ການ​ປູກ​ຕົ້ນ​ລິນຈີ່​ໃຫ້ລາຍຮັບຮອດເຄິ່ງຕື້ດົ່ງຕໍ່ເຮັກຕາໃນແຕ່ລະປີ

14:26 | 23/06/2021

ມື່ອບັນດາຕົ້ນໄມ້ອຸດສາຫະກຳດັ້ງເດີມຄື ກາເຟ, ໝາກພິກໄທ, ຢາງພາລາ…ຖືກວິກິດການຍ້ອນການປ່ຽນແປງຂອງດິນຟ້າອາກາດ, ລາຄາໂອນເອນນັ້ນ, ໃນຫຼາຍທ້ອງຖິ່ນຢູ່ ໄຕງວຽນ ກໍ່ໄດ້ເປັນເຈົ້າການໃນການຫັນປ່ຽນຜົນລະປູກ. ຫຼາຍແຫ່ງກໍ່ມີບັນດາບາດກ້າວກະໂດດຂັ້ນ ດ້ວຍບັນດາຜະລິດຕະພັນກະເສດທີ່ ມີຄຸນນະພາບ ແລະ ປະສິດທິຜົນ. ຕົ້ນລິນຈີ່ເອົາມາຈາກເຂດພາກເໜືອຂອງຫວຽດນາມ ໄດ້ປູກໃນເຂດດິນກະແດ້ງຂອງເມືອງ Ea Kar, ແຂວງ ດັກລັກ ແມ່ນແບບຢ່າງເມື່ອໃຫ້ລາຍຮັບຮອດເຄິ່ງຕື້ດົ່ງຕໍ່ເຮັກຕາໃນແຕ່ລະປີ.

ສະ​ຖານ​ທູດ ນິວ​ຊີ​ແລນ ອຸ​ປະ​ຖຳ​ເງິນ​ເປັນ​ຈຳ​ນວນ 800 ລ້ານ ເພື່ອ​ປູກ​ຕົ້ນ​ໄມ້​ປ່າ​ຢູ່​ແຂວງ​ນິງ​ທ້ວນ ສະ​ຖານ​ທູດ ນິວ​ຊີ​ແລນ ອຸ​ປະ​ຖຳ​ເງິນ​ເປັນ​ຈຳ​ນວນ 800 ລ້ານ ເພື່ອ​ປູກ​ຕົ້ນ​ໄມ້​ປ່າ​ຢູ່​ແຂວງ​ນິງ​ທ້ວນ
VUFO ປຸກ​ລະ​ດົມ​ຂະ​ບວນ​ການ​ແຂ່ງ​ຂັນ​ປີ 2021 ດ້ວຍ 5 ເນື້ອ​ໃນ​ຕົ້ນ​ຕໍ VUFO ປຸກ​ລະ​ດົມ​ຂະ​ບວນ​ການ​ແຂ່ງ​ຂັນ​ປີ 2021 ດ້ວຍ 5 ເນື້ອ​ໃນ​ຕົ້ນ​ຕໍ
ພາບປະກອບ
(ພາບ:VOV)

