ສະ​ຖານ​ທູດ ນິວ​ຊີ​ແລນ ອຸ​ປະ​ຖຳ​ເງິນ​ເປັນ​ຈຳ​ນວນ 800 ລ້ານ ເພື່ອ​ປູກ​ຕົ້ນ​ໄມ້​ປ່າ​ຢູ່​ແຂວງ​ນິງ​ທ້ວນ

10:49 | 11/05/2021

ຍ​ສ​ໝ - ໂຄງ​ການ​ເພື່ອ​ແນ​ໃສ່​ຕອບ​ສະ​ໜອງ​ຄຳ​ຮຽ​ກ​ຮ້ອງ​ຕ້ອງ​ການ​ຂອງ​ລັດ​ຖະ​ບານ ຫວຽດ​ນາມ ກ່ຽວ​ກັບ​ຂໍ້​ສະ​ເໜີ​ຜັນ​ຂະ​ຫຍາ​ຍ​ຂໍ້​ລິ​ເລີ່ມ​ປູກຕົ້ນ​ໄມ້ 1 ຕື້​ຕົ້ນ​ໃນ​ໄລ​ຍະ 2021 – 2025, ໂຄງ​ການ​ຈະ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຈາກ​ພະ​ແນກ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ ແຂ​ວງ​ນິງ​ທ້ວນ, ຄະ​ນະ​ຄຸ້ມ​ຄອງ​ປ່າ​ປ້ອງ​ກັນ​ເຂດ​ແຄ​ມ​ທະ​ເລ ທ້ວນ​ນາມ ແລະ ໂຄງ​ການ​ປູ​ກ​ຕົ້ນ​ໄມ້​ຂຽວ, ໂຄງ​ການ​ຂຶ້ນ​ກັບ​ກອງ​ທຶນ​ດຳ​ລົງ​ຊີ​ວິດ Foundation.

ສະ​ມາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ນະ​ຄອນ Kiev (ຢູແກຼນ) ຮຽກ​ຮ້ອງ​ປະ​ຊາ​ຄົມ​ບໍ່​ຄວນ​ປະ​ໝາດ ໃນ​ການ​ປ້ອງ​ກັນ, ສະ​ກ​ັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ສະ​ມາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ນະ​ຄອນ Kiev (ຢູແກຼນ) ຮຽກ​ຮ້ອງ​ປະ​ຊາ​ຄົມ​ບໍ່​ຄວນ​ປະ​ໝາດ ໃນ​ການ​ປ້ອງ​ກັນ, ສະ​ກ​ັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19
ເທື່​ອ​ທຽນ​ເຫ້ວ, ເງະ​ອານ ບົ​ງ​ອັດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ຢູ່ ​ລາວ ເທື່​ອ​ທຽນ​ເຫ້ວ, ເງະ​ອານ ບົ​ງ​ອັດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ຢູ່ ​ລາວ
ສະ​ຖານ​ທູດ ນິວ​ຊີ​ແລນ ອຸ​ປະ​ຖຳ​ເງິນ​ເປັນ​ຈຳ​ນວນ 800 ລ້ານ ເພື່ອ​ປູກ​ຕົ້ນ​ໄມ້​ປ່າ​ຢູ່​ແຂວງ​ນິງ​ທ້ວນ

ການ​ນຳ​ພະ​ແນກ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ ແຂວງ​ນິງ​ທ້ວນ ແບ່ງ​ປັນ​ທາງ​ອອນ​ລາຍ​ກ່ຽວ​ກັບ​ສະ​ພາບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຢູ່ ນິ​ງ​ທ້ວນ (ພາບ: ສະ​ຖານ​ທູດ ນິວ​ຊີ​ແລນ​ປະ​ຈຳ​ຫວຽດ​ນາມ)

