ພົບປະສັນຖະວະໄມຕີຊາວກະສິກອນສາມປະເທດຫວຽດນາມ - ລາວ - ກໍາປູເຈຍ ຕິດພັນກັບຜະລິດຕະພັນກະເສດປອດສານພິດ

09:01 | 01/12/2019

ຍສໝ - ໃນຕອນເຊົ້າວັນທີ 30 ພະຈິກ 2019 ຢູ່ນະຄອນ ດ່າລາດ, ແຂວງເລິມດົ່ງ ສສ ຫວຽດນາມ ໄດ້ດໍາເນີນພິທີ ໄຂລາຍການ ພົບປະສັນຖະວະໄມຕີຊາວກະສິກອນສາມປະເທດຫວຽດນາມ - ລາວ - ກໍາປູເຈຍ ຕິດພັນກັບຜະລິດຕະພັນກະເສດປອດສານພິດ.

ພົບປະສັນຖະວະໄມຕີຊາວກະສິກອນສາມປະເທດຫວຽດນາມ - ລາວ - ກໍາປູເຈຍ ຕິດພັນກັບຜະລິດຕະພັນກະເສດປອດສານພິດ

ພິທີ ໄຂລາຍການ ພົບປະສັນຖະວະໄມຕີຊາວກະສິກອນສາມປະເທດຫວຽດນາມ - ລາວ - ກໍາປູເຈຍ ຕິດພັນກັບຜະລິດຕະພັນກະເສດປອດສານພິດ. (ພາບ: nhandan.com.vn)

ຄະນະຜູ້ແທນຂອງ 3 ປະເທດ ໄດ້ໄປຢ້ຽມຢາມບັນດາຮູບແບບເຮັດກະສິກໍາທີ່ໝູນໃຊ້ເຕັກໂນໂລຢີສູງຢູ່ ຟາມ ດ່າລາດ Hasfarm, ບໍລິສັດ ດ່າລາດ GAP ຈໍາກັດ ແລະ ໝູ່ບ້ານດອກໄວ້ວ້ານແທັ່ງ; ຫົວໜ້າຄະນະຜູ້ແທນລາວ, ກໍາປູເຈຍ ພົບປະກັບການນໍາພັກ, ລັດຫວຽດນາມ ແລະ ການນໍາແຂວງເລິມດົ່ງ; ກອງປະຊຸມສໍາມະນາແບ່ງປັນປະສົບການກ່ຽວກັບການພັດທະນາກະສິກໍາ, ຊາວກະສິກອນ; ພິທີລົງນາມໃນບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມື ໜູນຊ່ວຍການໝູນໃຊ້ເຕັກໂນໂລຢີສູງ ແລະ ລະບົບຮັບປະກັນຄວາມປອດໄພດ້ານສະບຽງອາຫານ ແລະ ການເກັບຊື້ຜະລິດຕະພັນກະສິກໍາ. ຂອບເຂດລາຍການຈະດໍາເນີນບັນດາການເຄື່ອນໄຫວຄື: ກອງປະຊຸມສໍາມະນາແບ່ງປັນປະສົບການກ່ຽວກັບການພັດທະນາກະສິກໍາ, ຊາວກະສິກອນ ແລະ ຊົນນະບົດຂອງ 3 ປະເທດ; ງານຕະຫຼາດນັດຜະລິດຕະພັນກະເສດສະອາດ; ຢ້ຽມຢາມບັນດາຮູບແບບການຜະລິດ, ຮາກຖານເສດຖະກິດ, ວັດທະນະທໍາ ແລະ ທັດສະນະຕົວຈິງຢູ່ນະຄອນດ່າລາດ ເພື່ອຊອກຮູ້ກ່ຽວກັບການເຄື່ອນໄຫວຂອງ ຊາວກະສິກອນປະຈໍາຖິ່ນ. ລາຍການຈະດໍາເນີນແຕ່ວັນທີ 30 ພະຈິກ 2019 ຮອດວັນທີ 2 ທັນວາ 2019 ຈຶ່ງອັດລົງ.

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.