຕາມທ່ານ Jose Angel Portal Miranda ແລ້ວ, ກູບາ ສາມາດຜະລິດວັກຊິນ Abdala ປະມານ 100 ລ້ານໂດສ/ປີ, ແຕ່ ກູບາ ນຳໃຊ້ພຽງແຕ່ 30 ລ້ານໂດສ ໃຫ້ແກ່ຕະຫຼາດພາຍໃນປະເທດ. ດັ່ງນັ້ນ, ຝ່າຍ ກູບາ ພ້ອມແລ້ວທີ່ຈະລົງລາຍເຊັນຮ່ວມມືກັບ ຫວຽດນາມ ກ່ຽວກັບການສະໜອງວັກຊິນ Abdala, ພ້ອມທັງ ຮ່ວມມືກັບ ຫວຽດນາມ ເພື່ອຖ່າຍທອດເຕັກໂນໂລຢີໃນການຜະລິດວັກຊິນນີ້. ຖ້າຫາກວ່າ ຫວຽດນາມ ມີຄວາມຕ້ອງການວັກຊິນນີ້ຫຼາຍກ່ວາ ກູບາ ກໍ່ຈະເປີດໂຮງງານຜະລິດຕື່ມອີກ 2 ແຫ່ງເພື່ອຕອບສະໜອງຄວາມຕ້ອງການຂອງ ຫວຽດນາມ.

ສ່ວນທ່ານ ລັດຖະມົນຕີກະຊວງ ສາທາລະນະສຸກ ຫງວຽນແທັງລອງ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ບັນດາເຈດຕະນາດີຂອງ ກູບາ, ພ້ອມທັງຢັ້ງຢືນວ່າ ກະຊວງສາທາລະນະສຸກ ຫວຽດນາມ ສະໜັບສະໜູນສຳລັບການຮ່ວມມືນີ້ ແລະ ມອບໃຫ້ ສະຖາບັນວັກຊິນ ແລະ ຜະລິດຕະພັນຊີວະພາບ ຍາຈາງ (IVAC) ແມ່ນຫົວໜ່ວຍຂົວຕໍ່ ໃນການຮັບການຖ່າຍທອດເຕັກໂນໂລຢີ ແລະຜະລິດວັກຊິນ Abdala.

ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ຕ່າງປະເທດສືບຕໍ່ສະ​ໜັບ​ສະ​ໜູນ ກອງທຶນວັກ​ຊິນ​ກັນ​ໂຄວິດ - 19 ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ຕ່າງປະເທດສືບຕໍ່ສະ​ໜັບ​ສະ​ໜູນ ກອງທຶນວັກ​ຊິນ​ກັນ​ໂຄວິດ - 19

ທ່ານ ຟ້າມກວາງຫ້ຽວ ຮອງລັດຖະມົນຕີ, ຫົວໜ້າຄະນະກຳມະການແຫ່ງລັດກ່ຽວກັບ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ສະແດງຄວາມຕື້ນຕັນໃຈ ແລະ ຄວາມເຄົາລົບນັບຖືຕໍ່ບັນດານ້ຳໃຈອັນດີງາມ, ການໜູນຊ່ວຍ, ຮ່ວມເດີນທາງ, ການແບ່ງປັນຂອງພໍ່ແມ່ປະຊາຊົນ ຊາວຫວຽດນາມ ອາໄສຢູ່ ສ.ເຊັກໂກ.

ຊາວ ຫວຽດ​ນາມ ອາ​ໄສ ຢູ່​ຕ່າງ​ປະ​ເທດ ໃຫ້​ການ​ບໍ​ລິ​ຈາກ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ກອງ​ທຶນ​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ຫວຽດ​ນາມ ຊາວ ຫວຽດ​ນາມ ອາ​ໄສ ຢູ່​ຕ່າງ​ປະ​ເທດ ໃຫ້​ການ​ບໍ​ລິ​ຈາກ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ກອງ​ທຶນ​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ຫວຽດ​ນາມ

ບັນດາຫົວໜ່ວຍດັ່ງກ່າວ ໄດ້ມອບເງິນສົດໃຫ້ຄະນະກຳມະການແຫ່ງລັດ ກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ 50 ລ້ານດົ່ງ ເພື່ອປະກອບສ່ວນເຂົ້າໃນກອງທຶນວັກຊິນກັນພະຍາດໂຄວິດ - 19 ແລະ ວັດຖຸເຄື່ອງຂອງຈຳນວນໜຶ່ງທີ່ມີມູນຄ່າເກືອບ 230 ລ້ານດົ່ງ ເພື່ອຊ່ວຍເຫຼືອໃຫ້ບັນດາແພດໝໍ, ພະຍາບານທີ່ພວມປະຕິບັດໜ້າທີ່ຕ້ານໂລກລະບາດໂຄວິດ - 19 ຢູ່ແຂວງ ບັກຢາງ ແລະ ບັກນິງ.

ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ກຳ​ປູ​ເຈຍ​ ຮັກ​ສາທ່າ​ພັດ​ທະ​ນາ​ຢ່າງ​ຕັ້ງ​ໜ້າ​ໃນ​ສະ​ພາບ​ກາ​ນ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19 ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ກຳ​ປູ​ເຈຍ​ ຮັກ​ສາທ່າ​ພັດ​ທະ​ນາ​ຢ່າງ​ຕັ້ງ​ໜ້າ​ໃນ​ສະ​ພາບ​ກາ​ນ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19

ຍ​ສໝ - ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ການ​ຮ່ວມ​ມື​ສາ​ກົນ ລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ Prak Sokhonn ໄດ້​ສະແດງຄວາມຊົມເຊີຍຜົນ​ສຳ​ເລັດ​ດ້ານ​ເສດ​ຖະ​ກິດ - ສັງ​ຄົມ, ການ​ເຊື່ອມ​ໂຍ​ງ​ເຂົ້າ​ກັບ​ສາ​ກົນ ແລະ ການ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຂອງ ຫວຽດ​ນາມ ໃນ​ໄລ​ຍະ​ທີ່​ຜ່ານ​ມາ.

vovworld.vn

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.