ກອງ​ທຶນ​ໜູນ​ຊ່ວຍ​ພັດ​ທະ​ນາ​ປະ​ຊາ​ຄົມ​ດຳ​ລົງ​ຊີ​ວິດ​ແບບ​ຍືນ​ຍົງ ແລະ ສະ​ຖານ​ທູດ ນິວ​ຊີ​ແລນ ໄດ້​ປະ​ກາດ​ບ້ວງ​ເງິນ​ປະ​ກອບ​ທີ່​ມີ​ມູ​ນ​ຄ່າ 800 ລ້ານ​ດົ່ງ ຈາກ​ນິວ​ຊີ​ແລນ ໃຫ້​ແກ່​ໂຄງ​ການ “ປູກ​ຕົ້ນໄມ້ປ່າ” ຢູ່​ນິງ​ທ້ວນ.

ໂຄງ​ການ​ເພື່ອ​ແນ​ໃສ່​ຕອບ​ສະ​ໜອງ​ຄຳ​ຮຽ​ກ​ຮ້ອງ​ຕ້ອງ​ການ​ຂອງ​ລັດ​ຖະ​ບານ ຫວຽດ​ນາມ ກ່ຽວ​ກັບ​ຂໍ້​ສະ​ເໜີ​ຜັນ​ຂະ​ຫຍາ​ຍ​ຂໍ້​ລິ​ເລີ່ມ​ປູກຕົ້ນ​ໄມ້ 1 ຕື້​ຕົ້ນ​ໃນ​ໄລ​ຍະ 2021 – 2025, ໂຄງ​ການ​ຈະ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຈາກ​ພະ​ແນກ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ ແຂ​ວງ​ນິງ​ທ້ວນ, ຄະ​ນະ​ຄຸ້ມ​ຄອງ​ປ່າ​ປ້ອງ​ກັນ​ເຂດ​ແຄ​ມ​ທະ​ເລ ທ້ວນ​ນາມ ແລະ ໂຄງ​ການ​ປູ​ກ​ຕົ້ນ​ໄມ້​ຂຽວ, ໂຄງ​ການ​ຂຶ້ນ​ກັບ​ກອງ​ທຶນ​ດຳ​ລົງ​ຊີ​ວິດ Foundation.

ແບ່ງ​ປັນ​ທີ່​ການ​ໂອ້​ລົມ​ສົ​ນ​ທະ​ນາ​ທາງ​ອອນ​ລາຍ ກ່ຽວ​ກັບ​ການ​ປະ​ກາດ​ບ້ວງ​ເງິນນີ້ ໃນ​ວັນ​ທີ 10 ພຶດ​ສະ​ພາ, ທ່ານ​ນາງ Tredene Dobson ເອກ​ອັກ​ຄະ​ລັດ​ຖະ​ທູດ ນິວ​ຊີ​ແລນ ປະ​ຈຳ ຫວຽດ​ນາມ ເວົ້າ​ວ່າ: “ສະ​ຖານ​ທູດ ນິວ​ຊີ​ແລນຮູ້​ສຶກ​ເອກ​ອ້າງ​ທະ​ນົງ​ໃຈ ເມື່ອ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ປູກ​ຕົ້ນ​ໄມ້​ປ່າ​ຢູ່​ແຂວງ ນິງ​ທ້ວນ​ຜ່ານ​ໂຄງ​ການ. ການ​ປູກ​ຕົ້ນ​ໄມ້​ປ່າ ສວມ​ບົດ​ບາດ​ສຳ​ຄັນ ສຳ​ລັບ​ອະ​ນາ​ຄົດ​ໜ່ວຍ​ໂລກ ຂອງ​ເຮົາ ແລະ ນີ້​ແມ່ນ​ໝາກ​ຜົນ​ທີ່​ເປັນ​ໜ້າ​ພາກ​ພູມ​ໃຈ​ຂອງ​ແຂວງ ນິງ​ທ້ວນ”.

