ລະດູຮ້ອນແບ່ງປັນຂອງນັກສຶກສາອາເມລິກາ ຢູ່ຫວຽດນາມ

14:09 | 09/07/2025

ຍສໝ - ​ໃນ​ລະດູ​ຮ້ອນ​ປີ 2025, ນັກ​ສຶກສາ​ອາ​ເມ​ລິ​ກາ 31 ຄົນ​ທີ່​ເຂົ້າ​ຮ່ວມ​ໂຄງການ​ອາສາ​ສະໝັກ​ສາກົນ​ໄດ້​ປະກອບສ່ວນ​ກໍ່ສ້າງ​ເຮືອນ​ການ​ກຸສົນ 6 ​ຫຼັງໃຫ້​ແກ່​ປະຊາຊົນ​ແຂວງ​ ກວາງ​ຫງາຍ. ວຽກ​ງານ​ຂອງ​ເຂົາ​ເຈົ້າ​ບໍ່​ພຽງ​ແຕ່​ໄດ້​ສ້າງ​ເຄື່ອງໝາຍ​ອັນ​ດີງາມ​ຢູ່​ທ້ອງ​ຖິ່ນ​ເທົ່າ​ນັ້ນ, ຫາກ​ຍັງ​ປະກອບສ່ວນ​ຢ່າງແທດຈິງເຂົ້າ​ໃນ​ການເພີ່ມພູນຄູນສ້າງ​ມິດຕະພາບ​ຫວຽດນາມ - ອາ​ເມ​ລິ​ກາ.

ນັກສຶກສາຫວຽດນາມ ດຳລົງຊີວິດຢ່າງມີຄວາມຮັບຜິດຊອບ ແລະ ຮ່ຳຮຽນຢູ່ລາວຢ່າງຈິງຈັງ
ເຊື່ອມຕໍ່ນັກສຶກສາຕ່າງປະເທດໂດຍຜ່ານປະສົບການວັດທະນະທໍາ

ຕາມ​ໜັງສືພິມ​ ກວາງ​ຫງາຍ ​ແລ້ວ, ​ໃນ​ປະມານ​ເດືອນ​ກໍລະກົດ, ບັນດາ​ນັກ​ສຶກສາ​ອາ​ເມ​ລິ​ກາ ​ມາ​ແຂວງ ກວາງ​ນາມ ​ເພື່ອ​ຊ່ວຍເຫຼືອ​ປະຊາຊົນ​ທ້ອງ​ຖິ່ນ​ກໍ່ສ້າງ​ເຮືອນ​ຢູ່​ທີ່​ແຂງ​ແຮງ, ກວ້າງຂວາງ​ກວ່າ. ນີ້​ແມ່ນ​ປີ​ທີ 17 ຂອງ​ໂຄງການ​ອາສາ​ສະໝັກ​ລະດູ​ຮ້ອນ​ສາກົນ​ໂດຍສະຫະພັນ​ຊາວ​ໜຸ່ມ​ແຂວງ ກວາງ​ຫງາຍ ສົມທົບ​ກັບ​ອົງການ Putney Student Travel (ອາ​ເມ​ລິ​ກາ) ປະຕິບັດ.

ປີ​ນີ້, ​ໂຄງການ​ໄດ້​ຮັບ​ການ​ປະຕິບັດ​ຢູ່​ຕາ​ແສງ ວ້ານເຕືອງ ​ແລະ ຕິ້ງເຄ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ສຶກສາ​ອາສາ​ສະໝັກ​ ອາ​ເມ​ລິ​ກາ 31 ຄົນ. ໃນນັ້ນ, ຄະນະທຳອິດລວມມີ ​ນັກ​ສຶກສາ​ 15 ຄົນ ​ໄດ້​ດຳ​ເນີນ​ຢູ່​ຕາ​ແສງ ວ້ານເຕືອງ ນັບ​ແຕ່​ວັນ​ທີ 1-18 ກໍລະກົດ; ຄະນະທີ 2 ມີ 16 ຄົນ ​ໄດ້​ດຳ​ເນີນ​ຢູ່​ຕາ​ແສງ ຕິ້ງເຄ ​ແຕ່​ວັນ​ທີ 6-23 ກໍລະກົດ.