ທ່ານເລວັນມິນ, ຢູ່ບ້ານ 8, ຕາແສງ Ea Sar ເມືອງ Ea Kar, ແຂວງ ດັກລັກ ມີເນື້ອທີ່ໄຮ່ 4 ເຮັກຕາ. ກ່ອນນີ້, ທ່ານໄດ້ປູກກາເຟ, ຕົ້ນໝາກພິກໄທ, ແຕ່ຕົ້ນໝາກພິກໄທຕາຍໝົດ, ຕົ້ນກາເຟພັດມີລາຄາໂອນເອນ, ຜົ້ນກຳໄລຕ່ຳ. ໃນ 8 ປີມານີ້, ທ່ານໄດ້ເລີ່ມຫັນປ່ຽນເນື້ອທີ່ປູກ ກາເຟ, ຕົ້ນໝາກພິກໄທ ໄປປູກຕົ້ນລິນຈີ່ ດ້ວຍແນວພັນໄດ້ຄັດເລືອກມາຈາກບ້ານເກີດເມືອງນອນຂອງທ່ານ ຢູ່ ແທັງຮ່າ, ແຂວງຫາຍເຢືອງ, ໃນນັ້ນ ມີສອງຊະນິດໃຫ້ໝາກທີ່ກິນແຊບ, ທ່ານກໍ່ໄດ້ປູກຢູ່ເນື້ອທີ່ດິນກ້ວາງອອກ. ມາຮອດປະຈຸບັນ, ເຂດໄຮ່ທີ່ມີເນື້ອທີ່ 4 ເຮັກຕາຂອງທ່ານ ໄດ້ຫັນປ່ຽນໄປປູກແຕ່ຕົ້ນລິນຈີ່ໂດຍ 2 ເຮັກຕາພວມຢູ່ໃນໄລຍະເກັບກ່ຽວ ແລະ ສ່ວນເນື້ອທີ່ດິນຍັງເຫຼືອ ແມ່ນເລີ່ມໃຫ້ໝາກຊຸດທຳອິດແລ້ວ. ສວນຕົ້ນລິນຈີ່ຂອງທ່ານ ມິນ ໄດ້ນຳໃຊ້ມາດຖານ VietGap, ຈາກນັ້ນໄດ້ໃຫ້ຄຸນະພາບ ແລະ ລາຄາດີພໍສົມຄວນ. ເນື້ອທີ່ປູກຕົ້ນລິນຈີ່ 1 ເຮັກຕາ ກໍ່ສາມາດໃຫ້ໝາກເຖິງ 15 ໂຕນ, ດ້ວຍລາຄາສະເລຍແຕ່ 35-40 ພັນດົ່ງ/ໂລໜຶ່ງ, ຄອບຄົວທ່ານໄດ້ມີລາຍຮັບເງິນຈຳນວນແຕ່ 500-600 ລ້ານດົ່ງ/ປີ, ສູງທົບ 10 ເທົ່າ ເມື່ອທຽບກັບການປູກຕົ້ນກາເຟ. ທ່ານ ມິນ ແບ່ງປັນວ່າ:

ຖ້າລະດູເກັບກ່ຽວໄດ້ຮັບຜົນດີກໍ່ສາມາດໃຫ້ໝາກເຖິງ 50 ໂຕນຂຶ້ນໄປ. ຮູບແບບ VietGap ນີ້ ເຮົາກໍ່ເຮັດດ້ວຍຄວາມສຸດຈິດສຸດໃຈ, ທັງຮ່ຳຮຽນ ທັງຜະລິດໄດ້ໝາກໄມ້ປອດສານພິດນຳອີກ, ເພື່ອໃຫ້ ປຊຊ ໄດ້ໃຊ້ຜະລິດຕະພັນປອດສານພິດ, ຮັບປະກັນຄຸນນະພາບ.

ເມື່ອເຂດປູກຕົ້ນລິນຈີ່ໄດ້ຮັບການຂະຫຍາຍຢູ່ Ea Sar, ຊາວກະສິກອນໄດ້ຄ່ອຍໆສ້າງບັນດາການຮ່ວມສຳພັນໃນການຜະລິດ ແລະ ຈຳໜ່າຍ. ທ່ານ ຫງວຽນວັນບິ່ນ, ປະທານສະຫະກອນການບໍລິການກະສິກຳ ແທງບິນ, ຕາແສງ Ea Sar, ໃຫ້ຮູ້ວ່າ: ດ້ວຍການສ້າງຕັ້ງສະຫະກອນ, ຈະສ້າງເງື່ອນໄຂອຳນວຍຄວາມສະດວກ ເພື່ອໃຫ້ຊາວກະສິກອນ ສາມາດໄດ້ຮັບການສະໜອງວັດຖຸອຸປະກອນສົ້ນເຂົ້າ ດ້ວຍຄຸນນະພາບ ແລະ ລາຄາເໝາະສົມ. ພ້ອມກັນນັ້ນ, ທາງສະຫະກອນກໍ່ຈະກຳນົດທິດໃຫ້ ປຊຊ ຜະລິດຕາມບັນດາມາດຖານຄຸນນະພາບຄື VietGap, GlobalGap, ຈາກນັ້ນ,ຈະສາມາດຕອບສະໜອງຕາມຄຳຮຽກຮ້ອງໃນການສົ່ງອອກ ໄປຍັງບັນດາຕະຫຼາດບັນດາປະເທດໃກ້ຄຽງ ກໍ່ຄືຕະຫຼາດທີ່ຮຽກຮ້ອງຄຸນນະພາບສູງຄື: ເອີລົບ, ຍີ່ປຸ່ນ, ອາເມລິກາ, ສເກົາຫຼີ… ທ່ານ ບິນ ເວົ້າວ່າ:

ຂ້າພະເຈົ້າໄດ້ສ້າງຕັ້ງສະຫະກອນ ດ້ວຍເປົ້າໝາຍແມ່ນຊອກຫາສົ້ນອອກໃຫ້ໝາກລິນຈີ່. ນອກຈາກຕະຫຼາດພາຍໃນປະເທດແລ້ວ ແມ່ນມຸ່ງໄປສູ່ຕະຫຼາດຕ່າງປະເທດ. ຂ້າພະເຈົ້າເອງ ກໍ່ຄືຊາວກະສິກອນປູກຕົ້ນລິນຈີ່ ຢາກເຮັດແນວໃດເພື່ອໃຫ້ໝາກລິນຈີ່ມີຄຸນນະພາບ, ຮັບປະກັນຫຼັກອະນາໄມຄວາມປອດໄພສະບຽງອາຫານໃຫ້ແກ່ຜູ້ບໍລິໂພກ.

ທ່ານ ໂຮ່ເຕິນກື, ຫົວໜ້າຫ້ອງການກະສິກຳ ແລະ ພັດທະນາຊົນນະບົດເມືອງ Ea Kar ໃຫ້ຮູ້ວ່າ: ຍ້ອນຜົນສະທ້ອນຈາກການປ່ຽນແປງຂອງດິນຟ້າອາກາດ ແລະ ລາຄາໂອນເອນ, ຕົ້ນໄມ້ອຸດສາຫະກຳຕົ້ນຕໍໃນເມື່ອກ່ອນຫຼາຍຊະນິດຄືກາເຟ, ໝາກພິກໄທ, ຢາງພາລາ ມີປະສິດທິຜົນບໍ່ສູງ. ສະນັ້ນ, ຂະແໜງກະສິກຳເມືອງ ຕ້ອງສົມທົບກັບລະບົບການເມືອງຂັ້ນຕາແສງ, ບ້ານ ເພື່ອຂົນຂວາຍຊາວກະສິກອນຫັນປ່ຽນຜົນລະປູກໃຫ້ເໝາະສົມ. ມາຮອດປະຈຸບັນ, ທັງເມືອງ ຫັນປ່ຽນເນື້ອທີ່ດິນປູກຕົ້ນໄມ້ອຸດສາຫະກຳ ໄປປູກຕົ້ນໄມ້ກິນໝາກໄດ້ປະມານ 4000 ເຮັກຕາແລ້ວ. ໃນນັ້ນ, ສະເພາະແຕ່ເນື້ອທີ່ດິນປູກຕົ້ນລິນຈີ່ແມ່ນປະມານ 1000 ເຮັກຕາ ແລະ ກຳນົດທິດໃນ 5 ປີຕໍ່ໄປ ແມ່ນຈະບັນລຸປະມານ 3000 ເຮັກຕາ. ຕາມທ່ານ ກື ແລ້ວ, ສິ່ງສະດວກໃນການພັດທະນາຕົ້ນລິນຈີ່ຢູ່ Ea Kar ແມ່ນອາກາດທີ່ແຕກຕ່າງ, ສະນັ້ນ, ໝາກລິນຈີ່ຢູ່ທີ່ນີ້ກໍ່ສຸກໄວກວ່າຊຸດອື່ນ, ສາມາດເກັບກ່ຽວກ່ອນລະດູເກັບກ່ຽວຢູ່ພາກເໜືອ 1 ເດືອນ. ສະນັ້ນ, ການຈຳໜ່າຍກໍ່ງ່າຍດາຍກ່ວາ, ລາຄາຂາຍກໍ່ສູງກ່ວາ. ທ່ານ ກື ຢືນຢັນວ່າ, ຕົ້ນລິນຈີ່ພວມໃຫ້ປະສິດທິຜົນດ້ານເສດຖະກິດສູງກ່ວາ ເມື່ອທຽບກັບຕົ້ນໄມ້ຊະນິດອື່ນໆ. ພ້ອມກັບການພັດທະນາເຂດວັດຖຸດິບນັ້ນ, ທາງເມືອງພວມຊຸກຍູ້ການຮ່ວມສຳພັນໃນການຜະລິດ ແລະ ຈຳໜ່າຍ ເພື່ອມີການຜະລິດແບບຍືນຍົງ. ທ່ານ ກື ເວົ້າວ່າ:

ນອກຈາກບັນຫາຫັນປ່ຽນຜົນລະປູກ ເພື່ອເຮັດແນວໃດໃຫ້ບັນລຸປະສິດທິຜົນ ແລະ ຖາວອນນັ້ນ, ບັນຫາຮ່ວມສຳພັນລະຫວ່າງຊາວກະສິກອນ ແລະ ການຈັດຕັ້ງການຜະລິດຕາມລະບົບ ແມ່ນສຳຄັນທີ່ສຸດ. ພວກຂ້າພະເຈົ້າກໍ່ໄດ້ຮ່ວມສຳພັນກັບວິສາຫະກິດປຸງແຕ່ງ ແລະ ຈຳໜ່າຍຜະລິດຕະພັນ, ວິສາຫະກິດລົງທຶນ ຈຳນວນໜຶ່ງ, ແລະ ຮ່ວມສຳພັນກັບບັນດາສະຫະກອນ, ຊາວກະສິກອນ. ເຮັດແນວໃດໃຫ້ລະບົບນີ້ມີຄວາມແໜ້ນແຟ້ນ ຈາກຂອດຈັດຕັ້ງການຜະລິດຕາມຂັ້ນຕອນ VietGap, GlobalGap, ມຸ່ງໄປເຖິງການປຸງແຕ່ງ ແລະ ຈຳໜ່າຍຜະລິດຕະພັນ, ປະສິດທິຜົນໃນການລົງທຶນ ແລະ ນຳມາເຊິ່ງປະສິດທິຜົນໃຫ້ຊາວກະສິກອນ.

ໂດຍໄດ້ເປັນເຈົ້າການໃນການຫັນປ່ຽນຜົນລະປູກ, ຫັນປ່ຽນຈິນຕະນາການໃນການຜະລິດ, ນຳໃຊ້ບັນດາມາດຖານຄຸນນະພາບ ເພື່ອຜະລິດອອກຜະລິດຕະພັນປອດສານພິດ, ຮ່ວມສຳພັນເພື່ອສ້າງສົ້ນເຂົ້າ, ສົ້ນອອກເປັນປົກກະຕິ ແມ່ນທິດເດີນທີ່ຖືກຕ້ອງສຳລັບຜູ້ປູກຕົ້ນລິນຈີ່ ຢູ່ Ea Kar. ຍ້ອນເຫດນັ້ນ, ຕົ້ນລິນຈີ່ພວມນຳມາເຊິ່ງປະສິດທິຜົນດ້ານເສດຖະກິດສູງໃຫ້ຊາວກະສິກອນຢູ່ທີ່ນີ້.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີຫງວຽນ​ຊວນ​ຟຸກ ເຂົ້າ​ຮ່ວມ​ພິ​ທີ​ຕອບ​ສະ​ໜອງ​ໂຄງ​ການ​ປູກ​ຕົ້ນ​ໄມ້ 1 ຕື້​ຕົ້ນ ແລະ ​ເຮັດ​ວຽກ​ກັບ​ການ​ນຳ​ແຂ​ວງ​ເງະ​ອານ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີຫງວຽນ​ຊວນ​ຟຸກ ເຂົ້າ​ຮ່ວມ​ພິ​ທີ​ຕອບ​ສະ​ໜອງ​ໂຄງ​ການ​ປູກ​ຕົ້ນ​ໄມ້ 1 ຕື້​ຕົ້ນ ແລະ ​ເຮັດ​ວຽກ​ກັບ​ການ​ນຳ​ແຂ​ວງ​ເງະ​ອານ

ທີ່ພິທີປູກລະດົມ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມໄດ້ມອບຕົ້ນໄມ້ 10.000 ຕົ້ນໃຫ້ແກ່ປະຊາຊົນເມືອງ ໂດເລືອງ, ແຂວງເງະອານ. ການນຳແຂວງເງະອານໃຫ້ຮູ້ວ່າ, ນັບແຕ່ນີ້ຮອດປີ 2025 ຈະປູກຕົ້ນໄມ້ 50 ລ້ານຕົ້ນ, ເພື່ອປະກອບສ່ວນເຂົ້າໂຄງການປູກຕົ້ນໄມ້ 1 ຕື້ຕົ້ນ ໂດຍທ່ານນາຍົກລັດຖະມົນຕີປູກລະດົມ.

