ຄວາມ​ປະ​ທັບ​ໃຈ ຫວຽດ​ນາມຢູ່​ທົ່ງ​ນາ​ເຂດ​ມໍ​ລະ​ດົກ

06:15 | 22/04/2022

ຍ​ສ​ໝ - ໂດຍ​ຕອບ​ສະ​ໜອງ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2022, ແຂວງ​ກ໋​ວາງ​ນາມ ສະ​ຖານ​ທີ່​ທ່ອງ​ທ່ຽວສີ​ຂຽວ, ​ວັນ​ທີ 20 ເມ​ສາ, ຢູ່​ນະ​ຄອນ​ໂຮ້ຍ​ອານ, ສະ​ມາ​ຄົມ​ການ​ທ່ອງ​ທ່ຽວ ກ໋​ວາງ​ນາມ ໄດ້​ສົມ​ທົບ​ກັບ​​ຫົວ​ໜ່ວຍ​ຕ່າງໆ ຈັດ​ຕັ້ງ​ເຫດ​ການ “ຄວາມປະ​ທັບ​ໃຈ ຫວຽດ​ນາມ ບົນ​ທົ່ງ​ນາ​ເຂດ​ມໍ​ລະ​ດົກ” ແລະ ປຸກ​ລະ​ດົມ​ການ​ຄັດ​ເລືອກ​ “Top 7 ຄວາມ​ປະ​ທັບ​ໃຈ ຫວຽດ​ນາມ ປີ 2022”.

ພັກ, ລັດ ຫວຽດ​ນາມ ຍາມ​ໃດ​ກໍ​ເອົາ​ໃຈ​ໃສ່​, ເບິ່ງ​ແຍງ​ຊີ​ວິດ​ທາງ​ດ້ານ​ວັດ​ຖຸ ແລະ ຈິດ​ໃຈ​ໃຫ້​ແກ່​ພໍ່​ແມ່​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ສ່ວນ​ໜ້ອຍ ພັກ, ລັດ ຫວຽດ​ນາມ ຍາມ​ໃດ​ກໍ​ເອົາ​ໃຈ​ໃສ່​, ເບິ່ງ​ແຍງ​ຊີ​ວິດ​ທາງ​ດ້ານ​ວັດ​ຖຸ ແລະ ຈິດ​ໃຈ​ໃຫ້​ແກ່​ພໍ່​ແມ່​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ສ່ວນ​ໜ້ອຍ
ຄົ້ນ​ພົບ​ຄວາມ​ງາມ​ຂອງ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ໂລກ​ຂອງ​ຫວຽດ​ນາມ ຄົ້ນ​ພົບ​ຄວາມ​ງາມ​ຂອງ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ໂລກ​ຂອງ​ຫວຽດ​ນາມ
ຄວາມ​ປະ​ທັບ​ໃຈ ຫວຽດ​ນາມຢູ່​ທົ່ງ​ນາ​ເຂດ​ມໍ​ລະ​ດົກ
ພາ​ບ​ປະ​ກອບ: baoquangnam.vn

​ເປົ້າ​ໝາຍ​ຂອງ​ເຫດ​ການ​ແມ່ນ​ລະ​ດົມ​ກຳ​ລັງ​ໃຈ ແລະ ສ້າງ​ພື້ນ​ຖານ​ການ​ທ່ອ​ງ​ທ່ຽວສີ​ຂຽວ, ຮ່ວມ​ແຮງ​ຮ່​ວມ​ໃຈ ຟື້ນ​ຟູ​ການ​ທ່ອງ​ທ່ຽວຫຼັງ​ໂຄວິດ - 19, ປະ​ກອບ​ສ່ວນ​ຍູ້​ແຮງວຽກ​ງານ​ໂຄ​ສະ​ນາ​ການ​ທ່ອງ​ທ່ຽວ ແຂວງ​ກ໋​ວາງ​ນາມ ​ເວົ້າ​ສະ​ເພາະ ແລະ ຫວຽດ​ນາມ ເວົ້າ​ລວມ ໃນ​ສະ​ພາບ​ປົກ​ກະ​ຕິ​ໃໝ່.

ເຫດ​ການ​ຍັງ​ແຜ່​ກະ​ຈາຍ​ສານ​ທ່ອງ​ທ່ຽວ​ສີຂຽວ - ກຳ​ນົດ​ທິດ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ ການ​ທ່ອງ​ທ່ຽວ​ຫວຽດ​ນາມ, ເໝາະ​ສ​ົມ​ກັບຕົວ​ຈິງ​ໃນການຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອ​າ​ກາດ ແລະ ທ່າອ​່ຽງ​ທ່ອງ​ທ່ຽວຫຼັງ​ໂຄວິດ - 19.

ໃນ​ໂອ​ກາດ​ນີ້, ສະ​ມາ​ຄົມ​ການ​ທ່ອງ​ທ່ຽວ ກ໋​ວາງ​ນາມ​ໄດ້​ຈັດ​ຕັ້ງ​ການ​ໂອ້​ລົມ​ສົນ​ທະ​ນາ​ລະ​ຫວ່າງ​ບັນ​ດາ​ວິ​ສາ​ຫະ​ກິດ​ທ່ອງ​ທ່ຽວ, ​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ພັກ​ຜ່ອນ ​ເພື່ອ​ຊອກ​ຫາ​ມາ​ດ​ຕະ​ການທີ່​ມີ​ປະ​ສິດ​ທິ​ຜົນ, ມີ​ຄວາມ​ເປັນ​ໄປ​ໄດ້​ສູງ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ການ​ສ້າງ​ການ​ທ່ອງ​ທ່ຽວສີ​ຂຽວ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.