ລະດູຮ້ອນແບ່ງປັນຂອງນັກສຶກສາອາເມລິກາ ຢູ່ຫວຽດນາມ

ໂຄງ​ການ​ອາສາ​ສະໝັກ​ສາ​ກົນ​ລະດູ​ຮ້ອນ​ຢູ່​ກວາງ​ນາມ​ປີ 2025. (ພາບ: ໜັງສືພິມ​ກວາງ​ຫງາຍ)

​ໃນ​ໄລຍະ​ພັກ​ເຊົາ​ຢູ່ ກວາງ​ຫງາຍ, ບັນດາ​ນັກ​ສຶກສາ ອາ​ເມ​ລິ​ກາ ຈະ​ໜູນຊ່ວຍການໃຊ້ຈ່າຍ ​ແລະ ວັນ​ເຮັດ​ວຽກ​ເພື່ອ​ກໍ່ສ້າງ​ເຮືອນ​ການ​ກຸສົນ 6 ຫຼັງ, ດ້ວຍ​ຍອດ​ມູນ​ຄ່າ 450 ລ້ານ​ດົ່ງ, ​ເພື່ອ​ມອບ​ໃຫ້​ບັນດາ​ຄອບຄົວ​ທຸກ​ຍາກ, ຜູ້​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​. ນອກຈາກ​ນັ້ນ, ບັນດາ​ນັກ​ສຶກສາ​ຍັງ​ຈະ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ແລກປ່ຽນ ​ແລະ ການດຳເນີນຊີວິດຊຸມ​ຊົນ, ​ຮັດແໜ້ນ​ຄວາມ​ສາມັກຄີ​ກັບ​ຊາວ​ໜຸ່ມ​ທ້ອງ​ຖິ່ນ.

ລະດູຮ້ອນແບ່ງປັນຂອງນັກສຶກສາອາເມລິກາ ຢູ່ຫວຽດນາມ

​ກຳມະກອນ​ກໍ່ສ້າງ​ຢູ່​ຕາ​ແສງ ວານເຕືອງ ພວມ​ຊີ້​ນຳ​ບັນດາ​ນັກ​ສຶກສາ ອາ​ເມ​ລິ​ກາ ກ່ຽວ​ກັບ​ວິທີ​ດັດແປງດິນຈີ່ເພື່ອ​ສ້າງ​ກຳ​ແພງ​ເຮືອນ. (ພາບ: ໜັງສືພິມ ໄຊງ່ອນ ປົດປ່ອຍ)

ຕາມ​ໜັງສືພິມ ໄຊງ່ອນ ປົດປ່ອຍ ​ແລ້ວ, ຢູ່​ຕາ​ແສງ ວານເຕືອງ, ມີ​ນັກ​ສຶກສາ ອາ​ເມ​ລິ​ກາ 15 ຄົນ​ເຂົ້າ​ຮ່ວມ​ການ​ກໍ່ສ້າງ​ເຮືອນ, ​ແບ່ງ​ອອກ​ເປັນ 3 ກຸ່ມ, ​ແຕ່​ລະ​ກຸ່ມ​ຮັບຜິດຊອບ​ເຮືອນ​ຫຼັງ​ໜຶ່ງ. Hannah, ອາຍຸ 17 ປີ, ຈາກການາດາ, ແບ່ງປັນວ່າ: “ຂ້າພະເຈົ້າໄດ້ເຂົ້າຮ່ວມໂຄງການຂອງ Putney Student Travel ຢູ່ 4 ປະເທດຕ່າງກັນ ແລະ ຄັ້ງນີ້ຂ້າພະເຈົ້າເລືອກຫວຽດນາມ ເພາະວ່າຂ້າພະເຈົ້າປະທັບໃຈຫຼາຍກັບກິດຈະກໍາອາສາສະໝັກກໍ່ສ້າງເຮືອນໃຫ້ປະຊາຊົນ. ເມື່ອຂ້າພະເຈົ້າຊອກຮູ້ຢູ່ໃນເວັບໄຊທ໌ຂອງອົງການ, ຂ້າພະເຈົ້າຮູ້ວ່ານີ້ຈະເປັນປະສົບການພິເສດ ແລະ ມັນກໍ່ແມ່ນແນວນັ້ນ”.

