WB: ຫວຽດ​ນາມ ຈະ​ມີ​ລະ​ດັບ​ລາຍ​ຮັບ​ສູງກວ່າ​ໝູ່​​ໃນ​ຈຳ​ນວນ​ປະ​ເທດ​ສະ​ມາ​ຊິກ​ RCEP

16:30 | 18/04/2022

ລະດັບລາຍຮັບຂອງ ຫວຽດນາມ ເພີ່ມຂຶ້ນ 4,9% ເມື່ອທຽບໃສ່ລະດັບພື້ນຖານ, ສູງກວ່າປະເທດອື່ນໆ ທີ່ມີລາຍຮັບເພີ່ມຂຶ້ນພຽງແຕ່ປະມານ 2,5% ເທົ່ານັ້ນ.

ສັບ​ປະ​ດາ​ວັດ​ທະ​ນະ​ທຳ​ການ​ທ່ອງ​ທ່ຽວ ທາງ​ທິດ​ເໜືອ ຫວຽດ​ນາມ ​ຈະ​ດຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 15 - 17 ເມ​ສາ ​ຢູ່ ຮ່າ​ໂນ້ຍ ສັບ​ປະ​ດາ​ວັດ​ທະ​ນະ​ທຳ​ການ​ທ່ອງ​ທ່ຽວ ທາງ​ທິດ​ເໜືອ ຫວຽດ​ນາມ ​ຈະ​ດຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 15 - 17 ເມ​ສາ ​ຢູ່ ຮ່າ​ໂນ້ຍ
ເປີດ​ຕົວ​ກຸ່ມ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ມິ​ດ​ຕະ​ພາບ ເມັກ​ຊີ​ໂກ - ຫວຽດ​ນາມ ອາ​ຍຸ​ການ​ໃໝ່ ເປີດ​ຕົວ​ກຸ່ມ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ມິ​ດ​ຕະ​ພາບ ເມັກ​ຊີ​ໂກ - ຫວຽດ​ນາມ ອາ​ຍຸ​ການ​ໃໝ່
ພາບປະກອບ
ພາບປະກອບ: TTXVN

ຫວ່າງແລ້ວນີ້, ເວັບໄຊ Vietnam Briefing ຂອງບໍລິສັດໃຫ້ຄຳປຶກສາການລົງທຶນ Dezan Shira & Associates ໄດ້ຄັດສະເໜີບົດລາຍງານຫຼ້າສຸດຂອງທະນາຄານໂລກ (WB), ໃນນັ້ນ ໄດ້ວິເຄາະຢ່າງລະອຽດກ່ຽວກັບກາລະໂອກາດ ແລະ ສິ່ງທ້າທາຍຂອງສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ທີ່ມີຕໍ່ພື້ນຖານເສດຖະກິດຂອງບັນດາປະເທດສະມາຊິກ, ໃນນັ້ນມີ ຫວຽດນາມ. ບົດລາຍງານຄາດວ່າ ໃນໄລຍະແຕ່ປີ 2020 – 2035, ຫວຽດນາມ ຈະຫຼຸດອັດຕາເກັບພາສີນຳເຂົ້າສະເລ່ຍແຕ່ 0,8% ລົງເຫຼືອພຽງ 0,2%. ໃນຂະນະທີ່ໄດ້ຊົມໃຊ້ອັດຕາພາສີສົ່ງອອກຈາກ 0,6% ຫຼຸດລົງເຫຼືອ 0,1%. ຕາມແຜນການແລ້ວ ແມ່ນມີຄວາມປະເອີບໃຈທີ່ສຸດ ເມື່ອໝູນໃຊ້ປະໂຫຍດໄດ້ທັງໝົດ, ຫວຽດນາມ ຈະມີລະດັບລາຍຮັບສູງທີ່ສຸດໃນຈຳນວນປະເທດສະມາຊິກຂອງສັນຍາ RCEP. ລະດັບລາຍຮັບຂອງ ຫວຽດນາມ ເພີ່ມຂຶ້ນ 4,9% ເມື່ອທຽບໃສ່ລະດັບພື້ນຖານ, ສູງກວ່າປະເທດອື່ນໆ ທີ່ມີລາຍຮັບເພີ່ມຂຶ້ນພຽງແຕ່ປະມານ 2,5% ເທົ່ານັ້ນ. ບັນດາປະເທດສະມາຊິກ RCEP ທັງໝົດລ້ວນແຕ່ເຫັນປະຈັກຕາການສົ່ງອອກ ແລະ ນຳເຂົ້າເພີ່ມຂຶ້ນ, ໃນນັ້ນ, ຄາດວ່າ ຫວຽດນາມ ຈະບັນລຸລະດັບສົ່ງອອກສູງທີ່ສຸດ ດ້ວຍ 11,4% ແລະ ການນຳເຂົ້າຂອງ ຫວຽດນາມ ກໍຈະມີການເຕີບໂຕຫຼາຍພໍສົມຄວນ, ຢູ່ໃນລະດັບ 9,2%.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.