ຕາມ​ທ່ານ​ນາງ Tredene Dobson ແລ້ວ, ນິວ​ຊີ​ແລນ​ມີ​ຄວາມ​ເຊື່ອ​ໝັ້ນ ແລະ ລົງ​ທຶນ​ເຂົ້າ​ບັນ​ດາ​ໝາກ​ຜົນ​ແບບ​ຍືນ​ຍົງ ແລະ ສິ່ງນີ້​ໄດ້​ນຳ​ໃຊ້​ຢ່າງ​ແໜ້ນ​ແຟ້ນ ໃຫ້​ແກ່​ບັນ​ດາ​ການ​ເຄື່ອນ​ໄຫວ​ປົກ​ປັກ​ຮັກ​ສາ​ສິ່ງ​ແວ​ດ​ລ້ອມ​ຂອງ​ພວກ​ເຮົາ.

ປູກ​ປ່າ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ວິ​ທີ​ການ​ທີ່​ມີ​ປະ​ສິດ​ທິ​ຜົນ​ທີ່​ສຸດເພື່ອ​ຈຳ​ກັດ​ເຫດ​ການ​ໜ່ວຍ​ໂລກ​ຮ້ອນ​ຂຶ້ນ. ບັນ​ດາ​ໂຄງ​ການ​ທີ່​ຄ້າຍ​ຄື​ກັນ ພວມ​ຊ່ວຍ​ຟື້ນ​ຟູ​ໜ່ວຍ​ໂລກ​ຂອງ​ພວກ​ເຮົາ ແລະ ຫຼຸດ​ຜ່ອນ​ຜົນ​ກະ​ທົບ​ຂອງ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາ​ກາດ. ຍຸດ​ທະ​ສາດ “ປູກ​ປ່າ​ຮັກ​ສາ​ນ້ຳ” ແມ່ນ​ຍຸດ​ທະ​ສາດ​ສ້າງກອງ​ທຶນ​ປະ​ຊາ​ຄົມ​ໃຫ້​ແກ່​ໂຄງ​ການ “ປູກ​ຕົ້ນ​ໄມ້​ປ່າ” ນິງ​ທ້​ວນ.

ຍຸດ​ທະ​ສາດ​ໄດ້​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຄົມ​ຮ່ວມ​ແຮງ​ຮ່ວມ​ໃຈ​ປະ​ກອບ​ສ່ວນ​ເພື່ອ​ພ້ອມ​ກັນ​ປະ​ຕິ​ບັດ​ເປົ້າ​ໝາຍ​ປູກ​ປ່າປ້ອງ​ກັນ​ແຄມ​ທະ​ເລ​ທ້ວນ​ນາມ, ຍິງ​ທ້ວນ.

ໂຄງ​ການ​ປູກ​ຕົ້ນ​ໄມ້​ປ່າ ຢູ່​ແຂວງ​ນິງ​ຖ້ວນ ຈະ​ປຸກ​ຕົ້ນ​ໄມ້​ກ່​ວາ 40.000 ຕົ້ນ​ດ້​ວຍ​ເນື້ອ​ທີ່​ປ່າກ່​ວາ 20 ແຮກຕາ ຢູ່​ປ່າ​ປ້ອງ​ກັນ​ແຄມ​ທະ​ເລ​ເມືອງ ທ້ວນ​ນາມ, ໃນ​ເດືອນ​ຕຸ​ລາ​ປີນີ້. ໂຄງ​ການ​ຈະ​ແກ່​ຍາວ​ໃນ​ໄລ​ຍະ 5 ປີ (2021 - 2025), ລວມ​ມີ​ເວ​ລາ​ປູກ​, ບົວ​ລະ​ບັດ ແລະ ປົກ​ປ້ອງ​ປ່າ, ເພື່ອ​ແນ​ໃສ່​ຮັບ​ປະ​ກັນ​ອັດ​ຕາ​ເຕີບ​ໃຫຍ່​ຂອງ​ຕົ້ນ​ໄມ້​ທີ່​ໄດ້​ປູກ​ໃໝ່.

