ຈັດການເຄື່ອນໄຫວຫຼາຍຢ່າງດ້ານວັດທະນະທຳ, ສີລະປະຊົມເຊີຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ

09:32 | 04/07/2025

ຍສໝ - ລາຍການສະແດງສິລະປະໄດ້ຢັ້ງຢືນບົດບາດ, ທີ່ຕັ້ງ, ຂອບຂະໜາດໃໝ່ຂອງ ກວາງນິງ ໃນວິວັດທະນາການພັດທະນາຢ່າງວ່ອງໄວ, ຍືນຍົງ, ຮອບດ້ານ.

ທ່ານນາຍົກລັດຖະມົນຕີ ອິນເດຍ: ຂໍ້ລິເລີ່ມແບ່ງປັນພະທາດຂອງພຣະພຸດທະເຈົ້າກັບຫວຽດນາມ ສ້າງປະກົດການດ້ານວັດທະນະທຳ
ວັດທະນະທໍາຫວຽດນາມສ່ອງແສງຢູ່ນະຄອນຫຼວງ ໂປແລນ
ຈັດການເຄື່ອນໄຫວຫຼາຍຢ່າງດ້ານວັດທະນະທຳ, ສີລະປະຊົມເຊີຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ

ຕອນຄ່ຳວັນທີ 01 ກໍລະກົດ, ຢູ່ແຂວງ ກວາງນິງ ໄດ້ຈັດລາຍການສະແດງສິລະປະພິເສດ “ກວາງນິງ ຮ່ວມແຮງຮ່ວມໃຈ, ກ້າວເຂົ້າສູ່ອະນາຄົດຢ່າງໝັ້ນຄົງເຂັ້ມແຂງ” ເນື່ອງໃນໂອກາດປະກາດບັນດາມະຕິ, ຂໍ້ຕົກລົງຂອງສູນກາງ ແລະ ຂອງແຂວງກ່ຽວກັບການປະຕິບັດຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ. ລາຍການສະແດງສິລະປະໄດ້ຢັ້ງຢືນບົດບາດ, ທີ່ຕັ້ງ, ຂອບຂະໜາດໃໝ່ຂອງ ກວາງນິງ ໃນວິວັດທະນາການພັດທະນາຢ່າງວ່ອງໄວ, ຍືນຍົງ, ຮອບດ້ານ. ເຂົ້າຮ່ວມລາຍການ, ເອື້ອຍ ດ່າວທິລານ (ຢູ່ແຂວງ ກວາງນິງ), ແບ່ງປັນວ່າ: “ຂ້າພະເຈົ້າມີຄວາມປິຕິຊົມຊື່ນກ່ຽວກັບອຳນາດການປົກຄອງ 2 ຂັ້ນ. ໃນມື້ນີ້ໄດ້ຮັບຊົມການຍິງບັ້ງໄຟດອກແມ່ນພາກພູມໃຈຫຼາຍ. 2 – 3 ມື້ນີ້, ບັນຍາກາດແມ່ນເບີກບ່ານມ່ວນຊື່ທີ່ສຸດ. ອຳນາດການປົກຄອງ 2 ຂັ້ນລ້ວນແຕ່ມຸ່ງໄປເຖິງເປົ້າໝາຍແມ່ນຊ່ວຍໃຫ້ປະຊາຊົນກ້າວຂຶ້ນ, ການດຳລົງຊີວິດຂອງປະຊາຊົນຈະມີສະຖຽນລະພາບ”. ແລະ ກໍ່ໃນຕອນຄ່ຳວັນທີ 01 ກໍລະກົດ, ຄະນະກຳມະການປະຊາຊົນແຂວງ ເລິມດົ່ງ ໄດ້ຈັດລາຍການສະແດງສິລະປະ ດ້ວຍຫົວຂໍ້ “ເລິມດົ່ງ ມິດຈິດມິດໃຈ, ບືນຕົວຂຶ້ນສ້າງອະນາຄົດແສງສະຫວ່າງ” ເພື່ອຕ້ອນຮັບການສ້າງຕັ້ງແຂວງ ເລິມດົ່ງໃໝ່ (ເລິມດົ່ງ, ບິ່ງທ້ວນ ແລະ ດັກນົງ). (ພາບ: nhandan.vn)

ການພົບປະແລກປ່ຽນວັດທະນະທຳ - ມິດຕະພາບ 2025: ເຊື່ອມຕໍ່ກັບປະຊາຄົມ, ເຜີຍແຜ່ຮູບພາບຫວຽດນາມເປັນມິດ ການພົບປະແລກປ່ຽນວັດທະນະທຳ - ມິດຕະພາບ 2025: ເຊື່ອມຕໍ່ກັບປະຊາຄົມ, ເຜີຍແຜ່ຮູບພາບຫວຽດນາມເປັນມິດ

ຍສໝ - ວັນທີ 15 ມິຖຸນາ, ຢູ່ເຂດທ່ອງທ່ຽວວັດທະນະທໍາ ຊວຍຕ໋ຽນ (ນະຄອນໂຮ່ຈີມິນ), ສະຫະພັນບັນດາອົງການມິດຕະພາບນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງໂຄງການພົບປະແລກປ່ຽນ​ວັດ​ທະ​ນະ​ທຳ - ມິດ​ຕະ​ພາບ 2025.

ຊາວບຸນກາຣີ ເຕັ້ນສາກ, ໃສ່ໝວກແຂງໃນງານບຸນວັດທະນະທຳອາຊີ ຊາວບຸນກາຣີ ເຕັ້ນສາກ, ໃສ່ໝວກແຂງໃນງານບຸນວັດທະນະທຳອາຊີ

ຍສໝ - ວັນທີ 14 ມິຖຸນາ, ສະຖານທູດຫວຽດນາມ ປະຈໍາ ບຸນກາຣີ ໄດ້ເຂົ້າຮ່ວມ ​ງານ​ບຸນອາຊີ (Asian Festival) ດ້ວຍບູດວາງສະແດງແນະນຳວັດທະນະທໍາ, ທ່ອງທ່ຽວ, ອາຫານພື້ນເມືອງ ແລະເຄື່ອງຫັດຖະກໍາຫວຽດນາມ ຢູ່ ສວນສາທາລະນະທາງໃຕ້, Sofia, Bulgaria.

ມີງດຶກ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ
ເຫດການ
ອ່ານຫຼາຍທີ່ສຸດ