ລະດູຮ້ອນແບ່ງປັນຂອງນັກສຶກສາອາເມລິກາ ຢູ່ຫວຽດນາມ

Học sinh Mỹ được học cách xây dựng nhà. (Ảnh: Báo Sài Gòn giải phóng)

ນັກສຶກສາອາເມລິກາ ໄດ້ຮຽນຮູ້ວິທີການສ້າງເຮືອນ. (ພາບ: ໜັງສືພິມ ໄຊງ່ອນ ປົດປ່ອຍ)

Stephen, ອາຍຸ 16 ປີ, ໃຫ້ຮູ້ວ່າ: “ກ່ອນມາຫວຽດນາມ, ນ້ອງຮູ້ສຶກເປັນຫ່ວງກ່ຽວກັບອາຫານຫວຽດນາມ ໜ້ອຍໜຶ່ງ, ບໍ່ຮູ້ວ່າຈະເໝາະສົມກັບນ້ອງ ຫຼື ບໍ. ສະນັ້ນ , ນ້ອງໄດ້ໄປຮ້ານອາຫານຫວຽດນາມສອງສາມແຫ່ງຢູ່ ອາເມຣີກາ ເພື່ອລອງກ່ອນ ແລະ ໂຊກດີວ່ານ້ອງຈະເຫັນດີ. ເມື່ອນ້ອງມາຮອດແຂວງກວາງຫງາຍ, ນ້ອງພົບວ່າມັນຫນ້າສົນໃຈທີ່ປະຊາຊົນມັກດື່ມກາເຟ ແລະ ກິນເຂົ້າຈີ່ໃນຕອນເຊົ້າ, ນີ້ແມ່ນຈຸດວັດທະນະທຳທີ່ເປັນເອກະລັກສະເພາະທີ່ນ້ອງມັກແທ້ໆ.

ລະດູຮ້ອນແບ່ງປັນຂອງນັກສຶກສາອາເມລິກາ ຢູ່ຫວຽດນາມ

Một nam học sinh Mỹ cảm thấy vui vẻ khi được đẩy xe . (Ảnh: Báo Sài Gòn giải phóng)

ນັກ​ສຶກ​ສາ​ຊາຍ​ອາ​ເມ​ລິ​ກາ​ ຄົນ​ໜຶ່ງ​ຮູ້​ສຶກ​ດີ​ໃຈ​ໃນ​ເວ​ລາ​ທີ່​ຍູ້​ລົດ​. (ພາບ: ໜັງສືພິມ ໄຊງ່ອນ ປົດປ່ອຍ)

​ນາງ ຟ້າ​ມທິ​ຍານ, ຊາວ​ບ້ານ​ເຕີນຮີ (​ຕາ​ແສງ​ ວານເຕືອງ) ​ສະແດງ​ວ່າ: “​ເຮືອນ​ເກົ່າ​ຂອງ​ຂ້າພະ​ເຈົ້າ​ໄດ້ຕົກຕ່ຳ​ຢ່າງ​ໜັກໜ່ວງ. ​ໃນ​ລະດູ​ຝົນ, ຂ້າພະ​ເຈົ້າຍາມໃດກໍ່​ມີ​ຄວາມ​​ກັງວົນ​ຢູ່​ສະເໝີ, ຕ້ອງ​ຢູ່​ກັບ​ຄົນ​ອື່ນ​ຢູ່​ທຸກ​ແຫ່ງ​ຫົນ​ຍ້ອນ​ຢ້ານ​ເຮືອນ​ຈະ​ພັງ​ລົງ. ປະຈຸ​ບັນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ເຮືອນ​ໃໝ່, ຄອບຄົວ​ຂ້າພະ​ເຈົ້າ​ມີ​ມຸງ​ຫລັງຄາ​ເພື່ອ​ປ້ອງ​ກັນ​ຝົນ ​ແລະ​ ກັນແດດ.”

ນາງ ໂຮ່ທິທູແທ່ງ, ປະທານສະຫະພັນຊາວໜຸ່ມແຂວງ ກວາງຫງາຍ ໃຫ້ຮູ້ວ່າ: “ໂຄງການແລກປ່ຽນອາສາສະໝັກສາກົນລະດູຮ້ອນ ແມ່ນໂອກາດເພື່ອເພີ່ມທະວີການພົວພັນມິດຕະພາບ, ຄວາມເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງນັກສຶກສາອາເມລິກາ ແລະ ຊາວໜຸ່ມແຂວງ ກວາງຫງາຍ. ພ້ອມກັນນັ້ນ, ກໍ່ເປັນການເຜີຍແຜ່ຈິດໃຈອາສາສະໝັກ ແລະ ແບ່ງປັນໃຫ້ປະຊາຄົມ, ນຳມາເຊິ່ງຄຸນຄ່າຕົວຈິງ”.

