ຜະລິດຕະພັນ ຫວຽດນາມ ດຶງດູດຄວາມສົນໃຈຢູ່ງານຕະຫຼາດນັດສາກົນ ອານເຊຣີ 2025 | |
ທົ່ວປະເທດ ຕ້ອນຮັບແຂກທ່ອງທ່ຽວຫຼາຍກວ່າ 10,5 ລ້ານເທື່ອຄົນໃນ 5 ວັນພັກ |
![]() |
ດ້ວຍນະໂຍບາຍຍົກເວັ້ນວີຊາ ທີ່ອຳນວຍຄວາມສະດວກພ້ອມກັບບັນດາການເຄື່ອນໄຫວສົ່ງເສີມ, ໂຄສະນາ ແລະ ກະຕຸ້ນຄວາມຕ້ອງການທ່ອງທ່ຽວຢ່າງມີປະສິດທິຜົນ, ຂະແໜງການທ່ອງທ່ຽວ ຫວຽດນາມ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນເກືອບ 10,7 ລ້ານຄົນ ໃນ 6 ເດືອນຕົ້ນປີ 2025, ປະຕິບັດສຳເລັດປະມານ 50% ຄາດໝາຍການເຕີບໂຕ ຂອງທັງປີ. ໄລ່ສະເພາະເດືອນມິຖຸນາ 2025, ຈຳນວນແຂກທ່ອງທ່ຽວບັນລຸເກືອບ 1,5 ລ້ານເທື່ອຄົນ, ເພີ່ມຂຶ້ນ 17%ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2024. ຍອດຈຳນວນແຂກທ່ອງທ່ຽວສາກົນມາ ຫວຽດນາມ ໃນ6 ເດືອນຕົ້ນປີ 2025 ເພີ່ມຂຶ້ນ 20,7%ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້. ກ່ຽວກັບຕະຫຼາດແຂກທ່ອງທ່ຽວສາກົນ, ຈີນສືບຕໍ່ນຳໜ້າດ້ວຍຈຳນວນ 2,7 ລ້ານເທື່ອຄົນ (ກວມເອົາ 25,6%), ຖັດຈາກນັ້ນແມ່ນ ສ.ເກົາຫຼີ ກວມເອົາ 2,2 ລ້ານເທື່ອຄົນ (ກວມເອົາ 20,7%). (ພາບປະກອບ: TTXVN) |
![]() | ຜູ້ແທນສາກົນ 150 ກວ່າທ່ານໄດ້ປູກຕົ້ນໄມ້ມິດຕະພາບຢູ່ ດ່າໜັງ ຍສໝ - ຕອນເຊົ້າວັນທີ 18 ມັງກອນນີ້, ຢູ່ສວນສາທາລະນະມິດຕະພາບ ສວາຍງ່ວນ (ຫວ້ຍງ່ວນ - ທາງແຍກ ຮ່ວາງຊາ - ເລວັນເລືອງ - ເລືອງຫຶວແຂງ, ຕາແສງ ເຖາະກວາງ, ເມືອງ ເຊີນຈ່າ, ນະຄອນ ດ່າໜັງ)ໄດ້ດຳເນີນພິທີປູກຕົ້ນໄມ້ມິດຕະພາບ. ເຫດການດັ່ງກ່າວແມ່ນຢູ່ໃນຂອບເຂດຂອງລາຍການເວທີປາໄສ ບັນດານະຄອນ ມິດຕະພາບຮ່ວມມື ຈັດຂຶ້ນໂດຍ ... |
![]() | ຫຼາຍເຫດການການຕ່າງປະເທດຫຼາຍຝ່າຍ ຈະໄດ້ຮັບການຈັດຕັ້ງໂດຍຫວຽດນາມ ໃນປີ 2025 ຍສໝ - ຕອນເຊົ້າວັນທີ 14 ມັງກອນ, ຢູ່ຮ່າໂນ້ຍ, ກ່າວຄຳປາໄສທີ່ກອງປະຊຸມພົບປະສື່ມວນຊົນເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ປີມະເສັງ 2025, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຫວຍດນາມ ບຸຍແທງເຊີນ ໃຫ້ຮູ້ວ່າ ປີນີ້ ຫວຽດນາມ ຈະມີບັນດາການເຄື່ອນໄຫວທາງການທູດສອງຝ່າຍ, ຫຼາຍຝ່າຍທີ່ຟົດຟື້ນ, ພ້ອມກັນນັ້ນ ກໍຮັບຜິດຊອບການຈັດຕັ້ງເຫດການການທູດຫຼາຍຝ່າຍທີ່ສຳຄັນເຊັ່ນ: ເວທີປາໄສອະນາຄົດອາຊຽນ ຄັ້ງທີ 2, ກອງປະຊຸມສຸດຍອດຄູ່ຮ່ວມມືເພື່ອການເຕີບໂຕສີຂຽວ ແລະ ... |
ມີງດຶກ