​ເຊື່ອມ​ຕໍ່ການພົບປະແລກປ່ຽນ​ບັນດານັກທຸລະກິດ​ຜູ້ຍິງຂອງ​ຫວຽດນາມ, ຟີ​ລິບ​ປິນ ​ແລະ ກາ​ຊັກ​ສະຖານ

13:18 | 07/07/2025

ຍສໝ - ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດແມ່ຍິງທົ່ວໂລກຄັ້ງທີ 35 ຢູ່ Berlin, ສາທາລະນະລັດສະຫະພັນ ເຢຍລະມັນ ແຕ່ວັນທີ 3-5 ກໍລະກົດ 2025, ຄະນະຜູ້ແທນຫວຽດນາມ ລວມມີ ສະມາຊິກຂອງເວທີປາໄສແມ່ຍິງ ຫວຽດນາມ ຢູ່ ເອີລົບ 35 ຄົນ ແລະ ນັກທຸລະກິດຜູ້ຍິງ 30 ຄົນຂຶ້ນກັບເຄືອຂ່າຍການນຳເປັນແມ່ຍິງ WeLead (ຫວຽດນາມ) ໄດ້ມີໂຄງການເຮັດວຽກ ເພື່ອເຊື່ອມຕໍ່ທຸລະກິດກັບບັນດາຄະນະຜູ້ແທນ ຟີລິບປິນ ແລະ ກາຊັກສະຖານ.

VUFO ຮ່ວມມືເພື່ອເສີມຂະຫຍາຍບົດບາດ​ແລກປ່ຽນ​ປະຊາຊົນ​ລະຫວ່າງ​ຫວຽດນາມ ​ແລະ ຟີ​ລິບ​ປິນ
ຫວຽດນາມ ສືບ​ຕໍ່​ປະສານ​ສົມທົບ ​ແລະ ​ແລກປ່ຽນ​ກັບ ອາ​ເມ​ລິ​ກາ

ກ່າວ​ຄຳປາໄສທີ່​ການ​ພົບ​ປະ​ແລກປ່ຽນ, ທ່ານ​ປະທານ​ເວທີ​ປາ​ໄສ​ແມ່​ຍິງ ຫວຽດນາມ ຢູ່ ​ເອີ​ລົບ ປອ. ຟານບິກທ້ຽນໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ເຊື່ອມ​ໂຍງລະຫວ່າງແມ່ຍິງ​ຈາກ​ບັນດາ​ປະ​ເທດ​ໃນ​ຍຸກ​ດີ​ຈີ​ຕອນ​ປະຈຸ​ບັນ. ໃນ​ຍຸກ​ທີ່​ເຕັກ​ໂນ​ໂລຢີ ແລະ ປັນຍາ​ປະດິດ​ພັດທະນາ​ຢ່າງ​ວ່ອງ​ໄວ, ​ແມ່ຍິງ, ​ໂດຍ​ສະ​ເພາະ​ແມ່ນນັກທຸລະກິດຜູ້ຍິງ ​ຕ້ອງ​ອັບເດັດ​ເຕັກ​ໂນ​ໂລ​ຢີ, ເຊື່ອມ​ຕໍ່​ແລກປ່ຽນເພື່ອແບ່ງປັນປະສົບ​ການ, ສ້າງ​ກາລະ​ໂອກາດ​ຮ່ວມ​ມື​ເພື່ອ​ພັດທະນາ​ເຊິ່ງກັນ ​ແລະ​ ກັນ.

ກອງ​ປະຊຸມພົບປະໄດ້​ວາງ​ພື້ນຖານ​ໃຫ້​ແກ່​ການ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ​ລະຫວ່າງ​ນັກທຸລະກິດຜູ້ຍິງ ​ຫວຽດນາມ ຢູ່ໃນປະເທດກໍ່​ຄື​ຢູ່​ເອີ​ລົບ ພ້ອມທັງ​ນັກທຸລະກິດຜູ້ຍິງ ກາ​ຊັກ​ສະຖານ ​ແລະ ຟີ​ລິບ​ປິນ ​ໃນ​ອະນາຄົດ.