ລະດູຮ້ອນແບ່ງປັນຂອງນັກສຶກສາອາເມລິກາ ຢູ່ຫວຽດນາມ

ນາງ ​ໂຮ່ທິ​ທູ​ແທ່ງ, ປະທານ​ສະຫະພັນຊາວ​ໜຸ່ມ​ຫວຽດນາມ ​ແຂວງ ກວາງ​ຫງາຍ. (ພາບ: ໜັງສືພິມ ກວາງຫງາຍ)

ນັບແຕ່ປີ 2006 ເປັນຕົ້ນມາຮອດປະຈຸບັນ, ແຂວງກວາງຫງາຍ ໄດ້ຕ້ອນຮັບ 17 ຄະນະອາສາສະໝັກນັກສຶກສາສາກົນ, ເຂົ້າຮ່ວມການກໍ່ສ້າງເຮືອນ ແລະ ໂຮງຮຽນ 64 ຫຼັງ, ດ້ວຍຍອດຈຳນວນເງິນສະໜັບສະໜູນກວ່າ 2,1 ຕື້ດົ່ງ. ຜ່ານແຕ່ລະ​ລະດູ​ຮ້ອນ ມີ​ນັກ​ສຶກສາ ອາ​ເມ​ລິ​ກາ ເກືອບ 1.000 ຄົນ ​ໄດ້​ມາ​ແຂວງ ກວາງ​ນາມ, ​ໄດ້​ນຳ​ເອົາ​ກຳລັງ​ແຮງ​ຊາວ​ໜຸ່ມ, ຈິດ​ໃຈ​ອາສາ​ສະໝັກ ​ແລະ ມິດຕະພາບ​ທີ່​ຈິງ​ໃຈ, ປະກອບສ່ວນ​ກໍ່ສ້າງ​ຂົວ​​ເຊື່ອມ​ຕໍ່​ອັນ​ໝັ້ນຄົງ​ລະຫວ່າງ ຫວຽດນາມ ​ແລະ ອາ​ເມ​ລິ​ກາ.

ອາເມລິກາ ປາດຖະໜາຢາກພັດທະນາການພົວພັນຄູຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ ໃຫ້ເຂົ້າສູ່ລວງເລິກ ອາເມລິກາ ປາດຖະໜາຢາກພັດທະນາການພົວພັນຄູຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ ໃຫ້ເຂົ້າສູ່ລວງເລິກ

ຍສໝ - ທ່ານປະທານສະພາແຫ່ງຊາດ ສະເໜີໃຫ້ ອາເມລິກາ ຮັບຮູ້ກົດລະບຽບເສດຖະກິດຕະຫຼາດຂອງ ຫວຽດນາມ, ຈຳກັດບັນດາມາດຕະການດ້ານເຕັກນິກ ແລະ ປ້ອງກັນການຄ້າ ເພື່ອສ້າງຄວາມສະດວກໃຫ້ແກ່ສິນຄ້າ ຫວຽດນາມ ສົ່ງໄປ ອາເມລິກາ

ຫວຽດນາມ - ອາເມລິກາ ຮ່ວມມືກັນເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ: ການສ້າງສາ ແລະ ການປັບປຸງຄວາມໄວ້ເນື້ອເຊື່ອໃຈລະຫວ່າງ ຫວຽດນາມ - ອາເມລິກາ ຫວຽດນາມ - ອາເມລິກາ ຮ່ວມມືກັນເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ: ການສ້າງສາ ແລະ ການປັບປຸງຄວາມໄວ້ເນື້ອເຊື່ອໃຈລະຫວ່າງ ຫວຽດນາມ - ອາເມລິກາ

ຍສໝ - ວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມເປັນວຽກງານທີ່ໄດ້ຮັບຄວາມບູລິມະສິດທີສຸດໃນການຮ່ວມມືລະຫວ່າງສອງປະເທດ.

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ສິດຂອງມະນຸດ

ເບິ່ງເພີ່ມເຕີມ
ເຫດການ