ສະຖາບັນຄົ້ນຄ້ວາ ອົດສະຕາລີໃຫ້ຮູ້ວ່າ: ນິວຊີແລນ ແລະ ຫວຽດນາມ ມີການຮັບມືກັບໂລກລະບາດໂຄວິດ - 19 ດີທີ່ສຸດໃນໂລກ ສະຖາບັນຄົ້ນຄ້ວາ ອົດສະຕາລີໃຫ້ຮູ້ວ່າ: ນິວຊີແລນ ແລະ ຫວຽດນາມ ມີການຮັບມືກັບໂລກລະບາດໂຄວິດ - 19 ດີທີ່ສຸດໃນໂລກ

ຍ​ສ​ໝ - ທ່ານ Herve Lemahieu ນັກຄົ້ນຄວ້າສະຖາບັນ Lowy ໄດ້ກ່າວວ່າ ການປະເມີນຜົນແບບໂຕ້ຕອບຂອງບົດລາຍງານສະແດງໃຫ້ເຫັນວ່າບັນດາປະເທດນ້ອຍໆມີການ​ຮັບ​ມື​ກັບໂລກລະບາດຂອງ COVID-19 ທີ່ມີປະສິດຕິຜົນຫຼາຍກວ່າປະເທດໃຫຍ່.

WB: ໝາກ​ຜົນ​ການ​ສຶກ​ສາ​ຂອງ ຫວຽດ​ນາມ​ໄດ້​ຈັດ​ຢູ່​ລຳ​ດັບ​ເທົ່າ​ທຽມ​ກັນ​ກັບ​ປະ​ເທດ​ໂຮນ​ລັງ, ນິວ​ຊີ​ແລນ ແລະ ຊຸ​ແອັດ. WB: ໝາກ​ຜົນ​ການ​ສຶກ​ສາ​ຂອງ ຫວຽດ​ນາມ​ໄດ້​ຈັດ​ຢູ່​ລຳ​ດັບ​ເທົ່າ​ທຽມ​ກັນ​ກັບ​ປະ​ເທດ​ໂຮນ​ລັງ, ນິວ​ຊີ​ແລນ ແລະ ຊຸ​ແອັດ.

ຍ​ສ​ໝ - ຕາມ​ບົດ​ລາຍ​ງານ​ຂອງ​ທະ​ນາ​ຄານ​ໂລກ (WB), ການ​ສຶກ​ສາ​ຫວຽດ​ນາມ​ຢືນ​ຢູ່​ລຳ​ດັບ​ທີ 15 ທຽບ​ເທົ່າ​ກັນ​ກັບ​ປະ​ເທດ​ໂຮນ​ລັງ, ນິ​ວ​ຊີ​ແລນ, ຊຸ​ແອັດ.

ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳ​ຫຼວດໂຕ​ເລີມ​ໃຫ້​ການ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູ ນິວ​ຊີ​ແລນ ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳ​ຫຼວດໂຕ​ເລີມ​ໃຫ້​ການ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູ ນິວ​ຊີ​ແລນ

ຍ​ສ​ໝ - ທ່ານ ໂຕ​ເລິມ​ໄດ້​ເນັ້ນ​ໜັກ​ວ່າ ກະ​ຊວງ​ຕຳຫຼວດ ຫວຽດ​ນາມ ໄດ້​ຕີ​ລາ​ຄາ​ສູງ​ການ​ຊ່ວຍ​ເຫຼືອ​ຂອງ​ໝູ່​ຄະ​ນະ​ພະ​ນັກ​ງານ​ສະ​ຖານ​ທູດ, ພິ​ເສດ​ແມ່ນ ທ່ານ​ນາງ Wendy Matthews ເອກ​ອັກ​ຄະ​ລັດ​ຖະ​ທູດ ເຊິ່ງ​ມີ​ການ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າຫຼາຍ​ຢ່າງ​ໃຫ້​ແກ່​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.