​ເຊື່ອມ​ຕໍ່ການພົບປະແລກປ່ຽນ​ບັນດານັກທຸລະກິດ​ຜູ້ຍິງຂອງ​ຫວຽດນາມ, ຟີ​ລິບ​ປິນ ​ແລະ ກາ​ຊັກ​ສະຖານ
ສາກໂຄງການ. (ພາບ: ເວທີປາໄສແມ່ຍິງ ຫວຽດນາມ ຢູ່ ເອີລົບ)

ທ່ານ​ນາງ​ປະ​ທານ WeLead ຫງວຽນທິຕ໋ຽວມິງ ໄດ້ສະ​ແດງ​ຄວາມ​ດີ​ໃຈ​ທີ່​ນັກ​ທຸ​ລະ​ກິດ​ຜູ້ຍິງຈາກ​ບັນດາປະ​ເທດ​ໄດ້​ມີ​ໂອ​ກາດ​​ພົບ​ປະ​ຢ່າງ​ເປັນ​ທາງ​ການ ແລະ ປຶກ​ສາ​ຫາ​ລື​ບັນ​ດາ​ບັນ​ຫາ​ສະ​ເພາະ. ທ່ານນາງ​ຫວັງ​ວ່າ​ຜູ້​ແທນ​ຈະ​ສ້າງ​ການ​ເຊື່ອມ​ຕໍ່​ທີ່​ເປັນ​ປະ​ໂຫຍດ.

ທ່ານ​ນາງ​ປະ​ທານ​ສະ​ມາ​ຄົມ​ນັກວິສາກິດຜູ້ຍິງ Kazakhstan Raushan Sarsembayeva ໄດ້ສະແດງຄວາມຂອບ​ໃຈ​ຝ່າຍ​ຫວຽດ​ນາມ ທີ່​ໄດ້ມີແນວ​ຄວາມ​ຄິດ​ ແລະ ການ​ກະ​ກຽມ​ລະ​ມັດ​ລະ​ວັງ​ສໍາ​ລັບ​ການ​ແລກ​ປ່ຽນ​ທີ່​ມີ​ຄວາມ​ຫມາຍ​. ຢູ່​ທີ່​ນີ້, ທ່ານ​ນາງ​ຍັງ​ໄດ້​ແນະນຳ​ບັນດາ​ຂົງ​ເຂດ​ກຳລັງ​ແຮງ​ຂອງ​ນັກທຸລະກິດ​ຍິງ Kazakhstan ​ແລະ ຄວາມ​ສາມາດ​ບົ່ມ​ຊ້ອນ​ຮ່ວມ​ມື​ກັບ ຫວຽດນາມ.

​ເຊື່ອມ​ຕໍ່ການພົບປະແລກປ່ຽນ​ບັນດານັກທຸລະກິດ​ຜູ້ຍິງຂອງ​ຫວຽດນາມ, ຟີ​ລິບ​ປິນ ​ແລະ ກາ​ຊັກ​ສະຖານ
ບັນດາຜູ້ແທນເຂົ້າຮ່ວມໂຄງການ. (ພາບ: ເວທີປາໄສແມ່ຍິງ ຫວຽດນາມ ຢູ່ ເອີລົບ)

ສ່ວນ​ທ່ານ​ນາງ​ປະທານ​ສະພາ​ນັກທຸລະກິດ​ຍິງ​ຟີ​ລິບ​ປິນ Rosemarie Rafael ​ໃຫ້​ຮູ້​ວ່າ ຫວຽດນາມ ​ແລະ ຟີ​ລິບ​ປິນ​ແມ່ນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ສະໜິດ​ແໜ້ນ, ​ເຮັດ​ໃຫ້ການ​ຮ່ວມ​ມື​ສະດວກ​ສະບາຍ. ທ່ານ​ນາງ​ກໍ່​ໄດ້​ແນະນຳ​ແຜນການ​ຮ່ວມ​ມື​ສະ​ເພາະ​ກັບ ຫວຽດນາມ ​ໃນ​ໄລຍະ​ຈະ​ມາ​ເຖິງ.