ການ​ພົບ​ປະ​ຍາມ​ຕົ້ນ​ລະ​ດູ​ບານ​ໃໝ່​ທີ່​ສະ​ຫງວນ​ໃຫ້​ແກ່​ບັນ​ດາ​ນັກ​ສຶກ​ສາ​, ນັກ​ຮຽນ ແລະ ຊາວ​ຫວຽດ​ນາມ ຢູ່​ໂຮນ​ລັງ ການ​ພົບ​ປະ​ຍາມ​ຕົ້ນ​ລະ​ດູ​ບານ​ໃໝ່​ທີ່​ສະ​ຫງວນ​ໃຫ້​ແກ່​ບັນ​ດາ​ນັກ​ສຶກ​ສາ​, ນັກ​ຮຽນ ແລະ ຊາວ​ຫວຽດ​ນາມ ຢູ່​ໂຮນ​ລັງ

ຍ​ສ​ໝ - ເນື່ອງ​ໃນ​ໂອ​ກາດນີ້, ທ່ານ ຟ້າມ​ວຽກ​ແອັງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ໂຮນ​ລັງ ໄດ້​ສົ່ງ​ຄຳ​ອວຍ​ພອນປີ​ໃໝ່​ໄປ​ຍັງ​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ແລະ ນັກ​ສຶກ​ສາ​ຢູ່ ໂຮນ​ລັງ, ອວຍ​ພອນ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ​ມີ​ບຸນ​ເຕັດ​ທີ່​ອີ່ມ​ໜຳ​ສຳ​ລານ, ສົມ​ບູນ​ພູນ​ສຸກ ແລະ ເຕັມ​ໄປ​ດ້ວຍ​ຄວາມ​ຫວັງ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເປັນ​ປະ​ທານກອງ​ປະ​ຊຸມ​ແລກ​ປ່ຽນ​ວຽກ​ງານ​ຍາມ​ຕົ້ນ​ປີ​ໃໝ່​ຂອງ ຄະ​ນະ​ປະ​ຈຳ​ລັດ​ຖະ​ບານ​ກ່ຽວ​ກັບ​ສະ​ພາບ​ການ​ບຸນ​ເຕັດ, ການ​ປ້ອງ​ກັນ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເປັນ​ປະ​ທານກອງ​ປະ​ຊຸມ​ແລກ​ປ່ຽນ​ວຽກ​ງານ​ຍາມ​ຕົ້ນ​ປີ​ໃໝ່​ຂອງ ຄະ​ນະ​ປະ​ຈຳ​ລັດ​ຖະ​ບານ​ກ່ຽວ​ກັບ​ສະ​ພາບ​ການ​ບຸນ​ເຕັດ, ການ​ປ້ອງ​ກັນ

ຍ​ສ​ໝ - ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄດ້​ສະ​ເໜີ​ໃຫ້​ລັດ​ຖະ​ມົນ​ຕີ​ສາ​ທາ​ລະ​ນະ​ສຸກ​ກ່ຽວ​ກັບ​ສະ​ພາບ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ແລະ ບັນ​ດາ​ບັນ​ຫາ​ໃນ​ວຽກ​ງານ​ສຳ​ຄັນ​ນີ້, ໃນ​ນັ້ນ​ມີ​ແຜນ​ນະ​ໂຍ​ບາຍ​ຂອງ​ຄະ​ນະ​ປະ​ຈຳ​ລັດ​ຖະ​ບານ​ຢູ່ກອງ​ປະ​ຊຸມ​ຄັ້ງ​ກ່ອນ (ຕອ​ນ​ບ່າຍ​ວັນ​ທີ 4 ບຸນ​ເຕັດ) ກ່ຽ​ວ​ກັບ​ການ​ຊື້​ວັກ​ຊິນ​ເພື່ອ​ສັກ​ໃຫ້​ປະ​ຊາ​ຊົນ.

vovworld.vn

ເຫດການ
302 Found

Found

The document has moved here.