​ເຊື່ອມ​ຕໍ່ການພົບປະແລກປ່ຽນ​ບັນດານັກທຸລະກິດ​ຜູ້ຍິງຂອງ​ຫວຽດນາມ, ຟີ​ລິບ​ປິນ ​ແລະ ກາ​ຊັກ​ສະຖານ
ບັນດາ​ຜູ້​ແທນ​ຫວຽດນາມ ​ເຂົ້າ​ຮ່ວມ​ລາຍການ. (ພາບ: ເວທີປາໄສແມ່ຍິງ ຫວຽດນາມ ຢູ່ ເອີລົບ)

ທີ່​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ໄດ້​ມີ​ການ​ປຶກສາ​ຫາລື​ສະ​ເພາະ​ຫຼາຍ​ຢ່າງ​ເພື່ອ​ສ້າງ​ພື້ນຖານ​ໃຫ້​ແກ່​ການ​ເຊື່ອມ​ຕໍ່​ຢ່າງ​ມີ​ປະສິດທິ​ຜົນ​ໃນ​ອະນາຄົດ. ການ​ເຄື່ອນ​ໄຫວ​ດັ່ງກ່າວ​ເປັນ​ການ​ພິສູດ​ໃຫ້​ເຫັນ​ເຖິງ​ຄວາມ​ຂະຫຍັນ​ຂັນ​ເຄື່ອນ, ມີ​ຫົວຄິດ​ປະດິດ​ສ້າງ ​ແລະ ການ​ໄປມາຫາສູ່​ກັນ​ໃນ​ທົ່ວ​ໂລກ​ຂອງ​ແມ່ຍິງ ຫວຽດນາມ ​ເພື່ອ​ຢືນຢັນ​ທີ່​ຕັ້ງ​ຂອງ ຫວຽດນາມ ກັບ​ເພື່ອນ​ມິດສາ​ກົນ.

ສະຖານ​ທີ່ເສີມສ້າງໃຫ້​ບັນດາ​ລຸ້ນນັກຮຽນຫວຽດນາມ ​ແລະ ລາວ ສະຖານ​ທີ່ເສີມສ້າງໃຫ້​ບັນດາ​ລຸ້ນນັກຮຽນຫວຽດນາມ ​ແລະ ລາວ

ຍສໝ - ນັບ​ແຕ່​ເຂົ້າສູ່ການເຄື່ອນໄຫວ, ​ໂຮງຮຽນ​ມັດທະຍົມຕອນຕົ້ນ ທົ໋ງເຍີດ ຢູ່​ພາກ​ກາງ​ລາວ ໄດ້​ສຸມ​ໃສ່​ການສິດສອນ ແລະ ​ຮ່ຳຮຽນ, ໂດຍ​ສະ​ເພາະ​ແມ່ນ​ການ​ຮັກສາ​ພາສາ​ຫວຽດນາມ, ​ໃຫ້​ແກ່​ລຸ້ນຄົນ​ຫວຽດນາມ ຢູ່​ຕ່າງປະ​ເທດ ​ແລະ ລູກ​ຫຼານ​ຊາວ​ລາວ.

​ເຊື່ອມ​ຕໍ່​ ຫວຽດນາມ ​ແລະ ຈີນ ຜ່ານ​ການ​ປູກ​ຕົ້ນ​ໄມ້​ມິດຕະພາບ ​ເຊື່ອມ​ຕໍ່​ ຫວຽດນາມ ​ແລະ ຈີນ ຜ່ານ​ການ​ປູກ​ຕົ້ນ​ໄມ້​ມິດຕະພາບ

ຍສໝ - ຕອນ​ບ່າຍ​ວັນ​ທີ 20 ກຸມພາ, ບັນດາ​ຜູ້​ແທນ​ທີ່​ເຂົ້າ​ຮ່ວມ​ລາຍການ​ພົບປະລະດູບານໃໝ່ປີ 2025 ​ແລະ ກອງ​ປະຊຸມ​ຄະນະກຳມະການວຽກ​ງານປະສົມ ຄັ້ງ​ທີ 16 ດຳ​ເນີນ​ຢູ່​ ກວາງ​ນິງ ​ໄດ້​ເຂົ້າ​ຮ່ວມ​ການ​ປູກ​ຕົ້ນ​ໄມ້​ມິດຕະພາບ​ຢູ່​ສວນ​ສາທາລະນະດອກ​ໄມ້ ຮ້າ​ລອງ (ເມືອງ ແບ້ກດັງ, ນະຄອນ ຮ້າ​ລອງ).

ມີງດຶກ

ເບິ່ງເພີ່ມເຕີມໃນ: ຊາວຫວຽດນາມອາໃສຢູ່ຕ່າງປະເທດ

ເບິ່ງເພີ່ມເຕີມ
ເຫດການ
ອ່ານຫຼາຍທີ່ສຸດ